Month: ເດືອນມີນາ 2025

1

ກອງປະຊຸມວິຊາການລະດົມຄວາມຄິດເຫັນ ຕໍ່ການສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ

     ໃນວັນທີ 5 ມີນາ 2025 ທີ່ຜ່ານມາ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ ຮ່ວມກັບອົງການ ສະຫະປະຊາຊາດ ສໍາລັບເດັກ (UNICEF), ໄດ້ຈັດກອງປະຊຸມວິຊາການລະດົມຄວາມຄິດເຫັນ ໃສ່ກອບເນື້້ອໃນການຄົ້ນຄວ້າ ຫົວຂໍ້ “ສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ” ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ບິນລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ສໍາລັບເດັກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຈາກບັນດາຂະແໜງການຕ່າງໆເປັນຕົ້ນແມ່ນ:  ກະຊວງສາທາລະນະສຸກ, ສະພາແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ແນວລາວສ້າງຊາດ, ສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ; ນອກນັ້ນຍັງມີຜູ້ຕາງໜ້າຈາກອົງການ UNICEF, ອົງການສະຫະປະຊາຊາດ ສໍາລັບປະຊາກອນ (UNFPA), ສະຖານທູດອົດສະຕາລີ ປະຈໍາ ສປປ ລາວ, ຊ່ຽວຊານຕ່າງປະເທດ ແລະ ພະນັກງານສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ເຂົ້າຮ່ວມຫຼາຍກວ່າ 30 ທ່ານ.

     ຈຸດປະສົງກອງປະຊຸມ ເພື່ອລະດົມຄວາມຄິດເຫັນຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ໃສ່ກອບແນວຄວາມຄິດໃນການຄົ້ນຄວ້າ ແລະ ບັນດາເຄື່ອງມື ເພື່ອຮັບປະກັນໃຫ້ການຄົ້ນຄວ້າມີປະສິດທິພາບ, ປະສິດທິຜົນ ແລະ ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍໃນການຄົ້ນຄວ້າ. ພ້ອມທັງປຶກສາຫາລືລະດົມຄວາມຄິດເຫັນຕໍ່ການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນການປະກອບບຸກຄະລາກອນໃສ່ທີມງານຄົ້ນຄວ້າອີກດ້ວຍ; ເຊິ່ງບົດສະເໜີທີ່ສໍາຄັນນຳມາສະ ເໜີຄັ້ງນີ້ມີ: 1). ການສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ, ນໍາສະເໜີໂດຍ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ແລະ 2). ພາບລວມຂອງອົງປະກອບດ້ານຄຸນນະພາບຂອງການສຶກສາ ແລະ ເຄື່ອງມືໃນການເກັບກຳຂໍ້ມູນ ນໍາສະເໜີໂດຍ ທ່ານ ນ. ສຸລິຕາ ສຸກມົນຕີ, ຮອງຫົວໜ້າພະແນກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ.

2
3

     ຈາກຂໍ້ມູນເບື້ອງຕົ້ນພົບວ່າ: ສປປ ລາວ ມີອັດຕາ​ການ​ແຕ່ງງານໃນໄວເດັກສູງທີ່ສຸດໃນບັນດາປະເທດສະມາຊິກ​ອາ​ຊຽນ. ໃນຂະນະດຽວກັນ, ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດຍັງມີໜ້ອຍໃນທົດສະວັດທີ່ຜ່ານມາ ເຊິ່ງ ສປປ ລາວ ກໍ​ຄື​ຫຼາຍ​ປະ​ເທດ ທີ່ໄດ້ປະສົບກັບ​ວິກິດການຢ່າງຕໍ່ເນື່ອງ ເຮັດໃຫ້ມີ​ຄວາມ​ສ່ຽງ ​ຫຼື ຜົນກະທົບຮ້າຍແຮງຕໍ່ເດັກຍິງ ແລະ ເດັກ​ຊາຍ ໃນ ສປປ ລາວ. ໃນນີ້, ການແຕ່ງງານກ່ອນໄວອັນຄວນຍັງມີການແຜ່ຫຼາຍ ໂດຍ​ສະ​ເພາະ​ແມ່ນ​​ເດັກຍິງບາງຊົນເຜົ່າ ທີ່ມີອັດຕາສ່ວນການແຕ່ງງານໃນໄວເດັກຈໍານວນຫຼາຍ ແລະ ມີຄວາມແຕກຕ່າງກັນໄປໃນແຕ່ລະເຂດພື້ນທີ່ຂອງ ສປປ ລາວ ໂດຍເຫັນໄດ້ວ່າ ອັດຕາສ່ວນແມ່ຍິງອາຍຸ 20-24 ປີ ທີ່ແຕ່ງງານກ່ອນອາຍຸ 18 ປີ ສູງທີ່ສຸດ ແມ່ນຢູ່ເຂດພາກເໜືອ ກວມ 40.4% ແລະ ເຂດຫ່າງໄກສອກຫຼີກກວມ 36.3%, ເຊິ່ງນອນຢູ່ໃນແຂວງຫົວພັນ ກວມ 53.2%, ແຂວງໄຊສົມບູນ ກວມ 42.9%, ແຂວງຫຼວງພະບາງ ກວມ 42.2%, ແຂວງອຸດົມໄຊ ກວມ 41.7%, ແຂວງຜົ້ງສາລີ ກວມ 39.7% ແລະ ແຂວງບໍລິຄໍາໄຊ ກວມ 38.2%.

     ການປຶກສາຫາລືດັ່ງກ່າວ ໄດ້ຮັບຄວາມສົນໃຈ ແລະ ມີບັນຍາກາດຟົດຟື້ນ ບັນດາແຂກທີ່ເຂົ້າຮ່ວມໄດ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີເນື້ອໃນ ແລະ ມີຄວາມຮັບຜິດຊອບສູງ ແນໃສຮັບປະກັນໃຫ້ ຜົນການຄົ້ນຄວ້າມີຄຸນນະພາບ, ສາມາດນໍາໄປເປັນແນວທາງໃນການຈັດຕັ້ງປະຕິບັດ ແລະ ນໍາເອົາຜົນປະໂຫຍດ ມາສູ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

     ການສຶກສາຄັ້ງນີ້ ເປັນການຮ່ວມມືກັນກັບອົງການ UNICEF ເພື່ອສຶກສາຄົ້ນຄວ້າດ້ານນະໂຍບາຍ ໂດຍໄດ້ຮັບການສະໜັບສະໜູນງົບປະມານ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ຈາກອົງການ UNICEF ປະຈໍາ ສປປ ລາວ.​

ຂຽນຂ່າວ: ອານຸວົງ ຫຼວງໄຊ,  ສຄນສ, ສວສສຊ.

ຖ່າຍພາບ: ມູນິນ ພົນສັກດາ

1

ສວສສຊ ຈັດພິທີປະກາດການຈັດຕັ້ງຂັ້ນກົມ

1

     ເພື່ອຜັນຂະຫຍາຍຍຸດທະສາດ ແລະ ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ໃຫ້ມີການຫັນປ່ຽນຢ່າງເລິກເຊິ່ງ, ຮອບດ້ານ ແລະ ເຂັ້ມແຂງ ໃນຕໍ່ໜ້າພ້ອມທັງເປັນການກະກຽມບຸກຄະລາກອນໃນການດຳເນີນກອງປະຊຸມໃຫຍ່ 2 ຂັ້ນ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.  ໃນວັນທີ 5 ມີນາ2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີພີທີປະກາດການຈັດຕັ້ງພະນັກງານ ນໍາພາຂັ້ນກົມ ພາຍໃຕ້ການເປັນປະທານຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຄະນະປະຈໍາ, ຮອງປະທານ ສວສສຊ, ມີກໍາມະການຄະນະພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ-ພະນັກງານລັດຖະກອນ ຈາກ 11 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

2

     ໃນພິທີ, ທ່ານ ບຸນລັດ ແກ້ວອາສາ, ກຳມະການພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານເອກະສານດຳລັດຂອງນາຍົກລັດຖະມົນຕີ ຈຳນວນ 6 ສະບັບ ແລະ ມະຕິຕົກລົງຂອງເລຂາຄະນະພັກ ສວສສຊ ຈຳນວນ 1 ສະບັບ ດັ່ງນີ້: 1) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ ເປັນຫົວໜ້າສະຖາບັນການເມືອງວິທະຍາ; 2) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ບຸນສີ ພຸດທະວົງ ເປັນຫົວໜ້າສະຖາບັນສັງຄົມວິທະຍາ; 3) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ເດັ່ງຢ່າງ ກົງຈີ ເປັນຫົວໜ້າສະຖາບັນຄົ້ນຄວ້າວັດທະ ນະທຳ; 4) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ນາງ ກິນນະລອນ ພິມມະວົງ ເປັນຫົວໜ້າສະຖາບັນຄົ້ນຄວ້າພັດ ທະນາວິສາຫະກິດ; 5) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ວິໄລວອນ ພົມມະຈັນ ເປັນຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານ; 6) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ເດືອນສະຫວັນ ພອນມີໄຊ ເປັນຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; 7) ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ວິໄລວອນ ພົມມະຈັນ ເປັນຮັກສາການເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານ.

     ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: ໂດຍອິງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ-ລັດໃນໄລຍະໃໝ່ ກໍຄືຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄວາມຈຳເປັນຕ້ອງໄດ້ມີການປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ ແລະ ສັບຊ້ອນຈັດວາງຕໍາແໜ່ງພະນັກງານຄືນໃໝ່ ໂດຍສະເພາະແມ່ນພະນັກງານນຳພາຂັ້ນຕ່າງໆໃຫ້ເປັນລະບົບຄົບຊຸດ. ເຫດຜົນທີ່ສໍາຄັນອັນໜຶ່ງແມ່ນເພື່ອກະກຽມບຸກຄະລາກອນເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງອົງຄະນະພັກ ສວສສຊ ທີ່ຈະຈັດຂຶ້ນໃນທ້າຍປີນີ້ ເຊິ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ນີ້ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຜົນງານຫຼາຍດ້ານໃນໄລຍະຜ່ານມາທັງເປັນຜູ້ທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມດຸໝັ່ນອົດທົນ, ມີຄວາມສາມັກຄີ, ມີລະບຽບວິໄນ ແລະ ເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດໄດ້ດີ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຄະນະພັກ-ຄະນະນຳ ສະເໜີໃຫ້ຂັ້ນເທິງພິຈາລະນາແຕ່ງຕັ້ງ ແລະ ສັບຊ້ອນບັນດາສະຫາຍເຂົ້າຮັບໜ້າທີ່ຕຳແໜ່ງທີ່ມີຄວາມສຳຄັນດັ່ງກ່າວ. ການແຕ່ງຕັ້ງຄັ້ງນີ້ ເປັນການມອບໝາຍໜ້າທີ່ຄວາມຮັບ ຜິດຊອບສູງຂຶ້ນກວ່າເກົ່າແລ້ວຍັງເປັນການທົດສອບ, ຝຶກຝົນຫຼໍ່ຫຼອມກໍ່ສ້າງພະນັກງານນໍາພາໃຫ້ມີຄວາມຮູ້, ປະສົບການ ແລະ ບົດຮຽນຈາກພຶດຕິກຳຕົວຈິງ ເພື່ອນໍາພາພະນັກງານໃນການຄຸ້ມຄອງຂອງຕົນປະຕິບັດໜ້າທີ່ໃຫ້ສໍາເລັດ.

     ພ້ອມດຽວກັນນັ້ນ, ທ່ານຍັງໄດ້ມີບາງຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕື່ມວ່າ: ກ່ອນອື່ນໝົດ ບັນດາສະຫາຍຕ້ອງໄດ້ກຳແໜ້ນ ແລະ ຄົ້ນຄວ້າພາລະບົດບາດຂອງຕົນໃຫ້ເຂົ້າໃຈເລິກເຊິ່ງ, ມີຄວາມເປັນເອກະພາບສູງ ຕໍ່ການກຳນົດທິດທາງ ແລະ ເປົ້າໝາຍຂອງວຽກງານໃນແຕ່ລະໄລຍະ; ຕ້ອງຍຶດໝັ້ນຕາມຫຼັກການລວມສູນປະຊາທິ ປະໄຕ, ມີການແບ່ງງານແບ່ງຄວາມຮັບຜິດຊອບ, ປະຕິບັດຕາມມະຕິ ແລະ ສຽງສ່ວນຫຼາຍທີ່ໄດ້ຕົກລົງກັນ, ສ້າງຄວາມສາມັກຄີກັບໝູ່ເພື່ອນໃຫ້ໜັກແໜ້ນ, ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ກັບພະນັກງານ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ມີແບບແຜນໃນການດຳລົງຊີວິດທີ່ດີ, ປະພຶດຕົນເປັນແບບຢ່າງ ແລະ ຍົກສູງຄວາມຮູ້ຄວາມສາມາດ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ, ຍຸຕິທຳ.  ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກ, ພະ ນັກງານລັດຖະກອນທົ່ວ ສວສສຊ ຈົ່ງໃຫ້ຄວາມຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່  ສາມາດປະຕິບັດໜ້າທີ່ຢ່າງສະດວກ.

3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສວສສຊ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ

1

     ໃນຕອນເຊົ້າຂອງວັນທີ 28 ກຸມພາ 2025, ທ່ານ ເພັດໃສ ເພຍເທບ ຄະນະພັກ, ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະນຳ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ 3 ພາກສ່ວນຄື: ຫ້ອງການ ສວສສຊ, ກົມຈັດຕັ້ງ ແລະ ພະນັກງານ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຢ້ຽມຊົມ ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ, ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມຂອງໜ່ວຍພັກ.ການຢ້ຽມຊົມຄັ້ງນີ້ແມ່ນໄດ້ຮັບຟັງການບັນຍາຍຈາກຄະນະຮັບຜິດຊອບຫໍພິພິທະພັນ ສະແດງເຖິງການປະກອບສ່ວນອັນສຳຄັນ ແລະ ສົມກຽດ ໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫຼັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ. ຫຼັງຈາກນຳພາຢ້ຽມຊົມສຳເລັດແລ້ວ ກໍ່ຍັງໄດ້ຮັບຊົມຮູບເງົາປະຫວັດສາດການກອບກູ້ເອົາເອກະລາດຂອງພັກປະຊາຊົນປະຕິວັດລາວ.

4
3
2

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ