ຫ້ອງການຄຸ້ມຄອງວິທະຍາສາດ

ທີ່ຕັ້ງ ແລະ ພາລະບົດບາດ

ຫ້ອງການຄຸ້ມຄອງວິທະຍາສາດ ຂຽນເປັນຕົວອັນສອນຫຍໍ້ວ່າ ” ຫຄວ”, ຂຽນເປັນພາສາອັງກິດວ່າ ” Research Management Office” ຂຽນເປັນຕົວອັກສອນຫຍໍ້ “RMO” ແມ່ນການຈັດຕັ້ງຄຸ້ມຄອງດ້ານວິຊາການໜຶ່ງ ມີຖານະເທົ່າກົມ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະພາວິທະຍາ ສາດເສດຖະກິດ ແລະ ສັງຄົມ ຂອງ ສວສສຊ ໃນການຄຸ້ມຄອງ ແລະ ພັດທະນາລະບົບການຄົ້ນຄວ້າວິທະຍາສາດໃຫ້ເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສະໜອງຂໍ້ມູນດ້ານວິຊາການຮັບໃຊ້ການວາງແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາຂະແໜງການ, ທ້ອງຖິ່ນ ແລະ ສັງຄົມ.

ໜ້າທີ່
  1. ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດ ແລະ ກົດໝາຍ ຂອງລັດ; ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ ແລະ ສັງຄົມ ຂອງ ສວສສຊ ໃຫ້ເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຫ້ອງການຄຸ້ມຄອງວິທະຍາສາດ ໃຫ້ມີປະສິດທິຜົນສູງ;
  2. ສັງລວມ, ປະສານງານ, ຊກຍູ້, ຕິດຕາມກວດກາ ແລະ ອໍານວຍຄວາມສະດວກ ໃນການສ້າງ ແລະ ຈັດຕັ້ງປະຕິບັດກອບການຄົ້ນຄວ້າລະດັບຊາດ ເພື່ອຮັບໃຊ້ການວາງນະໂຍບາຍຂອງພັກ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາຂະແໜງການ, ທ້ອງຖິ່ນ ແລະ ສັງຄົມ;

3. ສົມທົບກັບບັນດາສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງ ໃນການສ້າງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດຂອງ-ສວສສຊ ແລະ ແຜນພັດທະນາວຽກງານຂອງຫ້ອງການຄຸ້ມຄອງວິທະຍາສາດ; ສັງລວມຂໍ້ມູນດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ຂອງ ສວສສຊ ໃນແຕ່ລະໄລຍະ;

4. ສ້າງ ແລະ ປັບປຸງນິຕິກໍາການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ເປັນລະບົບ, ມີປະສິດທິພາບ

ແລະ ປະສິດທິຜົນສູງ ເພື່ອຄຸ້ມຄອງ, ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າວິທະຍາສາດ;

5. ຊຸກຍູ້, ສົ່ງເສີມ ແລະ ພັດທະນາຄຸນນະພາບວຽກງານຄົ້ນຄວ້າ ແລະ ນັກຄົ້ນຄວ້າ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ;

6. ປະຕິບັດໜ້າທີ່ເປັນກອງເລຂາສະພາວິທະຍາສາດ ຂອງ ສວສສຊ ເພື່ອຜ່ານຫົວຂໍ້ຄົ້ນຄວ້າ, ບົດວິພາກໂຄງ ການ, ການພິຈາລະນາ-ຮັບຮອງເນື້ອໃນໂຄງການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ແລະ ວຽກງານສຳຄັນອື່ນໆ;

7. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນຄວາມຄືບໜ້າການຈັດຕັ້ງປະຕິບັດວິໄສທັດ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດ ແລະ ໂຄງການຄົ້ນຄວ້າ ຂອງ ສວສສຊ ຕາມທີ່ລະບຸໄວ້ໃນບົດວິພາກໂຄງການ ແລະ ສັນຍາປະຕິບັດໂຄງການ;

8. ຈັດສັນ ແລະ ຄຸ້ມຄອງງົບປະມານການຄົ້ນຄວ້າ, ການສຳມະນາ, ການຈັດພິມປື້ມ, ການລົງວາລະສານ ເເລະ ອື່ນໆ;

9. ເປັນໃຈກາງປະສານງານໃນການຈັດຕັ້ງສໍາມະນາວິທະຍາສາດ, ກອງປະຊຸມເຜີຍແຜ່ ແລະ ວາງສະແດງຜົນການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ໂດຍຜ່ານການເລືອກເຟັ້ນເອົາບັນດາເນື້ອໃນທີ່ພົ້ນເດັ່ນ ໃນແຕ່ລະໄລຍະ ແລະ ຝຶກອົບຮົມວິທີວິທະຍາການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ;

10. ສັງລວມ, ເລືອກເຟັ້ນ, ຈັດລຽງຫົວຂໍ້ ແລະ ກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມສຳມະນາວິທະຍາສາດສາກົນ ທີ່  ສວສສຊ ເປັນເຈົ້າພາບ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຕາມການມອບໝາຍຂອງຄະນະນຳ ສວສສຊ;

11. ເກັບກຳສະຖິຕິ ແລະ ຄັດເລືອກນັກຄົ້ນຄວ້າຜູ້ທີ່ມີຜົນງານ ແລະ ການເຄື່ອນໄຫວພົ້ນເດັ່ນ ໃນສາຂາວິຊາຕ່າງໆທັງຢູ່ພາຍໃນ ແລະ ພາຍນອກ ສວສສຊ ສຳລັບປະກອບເປັນຄະນະໂຄງການ ແລະ ກຳມະການສະພາວິທະຍາ ຕາມຄວາມເໝາະສົມ;

12. ພົວພັນ, ຮ່ວມມືກັບອົງການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ອົງການຈັດຕັ້ງຕ່າງໆ ຢູ່ພາຍໃນ ແລະຕ່າງປະເທດ ຕາມການເຫັນດີ ຂອງຄະນະນໍາ ສະຖາບັນວິທະຍາສາດເສດຖະກິດແລະ ສັງຄົມແຫ່ງຊາດ;

13. ສ້າງ ແລະ ພັດທະນາເຄືອຂ່າຍກັບບັນດາສະຖາບັນຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຕາມການຕົກລົງ ເຫັນດີ ຂອງຄະນະນໍາ ສວສສຊ;

14. ຄົ້ນຄວ້ານໍາສະເໜີຄະນະນໍາ ສວສສຊ ແຕ່ງຕັ້ງຄະນະບັນນາທິການເນື້ອໃນບົດຄົ້ນຄວ້າ, ຈັດພິມ ແລະ ເກັບສໍາເນົາຜົນການຄົ້ນຄວ້າວິທະຍາສາດ, ບົດສະເໜີວິທະຍາສາດ ຂອງກອງປະຊຸມສໍາມະນາວິທະຍາສາດ;

15. ຄຸ້ມຄອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ງົບປະມານ, ພາຫະນະ, ຊັບສິນ ແລະ ອຸປະກອນຮັບໃຊ້ຂອງຫ້ອງການຄຸ້ມຄອງວິທະຍາສາດ ໃຫ້ມີປະສິດທິຜົນສູງ;

16. ຈັດກອງປະຊຸມສະຫຼຸບຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ປະຈຳ 6 ເດືອນ ແລະ ປະຈຳປີ;

17. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນໍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ຫ້ອງການຄຸ້ມຄອງວິທະຍາສາດ ມີໂຄງປະກອບກົງຈັກ ດັ່ງນີ້:

  1. ພະແນກແຜນການ ແລະ ການຮ່ວມມື
  2. ພະແນກສົ່ງເສີມວິຊາການ
  3. ພະແນກປະຊາສຳພັນ
  4. ພະແນກຕິດຕາມປະເມີນຜົນ
ຕິດຕໍ່ພົວພັນ:
ເບີໂທລະສັບ: