ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປີດຊຸດຝຶກອົບຮົມ "ເຕັກນິກການຂຽນຂ່າວ"

  ໃນລະຫວ່າງວັນທີ 24-25 ມັງກອນ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: ເຕັກນິກການຂຽນຂ່າວ ແລະ ບັນນາທິການຂ່າວ, ມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ ມາຈາກ 11 ພາກສ່ວນອ້ອມຂ້າງ ສວສສຊ; ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ປອ. ນາງ ອໍາໄພວັນ ຄໍາແສງສີວິໄລ ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

  ການຝຶກອົບຮົມໃນຄັ້ງນີ້ໄດ້ເຊື້ອເຊີນ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນມາຂຶ້ນບັນຍາຍ; ເຊິ່ງທ່ານໄດ້ນໍາສະເໜີທັງພາກທິດສະດີ ແລະ ນໍາພາປະຕິບັດຕົວຈິງໄປນໍາ: ພາກທິດສະດີທ່ານໄດ້ອະທິບາຍກ່ຽວກັບ 5W+1H ເຊິ່ງເປັນອົງປະກອບຫຼັກໃນການຂຽນຂ່າວ ພ້ອມທັງແນະນໍາວິທີການເກັບກໍາຂໍ້ມູນ, ວິທີສໍາພາດ ແລະ ການບັນນາທິການຂ່າວ; ເຮັດໃຫ້ການຝຶກອົບຮົມເຕັມໄປດ້ວຍບັນຍາກາດທີ່ດີ; ຜ່ານມາເຖິງວ່າສູນຈະເຄີຍຈັດຝຶກອົບຮົມມາແລ້ວແຕ່ປີ 2017 ກ່ຽວກັບວຽກງານດັ່ງກ່າວ; ແຕ່ໃນຄັ້ງນີ້ຖືວ່າພິເສດມີໂດດເດັ່ນພໍສົມຄວນ ເພາະໄດ້ຮຽນນໍາ ອາຈານ ທີ່ມີຄວາມຮູ້ສະເພາະດ້ານ, ເຮັດໃຫ້ພວກເຮົາໄດ້ບົດຮຽນອັນໃໝ່ ແລະ ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ; ມີການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສະແດງຄວາມສາມາດຂຽນຂ່າວຕົວຈິງໂດຍຜ່ານກິດຈະກໍາພາຍໃນຫ້ອງຝຶກອົບຮົມອີກດ້ວຍ.

  ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ໄດ້ເນັ້ນເຖິງວຽກງານຂຽນຂ່າວ ແລະ ບັນນາທິການຂ່າວ  ເປັນວຽກໜຶ່ງທີ່ສໍາຄັນຕໍ່ບຸກຄົນ, ຕໍ່ສັງຄົມກໍ່ຄືປະເທດຊາດ ເຮັດໃຫ້ພວກເຮົາຮູ້ທັນເຫດການທີ່ເກີດຂຶ້ນຢ່າງວ່ອງໄວເວົ້າລວມ, ເວົ້າສະເພາະກໍ່ຄືວຽກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທີ່ມີພາລະບົດບາດເກັບກໍາຂໍ້ມູນຂ່າວສານການເຄື່ອນໄຫວ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;  ເພື່ອເຜີຍແຜ່ລົງເວັບໄຊ ແລະ ໜັງສີພິມຕ່າງໆ; ນອກນີ້ຍັງຕ້ອງການໃຫ້ 11 ພາກສ່ວນອ້ອມຂ້າງ ສວສສຊ ຂຽນຂ່າວການເຄື່ອນໄຫວຂອງພາກສ່ວນຕົນ ເພື່ອສົ່ງມາໃຫ້ທາງສູນ ເຜີຍແຜ່ລົງເວັບໄຊ ສວສສຊ  ແລະ ເພື່ອໃຫ້ການຂຽນຂ່າວມີຄວາມເປັນເອກະພາບຖືກຕ້ອງຕາມຫຼັກການ ຈຶ່ງຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ, ເພື່ອໃຫ້ການຝຶກອົບຮົມຂອງພວກເຮົາໃນຄັ້ງນີ້ ໄດ້ຮັບໝາກຜົນທີ່ດີ, ສາມາດນໍາໄປໝູນໃຊ້ໃຫ້ປະກົດຜົນເປັນຈິງຢ່າງມີຄຸນນະພາບ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ວິໄຈ ເດດວົງສອນ