Month: ເດືອນມີນາ 2024

WhatsApp Image 2024-03-21 at 16.06.38_e70fa780

ສວສສຊ ສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

WhatsApp Image 2024-03-21 at 16.06.38_e70fa780

      ເພື່ອກຽມຄວາມພ້ອມໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ໃນວັນທີ 15 ມີນາ 2024 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ສວສສຊ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ; ມີຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຄະນະບໍລິຫານງານພັກ, ບັນດາເລຂາໜ່ວຍພັກ-ຮອງເລຂາໜ່ວຍພັກອ້ອມຂ້າງ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.  

      ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍສະຫາຍ ປອ. ສາຍຄໍາ ວໍລະເດດ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ເຊິ່ງໄດ້ຍົກໃຫ້ເຫັນວຽກງານພົ້ນເດັ່ນຂອງພັກ ໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ສວສສຊ ໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນດ້ານວຽກງານກໍ່ສ້າງພັກ, ວຽກງານປັບປຸງການຈັດຕັ້ງ, ວຽກງານບໍາລຸງ-ກໍ່ສ້າງພະນັກງານ, ວຽກງານກວດກາ, ວຽກງານປ້ອງກັນພັກ, ປ້ອງກັນພາຍໃນ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານຄົ້ນຄວ້າວິທະຍາສາດ ເຊິ່ງມີທັງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ.

      ໃນໂອກາດດັ່ງກ່າວ ສະຫາຍ ສອນທະນູ ທໍາມະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ:  ການຈັດກອງປະຊຸມຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ສວສສຊ, ຕະຫຼອດເຖິງສະມາຊິກພັກທົ່ວ ສວສສຊ ໄດ້ມີສ່ວນຮ່ວມໃນການປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງກ່າວ ແລ້ວສົ່ງໃຫ້ຄະນະຮັບຜິດຊອບສັງລວມປັບປຸງໃຫ້ມີເນື້ອໃນທີ່ສົມບູນຂຶ້ນຕື່ມ; ພ້ອມດຽວກັນນັ້ນ, ກໍ່ເພື່ອເປັນການທົບທວນຄືນໃຫ້ແກ່ການກະກຽມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ແລະ ກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນໃນຊຸມປີຂ້າງໜ້າ.

WhatsApp Image 2024-03-21 at 16.06.39_5afbede2

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ

WhatsApp Image 2024-03-19 at 16.08.10_a3d33d8c

ສວສສຊ ປະກາດການປັບປຸງສັບຊ້ອນພະນັກງານຂັ້ນນໍາພາ

WhatsApp Image 2024-03-19 at 16.08.10_a3d33d8c

      ວັນທີ 15 ມີນາ 2024, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີພິທີປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ແລະ ປະກາດການຈັດຕັ້ງສັບຊ້ອນພະນັກງານຂັ້ນກົມ, ຂັ້ນພະແນກຈໍານວນໜຶ່ງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສອນທະນູ ທໍາມະວົງ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາທ່ານຮອງປະທານ, ຫົວໜ້າຫ້ອງການ, ກົມ, ສາຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນພາຍໃນ ສວສສຊ ເຂົ້າຮ່ວມ.

      ໃນພິທີດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ໄດ້ຂຶ້ນ ຜ່ານມະຕິຕົກລົງສະບັບເລກທີ 37/ຄລສພ, ລົງວັນທີ 05 ກຸມພາ 2024 ແລະ ດຳລັດເລກທີ 120/ນຍ, ລົງວັນທີ 19 ມັງກອນ 2024 ວ່າດ້ວຍການອະນຸມັດໃຫ້ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ, ຄະນະປະຈຳພັກ, ປະທານກວດກາ, ຮອງປະທານ ສວສສຊ ພະນັກງານການນໍາຂັ້ນສູງຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ອອກພັກການ-ຮັບອຸດໜູນບຳນານ.

      ໃນພິທີຍັງໄດ້ມີການສັບຊ້ອນແຕ່ງຕັ້ງພະນັກງານການນໍາຂັ້ນກົມ ແລະ ຂັ້ນພະແນກຈຳນວນໜຶ່ງດັ່ງນີ້: ແຕ່ງຕັ້ງ ທ່ານ ເພັດໃສ ເພຍເທບ ຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ເປັນຫົວໜ້າຫ້ອງການ ແລະ ເລຂາໜ່ວຍພັກຫ້ອງການ ສວສສຊ; ແຕ່ງຕັ້ງ ທ່ານ ປອ. ນ. ກິນນາລອນ ພິມມະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ ຮອງຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການແທນຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ; ແຕ່ງຕັ້ງ ທ່ານ ອານາຈັນ ສຸກັນຍາ ເປັນຮັກສາການເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ; ແຕ່ງຕັ້ງ ທ່ານ ປອ. ບຸນສີ ພຸດທະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ເດືອນສະຫັວນ ພອນມີໄຊ ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປັນວ່າການແທນ ຫົວໜ້າສູນຂໍ້ມູນຂ່າວສານ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ປອ. ເດັງຢາງ ກົງຈີ້ ເປັນຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າວັດທະນາທຳ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ພັນວົງສາ ຄຳປັນຍາ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ; ແຕ່ງຕັ້ງ ທ່ານ ພອນ ວິພົນຮຽນ ເປັນຮອງຫົວໜ້າຫ້ອງການ; ແຕ່ງຕັ້ງ ທ່ານ ແສງດາວ ຢ່າໜາວຕູ້ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ. ພ້ອມກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ 02 ທ່ານ, ຂັ້ນວ່າການແທນຫົວໜ້າພະແນກ 03 ທ່ານ, ວິຊາການຂຶ້ນຮອງພະແນກ 04 ທ່ານ.

      ໃນໂອກາດດັ່ງກ່າວນີ້, ທ່ານ ປອ. ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄຳເຫັນຕໍ່ກອງປະຊຸມວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສຳຄັນຂອງອົງການການຈັດຕັ້ງພັກເຮົາ ເຊິ່ງເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳ ເລກທີ 01 ຂອງລັດຖະບານ ວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ: “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຕົວຈິງ”. ໃນແງ່ໜຶ່ງ ກໍ່ແມ່ນເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ ແລະ ຄວາມສູ້ຊົນອົດທົນຂອງພະນັກງານ. ພ້ອມນັ້ນ ທ່ານຍັງຮຽກຮ້ອງມາຍັງບັນດາສະຫາຍ ທີ່ໄດ້ຮັບການສັບຊ້ອນ ແລະ ແຕ່ງຕັ້ງໃນຄັ້ງນີ້ ຈົ່ງຕັ້ງໃຈປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ດີທີ່ສຸດ ແລະ ມີຜົນສຳເລັດ

ຂ່າວ: ເພັດທະນູໄຊ ວົງຍະໄຊ

ພາບ: ມຸນິນ ພົນສັກດາ

WhatsApp Image 2024-03-19 at 09.55.30_8d12f809

ສວສສຊ ຈັດຝຶກອົບຮົມວຽກງານພົວພັນຕ່າງປະເທດ

WhatsApp Image 2024-03-19 at 09.55.30_8d12f809

                   ໃນຕອນເຊົ້າຂອງວັນທີ 14 ມີນາ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານພົວພັນຕ່າງປະເທດ, ໂດຍການເປັນປະທານຂອງ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ,  ຮອງປະທານ ສວສສຊ; ມີບັນດາຫົວໜ້າ, ຮອງຫົວໜ້າ,  ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ  ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ; ຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບວຽກງານພົວພັນຕ່າງປະເທດ ແລະ ວຽກງານພິທີການທູດ ໃຫ້ແກ່ພະນັກງານ ສວສສຊ.

             ໄດ້ເຊື້ອເຊີນ ທ່ານ ວັນດີ ພຸດສະດີ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ມາເປັນວິທະຍາກອນ; ໃນຊຸດຝຶກອົບຮົມໄດ້ຮັບຟັງ ການນຳສະເໜີກ່ຽວກັບນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ປະຕິບັດນະໂຍບາຍ ເປີດກວ້າງການພົວພັນຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດນຳ “ເພີ່ມມິດຫຼຸດຜ່ອນສັດຕູ” ພ້ອມດຽວກັນນັ້ນ ຍັງໄດ້ຮຽນຮູ້ວຽກງານທາງການທູດດ້ານຕ່າງໆ ເປັນຕົ້ນແມ່ນ ຄວາມຮູ້ພື້ນຖານກ່ຽວກັບພິທີການທູດ, ວຽກງານການພົວພັນການຕ່າງປະເທດ ທັງສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານການທູດທາງດ້ານເສດຖະກິດ, ວັດທະນາທຳ-ສັງຄົມ, ຄຸນສົມບັດສິນທຳປະຕິວັດ ຂອງນັກການທູດ.

              ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: “ວຽກງານພົວພັນຕ່າງປະເທດ ແລະ ການທູດ” ເປັນວຽກງານໜຶ່ງທີ່ສໍາຄັນ, ເປັນດ່ານໜ້າໃນການພົບປະແລກປ່ຽນສາຍສຳພັນກັບເພື່ອນມິດທົ່ວໂລກ, ເປັນວຽກທີ່ຊັບຊ້ອນລະອຽດອ່ອນ, ມີວິທະຍາສາດ ແລະ ເຕັມໄປດ້ວຍຮູບແບບລັກສະນະສິນລະປະ. ດັ່ງນັ້ນເພື່ອຮັບປະກັນຄວາມສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພວກເຮົາຕ້ອງໄດ້ເຊື່ອມຊຶມ ແລະ ຍຶດໝັ້ນ ໃນແນວທາງການຕ່າງປະເທດຂອງ ສປປ ລາວ ແລະ ຮູ້ຈັກໝູນໃຊ້ເຂົ້າໃນວຽກງານຂອງຕົນຢ່າງຄ່ອງແຄ້ວ ແນໃສ່ຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານຕໍ່ສາກົນ ໃຫ້ປະກົດຜົນເປັນຈິງ, ຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດ; ໃນຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມໃຈກັນຄົ້ນຄວ້າ ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອປັບປຸງ ແລະ ຍົກລະດັບວຽກງານດັ່ງກ່າວໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ. 

WhatsApp Image 2024-03-19 at 09.55.30_d35e7757

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນີນ ພົນສັກດາ

148b34e6-40e3-4ce1-8381-7ae8788b5184

ສະຫະພັນແມ່ຍິງ 6 ອົງການ ອ້ອມຂ້າງຫຼັກ 06 ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114

148b34e6-40e3-4ce1-8381-7ae8788b5184

      ວັນທີ 12 ມີນາ 2024, ທີ່ຫ້ອງປະຊຸມໃຫຍ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫະພັນແມ່ຍິງ 06 ອົງການອ້ອມຂ້າງຫຼັກ 06 ປະກອບມີ: ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ  ໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ (ວັນທີ 8 ມີນາ 1910-8 ມີນາ 2024); ການຈັດກອງປະຊຸມປາຖະກະຖາ ຫວນຄືນມູນເຊື້ອວັນສໍາຄັນດັ່ງກ່າວ ໃຫ້ກຽດຂຶ້ນປາຖະກະຖາໂດຍ ສະຫາຍ ນາງ ສິລິກິດ ບຸບຜາ, ຮອງປະທານສູນກາງສະຫະພັນແມ່ຍິງລາວ; ມີຄະນະພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານ, ຮອງປະທານ, ຄະນະສະຫະພັນແມ່ຍິງ, ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານ ແລະ ຄະນະບໍລິຫານງານຊາວໜຸ່ມ, ພ້ອມດ້ວຍສະມາຊິກແມ່ຍິງ ທັງ 06 ອົງການ ເຂົ້າຮ່ວມຢ່າງໜາແໜ້ນ.     

       ກອງປະຊຸມ ໄດ້ຮັບຟັງການເລົ່າມູນເຊື້ອ ແລະ ການເຄື່ອນໄຫວຂະບວນການຂອງແມ່ຍິງທົ່ວໂລກ, ພາກພື້ນ, ອາຊຽນ ແລະ ການເຂົ້າຮ່ວມເຄື່ອນໄຫວ ໃນຂະບວນການດັ່ງກ່າວຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະ; ຮັບຟັງກ່ຽວກັບບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງລະດັບສາກົນ, ພາກພື້ນ ແລະ ອາຊຽນ; ແລະ ຮັບຟັງນະໂຍບາຍ ແລະ ກົນໄກ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ.

       ພາຍຫຼັງສໍາເລັດພິທີ, ສະຫະພັນແມ່ຍິງທັງ 6 ອົງການ ໄດ້ສ້າງກິດຈະກໍາແຂ່ງຂັນກິລາມວນຊົນຮ່ວມກັນຢ່າງເປັນຂະບວນຟົດຟື້ນ  ເພື່ອເປັນການເຕົ້າໂຮມ ແລະ ຮັດແໜ້ນຄວາມສາມັກຄີຂອງເອື້ອຍນ້ອງແມ່ຍິງ.

8d4c5c6a-e9d3-4d44-8e4e-de33c690e212

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນີນ ພົນສັກດາ

a3b7b0bd-6434-4ff2-b667-54cf142c8f6a

ກອງປະຊຸມສະຫຼຸບປີ ແລະ ວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ແຜນທິດທາງປີ 2024

a3b7b0bd-6434-4ff2-b667-54cf142c8f6a

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ  ຈັດກອງປະຊຸມສະຫຼຸບປີ ແລະ ວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ແລະ ແຜນທິດທາງປີ 2024; ໃນວັນທີ 01 ມີນາ 2024; ໃຫ້ກຽດຂຶ້ນເປັນປະທານໂດຍ ທ່ານ ປອ. ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ, ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ 138 ທ່ານ; ຍິງ 50 ທ່ານ.

ກອງປະຊຸມໄດ້ຜ່ານບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງປີ 2024 ຂອງ ສວສສຊ ໂດຍທ່ານ ພອນ ວິພົນຮຽນ ວ່າການຫົວໜ້າຫ້ອງການ; ເນື້ອໃນບາງຕອນທ່ານໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງ ສວສສຊ ໃນໄລຍະໜຶ່ງປີຜ່ານມາໂດຍສະເພາະວຽກງານຄົ້ນຄວ້າບັນດາໂຄງການຕ່າງໆ, ວຽກງານລົງຊຸກຍູ້ຕິດຕາມ ແລະ ກວດກາການເຄື່ອນໄຫວວຽກພັກ ແລະ ລັດຢ່າງໃກ້ຊິດຢູ່ບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ໂດຍສະເພາະວຽກເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈໍາປີ 2023 ແລະ ທິດທາງປີ 2024 ຂອງ ສວສສຊ, ວຽກງານພົວພັນຕ່າງປະເທດການເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ແລະ ລົງເຄື່ອນໄຫວຈັດກອງປະຊຸມແລກປ່ຽນບົດຮຽນການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ຢູ່ບັນດາແຕ່ລະແຂວງ ໃນ ສປປ ລາວ.

ສືບຕໍ່ຜ່ານຂໍ້ຕົກລົງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ວ່າດ້ວຍການຍ້ອງຍໍພະນັກງານຜູ້ທີ່ມີຜົນງານຮັບໃຊ້ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ແລະ ກອງປະຊຸມກາງສະໄໝອົງຄະນະພັກ ສວສສຊ ໂດຍມີຕາງໜ້າ 11 ພາກສ່ວນຂຶ້ນຮັບໃບຍ້ອງຍໍ; ໃນວາລະຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທໍາມະວົງ ໄດ້ມີຄໍາເຫັນໂອ້ລົມໂດຍເພີ່ນໄດ້ກ່າວສະແດງຄວາມພາກພູມໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ໄດ້ມີໂອກາດພົບປະກັບບັນດາການນໍາ ຂັ້ນຕ່າງໆ , ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ບຸກຄົນດີເດັ່ນ ພາຍໃນ ສວສສຊ ທີ່ເຂົ້າຮ່ວມກອງປະຊຸມສໍາຄັນໃນມື້ນີ້; ທ່ານເຫັນວ່າໃນໜຶ່ງປີຜ່ານມາ ສວສສຊ ພວກເຮົາໄດ້ມີຜົນງານອັນພົ້ນເດັ່ນຫຼາຍດ້ານ, ກອງປະຊຸມໃນຄັ້ງນີ້ຖືເປັນການສະຫຼຸບຕີລາຄາໝາກຜົນຕົວຈິງ ໃນການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ແລະ ຕາມພາລະບົດບາດຂອງຕົນ ເພື່ອປະເມີນຮອບດ້ານ ອັນທີ່ພວກເຮົາສາມາດຈັດຕັ້ງປະຕິບັດໄດ້ ແລະ ບັນຫາທີ່ຍັງຄົງຄ້າງ ຢ່າງພາວະວິໄສ ແນໃສ່ການປັບປຸງແກ້ໄຂເພື່ອໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ; ທ່ານໄດ້ສະແດງຄວາມເອກະພາບສູງ ຕໍ່ເນື້ອໃນບົດສະຫຼຸບ ສວສສຊ ປະຈໍາປີ 2023, ວຽກຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ; ເຊິ່ງທ່ານໄດ້ເນັ້ນໜັກເຖິງຜົນສໍາເລັດອັນໃຫຍ່ຫຼວງກວ່າໝູ່ແມ່ນປະເທດຊາດຂອງພວກເຮົາຍັງສືບຕໍ່ຮັບປະກັນສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງຊາດ ໄດ້ຮັບການປົກປັກຮັກສາຢ່າງໝັ້ນຄົງ; ເຖິງກອງປະຊຸມຈະສໍາເລັດລົງ ແຕ່ໜ້າທີ່ຄວາມຮັບຜິດຊອບຂອງບັນດາສະຫາຍຍັງໜັກໜ່ວງ ມີທັງເງື່ອນໄຂສະດວກ, ໂອກາດ ແລະ ສິ່ງທ້າທາຍ ສະນັ້ນ ຈົ່ງພ້ອມກັນຮັກສາຄວາມສາມັກຄີເປັນປຶກແຜ່ນ ກ້າວຜ່ານອຸປະສັກຄວາມຫຍຸ້ງຍາກ ແລະ ພ້ອມກັນຍາດແຍ່ງຜົນສໍາເລັດໃຫ້ໄດ້ຮັບໝາກຜົນຂຶ້ນດີກວ່າເກົ່າ.

76cb0131-c80a-419c-b6b3-b7b0e0619e70

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມູນີນ ພົນສັກດາ

233ae001-f8fe-4795-a7ec-e47e92f11a41

ສວສສຊ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ

233ae001-f8fe-4795-a7ec-e47e92f11a41

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນວັນທີ 01 ມີນາ 2024; ໃຫ້ກຽດເລົ່າມູນເຊື້ອໂດຍ: ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນມີ  ທ່ານ ພອນ ວິພົນຮຽນ, ປະທານສະຫະພັນກໍາມະບານ ສວສສຊ ຄະນະປະທານກໍາມະບານຮາກຖານອ້ອມຂ້າງ ສວສສຊ  ແລະ ສະມາຊິກກໍາມະບານ ກໍ່ຄືພະນັກງານທົ່ວ ສວສສຊ ເຂົ້າຮ່ວມ ຈໍານວນ138 ທ່ານ; ຍິງ 50 ທ່ານ;

ການຈັດພິທີໃນຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອ ແລະ ສຶກສາອົບຮົມໃຫ້ພະນັກງານສະມາຊິກກໍາມະບານພາຍໃນ ສວສສຊ ມີຄວາມເຂົ້າໃຈ ກ່ຽວກັບປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ, ໂດຍມີບາງຕອນສໍາຄັນທ່ານໄດ້ຍົກໃຫ້ເຫັນ ກ່ຽວກັບຜົນງານດີເລີດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຊິ່ງໄດ້ຮ່ວມກັນຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໄລຍະປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັການ.

a3f2c0a1-ee8d-49dd-91b9-8d081ef4a886

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ

1

ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດຝຶກອົບຮົມວຽກງານບັນນາລັກສາດ

1

        ໃນວັນທີ 5 ມີນາ 2024, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ຈັດຝຶກອົບວຽກງານຫໍສະໝຸດເປັນເວລາ1 ວັນເຕັມ, ໂດຍເຊີນຕາງໜ້າຈາກສະຖາບັນອ້ອມຂ້າງ ສວສສຊ ເຂົ້າຮ່ວມຈໍານວນ 31 ທ່ານ; ກ່າວເປີດພິທີໂດຍ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າ ສຂຝ; ໄດ້ມີຄໍາເຫັນຕໍ່ການຝຶກອົບຮົມວ່າ: ວຽກງານບັນນາລັກສາດເປັນວຽກງານໜຶ່ງທີ່ສໍາຄັນຕໍ່ນັກຄົ້ນຄວ້າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນແຫຼ່ງສະໜອງຂໍ້ມູນທີ່ສໍາຄັນ ເພື່ອໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຕ່າງໆ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ສະນັ້ນ; ການຝຶກອົບຮົມຕໍ່ວຽກງານດັ່ງກ່າວຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຢ່າງຕໍ່ເນື່ອງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຜູ້ທີ່ມີໜ້າທີ່ຮັບຜິດຊອບໂດຍກົງ ໃນວຽກງານດັ່ງກ່າວ ແລະ ໃຫ້ບົດຮຽນອັນໃໝ່ທັນກັບຍຸກສະໄໝໃນປັດຈຸບັນ; ໃນການຝຶກອົບຮົມໄດ້ເຊື້ອເຊີນ ວິທະຍາກອນມາຈາກຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ທີ່ມີຄວາມຊ່ຽວຊານສະເພາະດ້ານມາຂຶ້ນບັນຍາຍໃຫ້ຄວາມຮູ້ 3 ຫົວຂໍ້ສໍາຄັນຄື: 1) ການບໍລິການຫໍສະໝຸດ PMB Version 4, 2) ຫຼັກການໃນການລົງລາຍການປຶ້ມ ແລະ 3) ການຢືມ ແລະ ການຄຸ້ມຄອງຖານຂໍ້ມູນຫໍສະໝຸດ PMB Version 4.

     ຈຸດປະສົງໃນການຝຶກອົບຮົມເພື່ອພັດທະນາທັກສະ ແລະ ເປັນການສືບຕໍ່ຍົກລະດັບຄວາມຮູ້ສິ່ງໃໝ່ໆ ທີ່ກ່ຽວກັບວຽກຫໍສະໝຸດໃຫ້ແກ່ພະນັກງານຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ພະນັກງານພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແນໃສ່ການຫັນໃຫ້ເຂົ້າສູ່ຫໍສະໝຸດທັນສະໄໝໃນຕໍ່ໜ້າ; ໃນຕອນທ້າຍພິທີ ທ່ານ ປອ. ທະນົງສອນ ສີບຸນເຮືອງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ, ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມ ແລະ ເອົາໃຈໃສ່ແລກປ່ຽນບົດຮຽນ ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ເພື່ອໄປຜັນຂະຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຄຸນນະພາບທີ່ດີຂຶ້ນ;

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມູນິນ ພົນສັກດາ

3049e9b0-cb47-4ab6-bc1b-6077895b2ab7

ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ສ່ອງແສງຫົນທາງວິທີແກ້ໄຂບັນຫາການຂາດສານອາຫານ ຢູ່ ສປປ ລາວ ໂດຍນຳໃຊ້ຖານຂໍ້ມູນຂ່າວສານ

3049e9b0-cb47-4ab6-bc1b-6077895b2ab7

     ນະຄອນຫຼວງວຽງຈັນ, ວັນທີ 5 ມີນາ 2024, ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ ຈັດກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີ ດ້ານໂພຊະນາການແຫ່ງຊາດ ຄັ້ງທີ V ເພື່ອປຶກສາຫາລືກ່ຽວກັບ ຜົນການຄົ້ນຄວ້າໃໝ່ລ່າສຸດຂອງວຽກງານໂພຊະນາການ ເພື່ອຊອກຫາມາດຕະການ ແລະ ຊຸກຍູ້ວຽກງານແກ້ໄຂບັນຫາການຂາດສານອາຫານຢູ່ ສປປ ລາວ. ຕາງໜ້າຈາກຂະແໜງການຕ່າງໆ, ລວມເຖິງລັດຖະບານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເເລະ ອື່ນໆ ຜັດປ່ຽນກັນຂຶ້ນເວທີກອງປະຊຸມ ເພື່ອນໍາສະເໜີຜົນການຄົ້ນຄວ້າລ່າສຸດກ່ຽວກັບໂພຊະນາການໃນປະເທດ ໃຫ້ເເກ່ການນໍາຂັ້ນສູງຈາກລັດຖະບານ ແລະ ຄູ່ຮ່ວມພັດທະນາ, ລວມເຖິງ ການລາຍງານຜົນຈາກການສໍາຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III), ເຊີ່ງເປັນການສໍາຫຼວດ ລະດັບຊາດຄັ້ງທໍາອິດກ່ຽວກັບເດັກນ້ອຍ ແລະ ແມ່ຍິງລາວ ນັບຕັ້ງແຕ່ມີການລະບາດຂອງພະຍາດ ໂຄວິດ-19, ຄຽງຄູ່ກັບການລາຍງານຜົນການສໍາຫຼວດເຝົ້າລະວັງດ້ານໂພຊະນາການແຫ່ງຊາດ ຮອບທີ II ແລະ ຜົນການຄົ້ນຄວ້າອື່ນໆ. ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເເລະ ປະທານກອງປະຊຸມ ໄດ້ກ່າວວ່າ: “ເພື່ອແກ້ໄຂບັນຫາການຂາດສານອາຫານໃນ ສປປ ລາວ ໃຫ້ມີປະສິດຕິຜົນຫຼາຍຂຶ້ນ, ພວກເຮົາຕ້ອງນໍາໃຊ້ຖານຂໍ້ມູນຂ່າວສານ ເພື່ອ ເປັນທິດຊີ້ນໍາໃຫ້ເເກ່ການວາງຍຸດທະສາດ ແລະ ການແຊກແຊງຕ່າງໆ ກ່ຽວກັບການປັບປຸງໂພຊະນາການຂອງເດັກ ເເລະ ເເມ່ຍິງ, ສະນັ້ນ ຈື່ງເປັນເຫດຜົນທີ່ພວກເຮົາໄດ້ຈັດຕັ້ງໂຄງການ NIPN ຂຶ້ນ; ໃນປີ 2018 ແລະ ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດ້ານໂພຊະນາການ ແຫ່ງຊາດ ໃນເເຕ່ລະປີ;.” ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຍັງໄດ້ເນັ້ນໃຫ້ ເຫັນອີກເຖິງຄວາມຈໍາເປັນໃນການເພີ່ມທະວີ ການຈັດຕັ້ງປະຕິບັດວຽກງານເເກ້ໄຂບັນຫາການຂາດສານອາຫານຢ່າງຮີບດ່ວນ ໂດຍອີງໃສ່ຜົນການຄົ້ນຄວ້າລ່າສຸດທີ່ໄດ້ຖືກເຜີຍເເຜ່ໃນກອງປະຊຸມຄັ້ງນີ້.

      ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ຂໍ້ຄວາມສໍາຄັນ ຈາກການຄົ້ນຄວ້າ ແມ່ນຈະຕ້ອງໄດ້ລົງທຶນໃສ່ໂພຊະນາການຂອງແມ່ໂດຍການເຮັດໃຫ້ພວກເຂົາສາມາດເຂົ້າເຖິງອາຫານທີ່ມີຄຸນນະພາບ ແລະ ມີໂພຊະນາການ. ສຸມໃສ່ການປັບປຸງຄຸນະພາບການບໍລິການດ້ານສາທາລະນະສຸກເພີ່ມຕື່ມ ເພື່ອໃຫ້ເດັກທີ່ເກີດມີສຸຂະພາບແຂງແຮງສົມບູນ ສະນັ້ນຈຶ່ງມີຄວາມຕ້ອງການໃນການລົງທຶນໃສ່ມາດຕະການຂອງຂະແໜງການ ແລະ ຊຸມຊົນ ເພື່ອພັດທະນາຄຸນນະພາບຂອງການບໍລິໂພກອາຫານຂອງເດັກ ເພື່ອປັອງກັນ ແລະ ຫຼີກລ້ຽງການຂາດສານອາຫານ. ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດ້ານໂພຊະນາການແຫ່ງຊາດປະຈໍາປີ;ຄັ້ງທີ V ເປັນສ່ວນໜຶ່ງຂອງກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX ທີ່ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2024, ເຊິ່ງເປັນກອງປະຊຸມດ້ານໂພຊະນາການປະຈໍາປີ; ໂດຍມີການເຂົ້າຮ່ວມ ປຶກສາຫາລືກັບບັນດາຜູ້ມີສ່ວນຮ່ວມຢູ່ທົ່ວປະເທດ ກ່ຽວກັບບຸລິມະສິດ ແລະ ສິ່ງທ້າທາຍ ດ້ານໂພຊະນາການຂອງ ສປປ ລາວ.

550c9a4d-50aa-4ab0-8881-6e81421a9948

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ

Untitled02

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ເຜີຍແຜ່ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລົດບໍລິຫານລັດ

Untitled02

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ 02 ເອກະສານສໍາຄັນໃນວັນທີ 29 ກຸມພາ 2024;  ໂດຍການເປັນປະທານຂອງ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ, ມີບັນດາຫົວໜ້າຮອງຫົວໜ້າ,  ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ  ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ; ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 (ບາງມາດຕາ) ແລະ ເຜີຍແຜ່ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານລັດ, ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022 ໂດຍການເຜີຍແຜ່ຂອງທ່ານ ສົມບູນ ແກ່ນປະເສີດ, ຫົວໜ້າພະແນກ, ກົມຄຸ້ມຄອງຊັບສິນລັດ, ກະຊວງການເງິນ;  ທັງສອງເອກະສານມີເນື້ອໃນແນະນໍາກ່ຽວກັບການຄຸ້ມຄອງນໍາໃຊ້ຊັບສິນຂອງລັດໂດຍລະອຽດຈະແຈ້ງ ກ່ຽວກັບການກໍານົດຫຼັກການ, ລະບຽບການສະເພາະກ່ຽວກັບການຈັດສັນ, ປະກອບ, ຈັດຊື້, ຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ສະສາງ ແລະ ກວດກາລົດບໍລິຫານລັດ.

ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ມີຄໍາເຫັນຕໍ່ກອງປະຊຸມໂດຍທ່ານໄດ້ກ່າວວ່າ: ວຽກງານຄຸ້ມຄອງຊັບສິນລັດ ເປັນວຽກງານໜຶ່ງທີ່ສຳຄັນ, ດັ່ງນັ້ນ, ຄະນະພັກ-ຄະນະນໍາຂອງ ສວສສຊ ຈຶ່ງໄດ້ຄົ້ນຄວ້າ ແລະ ຕົກລົງອະນຸມັດເປີດກອງປະຊຸມເຜີຍແຜ່ຕໍ່ວຽກງານດັ່ງກ່າວ ໂດຍໄດ້ເຊີນເອົານັກວິທະຍາກອນຈາກກະຊວງການເງິນມາຂຶ້ນບັນຍາຍ ເຊິ່ງເປັນບົດຮຽນອັນລໍ້າຄ່າໃຫ້ພະນັກງານ ສວສສຊ ຂອງພວກເຮົາ ແນໃສ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ  ແລະ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ຊັບສິນຂອງລັດ ໃຫ້ມີປະສິດທິຜົນສູງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

Untitled

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ