ຫ້ອງການ ສວສສຊ

ທີ່ຕັ້ງ ແລະ ພາລະບົດບາດ

ຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂຽນເປັນຕົວອັກສອນຫຍໍ້ວ່າ: “ຫກ” ຂຽນເປັນພາສາອັງກິດວ່າ: “Cabinet” ແມ່ນກົງຈັກການຈັດຕັ້ງວິຊາການໜຶ່ງໃນໂຄງປະກອບຂອງສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຖານະເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າສັງລວມ, ບໍລິຫານ-ຄຸ້ມຄອງ, ປະສານງານ ແລະ ພົວພັນ-ຮ່ວມມືສາກົນ ເພື່ອຮັບໃຊ້ໃຫ້ແກ່ການວາງວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ໜ້າທີ່

1. ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ໃນແຕ່ລະໄລຍະ;

2. ຄົ້ນຄວ້າ ແລະ ສັງລວມວຽກງານແຕ່ລະດ້ານທີ່ໄດ້ປະຕິບັດ ແລະ ກຳລັງຈັດຕັ້ງປະຕິບັດໃຫ້ຄະນະນຳ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຈັດກອງປະຊຸມສ່ອງແສງ, ຄຸ້ມຄອງ ແລະ ສຳເນົາເອກະສານ ທັງພາຍໃນ-ພາຍນອກ, ເຮັດບົດສະຫຼຸບ ແລະ ແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

3. ສ້າງແຜນເຄື່ອນໄຫວ, ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂຮອບດ້ານ ໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານຂອງ ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

4. ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ພາຍນອກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເພື່ອຄົ້ນຄວ້ານຳສະເໜີວຽກງານຕ່າງໆຕໍ່ຄະນະນຳ ແລະ ຮັບເອົາການຕົກລົງ ຫຼື ຄຳເຫັນຊີ້ນຳຕໍ່ວຽກງານເຫຼົ່ານັ້ນມາຈັດຕັ້ງຜັນຂະຫຍາຍຢູ່ໃນແຕ່ລະພາກສ່ວນໃຫ້ປາກົດຜົນເປັນຈິງ;

5. ສ້າງແຜນຄຸ້ມຄອງ, ຂຶ້ນບັນຊີຊັບສິນຂອງລັດ ເຊັ່ນ: ພາຫະນະ, ວັດຖຸອຸປະກອນ, ລະບົບເອເລັກໂຕຼນິກ (ລະບົບ IT) ແລະ ປັບປຸງບູລະນະພື້ນຖານໂຄງລ່າງຢ່າງເປັນລະບົບ ເພື່ອຮັບໃຊ້ເຂົ້າໃນວຽກງານ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ທັນສະໄໝເທື່ອລະກ້າວ;

6. ສ້າງແຜນການ ແລະ ແຜນງົບປະມານການລົງທຶນຂອງລັດ, ຈັດສັນງົບປະມານ, ຄຸ້ມຄອງລາຍຮັບ-ລາຍຈ່າຍບໍລິຫານ ແລະ ແຫຼ່ງທຶນສະໜັບສະໜູນການຄົ້ນຄວ້າອື່ນໆ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

7. ເປັນໃຈກາງໃນການພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ ແລະ ດ້ານວິຊາການ;

8. ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປະກອບຄຳຄິດຄຳເຫັນກ່ຽວກັບບັນດານະໂຍບາຍ, ກົນໄກ,ລະບອບລະບຽບການຕ່າງໆ ໃຫ້ສອດຄ່ອງກັບສະພາບການຕົວຈິງ ເພື່ອຊຸກຍູ້ສົ່ງເສີມວຽກງານພັດທະນາວິທະຍາສາດເສດຖະກິດ ແລະ ສັງຄົມ ແນໃສ່ໃຫ້ມີການເຄື່ອນໄຫວທີ່ເປັນເອກະພາບ ແລະ ລວມສູນ ພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

9. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ຫ້ອງການ ມີໂຄງປະກອບກົງຈັກ ດັ່ງນີ້:

  1. ພະແນກສັງລວມ;
  2. ພະແນກເລຂານຸການ;
  3. ພະແນກບໍລິຫານ ແລະ ຄຸ້ມຄອງ;
  4. ພະແນກແຜນການ ແລະ ການເງິນ;
  5. ພະແນກພົວພັນຕ່າງປະເທດ.
ຕິດຕໍ່ພົວພັນ
ສຳນັກງານຕັ້ງຢູ່: ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕຶກການນໍາ ສວສສຊ, ຄຸ້ມຫຼັກ 6
ໂທລະສັບ:
021 711729
ອີເມວ: Lases.cabinet@gmail.com