ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລົງຝຶກວິທີການເກັບກຳຂໍ້ມູນພາກສະໜາມທີ່ເມືອງວັງວຽງ, ແຂວງວຽງຈັນ

ພາຍຫຼັງທີ່ໄດ້ຈັດຝຶກອົບຮົມພາກທິດສະດີສໍາເລັດ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດໃຫ້ມີການລົງເກັບກໍາຂໍ້ມູນຢູ່ພາກສະໜາມໃນພາກປະຕິບັດຕົວຈິງທີ່ເມືອງວັງວຽງ, ແຂວງວຽງຈັນ ລະຫວ່າງວັນທີ 7-9 ກຸມພາ 2024, ນໍາພາໂດຍ ທ່ານ ປອ. ທະນົງສອນ ສີບຸນເຮືອງ, ວ່າການຫົວໜ້າສູນ, ພ້ອມດ້ວຍຄະນະຈໍານວນ 15 ທ່ານ; ໄດ້ເຂົ້າເຮັດວຽກຮ່ວມກັບຫ້ອງການຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ, ແຂວງວຽງຈັນ ຕາງໜ້າຕ້ອນຮັບໂດຍ: ທ່ານ ດວງດາລາ ພວງຈັນລາ, ຮອງຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ ພ້ອມດ້ວຍຄະນະ; ຕາມການລາຍງານສະພາບການທ່ອງທ່ຽວຂອງເມືອງວັງວຽງຈາກ ທ່ານ ດວງດາລາ ພວງຈັນລາ ເພີ່ນໄດ້ໃຫ້ຂໍ້ມູນວ່າ: ສະພາບການທ່ອງທ່ຽວຂອງເມືອງວັງວຽງ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ເບົາບາງລົງ ກໍ່ໄດ້ເປີດການທ່ອງທ່ຽວຢ່າງເປັນປົກກະຕິ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດໃນປີ 2023 ຈໍານວນ 485.058 ຄົນ; ເຊິ່ງເມືອງວັງວຽງເປັນເມືອງທີ່ມີບຸລິມະສິດໃນການທ່ອງທ່ຽວ ກໍ່ຄືເປັນເມືອງທີ່ນັກທ່ອງທ່ຽວໃຫ້ຄວາມນິຍົມໃນການມາທ່ຽວຫຼາຍ, ເຖິງຈະເປັນເມືອງທີ່ມີຂະໜາດນ້ອຍກໍ່ຕາມ; ຕໍ່ບັນຫາດັ່ງກ່າວທາງແຂວງວຽງຈັນຈຶ່ງໄດ້ສຸມໃສ່ພັດທະນາຢ່າງຕໍ່ເນື່ອງ ເປົ້າໝາຍກໍ່ຄືໃຫ້ກາຍເປັນເມືອງທ່ອງທ່ຽວທໍາມະຊາດທີ່ມີຄວາມຍືນຍົງໃນອາຊຽນ; ທາງຫ້ອງການຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ເອົາໃຈໃສ່ລົງຕິດຕາມຊຸກຍູ້ບັນດາຫົວໜ່ວຍທຸລະກິດຕ່າງໆ ທີ່ໃຫ້ບໍລິການກ່ຽວກັບການທ່ອງທ່ຽວ ເຊິ່ງໄດ້ປະຊຸມຄົ້ນຄວ້າປຶກສາຫາລືທັງພາກລັດ ແລະ ພາກທຸລະກິດ, ພາກລັດກໍ່ຄືຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມຈໍາເປັນຕ້ອງໄດ້ຮ່ວມມືກັນໃນການພັດທະນາ; ເຊິ່ງເມືອງວັງວຽງເປັນເມືອງໜຶ່ງທີ່ໄດ້ກໍານົດເອົາວຽກງານທ່ອງທ່ຽວເປັນວຽກງານບູລິມະສິດຂອງເມືອງ ແລະ ໃນໄລຍະຜ່ານມາເມືອງວັງວຽງກໍ່ໄດ້ຮັບທຶນໃນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເພື່ອພັດທະນາຖະໜົນຫົນທາງ ໃຫ້ເຂົ້າເຖິງແຫຼ່ງທ່ອງທ່ຽວຢ່າງສະດວກສະບາຍ, ພ້ອມນັ້ນ ຍັງມີການສ້າງໂຮງແຮມສີຂຽວ, ມີຫ້ອງນໍ້າສາທາລະນະອາຊຽນ ແລະ ມີເປົ້າໝາຍສູງສຸດຄືການສ້າງເປັນເມືອງທ່ອງທ່ຽວອາຊຽນ; ນອກນີ້ເມືອງວັງວຽງຍັງໄດ້ຮັບລາງວັນໂຮງແຮມສີຂຽວອາຊຽນ ເຊິ່ງມີ 05 ຫົວໜ່ວຍທຸລະກິດ ແລະ ຍັງມີສະຖານທີ່ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມເຊັ່ນ: ການບໍລິການທີ່ພັກແບບເຮືອນພັກແຮມປະຊາຊົນ (ໂຮມສເຕ) , ຖໍ້າປູຄໍາ, ຖໍ້າລົມ ແລະ ຍັງໄດ້ສຸມໃສ່ການຈັດຝຶກອົບຮົມໃຫ້ບັນດາຜູ້ປະກອບການ ກ່ຽວກັບມາດຕະຖານໃນການບໍລິການການທ່ອງທ່ຽວໃນກິດຈະກໍາຕ່າງໆ ທີ່ນອນຢູ່ໃນທຸລະກິດການທ່ອງທ່ຽວ.

ໃນໂອກາດດັ່ງກ່າວ ທ່ານ ປອ. ທະນົງສອນ ສີບຸນເຮືອງ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ດວງດາລາ ພວງຈັນລາ ຮອງຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວທີ່ສະໜອງຂໍ້ມູນຕ່າງໆ ທີ່ຕ້ອງການ ພ້ອມທັງແຈ້ງຫົວຂໍ້ໃນການລົງມາເກັບກໍາຂໍ້ມູນໃນຄັ້ງນີ້ ເຊິ່ງໄດ້ແບ່ງເປັນ 4 ກຸ່ມ 4 ຫົວຂໍ້ໃຫຍ່ຄື:

             1.     ການບໍລິການທີ່ພັກແບບເຮືອນພັກແຮມປະຊາຊົນ. (ໂຮມສເຕ)

             2.     ການຄຸ້ມຄອງທຸລະກິດການທ່ອງທ່ຽວຂອງໜ່ວຍງານຄຸ້ມຄອງການທ່ອງທ່ຽວເມືອງວັງວຽງ, ແຂວງວຽງຈັນ.

             3.     ການຂາຍຜະລິດຕະພັນແປຮູບ ຢູ່ເມືອງວັງວຽງ.

             4.     ພຶດຕິກໍາການຂາຍສິນຄ້າໃນຕະຫຼາດກາງຄືນໃຫ້ນັກທ່ອງທ່ຽວເຂດເມືອງວັງວຽງ.

ໂດຍແຕ່ລະກຸ່ມໄດ້ແບ່ງກັນລົງສໍາພາດ, ຕາມແຕ່ລະຈຸດ ແລະ ເກັບກໍາຂໍ້ມູນຕາມຈຸດປະສົງທີ່ສອດຄ່ອງກັບຫົວຂໍ້ເພື່ອນໍາຂໍ້ມູນມາວິໄຈຕາມຫຼັກການຄົ້ນຄວ້າທີ່ໄດ້ຝຶກອົບຮົມມາ. 

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ແກ້ວວິວັນ ສີວິໄລ