ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

ໃນຕອນເຊົ້າຂອງວັນທີ 15 ມັງກອນ 2024 ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍການເປັນປະທານຂອງ ສະຫາຍ ປອ. ທະນົງສອນ ສີບຸນເຮືອງ ເລຂາໜ່ວຍພັກ, ວ່າການຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີກໍາມະການພັກ, ສະມາຊິກພັກ, ຫົວໜ້າພະແນກ, ຮອງພະແນກ, 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກບັນດາພາກສ່ວນອ້ອມຂ້າງ ແລະ ພະນັກງານທັງໝົດ ສຂຝ ເຂົ້າຮ່ວມ ຈໍານວນ 26 ສະຫາຍ; ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາເນື້ອໃນການແຂ່ງຂັນ ຂອງ ສຂຝ ສະບັບເລກທີ 015/ສວສສຊ.ຄຊຂຍ, ລົງວັນທີ 08 ມັງກອນ 2024; ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໄດ້ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ ຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໜ່ວຍພັກ, ຄະນະນຳສູນ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ດ້ວຍການນຳພາ ແລະ ປຸກລະດົມສະມາຊິກພັກພະນັກງານລັດຖະກອນພາຍໃນສູນ ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ ແລະ ມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນແຕ່ລະໄລຍະທີ່ ສວສສຊ ຈັດຂຶ້ນ. ບົນພື້ນຖານນັ້ນ, ກໍຫັນເປັນແຜນການວຽກງານ ໂດຍຕິດພັນກັບພາລະບົດບາດ, ສິດ, ໜ້າທີ່ຂອງຕົນເຖິງວ່າ ການປັບປຸງພາລະບົດບາດ, ກົງຈັກການຈັດ ຕັ້ງ ແລະ ບຸກຄະລາກອນ ຈະມີການແຍກອອກ ແລະ ໂຮມເຂົ້າກັນຫຼາຍຄັ້ງກໍ່ຕາມ, ແຕ່ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກໍ່ໄດ້ປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດຂອງຕົນ ແລະ ຕາມການມອບໝາຍຂອງ ສວສສຊ ດ້ວຍຜົນສຳເລັດ:

1.      ພະນັກງານ-ລັດຖະກອນ ຂອງສູນ ໄດ້ຮັບຍ້ອງຍໍຜົນງານດີເດັ່ນໃນການປະຕິບັດວຽກງານ ປະຈຳປີ 2022 ຈາກ ສວສສຊ ມີທັງໝົດ 22 ຄົນ, ຍິງ 11 ຄົນ; ໃນນີ້, ປະເພດ I ມີ 17 ຄົນ, ຍິງ 10 ທ່ານ ແລະ ປະເພດ II ມີ 5 ຄົນ, ຍິງ 1 ທ່ານ.

2.      ໜ່ວຍອົງການຈັດຕັ້ງມະຫາຊົນຂອງ ສຂຝ ກໍໄດ້ຮັບການຍ້ອງຍໍຜົນງານດີເດັ່ນ ໃນການປະກອບສ່ວນເຄື່ອນໄຫວວຽກງານຂອງຕົນ ໃນໄລຍະຜ່ານມາ ກໍຄືຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຕາມສາຍຕັ້ງຂອງຕົນປະຈຳປີ 2022 ເປັນຕົ້ນ ໜ່ວຍສະຫະພັນແມ່ຍິງ ສຂຝ ໄດ້ຮັບການຍ້ອງຍໍຜົນງານດີເດັ່ນ ໃນການປະກອບສ່ວນເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ກໍຄືຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2022 ມີທັງໝົດ 11 ຄົນ, ໜ່ວຍຊາວໜຸ່ມ ສຂຝ ໄດ້ຮັບການຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານ ໃນກໍຄືຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2022 ແລະ ໄດ້ຮັບຫຼຽນກາລະນຶກ 65 ປີ ມີທັງໝົດ 17 ຄົນ, ຍິງ 6 ຄົນ.

        ສ່ວນຂໍ້ຄົງຄ້າງແມ່ນການປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ມີການແຍກອອກ ແລະ ໂຮມເຂົ້າກັນຫຼາຍຄັ້ງ ເຮັດໃຫ້ພະນັກງານລັດຖະກອນຈຳນວນໜຶ່ງບໍ່ອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ຄວາມເປັນເຈົ້າການຕໍ່ ໜ້າທີ່ຮັບຜິດຊອບບໍ່ທັນສູງ, ບໍ່ທັນສຸມສະຕິປັນຍາເຂົ້າໃສ່ວຽກງານທີ່ຖືກມອບໝາຍ, ບັນຍາ ກາດ ແລະ ຂະບວນການຈັດຕັ້ງປະຕິບັດໜ້າທີ່ວຽກງານຍັງບໍ່ຟົດຟື້ນເທົ່າທີ່ຄວນ; ການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ, ຄວາມດຸໝັ່ນຫ້າວຫັນ, ຈິດໃຈບຸກບືນຂອງພະນັກງານ-ລັດຖະກອນບາງສະຫາຍຍັງບໍ່ທັນສູງ ແລະ ເອົາຈິງເອົາຈັງເທື່ອ; ທັດສະນະຫຼັກໝັ້ນຊົນຊັ້ນ, ແບບແຜນດຳລົງຊີວິດ, ມານະຈິດມີປະກົດການຫຼຸດໜ້ອຍຖອຍລົງ, ມີພະນັກງານ-ສະເໜີລາອອກການສ້າງເສດຖະກິດຄອບຄົວ; ຂະບວນການປະເມີນຜົນງານພະນັກງານ-ລັດຖະກອນ ໃນໄລຍະ 5 ປີ ແລະ 10 ປີ ທີ່ຜ່ານມາ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ເຮັດໃຫ້ພະນັກງານ-ລັດຖະກອນ ບໍ່ມີໂອກາດໄດ້ຮັບຍ້ອງຍໍຜົນງານຈາກລັດຖະບານ.

ຜ່ານການດໍາເນີນກອງປະຊຸມ ໃນວາລະຕອນທ້າຍ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມວ່າ: ເພື່ອເປັນການຜັນຂະຫຍາຍວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທັງເປັນການຊຸກຍູ້ໃຫ້ຂະບວນການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ເພື່ອສືບຕໍ່ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງສູນແຕ່ນີ້ຮອດ 2025, ໂດຍສະເພາະແມ່ນສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ສວສສຊ ແລະ ແຜນພັດທະນາຄົ້ນຄວ້າ 5 ປີ ຄັ້ງທີ I ຂອງ ສວສສຊ ກໍ່ຄືບັນດາຄາດໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ I ຂອງສູນໄດ້ວາງອອກໃຫ້ປະກົດຜົນເປັນຈິງ ທັງເປັນການຜັນຂະຫຍາຍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສວສສຊ ໃຫ້ເປັນອັນລະອຽດຂອງສູນ  ພວກເຮົາຕ້ອງໄດ້ເອົາໃຈໃສ່ຢ່າງເລິກເຊິ່ງເຖິງຖອງ ເຊິ່ງການຈັດກອງປະຊຸມໃນຄັ້ງນີ້ເປັນບາດກ້າວທີ່ສໍາຄັນທີ່ສຸດ ຖືເປັນການເປີດບັ້ນແຂ່ງຂັນ ຕາມການຈັດຕັ້ງວາງອອກ ແລະ ບັນດາຫົວໜ້າພະແນກທັງ 5 ພະແນກພາຍໃນສູນກໍ່ໄດ້ຂຶ້ນຈັບມືດ້ວຍຄວາມຫ້າວຫັນ ພ້ອມທີ່ຈະຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ວັນສະເຫຼີມ ລັດຕະນະ