ສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ

ຄະນະນຳ
ນ.-ປອ-ກິນລາລອນ-ພີມມະວົງ

ທ່ານ ປອ. ນາງ ກິນນາລອນ ພົມມະວົງ

ວ່າການແທນຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ
Email:....................................

IMG_20221018_0002_NEW

ທ່ານ ນາງ ພອນສະຫວັນ ສິດທິເດດ

ຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ
Email:....................................

IMG_20221018_0004_NEW

ທ່ານ ຈັນສະໝອນ ວົງໄພສິດ

ຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ
Email:....................................

IMG_20221018_0001_NEW

ທ່ານ ສຸລິໂຍແກ້ວແກ່ນຈັນ

ຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ
Email:....................................

ພາລະບົດບາດ

ສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ຂຽນເປັນຕົວອັກສອນຫຍໍ້ວ່າ: “ ສຄພກ ”, ຂຽນເປັນພາສາອັງກິດ Institute for Enterprise Development Research ຂຽນຫຍໍ້ວ່າ “(IEDR)” ແມ່ນໂຄງປະກອບກົງຈັກຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້ານະໂຍບາຍ ແລະ ກົນໄກພັດທະນາວິສາຫະກິດ, ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຄື່ອນໄຫວທຸລະກິດຢ່າງມີປະສິດທິພາບ ໃນແຕ່ລະໄລຍະ.

1. ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ເພື່ອຫັນເປັນແຜນການ,ແຜນງານ ແລະ ໂຄງການລະອຽດຂອງຕົນ ໃນແຕ່ລະໄລຍະ;

2. ຄົ້ນຄວ້າ, ປະເມີນນະໂຍບາຍ, ກົນໄກ, ລະບອບລະບຽບການ, ນິຕິກຳຄຸ້ມຄອງ ແລະ ພັດທະນາວິສາຫະກິດ;

3. ຄົ້ນຄວ້າ ແລະ ປະເມີນສະພາບແວດລ້ອມການດໍາເນີນທຸລະກິດຂອງວິສາຫະກິດ ຢູ່ ສປປ ລາວ;

4. ຄົ້ນຄວ້າຮູບແບບການລົງທຶນ, ໂຄງປະກອບການຈັດຕັ້ງ ແລະ ການບໍລິຫານ, ຮູບແບບການດຳເນີນທຸລະກິດຂອງວິສາຫະກິດ ຢູ່ໃນ ສປປ ລາວ;

5. ຕິດຕາມ ແລະ ປະເມີນສະພາບການລົງທຶນຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ;

6. ຄົ້ນຄວ້າບັນຫາທີ່ຕິດພັນກັບການພັດທະນາວິສາຫະກິດ ເພື່ອເປັນບ່ອນອີງໃນການສະເໜີນະໂຍບາຍສົ່ງເສີມພັດທະນາວິສາຫະກິດ, ການສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ການແຂ່ງຂັນ ແລະ ການດຳເນີນທຸລະກິດ;

7. ສ້າງແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານການຄົ້ນຄວ້າພັດທະນາວິສາຫະກິດ ເພື່ອສະເໜີປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພິຈາລະນາອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

8. ພົວພັນ ແລະ ຮ່ວມມືກັບອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ທີ່ມີໜ້າທີ່ກ່ຽວຂ້ອງ ກັບວຽກງານຄົ້ນຄວ້າພັດທະນາວິສາຫະກິດ;

9. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງປະທານສະຖາບັວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ມີໂຄງປະກອບກົງຈັກ ດັ່ງນີ້:

  1. ພະແນກ ຄົ້ນຄວ້າລັດວິສາຫະກິດ;
  2. ພະແນກ ຄົ້ນຄວ້າວິສາຫະກິດເອກະຊົນພາຍໃນ;
  3. ພະແນກ ຄົ້ນຄວ້າວິສາຫະກິດຕ່າງປະເທດ;
  4. ພະແນກ ຄົ້ນຄວ້າວິສາຫະກິດລວມໝູ່;