ຈໍານວນຜູ້ເຂົ້າຊົມ: 472
ບົດປະເມີນສິ່ງແວດລ້ອມແບບຍຸດທະສາດຕໍ່ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ຮອດປີ 2030
ເຂົ້າເບິ່ງເອກະສານສະບັບເຕັມໄດ້ທີ່ ຖານຂໍ້ມູນຫໍສະໝຸດເອເລັກໂຕຣນິກ
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_001](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_001-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_002](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_002-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_003](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_003-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_004](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_004-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_005](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_005-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_006](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_006-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_007](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_007-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_008](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_008-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_009](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_009-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_010](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_010-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_011](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_011-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_012](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_012-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_013](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_013-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_014](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_014-768x994.jpg)
![SESA-Draft report Lao version (26-4-2023) - ອັບເດດ - ຫຼ້າສຸດ - 27.9.2023[1]_Page_015](https://lases.gov.la/wp-content/uploads/2025/02/SESA-Draft-report-Lao-version-26-4-2023-ອັບເດດ-ຫຼ້າສຸດ-27.9.20231_Page_015-768x994.jpg)
ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
LAO ACADEMY OF SOCIAL AND ECONOMIC SCIENCES
ເຂົ້າເບິ່ງເອກະສານສະບັບເຕັມໄດ້ທີ່ ຖານຂໍ້ມູນຫໍສະໝຸດເອເລັກໂຕຣນິກ
ໃນວັນທີ 12 ມັງກອນ 2024 ທີ່ຜ່ານມາ; ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໄດ້ຈັດກອງປະຊຸມເຊື່ອມຊຶມ ຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີບັນດາສະຫາຍຄະນະປະຈໍາພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ພ້ອມທັງພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.
ຫຼັງຈາກກ່າວເປີດພິທີ ປະທານກອງປຊຸມໄດ້ສືບຕໍ່ຜ່ານຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023.
ຈຸດປະສົງລະດັບຄາດໝາຍຂອງການຈັດກອງປະຊຸມ
ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
ຮັບປະກັນການກໍ່ສ້າງພັກຕາມ 5
ຫຼັກການ ແລະ 3
ທິດນໍາຂອງພັກ, ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ເພື່ອກວດກາ, ຕີລາຄາການຜັນຂະຫຍາຍນໍາພາຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່
ຄັ້ງທີ XI ຂອງພັກ, ຖືກຕ້ອງຕາມກົດລະບຽບພັກ,
ແຜນພັດທະນາເສດຖະກິດສັງຄົມ 5 ປີ
ແຫ່ງລັດຄັ້ງທີ IX ແລະ ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ,
ເງື່ອນໄຂທີ່ກໍານົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນ, ຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານ
ໃນທົ່ວອົງຄະນະພັກ ແລະ ການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງພັກໃນແຕ່ລະຂັ້ນ
ເປັນຕົ້ນການກະກຽມດ້ານຂະບວນການ, ດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ.
ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ສືບຕໍ່ຜ່ານບົດແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ແລະ ບົດແນະນໍາຂອງຫ້ອງວ່າການສູນກາງພັກກ່ຽວກັບການກະກຽມຮ່າງລາຍງານການເມືອງ ເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023; ເຊິ່ງມີເນື້ອໃນແນະນໍາຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງ, ເປັນເອກະພາບ ແລະ ທັນເວລາໃນທົ່ວພັກ, ຄະນະຈັດຕັ້ງສູນກາງພັກ ໃຫ້ກະກຽມດ້ານຂະບວນການ,ເນື້ອໃນ ແລະ ການດໍາເນີນຊີວິດການເມືອງ; ການກະກຽມດ້ານຂະບວນການ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ; ສ່ວນດ້ານເນື້ອໃນ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກໃນແຕ່ລະຂັ້ນໃຫ້ປະຕິບັດຕາມຄໍາແນະນໍາຂອງຫ້ອງວ່າການສູນກາງພັກ; ຮ່າງແຜນພັດທະນາເສດຖະກິດສັງຄົມ ໃຫ້ປະຕິບັດຕາມຄໍາແນະນໍາຂອງກະຊວງແຜນການ ແລະ ການລົງທຶນ ແລະ ຮ່າງບົດສໍາຫຼວດການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຕ່ລະຂັ້ນປະຕິບັດຕາມຄໍາແນະນໍາຂອງຄະນະກວດກາສູນກາງພັກ; ສ່ວນບົດແນະນໍາເລກທີ 05/ຫສພ, ມີເນື້ອໃນຈຸດປະສົງ ເພື່ອສ້າງຄວາມຮັບຮູ້ໃຫ້ເປັນອກະພາບຕໍ່ບັນຫາຈໍານວນໜຶ່ງກ່ຽວກັບໂຄງສ້າງ ແລະ ເນື້ອໃນຮ່າງລາຍງານການເມືອງ, ເພື່ອເປັນບ່ອນອີງໃຫ້ຄະນະພັກ, ອະນຸກໍາມະການເນື້ອໃນຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການກະກຽມຮ່າງລາຍງານການເມືອງໃຫ້ມີເນື້ອໃນທີ່ໜັກແໜ້ນ ໃນການຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍາ-ນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄັ້ງລ່າສຸດ ແລະ ກໍານົດທິດທາງ, ຄາດໝາຍ ແລະ ບັນດາວຽກງານຈຸດສຸມ, ມາດຕະການແກ້ໄຂບັນຫາໃນຊຸມປີຕໍ່ໜ້າ, ສືບຕໍ່ຍູ້ແຮງການຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງອົງຄະນະພັກ.
ໃນວາລະຕອນທ້າຍ ສະຫາຍ ປອ. ສອນທະນູ ທໍາມະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໂດຍເພີ່ນໄດ້ເນັ້ນໜັກເຖິງວຽກງານກະກຽມກອງປະຊຸມ 3 ຂັ້ນຂອງພັກ, ໃຫ້ແຕ່ລະໜ່ວຍພັກອ້ອມຂ້າງ ສວສສຊ ເອົາໃຈໃສ່ເປັນເຈົ້າການຮີບຮ້ອນຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ໃຫ້ແທດເໝາະກັບຈຸດພິເສດ ແລະ ເງື່ອນໄຂຕົວຈິງພາຍໃນຂັ້ນຂອງຕົນ, ໃຫ້ທັນຕາມວັນເວລາທີ່ກໍານົດໃວ້ ແລະ ສະຫຼຸບລາຍງານ, ຖອດຖອນບົດຮຽນພ້ອມຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວ: ພວງເພັດ ຈັນທະລີວົງ
ພາບ: ແກ້ວວິວັນ ສີວິໄລ
ໃນຕອນເຊົ້າຂອງວັນທີ 15 ມັງກອນ 2024 ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍການເປັນປະທານຂອງ ສະຫາຍ ປອ. ທະນົງສອນ ສີບຸນເຮືອງ ເລຂາໜ່ວຍພັກ, ວ່າການຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີກໍາມະການພັກ, ສະມາຊິກພັກ, ຫົວໜ້າພະແນກ, ຮອງພະແນກ, 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກບັນດາພາກສ່ວນອ້ອມຂ້າງ ແລະ ພະນັກງານທັງໝົດ ສຂຝ ເຂົ້າຮ່ວມ ຈໍານວນ 26 ສະຫາຍ; ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາເນື້ອໃນການແຂ່ງຂັນ ຂອງ ສຂຝ ສະບັບເລກທີ 015/ສວສສຊ.ຄຊຂຍ, ລົງວັນທີ 08 ມັງກອນ 2024; ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໄດ້ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ ຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໜ່ວຍພັກ, ຄະນະນຳສູນ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ–ແນວຄິດ ດ້ວຍການນຳພາ ແລະ ປຸກລະດົມສະມາຊິກພັກພະນັກງານ–ລັດຖະກອນພາຍໃນສູນ ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ ແລະ ມະຕິ–ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນແຕ່ລະໄລຍະທີ່ ສວສສຊ ຈັດຂຶ້ນ. ບົນພື້ນຖານນັ້ນ, ກໍຫັນເປັນແຜນການວຽກງານ ໂດຍຕິດພັນກັບພາລະບົດບາດ, ສິດ, ໜ້າທີ່ຂອງຕົນເຖິງວ່າ ການປັບປຸງພາລະບົດບາດ, ກົງຈັກການຈັດ ຕັ້ງ ແລະ ບຸກຄະລາກອນ ຈະມີການແຍກອອກ ແລະ ໂຮມເຂົ້າກັນຫຼາຍຄັ້ງກໍ່ຕາມ, ແຕ່ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກໍ່ໄດ້ປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດຂອງຕົນ ແລະ ຕາມການມອບໝາຍຂອງ ສວສສຊ ດ້ວຍຜົນສຳເລັດ:
1. ພະນັກງານ-ລັດຖະກອນ
ຂອງສູນ ໄດ້ຮັບຍ້ອງຍໍຜົນງານດີເດັ່ນໃນການປະຕິບັດວຽກງານ ປະຈຳປີ 2022 ຈາກ ສວສສຊ ມີທັງໝົດ 22 ຄົນ, ຍິງ 11 ຄົນ; ໃນນີ້, ປະເພດ I ມີ 17 ຄົນ, ຍິງ 10 ທ່ານ ແລະ ປະເພດ II ມີ 5 ຄົນ, ຍິງ 1 ທ່ານ.
2. ໜ່ວຍອົງການຈັດຕັ້ງມະຫາຊົນຂອງ
ສຂຝ ກໍໄດ້ຮັບການຍ້ອງຍໍຜົນງານດີເດັ່ນ ໃນການປະກອບສ່ວນເຄື່ອນໄຫວວຽກງານຂອງຕົນ
ໃນໄລຍະຜ່ານມາ ກໍຄືຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຕາມສາຍຕັ້ງຂອງຕົນປະຈຳປີ
2022 ເປັນຕົ້ນ ໜ່ວຍສະຫະພັນແມ່ຍິງ ສຂຝ
ໄດ້ຮັບການຍ້ອງຍໍຜົນງານດີເດັ່ນ ໃນການປະກອບສ່ວນເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ
ກໍຄືຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2022 ມີທັງໝົດ 11 ຄົນ, ໜ່ວຍຊາວໜຸ່ມ ສຂຝ
ໄດ້ຮັບການຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານ
ໃນກໍຄືຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2022 ແລະ
ໄດ້ຮັບຫຼຽນກາລະນຶກ 65 ປີ ມີທັງໝົດ 17 ຄົນ, ຍິງ 6 ຄົນ.
ສ່ວນຂໍ້ຄົງຄ້າງແມ່ນການປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ມີການແຍກອອກ ແລະ ໂຮມເຂົ້າກັນຫຼາຍຄັ້ງ ເຮັດໃຫ້ພະນັກງານ–ລັດຖະກອນຈຳນວນໜຶ່ງບໍ່ອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ຄວາມເປັນເຈົ້າການຕໍ່ ໜ້າທີ່ຮັບຜິດຊອບບໍ່ທັນສູງ, ບໍ່ທັນສຸມສະຕິປັນຍາເຂົ້າໃສ່ວຽກງານທີ່ຖືກມອບໝາຍ, ບັນຍາ ກາດ ແລະ ຂະບວນການຈັດຕັ້ງປະຕິບັດໜ້າທີ່ວຽກງານຍັງບໍ່ຟົດຟື້ນເທົ່າທີ່ຄວນ; ການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ, ຄວາມດຸໝັ່ນຫ້າວຫັນ, ຈິດໃຈບຸກບືນຂອງພະນັກງານ-ລັດຖະກອນບາງສະຫາຍຍັງບໍ່ທັນສູງ ແລະ ເອົາຈິງເອົາຈັງເທື່ອ; ທັດສະນະຫຼັກໝັ້ນຊົນຊັ້ນ, ແບບແຜນດຳລົງຊີວິດ, ມານະຈິດມີປະກົດການຫຼຸດໜ້ອຍຖອຍລົງ, ມີພະນັກງານ-ສະເໜີລາອອກການສ້າງເສດຖະກິດຄອບຄົວ; ຂະບວນການປະເມີນຜົນງານພະນັກງານ-ລັດຖະກອນ ໃນໄລຍະ 5 ປີ ແລະ 10 ປີ ທີ່ຜ່ານມາ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ເຮັດໃຫ້ພະນັກງານ-ລັດຖະກອນ ບໍ່ມີໂອກາດໄດ້ຮັບຍ້ອງຍໍຜົນງານຈາກລັດຖະບານ.
ຜ່ານການດໍາເນີນກອງປະຊຸມ ໃນວາລະຕອນທ້າຍ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມວ່າ: ເພື່ອເປັນການຜັນຂະຫຍາຍວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທັງເປັນການຊຸກຍູ້ໃຫ້ຂະບວນການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ເພື່ອສືບຕໍ່ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງສູນແຕ່ນີ້ຮອດ 2025, ໂດຍສະເພາະແມ່ນສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ສວສສຊ ແລະ ແຜນພັດທະນາຄົ້ນຄວ້າ 5 ປີ ຄັ້ງທີ I ຂອງ ສວສສຊ ກໍ່ຄືບັນດາຄາດໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ I ຂອງສູນໄດ້ວາງອອກໃຫ້ປະກົດຜົນເປັນຈິງ ທັງເປັນການຜັນຂະຫຍາຍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສວສສຊ ໃຫ້ເປັນອັນລະອຽດຂອງສູນ ພວກເຮົາຕ້ອງໄດ້ເອົາໃຈໃສ່ຢ່າງເລິກເຊິ່ງເຖິງຖອງ ເຊິ່ງການຈັດກອງປະຊຸມໃນຄັ້ງນີ້ເປັນບາດກ້າວທີ່ສໍາຄັນທີ່ສຸດ ຖືເປັນການເປີດບັ້ນແຂ່ງຂັນ ຕາມການຈັດຕັ້ງວາງອອກ ແລະ ບັນດາຫົວໜ້າພະແນກທັງ 5 ພະແນກພາຍໃນສູນກໍ່ໄດ້ຂຶ້ນຈັບມືດ້ວຍຄວາມຫ້າວຫັນ ພ້ອມທີ່ຈະຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວ: ພວງເພັດ ຈັນທະລີວົງ
ພາບ: ວັນສະເຫຼີມ ລັດຕະນະ
ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ສະຫຼຸບວຽກງານ 3 ອົງການຈັດຕັ້ງມະຫາຊົນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024; ໃນວັນທີ 26 ທັນວາ 2023 ທີ່ຫ້ອງປະຊຸມໃຫຍ່ ສວສສຊ. ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ. ກິແກ້ວ ຈັນທະບູລີ, ຮອງເລຂາຄະນະພັກ ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ປອ. ນາງ ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈໍາພັກ, ປະທານກວດກາ, ຮອງປະທານ ສວສສຊ , ໂດຍມີບັນດາສະຫາຍເລຂາໜ່ວຍພັກ, ບັນດາສະຫາຍຄະນະບໍລິຫານງານ ຂອງ 3 ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມພະນັກງານລັດຖະກອນພາຍໃນ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະທີ 1: ສະຫາຍ ປອ. ນາງ ອໍາໄພວັນ ຄໍາແສງສີວິໄລ ໄດ້ໃຫ້ກຽດປະຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຊຶ່ງເພີ່ນໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນຊາດ, ບັນດາເຫດການ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວ ໃນຂະບວນຕໍ່ສູ້ກູ້ຊາດ, ຜົນສໍາເລັດຂອງການປະຕິບັດ 2 ໜ້າທີ່ຍຸດທະສາດ, ສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ ເຂົ້າໃນການພັດທະນາປະເທດຊາດ; ວັນຊາດທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວເຮົາ, ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະ ໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ນອກນັ້ນ, ຍັງໄດ້ສືບຕໍ່ປາຖະກະຖາ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023), ຊຶ່ງໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ແບບຢ່າງອັນດີເລີດຂອງເພີ່ນ ເພື່ອນໍາມາເປັນແບບຢ່າງ ແລະ ສືບທອດພາລະກິດຂອງພັກໃນໄລຍະໃໝ່.
ວາລະທີ2: ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈາກປະທານກໍາມະບານ, ປະທານສະຫະພັນແມ່ຍິງ ແລະ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ເຊິ່ງໄດ້ຍົກໃຫ້ເຫັນການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ, ບັນດາຜົນສຳເລັດໃນແຕ່ລະດ້ານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ວິທີການແກ້ໄຂ ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດ ໂດຍລວມ 3 ອົງການຈັດຕັ້ງມະຫາຊົນ ກໍຄືພະນັກງານທົ່ວ ສວສສຊ ຍາມໃດກໍຖືເອົາວຽກວິຊາສະເພາະຕິດພັນກັບວຽກຂະບວນການ ເປັນກົນໄກອັນສໍາຄັນໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານ; ພ້ອມດຽວກັນນັ້ນ ຍັງໄດ້ຖືຄວາມສໍາຄັນກ່ຽວກັບວັນສໍາຄັນຂອງຊາດ ມີການຈັດກອງປະຊຸມປາຖະກະຖາເລົ່າມູນເຊື້ອຂອງວັນສໍາຄັນຕ່າງໆ ຕາມການນໍາພາຊີ້ນໍາຂອງຄະນະພັກຢ່າງເປັນປົກກະຕິ; ມີຄວາມສາມັກຄີຈູບຈ້າວຫ້າວຫັ້ນ ຕັ້ງໜ້າພັດທະນາຕົນເອງຢູ່ສະເໝີ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນນັກຄົ້ນຄວ້າໜຸ່ມເພື່ອເປັນກໍາລັງແຮງຂອງ ສວສສຊ ໃນອານາຄົດ; ສ່ວນທິດທາງແຜນການໃນປີ 2024 ຈະເອົາໃຈໃສ່ລົງເລິກນໍາພາຊີ້ນໍາຢ່າງໃກ້ຊິດ, ເອົາໃຈໃສ່ຄົ້ນຄວ້າຕິດຕາມ ແລະ ແກ້ໄຂບັນຫາວຽກງານຕ່າງໆ ໃຫ້ລຸລ່ວງໄປດ້ວຍດີ, ເຕົ້າໂຮມປຸກລະດົມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ສ້າງເງື່ອນໄຂສະພາບແວດລ້ອມທີ່ດີໃນການເຄື່ອນໄຫວວຽກງານຂະບວນການ ແລະ ປະຕິບັດນະໂຍບາຍຕໍ່ສະມາຊິກຜູ້ທີ່ມີຜົນງານໃຫ້ໄດ້ທົ່ວເຖິງ; ສິ່ງສໍາຄັນຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ປະກອບຄໍາຄິດເຫັນຕໍ່ບົດສະຫຼຸບທັງ 3 ວຽກງານເຮັດໃຫ້ມີເນື້ອໃນທີ່ສົມບູນຂຶ້ນຕື່ມ.
ໃນຕອນທ້າຍກອງປະຊຸມ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທັງສາມອົງການຈັດຕັ້ງມະຫາຊົນຍາດມາໄດ້ ແລະ ທັງເນັ້ນໃຫ້ເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງຄະນະບໍລິຫານງານໃນແຕ່ລະຂັ້ນ, ມີຫົວຄິດປະດິດສ້າງໃນການສ້າງຂະບວນການເຄື່ອນໄຫວຕ່າງໆໃຫ້ເປັນຂະບວນຟົດຟື້ນ, ສ້າງຜົນງານໃຫ້ຂອງແຕ່ລະອົງການໃຫ້ປະກົດຜົນເປັນຈິງຕາມຂໍ້ແຂ່ງຂັນ 5 ເປັນເຈົ້າ, 3 ດີ ແລະ 4 ບຸກ, ຄະນະໜ່ວຍພັກກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ແຕ່ລະອົງການໄດ້ເຄື່ອນໄຫວຕາມພາລະບົດບາດຂອງແຕ່ລະອົງການ, ທ່ານຍັງໄດ້ເນັ້ນຕື່ມໃຫ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ສະມາຊິກທັງສາມອົງການຈັດຕັ້ງໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມສັດຊື່ບໍລິສຸດ, ມີຄວາມສາມັກຄີ ແລະ ມີແບບແຜນດໍາລົງຊີວິດປອດໃສກ້າວໜ້າ; ເອົາໃຈໃສ່ສືບຕໍ່ປັບປຸງ-ພັດທະນາການຈັດຕັ້ງຂອງຕົນໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, 3 ອົງການຈັດຕັ້ງມະຫາຊົນຕ້ອງຍຶດໝັ້ນແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີລະບອບປະຊູມສ່ອງແສງປົກກະຕິ, ກອງປະຊຸມຕ້ອງມີເນື້ອໃນຈະແຈ້ງ, ມີການປຶກສາຫາລື, ມີການອອກມະຕິ ເພື່ອຕົກລົງຮັບຮອງແລ້ວ ຕ້ອງມີການເຜີຍແຜ່ໃຫ້ສະມາຊິກເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຕາມມະຕິວາງອອກໃຫ້ທັນກັບສະພາບການ; ເອົາໃຈໃສ່ເພີ່ມທະວີການສົ່ງເສີມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກໃນ 3 ອົງການຈັດຕັ້ງທຸກສະຫາຍ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ, ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ.
ພາບ-ຂ່າວ: ພວງເພັດ ຈັນທະລີວົງ