ພາລະບົດບາດ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂຽນເປັນຕົວອັກສອນຫຍໍ້ວ່າ “ສວສສຊ” ເປັນພາສາອັງກິດວ່າ Lao Academy of Social and Economic Sciences ຂຽນຫຍໍ້ວ່າ “ LASES ” ແມ່ນອົງການວິຊາການຂອງລັດຖະບານ ເຊິ່ງມີຖານະເທົ່າກະຊວງ (ບໍ່ແມ່ນສະມາຊິກລັດຖະບານ); ມີພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ໜ້າທີ່

1. ປະຕິບັດແນວທາງ, ນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ ແລະ ບັນດານິຕິກໍລຸ່ມກົດໝາຍຂອງລັດຖະບານທີ່ກ່ຽວຂ້ອງກັບເສດຖະກິດ ແລະ ສັງຄົມ;

2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນເອົາແນວທາງ, ນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ, ແຜນການ, ມະຕິຕົກລົງຂອງພັກ-ລັດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງ ສວສສຊ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;

3. ຄົ້ນຄວ້າບັນຫາເສດຖະກິດ ແລະ ສັງຄົມ ຕາມຫຼັກມູນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານແລະ ບັນດາຫຼັກມູນທິດສະດີວິທະຍາສາດເສດຖະກິດ-ສັງຄົມອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການວາງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມທິດສີຂຽວ ແລະ ຍືນຍົງ;

4. ຄົ້ນຄວ້າໂຄງການລະດັບຊາດ ທີ່ສູນກາງພັກ, ລັດຖະບານ ແລະ ສະພາທິດສະດີສູນກາງພັກມອບໝາຍໃຫ້;

5. ຄົ້ນຄວ້າແນວຄິດ, ທິດສະດີທີ່ກ້າວໜ້າຂອງມວນມະນຸດ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳແຫ່ງການຊີ້ນຳຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຂອງລັດ;

6. ຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຕີບໂຕຢ່າງຕໍ່ເນື່ອງຕາມທິດສີຂຽວ ແລະ ຍືນຍົງ, ຕິດຕາມສະພາບການເໜັງຕີງທາງດ້ານເສດຖະກິດທັງພາຍໃນ ແລະ ສາກົນ ເພື່ອນຳສະເໜີບັນດາມາດຕາການແກ້ໄຂຢ່າງທັນການ;

7. ຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ເອື້ອອຳນວຍ ໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິພາບ;

8. ຄົ້ນຄວ້າທ່າອ່ຽງດ້ານການເມືອງ, ສະພາບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງບັນດາປະເທດ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ;

9. ຄົ້ນຄວ້າປະຫວັດສາດຂອງຊາດ, ປະຫວັດສາດພັກ, ປະຫວັດສາດທ້ອງຖິ່ນ, ປະຫວັດສາດໂລກ, ບູຮານຄະດີ, ເຫດການທີ່ສຳຄັນຕ່າງໆ ທາງປະຫວັດສາດຢູ່ພາຍໃນ ແລະ ຕ່າງປະເທດ;

10. ຄົ້ນຄວ້າ ແລະ ມີຄຳເຫັນດ້ານວິຊາການໃນການສ້າງແຜນແມ່ບົດ, ປັບປຸງນິຕິກຳ, ແຜນຍຸດທະສາດ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢ່າງເປັນລະບົບກົມກຽວ ແນໃສ່ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ;

11. ຄົ້ນຄວ້າບັນດາບັນຫາກ່ຽວກັບສັງຄົມ, ຊົນເຜົ່າ, ສາສະໜາ, ສິດທິມະນຸດ, ການພັດທະນາ ແລະ ຄຸ້ມຄອງສັງຄົມ;

12. ຄົ້ນຄວ້າກ່ຽວກັບຄຸນຄ່າດ້ານວັດທະນະທຳ ແລະ ພາສາສາດ, ອະນຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ເຜົ່າຕ່າງໆ, ເລືອກເຟັ້ນວັດທະນະທຳທີ່ຍອດຍິ່ງ ແລະ ຄວາມສີວິໄລຂອງມວນມະນຸດ ເພື່ອນຳມາໝູນໃຊ້ໃນຊີວິດສັງຄົມ;

13. ຄົ້ນຄວ້າ, ຮິບໂຮມຜະລິດຕະພັນວິທະຍາສາດດ້ານເສດຖະກິດ ແລະ ສັງຄົມຂອງຊາດ ແລະ ສາກົນ, ສ້າງຖານຂໍ້ມູນ, ບໍລິການຂໍ້ມູນຂ່າວສານໃຫ້ແກ່ການຄົ້ນຄວ້າ ແລະ ເຜີຍແຜ່ຂໍ້ມູນຂ່າວສານຂອງວິທະຍາສາດ ດ້ານເສດຖະກິດ ແລະ ສັງຄົມຜ່ານສື່ຕ່າງໆ, ສ້າງແຜນການຍົກລະດັບຄວາມຮູ້-ຄວາມສາມາດດ້ານວິທະຍາສາດເສດຖະກິດ ແລະ ສັງຄົມໃຫ້ແກ່ນັກຄົ້ນຄວ້າ;

14. ຄົ້ນຄວ້າ, ຮິບໂຮມ, ສະສົມວັດຖຸ ແລະ ນິວັດຖຸທີ່ເປັນມໍລະດົກທາງດ້ານວັດທະນະທຳຂອງຊາດ, ຈັດວາງ ສະແດງ, ປົກປັກຮັກສາ ແລະ ບໍລິການໃຫ້ແກ່ສັງຄົມ;

15. ແປ, ຮຽບຮຽງຜົນການຄົ້ນຄວ້າທີ່ສຳຄັນ ແລະ ຈຳເປັນດ້ານວິທະຍາສາດເສດຖະກິດ ແລະ ສັງຄົມຂອງພາຍໃນ ແລະ ຕ່າງປະເທດ ເພື່ອເປັນຂໍ້ມູນໃຫ້ການຄົ້ນຄວ້າ
ແລະ ເຜີຍແຜ່ສູ່ສັງຄົມ;

16. ໃຫ້ຄຳປຶກສາ, ເຂົ້າຮ່ວມວິໄຈ ແລະ ມີຄຳເຫັນຢັ້ງຢືນທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ໃນການວາງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ລັດຖະບານ, ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ວິສະຫະກິດ;

17. ພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງຢູ່ພາຍໃນ ແລະຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ທີ່ມີໜ້າທີ່ກ່ຽວຂ້ອງກັບການຄົ້ນຄວ້າວິທະຍາສາດດ້ານເສດຖະກິດ ແລະ ສັງຄົມ ເພື່ອຍາດແຍ່ງການຊ່ວຍ ເຫຼືອດ້ານທຶນຮອນ ແລະ ດ້ານວິຊາການ;

18. ຄຸ້ມຄອງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ, ປະຕິບັດນະໂຍບາຍ ຕໍ່ນັກຄົ້ນຄວ້າ, ພະນັກງານ-ລັດຖະກອນ ທີ່ມີຜົນງານ ແລະ ລົງວິໄນຕໍ່ຜູ້ກະທຳຜິດ, ຕິດຕາມ, ກວດກາການປະຕິບັດໜ້າທີ່ ຕາມກົດໝາຍ ແລະ ລະບຽບການ;

19. ຄຸ້ມຄອງໂຄງການ, ນັກຄົ້ນຄວ້າ, ຈັດສັນງົບປະມານ, ຕິດຕາມຊຸກຍູ້ ແລະ ປະເມີນຜົນ; ສ້າງ, ປັບປຸງນິຕິກຳ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ;

20. ສ້າງແຜນການ, ຄຸ້ມຄອງ ແລະ ບໍລິຫານງົບປະມານ, ຊັບສິນຂອງລັດ, ກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງ, ພົວພັນຮ່ວມມືພາຍໃນ ແລະ ຕ່າງປະເທດ;

21. ປະຕິບັດໜ້າທີ່ອື່ນ ທີ່ພັກ ແລະ ລັດມອບໝາຍໃຫ້ຫຼື ຕາມທີ່ກໍານົດໃນກົດໝາຍ ແລະ ລະບຽບການ.

ໂຄງປະກອບກົງຈັກ

1.     ຫ້ອງການ;

2.     ກົມຈັດຕັ້ງ ແລະ ພະນັກງານ;

3.     ຫ້ອງການຄຸ້ມຄອງວິທະຍາສາດ;

4.     ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ;

5.     ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ;

6.     ສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ;

7.     ສະຖາບັນຄົ້ນຄວ້າການເມືອງວິທະຍາ;

8.     ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ;

9.     ສະຖາບັນຄົ້ນຄວ້າສັງຄົມວິທະຍາ;

10.  ສະຖາບັນຄົ້ນຄວ້າວັດທະນະທຳ;

11. ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.