ສະຫະພັນແມ່ຍິງ ສວສສຊ ຈັດກອງປະຊຸມທາບທາມຮອບເປີດກວ້າງ ຄະນະບໍລິຫານງານ ສສຍລ ສະໄໝທີ IX

ໃນຕອນບ່າຍ ຂອງວັນທີ 22 ກໍລະກົດ 2025 ທີ່ຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ສສຍລ ສະໄໝທີ IX ຮອບເປີດກວ້າງ ຮອບທີ 1 ແລະ ຜ່ານເນື້ອໃນເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ນາງ ແກ້ວວິວອນ ອຸດທະຈັກ ກໍາມະການຄະນະພັກ ຜູ້ຊີ້ນໍາວຽກງານສະຫະພັນແມ່ຍິງ ສວສສຊ; ມີສະຫາຍ ນາງ ລັດດາວັນ ຊົງວິໄລ, ປະ ທານສະຫະພັນແມ່ຍິງ ສວສສຊ, ທ່ານ ຄໍາສຸກ ພອນໄຊສະຫວັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມຈໍານວນ 66 ສະຫາຍ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາແມ່ຍິງລາວ, ຮ່າງກົດລະບຽບແມ່ຍິງລາວ ສະບັບປັບປຸງ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ໃນໄລຍະໜຶ່ງສະໄໝຜ່ານມາ ໂດຍຍົກໃຫ້ເຫັນຜົນສໍາເລັດຂອງວຽກງານໃນແຕ່ລະດ້ານ, ຕີລາຄາດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ລວມເຖິງຄາດໝາຍສູ້ຊົນ, ທິດທາງວຽກງານ ຂອງສະຫະພັນແມ່ຍິງ 5 ປີໃນຕໍ່ໜ້າ (2026-2030). ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຈາກບັນດາສະມາຊິກແມ່ຍິງຕໍ່ 03 ເອກະສານດັ່ງກ່າວຢ່າງມີວິທະຍາສາດ ແລະ ເລິກເຊິງ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ຂຶ້ນຜ່ານມາດຕະຖານ ແລະ ເງື່ອນໄຂ ຜູ້ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ ແລະ ເລືອກເຟັ້ນເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ຊຸດໃໝ່) ໃຫ້ໄດ້ຜູ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກາໍນົດໄວ້.

ສະຫາຍ ປອ. ນາງ ແກ້ວວິວອນ ອຸດທະຈັກ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ສະມາຊິກແມ່ຍິງທຸກສະຫາຍ ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າບັນດາມາດຕະຖານ ແລະ ເງື່ອນໄຂຂອງບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ໃຫ້ມີຄວາມໜັກແໜ້ນ ແນໃສ່ຮັບປະກັນໃຫ້ສາມາດ ສືບຕໍ່ນໍາພາ-ຊີ້ນໍາວຽກງານແມ່ຍິງມີຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມນັ້ນ ສະຫາຍຍັງເນັ້ນໜັກໃສ່ບາງບັນຫາໃຫ້ຜູ້ທີ່ຈະຮັບສະໝັກເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຈະຕ້ອງເປັນຜູ້ກໍາແໜ້ນແນວທາງຂອງພັກ, ເປັນຜູ້ມີທັດສະນະຫຼັກໝັ້ນການເມືອງໝັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ທັດສະນະມະຫາຊົນຖືກຕ້ອງ, ມີຄວາມຮັບຜິດຊອບສູງ ສາມາດບັນລຸຜົນສຳເລັດໜ້າທີ່ການເມືອງຂອງສະຫະພັນແມ່ຍິງວາງອອກເປັນຢ່າງດີ. ຈາກນັ້ນ ກອງປະຊຸມໄດ້ດາໍເນີນການປ່ອນບັດທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບ ເລືອກຕັ້ງເອົາ ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ທີ່ຈະມາເຖິງນີ້.
ຂຽນຂ່າວ: ຈັນທູ ແກ້ວອ່ອນວົງໄຊ
ຖ່າຍພາບ: ມູນິນ ພົນສັກດາ