ກອງປະຊຸມສຳມະນາວິທະຍາສາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ສະໄໝທີ II ຂອງອົງຄະນະພັກ ສວສສຊ

IMG_7827

     ໃນວັນທີ 25 ກໍລະກົດ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມ.

      ກອງປະຊຸມຄັ້ງນີ້ແມ່ນມີຈຸດປະສົງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ສະໄໝທີ II ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ທັງເປັນການສ້າງເວທີໃຫ້ນັກຄົ້ນຄວ້າໝຸ່ມໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ນໍາສະເໜີຜົນງານການຄົ້ນຄວ້າຂອງຕົນ ເພື່ອຝຶກຝົນຫຼໍ່ຫຼອມໃຫ້ນັກຄົ້ນຄວ້າໜຸ່ມມີຄວາມໜັກແໜ້ນທາງດ້ານວິຊາການ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ-ຄະນະນໍາສະຖາບັນ ໃນການຄົ້ນຄວ້າວິິທະຍາສາດເສດຖະກິດ ແລະ ສັງຄົມ ເຊິ່ງບັນດາບົດຄົ້ນຄວ້າທີ່ນໍາສະເໜີໃນກອງປະຊຸມຄັ້ງນີ້ ປະກອບມີ 10 ບົດ ທີ່ໄດ້ຄັດເລືອກມາຈາກ 11 ພາກສ່ວນທີ່ຂື້ນກັບ ສວສສຊ.

IMG_7819

     ໃນໂອກາດນີ້, ປອ. ກອງແກ້ວ ໄຊສົງຄາມ  ໄດ້ມີຄໍາເຫັນໂອ້ລົມຕໍ່ສຳມະນາວິທະຍາສາດວ່າ:  ບັນດາບົດທີ່ນໍາສະເໜີເປັນຫົວຂໍ້ທີ່ໜ້າສົນໃຈ ແລະ ເປັນຂໍ້ມູນການຄົ້ນຄວ້າພື້ນຖານທີ່ດີ ຂໍໃຫ້ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະ ສ້າງຜົນງານການຄົ້ນຄວ້າຂອງຕົນ ເພື່ອໃຫ້ກາຍເປັນນັກຄົ້ນຄວ້າໝຸ່ມຜູ້ທີ່ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ເປັນເສນາທິການທີ່ດີໃນວຽກງານການຄົ້ນຄວ້າໃຫ້ແກ່ຄະນະພັກ-ຄະນະນໍາໃນຕໍ່ໜ້າ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຖາບັນຄົ້ນຄວ້າ ກໍ່ຄືບັນດາສະມາຊິກຂອງ 03 ອົງການຈັດຕັ້ງມະຫາຊົນ ສືບຕໍ່ສ້າງຜົນງານການຄົ້ນຄວ້າ ເພື່ອໃຫ້ມີມາປະກອບສ່ວນນໍາສະເໜີໃນເວທີດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ ແລະ ຫຼາກຫຼາຍຫົວຂໍ້, ແນໃສ່ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ນັກຄົ້ນຄວ້າ-ນັກວິຊາການພວກເຮົາໃຫ້ເຂັ້ມແຂງ ແລະ ຫຼາຍຂຶ້ນກວ່າເກົ່າ. ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າພວກເຮົາຈະມີກອງປະຊຸມລັກສະນະນີ້ຕື່ມ ໂດຍກຳນົດເຮັດໃນແຕ່ລະປີ ແລະ ອາດຈະກຳນົດໃຫ້ມີຊື່ຫົວຂໍ້ສະເພາະ (Theme) ໃນແຕ່ລະປີ ຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ. ທ່ານຍັງໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ລາງວັນຊົມເຊີຍ ໃຫ້ແກ່ຜູ້ກອບສ່ວນໃນກອງປະຊຸມຄັ້ງນີ້ອີກດ້ວຍ.

IMG_7836
WhatsApp Image 2025-07-28 at 13.21.14_3c9603aa
IMG_7543

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ