ກອງປະຊຸມປະເມີນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ຂຶ້ນໃນວັນທີ 24 ພະຈິກ ຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ປອ. ທະນົງສອນ ສີບຸນເຮືອງ ເລຂາໜ່ວຍພັກ ວ່າການຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກ ພາຍໃນໜ່ວຍພັກ ສຂຝ ເຂົ້າຮ່ວມ.

ສະຫາຍ ປອ. ທະນົງສອນ ສີບຸນເຮືອງ ເລຂາໜ່ວຍພັກ ກ່າວວ່າ: ການດໍາເນີນຊີວິດການເມືອງ ຕິດພັນກັບການກວດກາປະເມີນໜ່ວຍພັກ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ຕ້ອງເຮັດເປັນປະຈໍາຂອງໜ່ວຍພັກ ເພື່ອພ້ອມກັນຕີລາຄາ ແລະ ທົບທວນຄືນການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ນັບທັງດ້ານຕັ້ງໜ້າ,  ດ້ານຫຍໍ້ທໍ້ ແລະ ວາງທິດທາງແຜນການ ໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ແລະ ສືບຕໍ່ຈັດຕັ້ງ ຜັນຂະຫຍາຍໃຫ້ໄດ້ຮັບຜົນສໍາເລັດໃໝ່ຍິ່ງໃຫຍ່ກ່ວາເກົ່າ.

 

ການດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນຫຼັກການນໍາພາຂອງພັກ ເພື່ອເປັນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງເປັນການຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາຂອງພັກ, ຄວາມຮູ້ຄວາມສາມາດຂອງສະມາຊິກພັກ, ປະສິດທິຜົນຂອງວຽກງານໃນການປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ ທັງຮັບປະກັນຄວາມສາມັກຄີ ເປັນເອກະພາບພາຍໃນພັກ.

ພາຍຫຼັງທີ່ໄດ້ຜ່ານບົດສໍາຫຼວດຂອງແຕ່ລະສະຫາຍສະມາຊິກພັກ ພ້ອມທັງ ມີການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ.ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ,  ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ເຊິ່ງມີເນື້ອໃນບາງຕອນໄດ້ກ່າວວ່າ: ເພື່ອຮັບປະກັນການບັນລຸຄາດໝາຍລວມທີ່ວາງອອກນັ້ນ ຄະນະໜ່ວຍພັກ, ສະມາຊິກພັກ ສຂຝ ໄດ້ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກຄັ້ງທີ I ຂອງ ສວສສຊ ແລະ ແຜນພັດທະນາວຽກງານ ຄົ້ນ ຄວ້າຂອງ ສວສສຊ ໄລຍະປີ 2022-2026 ມາເປັນແຜນການ, ແຜນງານ ແລະ ໂຄງການ ເຂົ້າໃນການກຳນົດໃນແຜນກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຈັດຕັ້ງເປັນແຜນປະຕິບັດ ໃນແຕ່ລະເດືອນເປັນປົກກະຕິ ເປັນຕົ້ນ ການ ປັບປຸງຂະຫຍາຍພັກ, ການປັບປຸງຄຸນນະພາບຂອງສະມາຊິກພັກ, ການຫັນ ເປັນທັນສະໄໝໃນວຽກງານຄຸ້ມຄອງ ແລະ ພັດທະນາລະບົບຂໍ້ມູນຂ່າວສານ ແລະ ອື່ນໆ ທັງກໍ່ສ້າງຄວາມເຂັ້ມແຂງທາງ ດ້ານວິຊາສະເພາະໃຫ້ສູງຍິ່ງຂຶ້ນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີນ້ຳໃຈເສຍສະຫຼະ, ຮັບໃຊ້ຊາດ, ຮັບໃຊ້ປະ ຊາຊົນຢ່າງສຸດໃຈ, ເດັດດ່ຽວຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິ, ມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ. ພ້ອມດຽວກັນນັ້ນ, ຍັງໄດ້ຊຸກຍູ້ໃຫ້ສະມາຊິກພັກພະນັກງານ ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ ແລະ ຕາມການມອບໝາຍຂອງຂັ້ນເທິງ, ນັບທັງວຽກງານອົງການຈັດຕັ້ງມະຫາຊົນ ແລະ ຂະບວນການອື່ນໆ ແມ່ນໄດ້ເຄື່ອນໄຫວຢ່າງຫ້າວຫັນ. ພ້ອມດຽວກັນ ບົດຮຽນທີ່ຖອດຖອນໄດ້ໃນການກໍ່ສ້າງໜ່ວຍພັກປອດໃສ,  ເຂັ້ມແຂງ, ໜັກແໜ້ນແມ່ນຕ້ອງໄດ້ເພີ່ມທະວີເອົາໃຈໃສ່ໃນການເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຕ່າງໆຂອງພັກຂອງ ລັດໃຫ້ແຂງແຮງ,ເປັນປົກກະຕິໂດຍຖືວຽກງານນີ້ເປັນວຽກສຳຄັນຂອງໜ່ວຍພັກ ແລະ ສະມາຊິກພັກ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າຂອງຄະນະໜ່ວຍພັກ, ສະມາຊິກພັກ ທາງດ້ານແນວຄິດ ແລະ ການປະພຶດ ເປັນເນື້ອໃນ ແລະ ວິທີການ ເພື່ອຍົກສູງບົດບາດ ແລະ ຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ;ຍົກສູງຄຸນນະພາບໃນການນໍາພາຊີ້ນໍາ ຂອງຄະນະພັກຕໍ່ວຽກງານລັດ ສະແດງອອກແຈ້ງ ໃນການບັນລຸຄາດ ໝາຍວຽກງານວິຊາສະເພາະ ແລະ ຮັບປະກັນຄວາມເປັນແບບຢ່າງໃນການເຄື່ອນໄຫວໃຫ້ສອດຄ່ອງກັບພາລະບົດບາດຂອງຕົນ, ທັງຖືກຕ້ອງຕາມລະບຽບຂອງພັກ ແລະ ກົດໝາຍຂອງລັດ;ປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ສະມາຊິກພັກພາຍໃນສູນ ໃຫ້ມີຄວາມຄ່ອງຕົວ, ຄ່ອງ ແຄ້ວ, ເຂັ້ມແຂງ, ໃກ້ສິດຕິດແທດອົງການຈັດຕັ້ງມະຫາຊົນ ຊຸກຍູ້ໃຫ້ເຂົາເຈົ້າໄດ້ເຄື່ອນໄຫວເປັນປົກກະຕິ;ເອົາໃຈໃສ່ ກໍ່ສ້າງຍົກລະດັບທາງດ້ານທິດສະດີ, ວິຊາສະເພາະ ແລະ ພາສາຕ່າງປະເທດ ໃຫ້ສະມາຊິກພັກພະ ນັກງານ ເພື່ອສາມາດນຳພາ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ເພື່ອເລືອກ ເຟັ້ນເອົາສະມາຊິກພັກ ຜູ້ດີເດັ່ນເປັນຜູ້ສືບທອດ ຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຢ່າງເປັນລະບົບຕໍ່ເນື່ອງໃນຕໍ່ໜ້າ.

 

 

ພາບ-ຂ່າວ: ພວງເພັດ ຈັນທະລີວົງ