ສຂຝ ຈັດຝຶກອົບຮົມການສົ່ງຂໍ້ມູນລົງເວັບໄຊ ສວສສຊ ແລະ ວິທີນຳໃຊ້ຫໍສະໝຸດເອເລັກໂຕຣນິກ

ວັນທີ 12 ກັນຍາ 2023 ທີ່ ຫ້ອງປະຊຸມ ສວສສຊ (ຕຶກເສດຖະກິດ) ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມຝຶກອົບຮົມການສົ່ງຂໍ້ມູນລົງເວບໄຊ ສວສສຊ ແລະ ວິທີນໍາໃຊ້ຫໍສະໝຸດເອເລັກໂຕນິກ ໂດຍການເປັນປະທານ ຂອງ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າ ສຂຝ; ມີພະນັກງານວິຊາການຈາກຫ້ອງການ, ກົມ, ສູນ, ສະຖາບັນຄົ້ນຄວ້າອ້ອມຂ້າງເຂົ້າຮ່ວມຈໍານວນ 30 ທ່ານ; ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການເຜີຍແຜ່ເວບໄຊ ແລະ ຫໍສະໝຸດເອເລັກໂຕນິກ ສວສສຊ, ພ້ອມທັງໃຫ້ບັນດາຜູ້ເຂົ້າຮ່ວມຈາກແຕ່ລະພາກສ່ວນອ້ອມຂ້າງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຂັ້ນຕອນ, ວິທີການສົ່ງຂໍ້ມູນຂ່າວການເຄື່ອນໄຫວຈາກພາກສ່ວນຂອງຕົນ ແລະ ຜົນງານການຄົ້ນຄວ້າໃຫ້ຄະນະຮັບຜິດຊອບລົງເວບໄຊ ແລະ ເພື່ອຮຽນຮູ້ວິທີການນໍາໃຊ້ຫໍສະໝຸດເອເລັກໂຕນິກ.

ປະທານກອງປະຊຸມໄດ້ມີຄໍາເຫັນ ແລະ ກ່າວເປີດພິທີເຊິ່ງເພີ່ນໄດ້ກ່າວ: ເວບໄຊ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍສໍາລັບອົງການຕ່າງໆ ໃນຍຸກປັດຈຸບັນ,  ໂດຍສະເພາະ ສວສສຊ ເພາະເວບໄຊ ເປັນສື່ກາງໃນການນໍາສະເໜີ, ເຜີຍແຜ່ຂ່າວການເຄື່ອນໄຫວ ແລະ ຜົນງານການຄົ້ນຄວ້າຂອງນັກຄົ້ນຄວ້າ ສວສສຊ ເຮົາ; ຄຽງຄູ່ໄປກັບຫໍສະໝຸດທັນສະໄໝ ເຊິ່ງເປັນເຄື່ອງມືທີ່ຈໍາເປັນໃນການຫາຂໍ້ມູນເພື່ອປະກອບເຂົ້າໃນການຄົ້ນຄວ້າ ດັ່ງນັ້ນ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈຶ່ງໄດ້ສຸມໃສ່ 2 ໜ້າວຽກສໍາຄັນນີ້ຈົນສໍາເລັດ; ຫຼັງຈາກປະທານກອງປະຊຸມມີຄໍາເຫັນ ກໍ່ໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນ 2  ທ່ານຄື: 1. ທ່ານ ປທ. ນ. ພູຄຽງ ໄຊສິລິ ຫົວໜ້າພະແນກ, ຄະນະຮັບຜິດຊອບໂຄງການພັດທະນາເວບໄຊ ສວສສຊ ບັນຍາຍໃນຫົວຂໍ້: ແນະນໍາການສົ່ງຂໍ້ມູນຂ່າວການເຄື່ອນໄຫວ ແລະ ຂໍ້ມູນບົດຄົ້ນຄວ້າຂອງແຕ່ລະພາກສ່ວນເພື່ອສົ່ງລົງເວບໄຊ; 2. ທ່ານ ປທ. ສິລິສິດ ໄຊສົມແພງ ວິຊາການ ພະແນກຫໍສະໝຸດ ຄະນະຮັບຜິດຊອບໂຄງການຫໍສະໝຸດເອເລັກໂຕນິກ ບັນຍາຍໃນຫົວຂໍ້: ແນະນໍາການນໍາໃຊ້ຫໍສະໝຸດເອເລັກໂຕນິກ; ກອງປະຊຸມໄດ້ກ່າວປິດລົງໃນວັນດຽວກັນ.

ບົດຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ແກ້ວວິວັນ ສີວິໄລ