ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດພິທີຮັບສະມາຊິກພັກໃໝ່

ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດພິຮັບສະມາຊິກພັກໃໝ່ ຈໍານວນ 4 ສະຫາຍ. ໃນຕອນເຊົ້າຂອງວັນທີ 26 ມັງກອນ 2024 ທີ່ຫ້ອງປະຊຸມໃຫຍ່ ສວສສຊ; ເຂົ້າຮ່ວມໃນພິທີມີ ສະຫາຍ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງປະທານ ສວສສຊ; ມີ ສະຫາຍ ປອ. ທະນົງສອນ ສີບຸນເຮືອງ ເລຂາໜ່ວຍພັກ ວ່າການຫົວໜ້າ ສຂຝ ເປັນປະທານຮ່ວມ, ມີກໍາມະການໜ່ວຍພັກ, ຕາງໜ້າໜ່ວຍພັກອ້ອມຂ້າງ ສວສສຊ, 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ ສຂຝ ເຂົ້າຮ່ວມທັງໝົດ  29 ສະຫາຍ; ໃນພິທີມີ 1 ສະຫາຍ ເລື່ອນຈາກສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ 3 ສະຫາຍ ຈາກມະຫາຊົນກ້າວໜ້າຮັບເປັນສະມາຊິກພັກສໍາຮອງ;

ໃນພິທີ ສະຫາຍ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ໄດ້ມີຄໍາເຫັນໂອ້ລົມຕໍ່ສະມາຊິກພັກໃໝ່ ໂດຍໄດ້ກ່າວ ສະແດງຄວາມຊົມເຊີຍຕໍ່ບັນດາສະມາຊິກພັກໃໝ່ ແລະ ຮູ້ສຶກພາກພູມໃຈ ທີ່ໜ່ວຍພັກ ສຂຝ ໄດ້ເອົາໃຈໃສ່ກໍ່ສ້າງບັນດາ 4 ສະຫາຍ ຈົນກ້າວເຂົ້າສູ່ສະມາຊິກພັກ ແລະ ໃຫ້ບັນດາສະຫາຍທີ່ໄດ້ຮັບຄວາມໃວ້ວາງໃຈຈາກຄະນະໜ່ວຍພັກຂອງສູນ, ສະຫາຍ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກໃໝ່ ເອົາໃຈໃສ່ຮໍ່າຮຽນເຊື່ອມຊຶມ, ກໍາແໜ້ນກົດລະບຽບຂອງພັກ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ໃຫ້ສົມກັບຄວາມໃວ້ເນື້ອເຊື່ອໃຈຈາກຄະນະໜ່ວຍພັກ; ໃນນັ້ນໃຫ້ກໍາໄດ້  5 ຫຼັກການ 3 ທິດນໍາຂອງພັກ ແລະ ຕັ້ງໜ້າເອົາໃຈໃສ່ວຽກວິຊາສະເພາະໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ນອກນີ້ເພິ່ນຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກພ້ອມທັງສະມາຊິກພັກທັງໝົດ ສືບຕໍ່ກໍ່ສ້າງໃຫ້ເຂົາເຈົ້າກາຍເປັນສະມາຊິກພັກທີ່ດີເດັ່ນ ເພື່ອປະກອບເຂົ້າໃນໜ່ວຍພັກແຂງ, ປອດໃສ, ໜັກແໜ້ນ ໃນຕໍ່ໜ້າ.

ໃນພິທີຕາງໜ້າສະມາຊິກພັກໃໝ່ໄດ້ຂຶ້ນຮັບຄໍາໂອວາດໂດຍມີ 5 ຄໍາປະຕິຍານດັ່ງນີ້:

1.     ພວກເຮົາມີຄວາມສະໝັກໃຈຢ່າງສົມບູນ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

2.     ຈະປົກປັກຮັກສາ ແລະ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ເຄົາລົບກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ.

3.     ຈະປະຕິບັດໜ້າທີ່, ສິດ ແລະ ຂໍ້ຫ້າມຂອງສະມາຊິກພັກ ຢ່າງເຂັ້ມງວດ.

4.     ຈະຮັກສາຄວາມລັບຂອງພັກ, ຂອງຊາດ, ຈົງຮັກພັກດີຕໍ່ພັກ ແລະ ປະຊາຊົນ.

5.     ພວກເຮົາກຽມພ້ອມເສຍສະຫຼະທຸກຢ່າງ ເພື່ອພັກ, ປະຊາຊາດ ແລະ ປະຊາຊົນ. 

ຂ່າວ: ແກ້ວວິວັນ ສີວິໄລ

ພາບ: ພວງເພັດ ຈັນທະລີວົງ