ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດຝຶກອົບຮົມວຽກງານວາລະສານ ປະຈຳປີ 2023

ໃນລະຫວ່າງວັນທີ 15-16 ພະຈິກ 2023 ທີ່ຜ່ານມານີ້, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວາລະສານໃນຫົວຂໍ້: ການຈັດໜ້າວາລະສານດ້ວຍໂປຣແກມອິນດີຊາຍ ໂດຍການເປັນປະທານຂອງ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າ ສຂຝ; ທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະຈັດຕັ້ງພິທີ ແລະ ນັກສໍາມະນາກອນທີ່ເຂົ້າຮ່ວມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງປະສິດທິພາບໃນການຈັດທໍາວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ ແລະ ວຽກງານປີ່ນອ້ອມ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິພາບສູງຂຶ້ນ; ທັງເປັນການແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການກ່ຽວກັບວຽກງານວາລະສານ ພ້ອມທັງເປັນແນວທາງໃນການຊຸກຍູ້ສົ່ງເສີມໃຫ້ແກ່ນັກຄົ້ນຄວ້າຮຸ່ນໜຸ່ມ ໃຫ້ມີຄວາມຮູ້ຕໍ່ກັບວຽກງານວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມສູງຂຶ້ນ. 

ການຝຶກອົບຮົມໃນຄັ້ງນີ້ ມີພະນັກງານພາຍໃນສູນເຂົ້າຮ່ວມ 14 ທ່ານ; ຍິງ 05 ທ່ານ; ເຊິ່ງທ່ານ ເດືອນສະຫວັນ ພອນມີໄຊ ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານວາລະສານ ໄດ້ນໍາສະເໜີຫົວຂໍ້: ການອອກແບບສິ່ງພິມດ້ວຍ ADOBE Indesign ເຊິ່ງໄດ້ອະທິບາຍກ່ຽວກັບການນໍາໃຊ້ເຄື່ອງມືຕ່າງໆ ໃນການອອກແບບຈັດໜ້າວາລະສານ ແລະ ປັບແຕ່ງຮູບພາບ ໂດຍມີການນໍາພາຜູ້ເຂົ້າຮ່ວມປະຕິບັດຕົວຈິງໄປພ້ອມ; ເຊິ່ງມີຄວາມສໍາຄັນ ແລະ ເປັນປະໂຫຍດຫຼາຍໃນວຽກງານວາລະສານ ຜູ້ເຂົ້າຮ່ວມສາມາດນໍາເອົາບົດຮຽນໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າວຽກງານຕົວຈິງ ເພື່ອພັດທະນາວຽກງານວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ມີຄຸນນະພາບຂຶ້ນເທື່ອລະກ້າວ.  

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ວິໃຈ ເດດວົງສອນ