ພິທີເປີດຊຸດຝຶກອົບຮົມ ຫຼັກການຄົ້ນຄວ້າ ແລະ ວິທີເກັບກຳຂໍ້ມູນຢູ່ພາກສະໜາມ

ໃນວັນທີ 23 ມັງກອນ 2024 ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດຊຸດຝຶກອົບຮົມໃນຫົວຂໍ້: ຫຼັກການຄົ້ນຄວ້າ ແລະ ວິທີເກັບກໍາຂໍ້ມູນຢູ່ພາກສະໜາມ; ໂດຍການກ່າວເປີດຂອງ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າ ສຂຝ; ມີນັກຄົ້ນຄວ້າຈາກພາກສ່ວນອ້ອມຂ້າງ ສວສສຊ ແລະ ນັກຄົ້ນຄວ້າພາຍໃນສູນ ເຂົ້າຮ່ວມທັງໝົດ 40 ທ່ານ;

ທ່ານ ປອ. ທະນົງສອນ ສີບຸນເຮືອງມີຄໍາເຫັນວ່າ: ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມສ່ວນຫຼາຍລ້ວນແລ້ວແຕ່ໄດ້ຜ່ານການຄົ້ນຄວ້າ, ມີປະສົບການເຂົ້າຮ່ວມໂຄງການຕ່າງໆ ຂອງ ສວສສຊ ແລະ ຜ່ານການສຶກສາຫຼັກການໃນການຄົ້ນຄວ້າມາຈາກມະຫາວິທະຍາໄລແລ້ວ ເຖິງຢ່າງໄດກໍ່ຕາມ ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບນັກຄົ້ນຄວ້າ ສວສສຊ ໃຫ້ກໍາແໜ້ນຕື່ມໃນວິທີການລົງເກັບກໍາຂໍ້ມູນຢູ່ພາກສະໜາມມາວິເຄາະ-ວິໄຈ ໃຫ້ກົງກັບຈຸດປະສົງ ແລະ ເປົ້າໝາຍໃນການຄົ້ນຄວ້າ ຜ່ານມາເຫັນວ່າການລົງເກັບກໍາຂໍ້ມູນຕົວຈິງ ຍັງບໍ່ທັນຄ່ອງຕົວ, ການຕັ້ງຄໍາຖາມເພື່ອເອົາຂໍ້ມູນຍັງບໍ່ເຈາະຈິ້ມຮັດກຸມ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທັງໝົດ ຈົ່ງເອົາໃຈໃສ່, ຍາດແຍ່ງເອົາຄວາມຮູ້ຈາກວິທະຍາກອນ ເພື່ອຈະນໍາເອົາຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຄົ້ນຄວ້າ ໃຫ້ມີປະສິດທິພາບສູງຂຶ້ນ;

ທ່ານ ຮສ. ປທ. ນ. ຄໍາຜຸຍ ພົນລືຊາ ອາຈານ ປະຈໍາພາກວິຊາພາສາ-ວັດທະນະທໍາລາວ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເປັນວິທະຍານິກອນ, ໂດຍທ່ານໄດ້ນໍາສະເໜີເນື້ອໃນ 2 ພາກສໍາຄັນຄື: ພາກທິດສະດີການເກັບກໍາຂໍ້ມູນພາກສະໜາມ ແລະ ຕົວຢ່າງການສ້າງແບບຟອມເກັບກໍາຂໍ້ມູນ ເຊິ່ງການເກັບກໍາຂໍ້ມູນໃນເບື້ອງຕົ້ນ, ເນື່ອງຈາກຂໍ້ມູນພາກສະໜາມໃນການຄົ້ນຄວ້າມີຫຼາຍປະເພດ ດັ່ງນັ້ນຜູ້ສຶກສາຄວນມີເກນໃນການເລືອກຂໍ້ມູນ ເຊິ່ງເກນໃນການເລືອກຂໍ້ມູນ ພາກສະໜາມມີ 4 ຂໍ້ຄື: 1. ເລືອກສຶກສາຂໍ້ມູນທີ່ຜູ້ສຶກສາສົນໃຈ. ການສຶກສາຂໍ້ມູນທີ່ຕົນສົນໃຈຈະເຮັດໃຫ້ການສຶກສາເປັນໄປດ້ວຍຄວາມສຸກ, ມີຄວາມກະຕືລືລົ້ນໃນການສຶກສາຫາຄວາມຮູ້ຈາກຖານຂໍ້ມູນ ແລະ ແລກປ່ຽນຄວາມຮູ້ປະສົບການເຊິ່ງກັນ ແລະ ກັນລະຫວ່າງຜູ້ໃຫ້ຂໍ້ມູນ ກັບຜູ້ສຶກສາຂໍ້ມູນ. 2. ການເລືອກສຶກສາຂໍ້ມູນທີ່ຜູ້ສຶກສາມີຄວາມຖະໜັດ ຈະເຮັດໃຫ້ເຂົ້າໃຈງ່າຍເຊັ່ນ: ຖ້າມີຄວາມສາມາດຂັບລໍາ ກໍ່ຄວນສຶກສາກອນຂັບລໍາ ເພື່ອຈະໄດ້ອະທິບາຍຂໍ້ມູນໄດ້ລະອຽດ ແລ້ວນໍາຂໍ້ມູນອອກມາເຜີຍແຜ່ໃຫ້ເກີດປະໂຫຍດແກ່ສັງຄົມ. 3. ເລືອກສຶກສາຂໍ້ມູນທີ່ສາມາດຫາຜູ້ໃຫ້ຂໍ້ມູນທີ່ດີ, ການສຶກສາຂໍ້ມູນພາກສະໜາມ ຄວນຫາຜູ້ທີ່ໃຫ້ຂໍ້ມູນຊັດເຈນໃນເລື່ອງທີ່ເຮົາສົນໃຈ ຫຼືແມ່ນແຕ່ເລື່ອງນັ້ນເຮົາບໍ່ຖະໜັດ, ແຕ່ຜູ້ໃຫ້ຂໍ້ມູນຊັດເຈນລະອຽດເຮົາກໍ່ຄວນສຶກສາ ແລ້ວນໍາເອົາຜົນຂອງການສຶກສາມານໍາສະເໜີ ແລະ ເຜີຍແຜ່ໃຫ້ຜູ້ທີ່ສົນໃຈໄປສຶກສາຕໍ່. 4. ເລືອກຂໍ້ມູນທີ່ມີຜູ້ສຶກສາໜ້ອຍ ເພາະຢູ່ຕ່າງປະເທດຂໍ້ມູນໄດ້ມີການສຶກສາແລ້ວ. ດັ່ງນັ້ນ ການເລືອກຫົວຂໍ້ທີ່ມີຜູ້ສຶກສາໜ້ອຍກໍ່ມີບົດບາດສໍາຄັນ. ສໍາລັບປະເທດລາວຍັງອຸດົມສົມບູນ ເພາະມີຜູ້ສຶກສາຄົ້ນຄວ້າໜ້ອຍ. 

ພາບ-ຂ່າວ: ພວງເພັດ ຈັນທະລີວົງ