ແລກປ່ຽນບົດຮຽນລະຫວ່າງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສວສສຊ ກັບສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ສມປຊ

2

     ຕອນເຊົ້າຂອງວັນທີ 18 ກັນຍາ 2024 ທີ່ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນທາງດ້ານວິຊາການ ກັບ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ສມປຊ ນໍາພາໂດຍ ທ່ານ ປທ. ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພ້ອມດ້ວຍຄະນະຈໍານວນໜຶ່ງ, ກ່າວຕ້ອນຮັບໂດຍ ທ່ານ ເດືອນສະຫວັນ ພອນມີໄຊ ວ່າການແທນຫົວໜ້າ ສຂຝ ພ້ອມດ້ວຍຄະນະ;

1

     ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ທ່ານ ປທ. ບຸນປັນ ສຸມຸນທອງ ໄດ້ລາຍງານພາລະບົດບາດຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງວ່າ: ແມ່ນໜ່ວຍງານໜຶ່ງທີ່ມີຖານະທຽບເທົ່າກັບກົມອື່ນໆ ໃນກົງຈັກຂອງ ສມປຊ ມີພາລະບົດບາດເປັນເສນາທິການ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການຄຸ້ມຄອງ, ຄົ້ນຄວ້າ, ​ສັງລວມ, ໂຄສະນາເຜີຍແຜ່ ແລະ ສະໜອງຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໃຫ້ທາງພາຍໃນ ແລະ ພາຍນອກ; ພ້ອມທັງແຈ້ງຈຸດປະສົງຂອງການມາແລກປ່ຽນໃນຄັ້ງນີ້ ເຊິ່ງມີ 3 ໜ້າວຽກງານສໍາຄັນຄື: 1) ວຽກງານວາລະສານ; 2) ວຽກງານຫໍສະໝຸດ 3) ວຽກງານໄອທີ (ເວບໄຊ); ໃນໂອກາດດັ່ງກ່າວ ທ່ານ ວ່າການແທນຫົວໜ້າ ສຂຝ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມນໍາສະເໜີພາລະບົດບາດ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແມ່ນການຈັດຕັ້ງວິຊາການໜຶ່ງ ໃນໂຄງປະກອບກົງຈັກຂອງ ສວສສຊ; ມີຖານະທຽບເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ ສວສສຊ, ໃນການຄົ້ນຄວ້າສ້າງຖານຂໍ້ມູນຂ່າວສານ, ຝຶກອົບຮົມ, ໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານວິທະຍາສາດເສດຖະກິດ-ສັງຄົມ ໂດຍຜ່ານສື່ຕ່າງໆ ເພື່ອຮັບໃຊ້ການຄົ້ນຄວ້າ, ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ.

     ທັງສອງຝ່າຍໄດ້ແລກປ່ຽນລາຍງານຢ່າງລະອຽດເຖິງຂັ້ນຕອນການເຮັດວຽກຂອງ 3 ໜ້າວຽກທີ່ກ່າວມາຂ້າງເທິງມີທັງຂໍ້ສະດວກ ແລະ ຂໍ້ຍຸ້ງຍາກ ພ້ອມທັງປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ມີຄໍາຖາມເຈາະຈີ້ມລົງເລິກໄປແຕ່ລະໜ້າວຽກ ເປົ້າໝາຍກໍ່ເພື່ອຖອດຖອນບົດຮຽນແລກປ່ຽນເຊິ່ງກັນ ແລະກັນ ພ້ອມທັງປຶກສາຫາລືການຮ່ວມມື ແລະ ທິດທາງໃນການພັດທະນາວຽກງານໃນຕໍ່ໜ້າ;

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ