ສວສສຊ, ສມປຊ ແລະ ມຊ ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ແລະ ແລກປ່ຽນທາງວິຊາການ

ໃນວັນທີ 06 ສິງຫາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມລົງນາມຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຮສ. ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງ ຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮ່ວມມືໃນການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຂອງອົງການເວົ້າລວມ ເວົ້າສະເພາະກໍແມ່ນວຽກ ງານຄົ້ນຄວ້າວິທະຍາສາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ເປັນຈຸດປະສານງານ ແລະ ເຄືອຂ່າຍການຄົ້ນຄວ້າວິທະຍາສາດດ້ານການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທີ່ເຂັ້ມແຂງ, ມີຄວາມເປັນເອກະພາບ; ສາມາດສະໜອງຂໍ້ມູນ, ຂໍ້ສະເໜີແນະ ແລະ ໃຫ້ຄໍາປຶກສາທາງດ້ານວິຊາການໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ແລະ ເສີມສ້າງຂີດຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນເທື່ອລະກ້າວ. ສໍາລັບ ເນື້ອໃນການຮ່ວມມືແມ່ນປະກອບດ້ວຍການກໍ່ສ້າງຊັບພະຍາກອນມະນຸດ, ການແລກປ່ຽນນັກຄົ້ນຄວ້າ, ຄູສອນ ແລະ ຜູ້ບັນຍາຍພິເສດ, ການແລກປ່ຽນຜົນການຄົ້ນຄວ້າ ແລະ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ການເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການຮ່ວມມືກັນຊອກຫາແຫຼ່ງທຶນຈາກແຫຼ່ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດຕາມພາລະບົດ ບາດຂອງແຕ່ລະຝ່າຍ ແລະ ຕາມການມອບໝາຍຂອງຂັ້ນເທິງ ແລະ ຂົງເຂດອື່ນໆ ທີ່ທັງສາມຝ່າຍເຫັນດີເປັນເອກະພາບຮ່ວມກັນ.

ໂອກາດນີ້ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ປະທານ ສວສສຊ ໄດ້ມີຄໍາເຫັນວ່າ: ການລົງນາມບົດບັນທຶກໃນຄັ້ງນີ້ ກໍເພື່ອຍົກສູງການຮ່ວມມືໃຫ້ເປັນຮູບປະທໍາຫຼາຍຂຶ້ນ ຕາມເນື້ອໃນຈິດໃຈຂົງເຂດການຮ່ວມມື. ນອກນັ້ນ, ຍັງເປັນການປະກອບສ່ວນໃນການສ້າງເວທີ ເພື່ອແລກປ່ຽນຄໍາຄິດຄໍາເຫັນ, ແລກປ່ຽນຜົນການຄົ້ນຄ້ວາ ແລະ ສ້າງເຄືອຂ່າຍນັກຄົ້ນຄ້ວາ, ສ້າງຄວາມສໍາພັນກັນລະຫວ່າງ 3 ສະຖາບັນ ໃນການສຶກສາ, ຄົ້ນຄ້ວາ, ວິໄຈ ເພື່ອສ້າງໃຫ້ໄດ້ກໍາລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດ ໃຫ້ກາຍເປັນຜະລິດຕະພັນທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ; ເຮັດໃຫ້ນັກຄົ້ນຄ້ວາ, ນັກວິທະຍາສາດ ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນຊ່ວຍພັກ-ລັດ ຄົ້ນຄ້ວາຊອກຫາທາງອອກໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ທີ່ປະເຊີນໜ້າແຕ່ລະໄລຍະ ກໍຄືເສັ້ນທາງການພັດທະນາຢູ່ປະເທດເຮົາໃຫ້ຫຼາຍກ່ວາເກົ່າ ເປັນຕົ້ນການແກ້ໄຂບັນຫາເສດຖະກິດ-ການເງິນ-ເງິນຕາ, ນັບທັງການແກ້ໄຂບັນຫາທີ່ຕິດພັນຂອດຂັ້ນການຄຸ້ມຄອງ-ບໍລິຫານຂອງລັດ ແລະ ອື່ນໆ.

ຂຽນຂ່າວ ແລະ ຖ່າຍພາບ: ວິໃຈ ເດດວົງສອນ