ສະຖາບັນຄົ້ນຄວ້າການເມືອງວິທະຍາ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້າການເມືອງວິທະຍາ ຂຽນເປັນອັກສອນຫຍໍ້ວ່າ “ ສຄມຍ “ ຂຽນເປັນພາສາອັງກິດວ່າ: “Institute for Political Research ” ຂຽນຫຍໍ້ວ່າ “IPR” ແມ່ນການຈັດຕັ້ງວິຊາການໜຶ່ງ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຖານະເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນດ້ານວິທະຍາສາດການເມືອງ ເພື່ອຮັບໃຊ້ເຂົ້າໃນການວາງແນວທາງ, ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໃນແຕ່ລະໄລຍະ.

ໜ້າທີ່

1. ຈັດຕັ້ງຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ, ຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດ, ວິໄສທັດແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເພື່ອຫັນເປັນແຜນການ, ໂຄງການ ແລະ ແຜນງານລະອຽດ ໃນແຕ່ລະໄລຍະ;

2. ຄົ້ນຄວ້າວິທະຍາສາດການເມືອງ ຕາມຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຄົ້ນຄວ້າແນວຄິດ, ທິດສະດີທີ່ກ້າວໜ້າ ຂອງມວນມະນຸດ, ທິດສະດີ ແລະ ພຶດຕິກໍາແຫ່ງການນຳພາ-ຊີ້ນຳຂອງພັກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ;

3. ຄົ້ນຄ້ວາ-ວິໄຈ ທິດສະດີພື້ນຖານ ແລະ ພຶດຕິກຳ ກ່ຽວກັບວິທະຍາສາດການເມືອງ, ລະບອບການເມືອງພັກກໍອໍານາດ, ແນວທາງນະໂຍບາຍ, ຊົນຊັ້ນ ແລະ ແນວຄິດຮັກຊາດທີ່ເປັນມູນເຊື້ອ ຂອງຊາດລາວ;

4. ຄົ້ນຄວ້າ, ວິໄຈກ່ຽວກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ຢູ່ພາຍໃນ ແລະ ຕ່າງປະເທດ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນການປະຕິບັດກົດໝາຍ ໃນແຕ່ລະໄລຍະ ເພື່ອຕອບສະໜອງຂໍ້ມູນວິທະຍາ ສາດ ໃຫ້ແກ່ການບຸລະນະລັດປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາ;

5. ຄົ້ນຄວ້າທ່າອ່ຽງດ້ານການເມືອງ, ສະພາບການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມຂອງບັນດາປະເທດໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ;

6. ຄົ້ນຄວ້າ-ວິໄຈພື້ນຖານທິດສະດີເສດຖະສາດການເມືອງມາກ-ເລນິນ ແລະ ບັນດາທິດສະດີເສດຖະສາດການເມືອງພາຍໃນ ແລະ ສາກົນ ເພື່ອໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງມີຫົວຄິດປະດິດສ້າງ ແລະ ແທດເໝາະກັບຄວາມເປັນຈິງໃນຍຸກສະໄໝປັດຈຸບັນ.

7. ໃຫ້ຄຳປຶກສາ, ເຂົ້າຮ່ວມວິໄຈ ແລະ ມີຄຳເຫັນຢັ້ງຢືນທາງດ້ານວິທະຍາສາດການເມືອງໃນການວາງວິໄສທັດ ຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການຄົ້ນຄວ້າ ໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ລັດວິສາຫະກິດ;

8. ຄົ້ນຄວ້າ, ແປ, ຮຽບຮຽງຜົນການຄົ້ນຄວ້າທີ່ສຳຄັນ, ຈຳເປັນທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຖານຂໍ້ມູນກ່ຽວກັບວິທະຍາສາດການເມືອງ ແລະ ເຜີຍແຜ່ຜົນການຄົ້ນຄວ້າ ຂອງຕົນສູ່ສັງຄົມ;

9. ອຳນວຍຄວາມສະດວກໃຫ້ແກ່ເພື່ອນຮ່ວມງານ ໃນການເຄື່ອນໄຫວປະຕິບັດໂຄງການຄົ້ນຄວ້າ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;

10. ສ້າງແຜນການ, ແຜນງົບປະມານ, ຄຸ້ມຄອງ ແລະ ຕິດຕາມ, ການນໍາໃຊ້ງົບປະມານເຂົ້າໃນໂຄງການຄົ້ນຄວ້າວິທະຍາສາດຢ່າງເໝາະສົມ ແລະ ມີປະສິດທິຜົນ, ພ້ອມທັງຊຸກຍູ້ການປະຕິບັດໂຄງການຄົ້ນຄວ້າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ສໍາເລັດຕາມລະບຽບການ;

11. ພົວພັນຮ່ວມມືກັບອົງການຈັດຕັ້ງທີ່ຄົ້ນຄວ້າວິທະຍາສາດຂອງປະເທດເພື່ອນມິດ, ອົງການຈັດຕັ້ງພາຍໃນ ແລະ ເພື່ອແລກປ່ຽນບົດຮຽນໃນການຄົ້ນຄວ້າວິທະຍາສາດການເມືອງ, ຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກວິຊາການ;

12. ຈັດສຳມະນາ ຫຼື ຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການ, ເຂົ້າຮ່ວມສຳມະນາທີ່ຈັດຂຶ້ນຢູ່ ພາຍໃນ ແລະ ຕ່າງປະເທດ;

13. ຄຸ້ມຄອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານບໍລິຫານ ແລະ ປະສານງານພາຍ ໃນ ແລະ ພາຍນອກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ, ພ້ອມທັງ ກໍ່ສ້າງພັກ-ພະນັກງານ, ປະຕິບັດນະໂຍບາຍຕໍ່ນັກຄົ້ນຄວ້າ, ພະນັກງານ-ລັດຖະກອນ ທີ່ມີຜົນງານ ແລະ ສະເໜີລົງວິໄນຕໍ່ຜູ້ກະທຳຜິດ, ຕິດຕາມ,ກວດກາການປະຕິບັດໜ້າທີ່ ຕາມກົດໝາຍ ແລະ ລະບຽບການ;

14. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ສະຖາບັນຄົ້ນຄວ້າການເມືອງວິທະຍາ ມີໂຄງປະກອບກົງຈັກ ດັ່ງນີ້:

1. ພະແນກຄົ້ນຄວ້າປັດຊະຍາ;

2. ພະແນກຄົ້ນຄວ້າການເມືອງ;

3. ພະແນກຄົ້ນຄວ້າລັດ ແລະ ກົດໝາຍ;

4. ພະແນກຄົ້ນຄວ້າເສດຖະສາດການເມືອງ;

5. ພະແນກຄົ້ນຄວ້າສາກົນ.

ຕິດຕໍ່ພົວພັນ:
ສຳນັກງານຕັ້ງຢູ່: ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເບີໂທລະສັບ:
021 711634 ຫຼື 021 711726