ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດຝຶກອົບຮົມວຽກງານບັນນາລັກສາດ

        ໃນວັນທີ 5 ມີນາ 2024, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ຈັດຝຶກອົບວຽກງານຫໍສະໝຸດເປັນເວລາ1 ວັນເຕັມ, ໂດຍເຊີນຕາງໜ້າຈາກສະຖາບັນອ້ອມຂ້າງ ສວສສຊ ເຂົ້າຮ່ວມຈໍານວນ 31 ທ່ານ; ກ່າວເປີດພິທີໂດຍ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າ ສຂຝ; ໄດ້ມີຄໍາເຫັນຕໍ່ການຝຶກອົບຮົມວ່າ: ວຽກງານບັນນາລັກສາດເປັນວຽກງານໜຶ່ງທີ່ສໍາຄັນຕໍ່ນັກຄົ້ນຄວ້າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນແຫຼ່ງສະໜອງຂໍ້ມູນທີ່ສໍາຄັນ ເພື່ອໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຕ່າງໆ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ສະນັ້ນ; ການຝຶກອົບຮົມຕໍ່ວຽກງານດັ່ງກ່າວຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຢ່າງຕໍ່ເນື່ອງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຜູ້ທີ່ມີໜ້າທີ່ຮັບຜິດຊອບໂດຍກົງ ໃນວຽກງານດັ່ງກ່າວ ແລະ ໃຫ້ບົດຮຽນອັນໃໝ່ທັນກັບຍຸກສະໄໝໃນປັດຈຸບັນ; ໃນການຝຶກອົບຮົມໄດ້ເຊື້ອເຊີນ ວິທະຍາກອນມາຈາກຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ທີ່ມີຄວາມຊ່ຽວຊານສະເພາະດ້ານມາຂຶ້ນບັນຍາຍໃຫ້ຄວາມຮູ້ 3 ຫົວຂໍ້ສໍາຄັນຄື: 1) ການບໍລິການຫໍສະໝຸດ PMB Version 4, 2) ຫຼັກການໃນການລົງລາຍການປຶ້ມ ແລະ 3) ການຢືມ ແລະ ການຄຸ້ມຄອງຖານຂໍ້ມູນຫໍສະໝຸດ PMB Version 4.

     ຈຸດປະສົງໃນການຝຶກອົບຮົມເພື່ອພັດທະນາທັກສະ ແລະ ເປັນການສືບຕໍ່ຍົກລະດັບຄວາມຮູ້ສິ່ງໃໝ່ໆ ທີ່ກ່ຽວກັບວຽກຫໍສະໝຸດໃຫ້ແກ່ພະນັກງານຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ພະນັກງານພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແນໃສ່ການຫັນໃຫ້ເຂົ້າສູ່ຫໍສະໝຸດທັນສະໄໝໃນຕໍ່ໜ້າ; ໃນຕອນທ້າຍພິທີ ທ່ານ ປອ. ທະນົງສອນ ສີບຸນເຮືອງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ, ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມ ແລະ ເອົາໃຈໃສ່ແລກປ່ຽນບົດຮຽນ ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ເພື່ອໄປຜັນຂະຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຄຸນນະພາບທີ່ດີຂຶ້ນ;

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມູນິນ ພົນສັກດາ