ສຂຝ ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ

      ໃນຕອນເຊົ້າ ວັນທີ 30 ເມສາ 2024 ທີ່ຜ່ານມາ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ເດືອນສະຫວັນ ພອນມີໄຊ ຮັກສາການເລຂາໜ່ວຍພັກ, ວ່າການແທນຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາສະມາຊິກພັກສົມບູນ, ສະມາ ຊິກພັກສຳຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ ຈຳນວນ 12 ສະຫາຍ, ຍິງ 6 ສະຫາຍ.

      ໃນກອງປະຊຸມ ສະຫາຍ ເດືອນສະຫວັນ ພອນມີໄຊ ຮັກສາການເລຂາໜ່ວຍພັກ ສຂຝ ໄດ້ເຜີຍແຜ່ 1) ເອກະສານໂຄສະນາ-ປາຖະກະຖາ ເສີມຂະຫຍາຍມູນເຊື້ອແຫ່ງການນຳພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນ ແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ (ເນື່ອງໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 69 ປີ 22 ມີນາ 1955 – 22 ມີນາ 2024) ເຊິ່ງຍົກໃຫ້ເຫັນປະຫວັດການກຳເນີດ, ທາດແທ້, ອຸດົມການ ກໍຄືຜົນ ງານການນຳພາຂອງພັກປະຊາຊົນປະຕິວັດລາວ ໃນຕະຫຼອດໄລຍະ 69 ປີຜ່ານມາ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ ຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນການຈັດຕັ້ງປະຕິບັດວຽກງານໂຕຈິງຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ພັກໄດ້ກຳນົດໄວ້; 2) ເອກະສານວັນຄຽດແຄ້ນ ຂອງປະຊາຊົນລາວ – ວັນເສຍອົງຄະ ແລະ ເສຍສະ ຫຼະຊີວິດເພື່ອປະເທດຊາດ 21 ມີນາ 1946 – 21 ມີນາ 2024 ເຊິ່ງເປັນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັກລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະ ນັກງານນັກຮົບຂອງພວກເຮົາ. ເຊິ່ງຍົກໃຫ້ເຫັນສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນລາວ-ຫວຽດນາມຕ່າງດ້າວ ຢູ່ເມືອງທ່າແຂກ ແລະ ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ.

      ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ເດືອນສະຫວັນ ພອນມີໄຊ ໄດ້ເນັ້ນໜັກໃຫ້ ບັນດາສະມາຊິກພັກເອົາ ໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງຕົນໃຫ້ມີຈິດໃຈຮັກຊາດ, ຮັກລະບອບປະຊາທິ ປະໄຕປະຊາຊົນ, ເສີມຂະຫຍາຍຄວາມສາມັກຄີພາຍໃນໜ່ວຍພັກໃຫ້ມີຄວາມແໜ້ນແຟ້ນ ແລະ ແກ້ໄຂສິ່ງຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ; ຕັ້ງ  ໜ້າປັບປຸງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງຄວາມເປັນແບບຢ່າງນໍາໜ້າຂອງພະນັກງານສະມາ ຊິກພັກ; ຍົກສູງຈິດໃຈເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເອົາໃຈໃສ່ຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານຂອງຕົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຂ່າວ: ພູຄຽງໄຊສິລິ

ພາບ: ວິໄຈ ເດດວົງສອນ