ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ທ່ານ ເດືອນສະຫວັນ ພອນມີໄຊ
ວ່າການແທນຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
Email:....................................

ທ່ານ ນາງ ພູຄຽງ ໄຊສິລິ
ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
Email:....................................

ທ່ານ ສຸກນິລັນ ແສງພະຈັນ
ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
Email:....................................
ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຂຽນຫຍໍ້ວ່າ: “ສຂຝ” ແລະ ຂຽນເປັນພາສາອັງກິດວ່າ: “Information and Training Center (ITC)” ແມ່ນການຈັດຕັ້ງວິຊາການໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີຖານະເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າສ້າງຖານຂໍ້ມູນຂ່າວສານ, ຝຶກອົບຮົມ, ໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານວິທະຍາສາດເສດຖະກິດ-ສັງຄົມ ໂດຍຜ່ານສື່ຕ່າງໆ ເພື່ອຮັບໃຊ້ການຄົ້ນຄວ້າ, ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລະຍະ.
1. ຈັດຕັ້ງ, ຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດ, ວິ ໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການ ຕາມທີ່ຕັ້ງ ແລະ ພາລະບົດບາດຂອງຕົນ ໃນແຕ່ລະໄລຍະ;
2. ເກັບກໍາ, ຄົ້ນຄວ້າ-ວິໄຈຂໍ້ມູນຂ່າວສານ ດ້ານວິທະຍາສາດເສດຖະກິດ-ສັງຄົມ ແລະ ນໍາເຂົ້າໃນຖານຂໍ້ມູນ, ເວັບໄຊ, ຫໍສະໝຸດ, ຈັດພິມຈຳໜ່າຍວາລະສານ ແລະ ສື່ສິ່ງພິມຕ່າງໆ; ຄົ້ນຄວ້ານໍາໃຊ້ເຕັກໂນໂລຊີໃໝ່ ເພື່ອພັດທະນາວຽກງານຂໍ້ມູນຂ່າວສານດ້ານວິທະຍາສາດເສດຖະກິດ-ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ມີຄຸນນະພາບ;
3. ຮີບໂຮມຂໍ້ມູນກ່ຽວກັບຜະລິດຕະພັນ, ຜົນການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມຂອງຊາດ ແລະ ສາກົນ ເປັນຄັງຂໍ້ມູນ, ສ້າງຖານຂໍ້ມູນ ແລະ ບໍລິການຂໍ້ມູນ ເພື່ອຮັບໃຊ້ການຄົ້ນຄວ້າວິທະຍາສາດເສດຖະ ກິດ ແລະ ສັງຄົມ;
4. ຈັດຕັ້ງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ພະນັກ ງານ-ລັດຖະກອນ ແລະ ຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງເປັນລະບົບ;
5. ສ້າງຄູຝຶກ, ສ້າງຫຼັກສູດຝຶກອົບຮົມ ແລະ ປັບປຸງລະບົບໂຄງສ້າງພື້ນຖານ, ສິ່ງອໍານວຍຄວາມສະດວກ, ກົນ ໄກຄຸ້ມຄອງ ບໍລິຫານໃນການຝຶກອົບຮົມ ໃຫ້ມີປະສິດທິຜົນສູງ ເພື່ອສ້າງເງື່ອນໄຂໃນການຍົກລະດັບຄຸນ ນະພາບຂອງບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ;
6. ພັດທະນາຫໍສະໝຸດ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ທັນສະໄໝ, ສາມາດບໍລິ ການ ແລະ ສະໜອງຂໍ້ມູນຮັບໃຊ້ວຽກງານຄົ້ນຄວ້າ;
7. ສ້າງ ແລະ ພັດທະນາວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ມີຄຸນນະພາບ ແລະ ຫັນເປັນທັນ ສະໄໝ ເທື່ອລະກ້າວ;
8. ຈັດຕັ້ງການເຜີຍແຜ່ຂໍ້ມູນ-ຂ່າວສານວິທະຍາສາດເສດຖະກິດ-ສັງຄົມ ຜ່ານສື່ຕ່າງໆ ຢູ່ພາຍໃນ ແລະ ຕ່າງປະ ເທດ;
9. ແປ, ຮຽບຮຽງຜົນການຄົ້ນຄວ້າທີ່ສໍາຄັນ ແລະ ຈໍາເປັນ ດ້ານວິທະຍາສາດເສດຖະກິດ-ສັງຄົມຂອງພາຍໃນ ແລະ ຕ່າງປະເທດ ເພື່ອເປັນຂໍ້ມູນໃຫ້ການຄົ້ນຄວ້າ ແລະ ເຜີຍແຜ່ອອກສູ່ສັງຄົມ;
10. ບໍາລຸງຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານເຕັກໂນໂລຊີ ກ່ຽວກັບວຽກງານຂໍ້ມູນຂ່າວສານວິທະຍາ ສາດເສດຖະກິດ-ສັງຄົມ ໃຫ້ພະນັກງານວິຊາການພາຍໃນສູນ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;
11. ພົວພັນຮ່ວມມືກັບບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງທຸລະກິດ ແລະ ອົງ ການຈັດຕັ້ງສາກົນ ຢູ່ພາຍໃນ ແລະ ຕ່າງປະເທດ ໃນການບໍລິການຂໍ້ມູນຂ່າວສານ ແລະ ການຝຶກອົບຮົມ ທາງດ້ານວິທະຍາສາດເສດຖະກິດ-ສັງຄົມ ລວມທັງແລກປ່ຽນຂໍ້ມູນຂ່າວສານ ແລະ ຜະລິດຕະພັນວິທະຍາ ສາດເສດຖະກິດ-ສັງຄົມນໍາກັນ;
12. ຄຸ້ມຄອງພະນັກງານ-ລັດຖະກອນ, ນັກວິຊາການ ທີ່ຢູ່ໃຕ້ການຄຸ້ມຄອງຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃຫ້ສອດຄ່ອງເໝາະສົມ;
13. ຄຸ້ມຄອງ, ຕິດຕາມ, ຊຸກຍູ້ການປະຕິບັດແຜນການ, ແຜນງານ ແລະ ໂຄງການ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ຕາມລະບຽບການ;
14. ສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລາຍງານ ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເພື່ອຊາບ ແລະ ຊີ້ນໍາ;
15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.
ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ມີໂຄງປະກອບກົງຈັກ ດັ່ງນີ້:
- ພະແນກຂໍ້ມູນຂ່າວສານ
- ພະແນກຝຶກອົບຮົມ
- ພະແນກຫໍສະໝຸດ
- ພະແນກວາລະສານ
- ພະແນກນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ