ສະຖາບັນຄົ້ນຄວ້າສັງຄົມວິທະຍາ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້າສັງຄົມວິທະຍາ ຂຽນເປັນຕົວອັກສອນຫຍໍ້ວ່າ: “ສຄສ” ຂຽນເປັນພາສາອັງກິດວ່າ: “Institute for Sociological Research“ ຂຽນຫຍໍ້ວ່າ “ ISR” ແມ່ນການຈັດຕັ້ງວິຊາການຄົ້ນຄວ້າວິທະຍາສາດໜຶ່ງ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຊິ່ງມີຖານະເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານດ້ານສັງຄົມວິທະຍາ ເພື່ອຮັບໃຊ້ເຂົ້າໃນການວາງແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດສັງຄົມຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ໜ້າທີ່

1. ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ໃນແຕ່ລະໄລຍະ;

2. ຄົ້ນຄວ້ານະໂຍບາຍ, ທິດທາງໜ້າທີ່ຈຸດສຸມການຄົ້ນຄວ້າ, ຫົວຂໍ້ຄົ້ນຄວ້າ, ຫົວຂໍ້ສຳມະນາ ຂອງສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

3. ຄົ້ນຄວ້າຊົນເຜົ່າ, ຄວາມເຊື່ອ-ສາສະໜາ, ສັງຄົມ, ສິດທິມະນຸດ ແລະ ພິພິທະພັນມະນຸດວິທະຍາ ເພື່ອສະໜອງຂໍ້ມູນວິທະຍາສາດໃນການວາງແຜນ ແລະ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;

4. ສົມທົບລະຫວ່າງການຄົ້ນຄວ້າກັບການສິດສອນ, ສຳເນົາ, ສະໜອງຂໍ້ມູນຂ່າວສານ ແລະ ເຜີຍແຜ່ຜົນງານການຄົ້ນຄວ້າດ້ານສັງຄົມວິທະຍາໃຫ້ແກ່ສັງຄົມ, ນັກສຶກສາຂັ້ນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ;

5. ພົວພັນຮ່ວມມື, ແລກປ່ຽນບົດຮຽນ, ເຂົ້າຮ່ວມກອງປະຊຸມສໍາມະນາວິຊາການທາງສັງຄົມກັບອົງການຈັດ ຕັ້ງອື່ນໆ ແລະ ກັບສະຖາບັນການສຶກສາຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ;

6. ຈັດສໍາມະນາວິທະຍາສາດ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບຊົນເຜົ່າ, ຄວາມ

ເຊື່ອ-ສາສະໜາ, ສັງຄົມ, ສິດທິມະນຸດ, ພິພິທະພັນມະນຸດວິທະຍາ ແລະ ບັນຫາອື່ນໆ;

7. ຄຸ້ມຄອງເອກະສານ, ຜົນການຄົ້ນຄວ້າ ແລະ ຈັດຕັ້ງເຜີຍແຜ່ໝາກຜົນຂອງການຄົ້ນຄວ້າທາງສັງຄົມວິທະຍາອອກສູ່ສັງຄົມ ຜ່ານສື່ຕ່າງໆ ຕາມລະບຽບການ;

8. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດບັນດາໂຄງການຄົ້ນຄວ້າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດຜົນ ຕາມລະບຽບການ;

9. ຄຸ້ມຄອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ງົບປະມານ ແລະ ຊັບສົມບັດຂອງລັດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ;

10. ເຂົ້າຮ່ວມການປະເມີນຜົນ ແລະ ເປັນທີ່ປຶກສາໃນການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆ;

11. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ສະຖາບັນຄົ້ນຄວ້າສັງຄົມວິທະຍາ ມີໂຄງປະກອບກົງຈັກ ດັ່ງນີ້:

  1. ພະແນກຄົ້ນຄວ້າຊົນເຜົ່າ;
  2. ພະແນກຄົ້ນຄວ້າຄວາມເຊື່ອ-ສາສະໜາ;
  3. ພະແນກຄົ້ນຄວ້າສັງຄົມ;
  4. ພະແນກຄົ້ນຄວ້າສິດທິມະນຸດ;
  5. ພະແນກພິພິທະພັນມະນຸດວິທະຍາ.
ຕິດຕໍ່ພົວພັນ:
ສຳນັກງານຕັ້ງຢູ່: ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເບີໂທລະສັບ:
021 711764