ສວສສຊ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

WhatsApp Image 2025-08-05 at 15.35

     ວັນທີ 04 ສິງຫາ 2025, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີສະຫຼຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ພ້ອມທັງມອບ-ຮັບໃບຢັ້ງຢືນ ໂດຍການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີສະຫາຍຄະນະປະຈໍາພັກ, ກຳມະການຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

     ໃນພິທີ ສະຫາຍ ບຸນລັດ ແກ້ວອາສາ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນຜ່ານບົດລາຍງານສະຫລຸບຕີລາຄາການຈັ້ດຕັ້ງປະຕິບັດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ກັບບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ສວສສຊ ປະກອບມີ 10 ໜ່ວຍພັກ ຄື: ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ; ໜ່ວຍພັກຫ້ອງການ; ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ; ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ; ໜ່ວຍພັກສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ; ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ; ໜ່ວຍພັກສະຖາບັນຄົ້ນຄວ້າສັງຄົມວິທະຍາ; ໜ່ວຍພັກສະຖາບັນຄົ້ນຄວ້າວັດທະນະທຳ ແລະ ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ຫຼັງຈາກນັ້ນ, ສະຫາຍເລຂາຄະນະພັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ບັນດາສະຫາຍເລຂາໜ່ວຍພັກ 11 ພາກສ່ວນ ໄດ້ຂຶ້ນຈັບມືແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025.

     ໃນໂອກາດດັ່ງກ່າວ ສະຫາຍເລຂາຄະນະພັກ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາໜ່ວຍພັກກໍຄືສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວ ສວສສຊ ເອົາໃຈໃສ່ປະຕິບັດວຽກງານບາງດ້ານຕື່ມ ເປັນຕົ້ນຕ້ອງຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນ ທີ່ຕັ້ງພາລາບົດບາດ ແລະ ອົງປະກອບທີ່ສຳຄັນຂອງການຈັດຕັ້ງພັກ, ກຳແໜ້ນແຜນການກໍ່ສ້າງໜ່ວຍພັກຂອງຕົນ ໂດຍສະເພາະການຫັນເປັນແຜນລະອຽດ, ການມອບຄວາມຮັບຜິດຊອບ ແລະ ການເຜີຍແຜ່ເຊື່ອມຊຶມແຜນດັ່ງກ່າວໃຫ້ສະມາຊິກພັກ; ເອົາໃຈໃສ່ຕໍ່ວຽກງານຂະຫຍາຍພັກໂດຍໃຫ້ຖືຄຸນນະພາບເປັນກົກ. ສະນັ້ນ, ໃນຕໍ່ໜ້ານີ້ ເພື່ອແກ້ໄຂບັນຫາດັ່ງກ່າວ ພັກເຮົາຕ້ອງໄດ້ປັບປຸງຕົນເອງຄືນໃໝ່ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາ ຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸໃໝ່ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການຈັດຕັ້ງ ໂດຍເລີ່ມຈາກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແນໃສ່ຮັບປະກັນສ້າງພື້ນຖານ ໃນການປະຕິບັດຄໍາຂັວນ ກອງປະຊຸມໃຫຍ່ ຄັ້ງທີ II ທີ່ວາງອອກ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ”.  ເພື່ອເປັນທິດທາງ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ຮັບປະກັນດ້ານຄຸນນະພາບ ໃຫ້ເນັ້ນໜັກເອົາໃຈໃສ່ ຄື: ດ້ານການເມືອງ; ດ້ານແນວຄິດ; ດ້ານການຈັດຕັ້ງ; ດ້ານແບບແຜນການນຳພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນການຈັດຕັ້ງ ໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ບູລະນະການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

IMG_8712
IMG_8796
IMG_8759

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ