ສວສສຊ ຈັດຕັ້ງກອງປະຊຸມທາບທາມບຸກຄະລາກອນ

ວັນທີ 23 ກໍລະກົດ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ 1 ເພື່ອຮັບສະໝັກເລືອກຕັ້ງເຂົ້າໃນກອງຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີສະຫາຍຄະນະປະຈຳພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການສະເໜີຮ່າງບົດລາຍງານການເມືອງໂດຍສະຫາຍ ປອ. ບຸນສີ ພຸດທະວົງ, ຮ່າງແຜນພັດທະນາວຽກງານຄົ້ນຄວ້າ 5 ປີ ໂດຍສະຫາຍ ປອ. ສາຍຄຳ ວໍລະເດດ ແລະ ຮ່າງບົດສໍາຫຼວດການນໍາພາລວມ ໂດຍສະຫາຍ ບຸນລັດ ແກ້ວອາສາ ເຊິ່ງໄດ້ຕີລາຄາຜົນສຳເລັດຂອງການນໍາພາຊີ້ນໍາ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ສວສສຊ ໃນໄລຍະຜ່ານມາ ທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອສືບຕໍ່ວາງທິດທາງປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ. ກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຈາກບັນດາສະມາຊິກພັກຢ່າງກົງໄປກົງມາ, ມີວິທະຍາສາດ ແລະ ເລິກເຊິ່ງ ເປັນປະໂຫຍດຕໍ່ການປັບປຸງເນື້ອໃນໃຫ້ອຸດົມສົມບູນ, ຄົບຖ້ວນຍິ່ງຂຶ້ນກວ່າເກົ່າ. ຈາກນັ້ນ ສະຫາຍ ບຸນລັດ ແກ້ວອາສາ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ສະເໜີຜ່ານມາດຕະຖານ ແລະ ເງື່ອນໄຂຂອງຄະນະບໍລິຫານງານພັກ ສວສສຊ ຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ສະມາຊິກພັກໄດ້ຄົ້ນຄວ້າພິຈາລະນາທາບທາມເລືອກເອົາຄະນະບໍລິຫານງານພັກ, ເລຂາ-ຮອງເລຂາ, ຄະນະປະຈຳ ແລະ ຄະນະກວດກາພັກ ໃນຮອບທີ 1 ຕາມແຜນທີ່ໄດ້ກໍານົດໄວ້.



ໃນໂອກາດນີ້, ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນຄວາມສຳຄັນການດຳເນີນກອງປະຊູມໃຫຍ່, ການຄັດເລືອກອົງຄະນະພັກຊຸດໃໝ່ ແລະ ເນັ້ນໜັກໃຫ້ສະມາຊິກພັກທີ່ເຂົ້າກອງປະຊຸມ ຈົ່ງກໍາແໜ້ນເນື້ອໃນມາດຖານເງື່ອນໄຂຂອງຜູ້ທີ່ຈະຮັບສະໝັກເຂົ້າໃນຄະນະພັກ ຕ້ອງເປັນຜູ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ມີຜົນສຳເລັດໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ທັງຮຽກຮ້ອງໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການລົງຄະແນນສຽງທາບທາມບຸກຄະລາກອນເທື່ອນີ້ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຄວາມເປັນຈິງ. ຈາກນັ້ນ, ຄະນະຮັບຜິດຊອບກໍ່ໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ 1 ສຳເລັດຢ່າງຈົບງາມ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ