ກົມຈັດຕັ້ງ ແລະ ພະນັກງານ

ຄະນະນຳ
ທ.-ຄຳມະນີ

ທ່ານ ບຸນລັດ ແກ້ວອາສາ

ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ
Email:....................................

ຄຳສຸກ-ພອນໄຊສະຫວັດ

ທ່ານ ຄໍາສຸກ ພອນໄຊສະຫວັດ

ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ
Email:....................................

ພາລະບົດບາດ

ກົມຈັດຕັ້ງ ແລະ ພະນັກງານ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກຈງ” ຂຽນເປັນພາສາອັງກິດວ່າ: “Department of Organization and Personnel”, ຂຽນຫຍໍ້ວ່າ: “DOP ແມ່ນການຈັດຕັ້ງໜຶ່ງ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກ-ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ; ຕິດຕາມ, ກວດກາ ການປະຕິບັດໜ້າທີ່ ຕາມກົດໝາຍ ແລະ ລະບຽບການ ເພື່ອຮັບໃຊ້ໃຫ້ແກ່ການວາງວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາຂະແໜງການວິທະຍາສາດເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໃນແຕ່ລະໄລຍະ.

1. ຈັດຕັ້ງ, ຜັນຂະຫຍາຍແນວທາງ, ນະໂຍບາຍ ຂອງພັກ, ກົດລະບຽບພັກ, ກົດໝາຍ ຂອງລັດ ແລະ ນິຕິກຳຕ່າງໆ; ວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ, ມະຕິ, ຄຳສັ່ງ ຂອງຄະນະພັກ ສວສສຊ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ໃນແຕ່ລະໄລຍະ;

2. ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ຕາມ 5 ຫຼັກການ ແລະ 3 ທິດນພື້ນຖານ ຂອງກົດລະບຽບພັກ;

3. ຄຸ້ມຄອງ, ປ້ອງກັນພັກ-ພະນັກງານ ຕາມຫຼັກການພັກນຳພາໂດຍກົງ, ເປັນເອກະພາບ ແລະ ແບ່ງຂັ້ນຄຸ້ມຄອງພະນັກງານ ທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;

4. ສ້າງ ແລະ ປະຕິບັດແຜນກຳນົດພະນັກງານຂັ້ນນຳພາ-ຄຸ້ມຄອງ, ແຜນກຳນົດຕຳແໜ່ງງານ, ແຜນພັດທະນາຊັບພະຍາກອນມະນຸດ ແລະ ແຜນບໍາລຸງ-ກໍ່ສ້າງພະນັກງານ ທາງດ້ານປະລິມານ ແລະ ຄຸນນະພາບ ໃນເເຕ່ລະໄລຍະ;

5. ຕີລາຄາປະເມີນຜົນພະນັກງານໃນການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ໃນແຕ່ລະໄລຍະຕາມກົດໝາຍ ແລະ ລະບຽບການ;

6. ຄົ້ນຄວ້າການແຕ່ງຕັ້ງ, ສັບຊ້ອນ, ຈັດວາງພະນັກງານ, ຍົກຍ້າຍໜ້າທີ່-ບ່ອນປະຈຳການ ແລະ ທຽບຊັ້ນ-ຂັ້ນເງິນເດືອນຕ່າງໆ ຕາມກົດໝາຍ ແລະ ລະບຽບການ;

7. ຄົ້ນຄວ້າ, ປະຕິບັດລະບອບນະໂຍບາຍ, ສ້າງຂະບວນການແຂ່ງຂັນ-ຍ້ອງຍໍ ແລະ ສະຫວັດດີການດ້ານຕ່າງໆ ຕໍ່ນັກຄົ້ນຄວ້າ, ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນ ແລະ ປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ຕາມກົດໝາຍ ແລະ ລະບຽບການ;

8. ຄຸ້ມຄອງ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພາຍໃນ ສວສສຊ ໃຫ້ໜັກແໜ້ນເຂັ້ມແຂງ ໃນແຕ່ລະໄລຍະ;

9. ຕິດຕາມ, ກວດກາ ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງການຈັດຕັ້ງຂັ້ນໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ບຸກຄົນສະມາຊິກພັກ ແລະ ເປົ້າໝາຍມະຫາຊົນກ້າວໜ້າ, ການຈັດຕັ້ງລັດທີ່ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ສວສສຊ, ບຸກຄົນນັກຄົ້ນຄວ້າ, ພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການ;

10. ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆ ທີ່ພົວພັນເຖິງວຽກງານ ກໍ່ສ້າງພັກ-ພະນັກງານ, ກົງຈັກການຈັດຕັ້ງ ແລະ ກວດກາ ໃນແຕ່ລະໄລຍະ;

11. ພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ທີ່ມີໜ້າທີ່ກ່ຽວຂ້ອງ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ ແລະ ດ້ານວິຊາການ ຕາມກົດໝາຍ ແລະ ລະບຽບການ;

12. ສະຫຼຸບ, ສອງແສງລາຍງານສະພາບການເຄື່ອນໄຫວວຽກງານ ຂອງຕົນ ໃຫ້ຄະນະພັກ-ຄະນະນຳ ສວສສຊ,

ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;

13. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກ-ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ກົມຈັດຕັ້ງ ແລະ ພະນັກງານ ມີໂຄງປະກອບກົງຈັກ ດັ່ງນີ້:

  1. ພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ;
  2. ພະແນກພະນັກງານ;
  3. ພະແນກນະໂຍບາຍ-ຍ້ອງຍໍ;
  4. ພະແນກກວດກາ.