Month: ເດືອນກໍລະກົດ 2025

IMG_7216

ສະຫະພັນແມ່ຍິງ ສວສສຊ ຈັດກອງປະຊຸມທາບທາມຮອບເປີດກວ້າງ ຄະນະບໍລິຫານງານ ສສຍລ ສະໄໝທີ IX

IMG_7216

     ໃນຕອນບ່າຍ ຂອງວັນທີ 22 ກໍລະກົດ 2025 ທີ່ຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ສສຍລ ສະໄໝທີ IX ຮອບເປີດກວ້າງ ຮອບທີ 1 ແລະ ຜ່ານເນື້ອໃນເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ນາງ ແກ້ວວິວອນ ອຸດທະຈັກ ກໍາມະການຄະນະພັກ ຜູ້ຊີ້ນໍາວຽກງານສະຫະພັນແມ່ຍິງ ສວສສຊ;  ມີສະຫາຍ ນາງ ລັດດາວັນ ຊົງວິໄລ, ປະ ທານສະຫະພັນແມ່ຍິງ ສວສສຊ, ທ່ານ ຄໍາສຸກ ພອນໄຊສະຫວັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມຈໍານວນ 66 ສະຫາຍ.

       ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາແມ່ຍິງລາວ, ຮ່າງກົດລະບຽບແມ່ຍິງລາວ ສະບັບປັບປຸງ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ໃນໄລຍະໜຶ່ງສະໄໝຜ່ານມາ ໂດຍຍົກໃຫ້ເຫັນຜົນສໍາເລັດຂອງວຽກງານໃນແຕ່ລະດ້ານ, ຕີລາຄາດ້ານດີ-ດ້ານອ່ອນ,​ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ລວມເຖິງຄາດໝາຍສູ້ຊົນ,​ ທິດທາງວຽກງານ ຂອງສະຫະພັນແມ່ຍິງ 5 ປີໃນຕໍ່ໜ້າ (2026-2030). ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຈາກບັນດາສະມາຊິກແມ່ຍິງຕໍ່ 03 ເອກະສານດັ່ງກ່າວຢ່າງມີວິທະຍາສາດ ແລະ ເລິກເຊິງ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ຂຶ້ນຜ່ານມາດຕະຖານ ແລະ ເງື່ອນໄຂ ຜູ້ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ ແລະ ເລືອກເຟັ້ນເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ຊຸດໃໝ່) ໃຫ້ໄດ້ຜູ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກາໍນົດໄວ້.

IMG_7535

     ສະຫາຍ ປອ. ນາງ ແກ້ວວິວອນ ອຸດທະຈັກ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ສະມາຊິກແມ່ຍິງທຸກສະຫາຍ ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າບັນດາມາດຕະຖານ ແລະ ເງື່ອນໄຂຂອງບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ໃຫ້ມີຄວາມໜັກແໜ້ນ ແນໃສ່ຮັບປະກັນໃຫ້ສາມາດ ສືບຕໍ່ນໍາພາ-ຊີ້ນໍາວຽກງານແມ່ຍິງມີຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມນັ້ນ ສະຫາຍຍັງເນັ້ນໜັກໃສ່ບາງບັນຫາໃຫ້ຜູ້ທີ່ຈະຮັບສະໝັກເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຈະຕ້ອງເປັນຜູ້ກໍາແໜ້ນແນວທາງຂອງພັກ, ເປັນຜູ້ມີທັດສະນະຫຼັກໝັ້ນການເມືອງໝັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ທັດສະນະມະຫາຊົນຖືກຕ້ອງ, ມີຄວາມຮັບຜິດຊອບສູງ ສາມາດບັນລຸຜົນສຳເລັດໜ້າທີ່ການເມືອງຂອງສະຫະພັນແມ່ຍິງວາງອອກເປັນຢ່າງດີ. ຈາກນັ້ນ ກອງປະຊຸມໄດ້ດາໍເນີນການປ່ອນບັດທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບ ເລືອກຕັ້ງເອົາ ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ທີ່ຈະມາເຖິງນີ້.

ຂຽນຂ່າວ: ຈັນທູ ແກ້ວອ່ອນວົງໄຊ

ຖ່າຍພາບ: ມູນິນ ພົນສັກດາ

IMG_7827-768x512.jpg

ກອງປະຊຸມສຳມະນາວິທະຍາສາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ສະໄໝທີ II ຂອງອົງຄະນະພັກ ສວສສຊ

IMG_7827

     ໃນວັນທີ 25 ກໍລະກົດ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມ.

      ກອງປະຊຸມຄັ້ງນີ້ແມ່ນມີຈຸດປະສົງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ສະໄໝທີ II ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ທັງເປັນການສ້າງເວທີໃຫ້ນັກຄົ້ນຄວ້າໝຸ່ມໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ນໍາສະເໜີຜົນງານການຄົ້ນຄວ້າຂອງຕົນ ເພື່ອຝຶກຝົນຫຼໍ່ຫຼອມໃຫ້ນັກຄົ້ນຄວ້າໜຸ່ມມີຄວາມໜັກແໜ້ນທາງດ້ານວິຊາການ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ-ຄະນະນໍາສະຖາບັນ ໃນການຄົ້ນຄວ້າວິິທະຍາສາດເສດຖະກິດ ແລະ ສັງຄົມ ເຊິ່ງບັນດາບົດຄົ້ນຄວ້າທີ່ນໍາສະເໜີໃນກອງປະຊຸມຄັ້ງນີ້ ປະກອບມີ 10 ບົດ ທີ່ໄດ້ຄັດເລືອກມາຈາກ 11 ພາກສ່ວນທີ່ຂື້ນກັບ ສວສສຊ.

IMG_7819

     ໃນໂອກາດນີ້, ປອ. ກອງແກ້ວ ໄຊສົງຄາມ  ໄດ້ມີຄໍາເຫັນໂອ້ລົມຕໍ່ສຳມະນາວິທະຍາສາດວ່າ:  ບັນດາບົດທີ່ນໍາສະເໜີເປັນຫົວຂໍ້ທີ່ໜ້າສົນໃຈ ແລະ ເປັນຂໍ້ມູນການຄົ້ນຄວ້າພື້ນຖານທີ່ດີ ຂໍໃຫ້ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະ ສ້າງຜົນງານການຄົ້ນຄວ້າຂອງຕົນ ເພື່ອໃຫ້ກາຍເປັນນັກຄົ້ນຄວ້າໝຸ່ມຜູ້ທີ່ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ເປັນເສນາທິການທີ່ດີໃນວຽກງານການຄົ້ນຄວ້າໃຫ້ແກ່ຄະນະພັກ-ຄະນະນໍາໃນຕໍ່ໜ້າ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຖາບັນຄົ້ນຄວ້າ ກໍ່ຄືບັນດາສະມາຊິກຂອງ 03 ອົງການຈັດຕັ້ງມະຫາຊົນ ສືບຕໍ່ສ້າງຜົນງານການຄົ້ນຄວ້າ ເພື່ອໃຫ້ມີມາປະກອບສ່ວນນໍາສະເໜີໃນເວທີດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ ແລະ ຫຼາກຫຼາຍຫົວຂໍ້, ແນໃສ່ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ນັກຄົ້ນຄວ້າ-ນັກວິຊາການພວກເຮົາໃຫ້ເຂັ້ມແຂງ ແລະ ຫຼາຍຂຶ້ນກວ່າເກົ່າ. ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າພວກເຮົາຈະມີກອງປະຊຸມລັກສະນະນີ້ຕື່ມ ໂດຍກຳນົດເຮັດໃນແຕ່ລະປີ ແລະ ອາດຈະກຳນົດໃຫ້ມີຊື່ຫົວຂໍ້ສະເພາະ (Theme) ໃນແຕ່ລະປີ ຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ. ທ່ານຍັງໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ລາງວັນຊົມເຊີຍ ໃຫ້ແກ່ຜູ້ກອບສ່ວນໃນກອງປະຊຸມຄັ້ງນີ້ອີກດ້ວຍ.

IMG_7836
WhatsApp Image 2025-07-28 at 13.21.14_3c9603aa
IMG_7543

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ

IMG_7620

ສວສສຊ ຈັດຕັ້ງກອງປະຊຸມທາບທາມບຸກຄະລາກອນ

IMG_7620

     ວັນທີ 23 ກໍລະກົດ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ 1  ເພື່ອຮັບສະໝັກເລືອກຕັ້ງເຂົ້າໃນກອງຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີສະຫາຍຄະນະປະຈຳພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມໄດ້ຮັບຟັງການສະເໜີຮ່າງບົດລາຍງານການເມືອງໂດຍສະຫາຍ ປອ. ບຸນສີ ພຸດທະວົງ, ຮ່າງແຜນພັດທະນາວຽກງານຄົ້ນຄວ້າ 5 ປີ ໂດຍສະຫາຍ ປອ. ສາຍຄຳ ວໍລະເດດ ແລະ ຮ່າງບົດສໍາຫຼວດການນໍາພາລວມ ໂດຍສະຫາຍ ບຸນລັດ ແກ້ວອາສາ ເຊິ່ງໄດ້ຕີລາຄາຜົນສຳເລັດຂອງການນໍາພາຊີ້ນໍາ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ສວສສຊ ໃນໄລຍະຜ່ານມາ ທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອສືບຕໍ່ວາງທິດທາງປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ. ກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຈາກບັນດາສະມາຊິກພັກຢ່າງກົງໄປກົງມາ, ມີວິທະຍາສາດ ແລະ ເລິກເຊິ່ງ ເປັນປະໂຫຍດຕໍ່ການປັບປຸງເນື້ອໃນໃຫ້ອຸດົມສົມບູນ, ຄົບຖ້ວນຍິ່ງຂຶ້ນກວ່າເກົ່າ. ຈາກນັ້ນ ສະຫາຍ ບຸນລັດ ແກ້ວອາສາ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ  ໄດ້ສະເໜີຜ່ານມາດຕະຖານ ແລະ ເງື່ອນໄຂຂອງຄະນະບໍລິຫານງານພັກ ສວສສຊ ຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ສະມາຊິກພັກໄດ້ຄົ້ນຄວ້າພິຈາລະນາທາບທາມເລືອກເອົາຄະນະບໍລິຫານງານພັກ, ເລຂາ-ຮອງເລຂາ, ຄະນະປະຈຳ ແລະ ຄະນະກວດກາພັກ ໃນຮອບທີ 1 ຕາມແຜນທີ່ໄດ້ກໍານົດໄວ້.

IMG_7581
IMG_7605
IMG_7608

     ໃນໂອກາດນີ້, ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນຄວາມສຳຄັນການດຳເນີນກອງປະຊູມໃຫຍ່, ການຄັດເລືອກອົງຄະນະພັກຊຸດໃໝ່ ແລະ ເນັ້ນໜັກໃຫ້ສະມາຊິກພັກທີ່ເຂົ້າກອງປະຊຸມ ຈົ່ງກໍາແໜ້ນເນື້ອໃນມາດຖານເງື່ອນໄຂຂອງຜູ້ທີ່ຈະຮັບສະໝັກເຂົ້າໃນຄະນະພັກ ຕ້ອງເປັນຜູ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ມີຜົນສຳເລັດໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ທັງຮຽກຮ້ອງໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການລົງຄະແນນສຽງທາບທາມບຸກຄະລາກອນເທື່ອນີ້ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຄວາມເປັນຈິງ. ຈາກນັ້ນ, ຄະນະຮັບຜິດຊອບກໍ່ໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ 1 ສຳເລັດຢ່າງຈົບງາມ.

IMG_7569_edited

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

IMG_5509

ສວສສຊ ຢ້ຽມຢາມທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫລວງວຽງຈັນ

IMG_7041

      ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ທີ່ຈະມາເຖິງນີ້. ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2025 ທີ່ຜ່ານມາ, ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາພາຄະນະພັກ-ຄະນະນຳຂອງບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍສະມາຊິກພັກ, ພະນັກງານລັດຖະກອນ ໄປຢ້ຽມຢາມ ບໍລິສັດທ່າບົກທ່ານາແລ້ງ (THANALENG DRY PORT Sole CO., LTD). ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ເພື່ອຮັບຟັງການດຳເນີນວຽກງານຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງສິນຄ້າພາຍໃນ-ຕ່າງປະເທດ ທັງເກັບກຳຂໍ້ມູນ, ຄຳສະເໜີນໍາໄປຄົ້ນຄວ້າ ແລະ ຮັບໃຊ້ເຂົ້າໃນການແກ້ໄຂສະພາບເສດຖະກິດ-ການເງິນຂອງລາວໃຫ້ຂາດຕົວ.

      ໃນໂອກາດນີ້, ທ່ານ ສີລາ ວຽງແກ້ວ. ປະທານສະພາບໍລິຫານ ບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ກ່າວຕ້ອນຮັບ ແລະ  ສະເໜີປະຫວັດຄວາມເປັນມາຂອງບໍລິສັດໂດຍຫຍໍ້ ບາງຕອນວ່າ: ການສ້າງທ່າບົກທ່ານາແລ້ງ ແມ່ນໂຄງການໜຶ່ງທີ່ສຳຄັນຂອງລັດຖະບານ ເພື່ອຍົກລະດັບການຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າໃຫ້ມີປະສິດທິພາບ, ສ້າງແຫຼ່ງລາຍຮັບທີ່ສໍາຄັນເຂົ້າລັດ ໂດຍການຮ່ວມມືກັບພາກເອກະຊົນໃນການລົງທຶນ ແລະຄຸ້ມຄອງດໍາເນີນ ທຸລະກິດ. ໂຄງການດັ່ງກ່າວກວມມີເນື້ອທີ່ທັງໝົດ 418 ເຮັກຕາ. ໃນນັ້ນ ສ້າງເປັນຈະເຂດໂລຊິດສະຕິກ ກວມ 327 ເຮັກຕາ ແລະ ເຂດທ່າບົກທ່ານາແລ້ງ ກວມ 98 ເຮັກຕາ ຄາດຄະເນມູນຄ່າການລົງທຶນ 527 ລ້ານໂດລາສະຫະລັດ. ມາຮອດປັດຈຸບັນ ບໍລິສັດໄດ້ສຳເລັດການພັດທະນາໂຄງການໄລຍະທີ I ແລະ ຈະສືບຕໍ່ປະຕິບັດໂຄງການໄລຍະທີ II ໃນການກໍ່ສ້າງເຂດໂລຊິດສະຕິກ ເຊິ່ງປະກອບມີ 8 ເຂດພັດທະນາຄື: ເຂດສາງເກັບມ້ຽນນໍ້າມັນເຊື້ອໄຟ, ເຂດຜະລິດສົ່ງອອກ (ເຂດອຸດສາຫະກໍາເບົາ), ເຂດໂລຊິດສະຕິກພາກ (ເຂດສາງສິນຄ້າ ແລະ ສາງເຢັນ), ເຂດການຄ້າເສລີ, ເຂດເຕັກໂນໂລຊີ, ເຂດການເງິນ, ເຂດໂຮງງານກັ່ນ ແລະ ຫຼອມຄໍາ ແລະ ເຂດກັກກັນພືດ-ສັດ, ຄາດໝາຍການກໍ່ສ້າງຈະໃຫ້ສຳເລັດພາຍໃນ 3 ປີຂ້າງໜ້າ. 

IMG_6979
IMG_6981
IMG_7004

     ທ່ານ ສາຄອນ ພິລາງາມ, ຜູ້ອຳນວຍການໃຫຍ່ບໍລິສັດທ່າບົກທ່ານາແລ້ງ ໄດ້ລາຍງານການພັດທະນາໂຄງການຕື່ມວ່າ: ໂຄງການນີ້ເປັນການຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດຂອງພັກ ແລະ ລັດຖະບານໃນການສ້າງປະເທດລາວໃຫ້ກາຍເປັນທາງຜ່ານເຊື່ອມໂຍງເຊື່ອມຈອດອອກສູ່ສາກົນ ຜ່ານທາງບົກ, ທາງເຮືອ ແລະ ທາງອາກາດ (3 Links) ເພື່ອຍົກລະດັບມູນຄ່າເພີ່ມ ແລະ ແຂ່ງຂັນວຽກງານບໍລິການ, ການຂົນສົ່ງ, ການຄ້າຂອງລາວ ແລະ ບັນດາປະເທດໃກ້ຄຽງ ຕາມແລວທາງເສັ້ນທາງລົດໂຟລາວ-ຈີນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນ, ເປັນທ່າບົກທີ່ໄດ້ມາດຕະຖານສາກົນຈາກອົງການສະຫະປະຊາຊາດ. ບໍລິສັດຍັງໄດ້ສຶກສາ ແລະ ລົງທຶນໃນເຂດໂລຊິດສະຕິກລິ້ງ ເຊັ່ນ: ເຂດໂລຊິດສະຕິກຢູ່ແຂວງບໍ່ແກ້ວ, ແຂວງຄຳມ່ວນ ແລະ ເຂດໂລຊິດສະຕິກຢູ່ນະຄອນຫຼວງວຽງຈັນ,  ທ່າເຮືອຫວຸງອ່າງ ສສ ຫວຽດນາມ ແລະ ເສັ້ນທາງລົດໄຟວຽງຈັນ-ຮ່າໂນ້ຍ ທັງໝົດນີ້ຈະເຮັດໃຫ້ລາວສາມາດເຊື່ອມໂຍງ ກາຍເປັນປະເທດທາງຜ່ານອອກສູ່ທະເລ ແລະ ປາຊີຟິກ ຊ່ວຍຊຸກຍູ້ການຜະລິດເປັນສິນຄ້າ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ສູງຂຶ້ນໃນອະນາຄົດ. ຜ່ານການເປີດໃຫ້ບໍລິການນັບແຕ່ປີ 2021 ເຖິງປັດຈຸບັນ ສາມາດສ້າງລາຍຮັບລວມທັງໝົດ 114.5 ພັນຕື້ກີບ, ສຳລັບ 6 ເດືອນຕົ້ນປີ 2025 ບັນລຸໄດ້ 7 ພັນຕື້ກວ່າກີບ ເພີ່ມຂຶ້ນ 27% ຂອງແຜນທີ່ວາງໄວ້.

     ຕໍ່ກັບຜົນສຳເລັດຂອງບໍລິສັດທີ່ຍາດມາໄດ້ນັ້ນ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານ ສວສສຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຈາກຄະນະບໍລິສັດທ່າບົກທ່ານາແລ້ງ  ທີ່ໄດ້ລາຍງານສະພາບຄວາມເປັນມາ, ວິໄສທັດ ແລະ ການດຳເນີນວຽກງານໂລຊິດສະຕິກຂອງບໍລິສັດ ເຊິ່ງເປັນຂໍ້ມູນ, ເປັນບົດຮຽນທີ່ດີໃຫ້ແກ່ນັກຄົ້ນຄວ້າຂອງສະຖາບັນ ໄດ້ນໍາໄປຜັນຂະຫຍາຍເປັນແນວທາງການຄົ້ນຄວ້າວິທະຍາສາດໃນຂົງເຂດທີ່ກ່ຽວຂ້ອງໃຫ້ເລິກເຊິ່ງຍິ່ງຂຶ້ນໃນຕໍ່ໜ້າ, ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ລົງເລິກຫຼາຍປະເດັ່ນທີ່ສໍາຄັນກ່ຽວກັບນິຕິກຳ ແລະ ລະບຽບການຄຸ້ມຄອງໂລຊິດສະຕິກ, ການດຶງດູດການລົງທຶນ, ການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ເພື່ອສົ່ງອອກ, ການສ້າງເຂດການຄ້າເສລີ ເປັນຕົ້ນ. ພາຍຫຼັງສຳເລັດການພົບປະຄະນະບໍລິສັດໄດ້ນໍາພາໄປຢ້ຽມຢາມໂຄງລ່າງພື້ນຖານຂອງບໍລິສັດ ເຊັ່ນ: ລະບົບການຄຸ້ມຄອງຕິດຕາມພາຫະນະຂົນສົ່ງ, ລະບົບແຈ້ງເອກະສານ ແລະ ເສຍພາສີອາກອນ, ລະບົບສາງເກັບມ້ຽນຄຽນຖ່າຍສິນຄ້າ-ຕູ້ສິນຄ້າ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.

IMG_5509

ຂຽນຂ່າວ ແລະ ຖ່າຍພາບ: ວິໃຈ ເດດວົງສອນ

1

ຄະນະພັກ-ຄະນະນຳ ສວສສຊ ວາງພວງມາລາຕໍ່ຄອບຄົວພະນັກງານບໍານານ

1

     ຕອນເຊົ້າຂອງວັນທີ 12 ກໍລະກົດ 2024 ທີ່ຜ່ານນີ້, ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະນໍາ, ພະນັກງານລັດຖະກອນ ທີ່ມາຈາກພາກສ່ວນຕ່າງໆພາຍໃນ ສວສສຊ ໄດ້ເຂົ້າວາງພວງມາລາ ແລະ ຮ່ວມກິນທານຕໍ່ການເສຍຊີວິດຂອງ ສະຫາຍ ບຸນຍັງ ໄຊຊະນະວົງ ເຊິ່ງເປັນຄອບຄົວຂອງ ສະຫາຍ ປອ. ນ. ອຳໄພວັນ ຄໍາແສງສີວິໄລ ພະນັກງານບຳນານ, ອະດີດຄະນະປະຈໍາພັກ, ອະດີດກຳມະການຄະນະພັກ, ອະດີດຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ນະໂອກາດດັ່ງກ່າວນີ້ ຄະນະພັກ-ຄະນະນໍາ ພ້ອມ ດ້ວຍພະນັກງານລັດຖະກອນທຸກສະຫາຍ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມໂສກເສົ້າມາ ຍັງຄອບຄົວໄຊຊະນະວົງ, ຄອບຄົວຄໍາແສງສີວິໄລ ດ້ວຍ.

2
3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ

1

ສວສສຊ ຢ້ຽມຊົມຫໍພິພິຕະພັນສິລະປະລາວ (Lao Art Museum)

1

     ຕອນບ່າຍຂອງວັນທີ 11 ກໍລະກົດ 2025 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຢ້ຽມຊົມ ຫໍພິພິຕະພັນ ສິລະປະລາວ ນຳພາໂດຍທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີຄະນະພັກ-ຄະນະນຳແຕ່ລະຂັ້ນ ພ້ອມດ້ວຍຍສະມາຊິກພັກ, ພະນັກງານລັດຖະກອນ ເຂົ້າຮ່ວມທັງໝົດ 90 ກ່ວາຄົນ. ຈຸດປະສົງຂອງການຢ້ຽມຊົມຄັ້ງນີ້ ເພື່ອສ້າງໂອກາດໃຫ້ບັນດານັກຄົ້ນຄວ້າວິທະຍາສາດໄດ້ສຶກສາສິລະປະ, ເອກະລັກ ແລະ ວັດທະນາທໍາຂອງລາວ ຈາກຜົນງານການແກະສະຫຼັກ, ຫຼໍ່, ປັ້ນ ແລະ ແຕ້ມປະເພດຕ່າງໆ, ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ທີ່ ຈະຈັດຂຶ້ນໃນມໍ່ໆນີ້.

3

     ໃນໂອກາດນີ້, ທ່ານ ພິສິດ ໄຊຍະທິດ ປະທານຫໍພິພິຕະພັນ ສິລະປະລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ເລົ່າປະຫວັດຄວາມເປັນໃນການສ້າງຫໍພິພິຕະພັນ ສິລະປະລາວ ບາງຕອນວ່າ: ສປປ ລາວ ເປັນປະທດທີ່ອຸດົມສົມ ບູນໄປດ້ວຍໄມ້ນາໆຊະນິດ, ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ, ດ້ວຍຄວາມມັກຮັກໃນການສະສົມໄມ້ ແລະ ສິລະ ປະ ຈຶ່ງໄດ້ນໍາເອົາໄມ້ທີ່ມີມາແກະສະຫຼັກເປັນຮູບຕ່າງໆ ຈັດເປັນຫໍວາງສະແດງຜະລິດຕະພັນໄມ້ໄວ້ທີ່ບ້ານຂອງຕົນເອງ. ຕໍ່ມາດ້ວຍການສະໜັບສະໜູນຂອງຄອບຄົວ, ໝູ່ຄູ່, ອົງການຈັດຕັ້ງຂອງລັດ ແລະ ສັງຄົມ ຈຶ່ງໄດ້ຕັດສິນໃຈສ້າງຫໍພິພິຕະພັນ ສິລະປະລາວແຫ່ງນີ້ຂຶ້ນມາ ເພື່ອຮັບໃຊ້ສັງຄົມ, ຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ເປັນແລນມາກທາງດ້ານ ວັດທະນະທໍາຂອງນະຄອນຫຼວງວຽງຈັນ.

     ຕໍ່ການລາຍງານດັ່ງກ່າວ, ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການຕ້ອນຮັບດ້ວຍຄວາມອົບອຸ່ນ ທັງໃຫ້ກຽດລາຍງານສະພາບຂອງການກໍ່ສ້າງຫໍພິພິຕະພັນສິລະປະລາວແຫ່ງນີ້ ທີ່ມີ ຄວາມສວຍງາມ, ອະລັງການ, ວິຈິດສິນ ແລະ ມີສະຖາປັດຍະກຳສາດ, ເຕັມໄປດ້ວຍເອກະລັກວັດທະນະທຳລາວ ເພື່ອ ເປັນແຫຼ່ງຮຽນຮູ້ໃຫ້ລູກຫຼານໃນອະນາຄົດ. ຫໍພິພິຕະພັນ ສິລະປະລາວ ແມ່ນວິໄສທັດທີ່ກວ້າງໄກ, ເປັນທຸລະກິດທີ່ມີ ຄວາມຍືນຍົງ-ສີຂຽວ ທີ່ໄດ້ນໍາໃຊ້ຖຸດິບພາຍໃນມາປະສົມປະສານກັບພູມປັນຍາຂອງບັນພະບູລຸດລາວ ທີ່ສືບທອດກັນ ມາເປັນຜົນງານຕ່າງໆສະແດງໃນພິພິດຕະພັນ, ເປັນສິ່ງສົນໃຈທີ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມສ້າງຊື່ສຽງ ແລະ ແຫຼ່ງລາຍຮັບໃຫ້ທຸກພາກສ່ວນ, ຊ່ວຍພັດທະນາເສດຖະກິດ-ສັງຄົມຂອງລາວນັບມື້ດີຂຶ້ນ.

     ພາຍຫຼັງກ່າວຕ້ອນຮັບແລ້ວ, ທີມງານຫໍພິພິດຕະພັນໄດ້ນໍາຄະນະ ສວສສຊ ເຂົ້າຢ້ຽມຊົມການວາງສະແດງ ຜົນງານສິລະປະເພດຕ່າງໆ ເຊັ່ນ: ໄມ້ແກະສະຫຼັກ, ພຸດທະຮູບ, ສີລາຈາລຶກ ແລະ ອື່ນໆ ທີ່ຫຼາຍກວ່າພັນລາຍການ. ຫໍພິພິຕະພັນ ສິລະປະລາວ ຕັ້ງຢູ່ເຂດພັດທະນາໜອງເຊື່ອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ເປີດການວາງ ສະແດງຄັ້ງທຳອິດໃນວັນທີ 05 ມັງກອນ 2025 ມາຮອດປັດຈຸບັນໄດ້ໃຫ້ບໍລິການແລ້ວປະມານ 6 ເດືອນ, ຈຳນວນນັກ ທ່ອງທ່ຽວທີ່ມາຢ້ຽມຊົມ ສະເລ່ຍມື້ລະ 1.300 ຄົນ.  ໃນອານາຄົດ ຫໍພິພິດຕະພັນສິລະປະລາວ ມີແຜນຈະປັບປຸງຂະ ຫຍາຍພື້ນທີ່ວາງສະແດງໃຫ້ກວ້າງຂວາງ ແລະ ສ້າງລະບົບສິ່ງອຳນວຍຄວາມສະດວກຄົບວົງຈອນຕື່ມອີກ.

2

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ

1

ສວສສຊ ມອບປື້ມໃຫ້ຫໍສະໝຸດ ກອງທັບປະຊາຊົນລາວ

1

     ວັນທີ 9 ກໍລະກົດ 2025 ທີ່ຜ່ານມາ, ສະຫາຍ ເພັດໃສ ເພຍເທບ, ກຳມະການຄະນະພັກ, ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນຳເອົາປື້ມ, ວາລະສານ ແລະ ຜົນງານຄົ້ນຄວ້າ ຈໍານວນ 1.960 ຫົວ ໄປມອບໃຫ້ຫໍສະໝຸດກອງທັບປະຊາຊົນລາວ. ໃນໂອກາດນີ້, ສະຫາຍ ພັທ ນາງ ຄູນທອງ ທຳມະວົງ ຮັກສາການອຳນວຍການ ຫໍສະໝຸດກອງທັບປະຊາຊົນລາວ ໄດ້ກ່າວຮັບ ແລະ ສະແດງຄວາມຂອບໃຈມາຍັງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ນຳເອົາປື້ມຈຳນວນດັ່ງກ່າວ ທີ່ມີຄຸນຄ່າສູງ ຖືວ່າເປັນສົມບັດທາງປັນຍາອັນລ້ຳຄ່າ ມາມອບໃຫ້ຫໍສະໝຸດກອງທັບປະຊາຊົນລາວ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນຳເອົາປື້ມດັ່ງກ່າວໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍຈະຮີບໂຮມໄວ້ໃນຫໍສະໝຸດກອງທັບ ແລະ ຈັດແບ່ງໃຫ້ຫໍສະໝຸດກົມກອງຮາກຖານ ທີ່ຂຶ້ນກັບຈຳນວນ 57 ຫົວໜ່ວຍ ເພື່ອໃຫ້ພະນັກງານ-ນັກຣົບໃນຖັນແຖວກອງ ທັບ ແລະ ປັນຍາຊົນທົ່ວໄປໄດ້ມາຄົ້ນຄວ້າສຶກສາຮ່ຳຮຽນ. ໃນຕອນທ້າຍ ທັງສອງຝ່າຍໄດ້ຖ່າຍຮູບຮ່ວມກັນ ແລະ ຈະ ເພິ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າໃນຕໍ່ໜ້າ.

3
2

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ຍົກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສວສສຊ

1

     ວັນທີ 01 ກໍລະກົດ 2025  ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ພາຍໃຕ້ການເປັນປະທານຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຮອງປະທານ ແລະ ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.

     ໃນພິທີທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງນາຍຍົກລັດຖະມົນຕີ ສະບັບເລກທີ 14/ນຍ, ລົງວັນທີ 23 ມີຖຸນາ 2025 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ພ້ອມກັນນັ້ນກໍໄດ້ຜ່ານ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 327/ນຍ, ລົງວັນທີ 17 ມີຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານ ສວສສຊ ໂດຍແຕ່ງຕັ້ງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ເປັນຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົ່ງຕົວແຕ່ງຕັ້ງ ປອ ສະຖາບັນດິດ ອິນສີຊຽງໃໝ່ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການປະຈໍາພັກ ສວສສຊ ຕາມມະຕິຕົກລົງ ເລກທີ 561/ຄລສພ, ລົງວັນທີ 16 ມີຖຸນາ 2025.

2
03

ໂອກາດດັ່ງກ່າວ, ທ່ານປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນ ແລະ ໂອ້ລົມ ໂດຍທ່ານໃຫ້ຮູ້ວ່າ: ການຍົກຍ້າຍ, ​ແຕ່ງ​ຕັ້ງ, ການສັບຊ້ອນ-ຈັດວາງ ພະນັກງານທຸກປະເພດ ໂດຍສະເພາະ ພະນັກງານ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ທັງແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບ ການສັບປ່ຽນໜູນວຽນໜ້າທີ່ວຽກງານ ຂອງພະນັກງານການນໍາ ໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນຄືເຄີຍປະຕິບັດຜ່ານມາ, ຖືເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫຼັກການ “ມີຂຶ້ນ-ມີລົງ,ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້້ນໄປເລື້ອຍໆ ທັງເປັນການຍົກລະດັບພະນັກງານການນໍາ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້, ຄວາມສາມາດ ນໍາພາຮອບດ້ານ.

4

ຂຽນຂ່າວ:ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ

1

ກອງປະຊຸມເຜີຍແຜ່ ບົດປະເມີນສະພາບເສດຖະກິດມະຫາພາກ ປະຈໍາປີ 2024 ແລະ ທ່າອຽງປີ 2025

1

     ສະຖາບັນຄົ້ນນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2024 ແລະ ທ່າອ່ຽງ 2025 ຂື້ນໃນຕອນບ່າຍຂອງວັນທີ 27 ມິຖຸນາ 2024 ທີີ່ຫ້ອງປະຊຸມຊັົ້ນ 3 ຕິກວິຊາການຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ມີບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງ ການກ່ຽວຂ້ອງ ພາກລັດ, ພາກເອກະຊົນ, ມະຫາວິທະຍາໄລແຫ່ງຊາດ, ບັນດາສະຖານທູດປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ເຂົ້າຮ່ວມຫຼາຍວ່າ 60 ທ່ານ.

2
3

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີຜົນການປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນປີ 2024 ແລະ ທ່າອ່ຽງເສດຖະກິດປີ 2025 ຈາກ ທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົົ້ນຄວ້າເສດຖະກິດມະຫາພາກ (MRI) ເຊິີ່ງສະແດງໃຫ້ຮູ້ວ່າ ສະພາບເສດຖະກິດມະຫາພາກ ເຫັນວ່າ ມີສະຖຽນລະພາບຂື້ນ ເນື່ອງຈາກວ່າ ອັດຕາເງິນເຟີ້ ໄດ້ຄ່ອຍເລີີ່ມສະລໍຕົວລົງ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ມີຄວາມສະຫງົບຂື້ນ ໂດຍສະເພາະ ໃນທ້າຍປີ 2024 ເປັນຕົ້ນມາ ຍ້ອນການຈັດຕັ້ງປະຕິບັດຫຼາຍມາດຕະການສໍາຄັນຂອງລັດຖະບານ. ອັດຕາການເຕີບໂຕເສດຖະກິດ (GDP) ໃນປີ 2024 ຢູ່ໃນລະດັບ 4.3% ເພີ່ມຂື້ນເລັກນ້ອຍຈາກ 4.2% ໃນປີ 2023 ເຊິີ່ງຂະແໜງການສົ່ງອອກ ເປັນຕົວຂັບເຄື່ອນຕົ້ນຕໍທີ່ສໍາຄັນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດລາວ ໂດຍສະເພາະການສົ່ງອອກພະລັງງານໄຟຟ້າ, ສິນຄ້າປະເພດອຸດສາຫະກໍາ ແລະ ພືດ. ໃນຂະນະດຽວກັນ, ການນໍາເຂົ້າສິນຄ້າ ໄດ້ສະລໍຕົວລົງ ຕາມທ່າອ່ຽງຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ຄວາມຕ້ອງການພາຍໃນ ຈາກການປະຕິບັດນະໂຍບາຍຮັດກຸມທາງດ້ານການເງິນ-ເງິນຕາຂອງລັດຖະບານ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດມະຫາພາກຂອງ ສປປ ລາວ ຍັງຢູ່ໃນສະພາບທີີ່ມີຄວາມບອບບາງ ແລະ ປະເຊີນກັບຄວາມຫຍຸ້ງຍາກ ຍ້ອນອັດຕາເງິນເຟີ້ ແລະ ລາຄາສິນຄ້າຍັງຢູ່ໃນລະດັບສູງ ໃນຂະນະທີີ່ ລາຍໄດ້ຕົວຈິງຍັງບໍ່ທັນເພີີ່ມຂື້ນຢ່າງສົມສ່ວນ ແລະ ພາລະໜີ້ສາທາລະນະຍັງຢູ່ໃນລະດັບສູງ. ໃນຕໍ່ໜ້າ, ເສດຖະກິດຂອງ ສປປ ລາວ ຍັງຈະປະເຊີນກັບສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ຄວາມຂັດແຍ່ງດ້ານການຄ້າ ແລະ ຄວາມບໍ່ສະຫງົບໃນຂົງເຂດຕາເວັນອອກກາງ ເຊິີ່ງຄາດວ່າ ຈະສົ່ງຜົນໃຫ້ເສດຖະກິດຂອງສາກົນ ເຕີບໂຕຊ້າລົງ, ອັດຕາເງິນເຟີ້ມີທ່າອ່ຽງເພີ່ມສູງຂື້ນ ແລະ ຄ່າເງິນຂອງຫຼາຍປະເທດມະຫາອໍານາດມີທ່າອ່ຽງເພີ່ມຂື້ນ. ອີງຕາມທ່າອ່ຽງດັ່ງກ່າວ, ສວສສຊ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະເຕີບໂຕຊ້າລົງ ຢູ່ໃນລະດັບ 3.9% ໃນປີ 2025 ແລະ 4.0% ໃນປີ 2026.

     ຜ່ານການຮັບຟັງການນໍາສະເໜີຂອງ ທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົົ້ນຄວ້າເສດຖະກິດມະຫາພາກ (MRI), ຜູ້ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ສົນທະນາແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເຊິີ່ງໂດຍລວມແມ່ນເຫັນດີຕໍ່ກັບການຕີລາຄາຂອງທີມງານ. ກອງປະຊຸມດັ່ງກ່າວ ແມ່ນດໍາເນີນເປັນເວລາເຄິ່ງວັນ ເຊິີ່ງຜູ້ເຂົ້າຮ່ວມກໍ່ໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດທີ່ຟົດຟື້ນ ເຊິ່ງເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມລະດັບຄາດໝາຍທີີ່ໄດ້ກໍານົດໄວ້ຢ່າງຈົບງາມ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ