ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

Enter Title

100$

Add your item description…

Enter Title

100$

Add your item description…

Enter Title

100$

Add your item description…

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ຂຽນຫຍໍ້ວ່າ “ສຄນສ” ຫຼື ຂຽນເປັນພາສາອັງກິດ Socio-Economic Policy Research Institute ຂຽນຫຍໍ້ວ່າ “SPRI” ແມ່ນສະຖາບັນໜຶ່ງໃນໂຄງປະກອບກົງຈັກການຈັດຕັ້ງຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຖານະເທົ່າກົມ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະນໍາຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າບັນຫາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ບົນພື້ນຖານແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວ, ຫຼັກມູນທິດສະດີມາກ-ເລນິນ, ແນວຄວາມຄິດໄກສອນພົມວິຫານ ແລະ ທິດສະດີເສດຖະກິດ-ສັງຄົມ ອື່ນໆ ທີ່ດີເລີດ ເພື່ອຮັບໃຊ້ໃຫ້ການວາງ ແລະ ຈັດຕັ້ງຜັນຂະຫຍາຍແນວທາງໂຍບາຍຂອງພັກ, ວິໄສທັດ ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຂອງຂະແໜງ ການ ແລະ ທ້ອງຖິ່ນ.

ໜ້າທີ່

1. ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການແບບລະອຽດຂອງຕົນ ໃນແຕ່ລະໄລຍະ;

2. ຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄວາມຄິດປະທານໄກສອນພົມວິຫານ ແລະ ຫຼັກມູນທິດສະດີເສດຖະກິດ-ສັງຄົມອື່ນໆ ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າບັນດານະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ໃຫ້ການວາງນະໂຍບາຍຂອງພັກ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ;

3. ສ້າງ ແລະ ຈັດຕັ້ງປະຕິບັດແຜນການ, ແຜນງານ ແລະ ໂຄງການຄົ້ນຄວ້າເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ການວາງນະໂຍບາຍຂອງພັກ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຂອງຂະແໜງການ ແລະ ທ້ອງຖິ່ນ;

4. ຄົ້ນຄວ້າຮ່າງນະໂຍບາຍ, ວິໄສທັດ, ຍຸດທະສາດ, ແຜນແມ່ບົດການພັດທະນາເຂດແຄ້ວນ, ຂົງເຂດຂະແໜງການ ແລະ ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ;

5. ຄົ້ນຄວ້າບົດຮຽນທີ່ດີເລີດ ແລະ ປະສົບການຕົວຈິງ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງສາກົນ ແລະ ຕ່າງປະເທດ ເພື່ອປັບໃຊ້ໃຫ້ສອດຄ່ອງກັບສະພາບການຕົວຈິງຂອງ ສປປ ລາວ;

6. ຄົ້ນຄວ້າຮູບແບບ-ວິທີການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປທົດລອງຈັດຕັ້ງປະຕິບັດ ແລະ ນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ຂອງ ສປປ ລາວ;

7. ຕິດຕາມ, ປະເມີນຜົນ ແລະ ລາຍງານທ່າອ່ຽງຜົນກະທົບຂອງບັນຫາທີ່ພົ້ນເດັ່ນຕໍ່ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ;

8. ຄົ້ນຄວ້ານະໂຍບາຍ ແລະ ວິທີການ ເພື່ອນຳເອົາແນວທາງ, ນະໂຍບາຍ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຂົ້າໃນແຜນຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍການສະໜອງຂໍ້ມູນ, ຂໍ້ສະເໜີແນະ, ໃຫ້ຄໍາປຶກສາ ແລະ ຝຶກອົບຮົມສ້າງຂີດຄວາມສາມາດທາງດ້ານວິຊາການ;

9. ປະກອບຄວາມເຫັນ, ສະໜອງຂໍ້ມູນ, ຂໍ້ສະເໜີແນະ ແລະ ໃຫ້ຄຳປຶກສາແກ່ການວາງນະໂຍບາຍຂອງພັກ ແລະ ລັດຖະບານ, ອອກແບບ ແລະ ສ້າງແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາສິ່ງແວດລ້ອມ, ວິທະຍາສາດ ແລະ ເຕັກໂນໂລຊີ, ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ;

10. ສ້າງຖານຂໍ້ມູນ-ຂ່າວສານທາງດ້ານນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມພາລະບົດບາດຂອງຕົນ;

11. ສ້າງລະບົບຕິດຕາມ, ວິເຄາະ, ປະເມີນຜົນ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເຂດແຄ້ວນ, ຂະແໜງການ ແລະ ທ້ອງຖິ່ນ ຕາມທິດເຕີບໂຕຍືນຍົງສີຂຽວ;

12. ຄົ້ນຄວ້າ ແລະ ພັດທະນາ ຮູບການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ, ຂະແໜງການ ແລະ ຄູ່ຮ່ວມພັດທະນາໃຫ້ເປັນໂຄງການພັດທະນາ;

13. ສຶກສາອົບຮົມການເມືອງແນວຄິດ, ຄຸ້ມຄອງ, ກໍ່ສ້າງ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດຂອງນັກຄົ້ນຄວ້າ ແລະ ພະນັກງານ-ລັດຖະກອນຂອງຕົນໃຫ້ສູງຂື້ນເລື້ອຍໆ;

14. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

ໂຄງປະກອບກົງຈັກ

ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ມີໂຄງປະກອບກົງຈັກ ດັ່ງນີ້:

  1. ພະແນກຄົ້ນຄວ້ານະໂຍບາຍເສດຖະກິດ (Economic Policy Research Division);
  2. ພະແນກຄົ້ນຄວ້ານະໂຍບາຍສັງຄົມ (Social Policy Research Division);
  3. ພະແນກຄົ້ນຄວ້ານະໂຍບາຍສິ່ງແວດລ້ອມ ແລະ ສົ່ງເສີມການເຕີບໂຕສີຂຽວ(Environmental Policy and Green Growth Promotion Research Division);
  4. ພະແນກຄົ້ນຄວ້າ ແລະ ພັດທະນາໂຄງການ (Research and Development Project Division).
ຕິດຕໍ່ພົວພັນ:
ສຳນັກງານຕັ້ງຢູ່: ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເບີໂທລະສັບ:
021 716076