
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນສຸກ, ທີ 25 ມີນາ 2022 ໃນເວລາ 8:30 ໂມງ ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ສະຫາຍ ປອ ທະນົງສອນ ສີບຸນເຮືອງ ຮັກສາການເລຂາໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ກອງປະຊຸມຍັງໄດ້ຮັບກຽດຢ່າງສູງຂ່ຳນັບຮັບຕ້ອນ ສະຫາຍ ປອ. ນ. ອຳໄພວັນ ຄຳແສງສີວິໄລ ຮອງເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມເປັນປະທານໃນກອງປະຊຸມ. ເຂົ້າຮ່ວມກອງປະຊຸມໃຫຍ່ໃນຄັ້ງນີ້ ມີຜູ້ແທນສະມາຊິກພັກສົມບຸນຈຳນວນ 15 ສະຫາຍ, ເພດຍິງ 9 ສະຫາຍ, ສະມາຊິກພັກສຳຮອງ 4 ສະຫາຍ, ເພດຍິງ 1 ສະຫາຍ, ລວມຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມມີທັງໝົດ 19 ສະຫາຍ, ເພດຍິງ 10 ສະຫາຍ, ຜູ້ມີສິດປ່ອນບັດເລືອກຕັ້ງ 14 ສະຫາຍ, ເພດຍິງ 8 ສະຫາຍ (1 ສະຫາຍ ໄດ້ໃຊ້ສິດໃນໜ່ວຍພັກສະຖາບັນຄົ້ນຄວ້າວັດທະນະທຳ). ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດຂອງຄວາມຕັ້ງອົກຕັ້ງໃຈ ແລະ ເອົາໃຈໃສ່ຮັບຝັງຮ່າງບົດລາຍງານການເມືອງ ເຊິ່ງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານນຳພາ-ຊີ້ນຳ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງໜ້າທີ່, ຄາດໝາຍສູ້ຊົນໃນການນຳພາ ໄລຍະປີ 2022-2026 ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປັນເອກະພາບກັນຢ່າງສົມບຸນຮັບຮອງເອົາບັນດາເນື້ອໃນຂອງກອງປະຊຸມດັ່ງນີ້:
1. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນໄລຍະຜ່ານມາ ແລະ ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນ 5 ປີຕໍ່ໜ້າ 2022-2026.
2. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສຳຫຼວດການນຳພາ ຂອງຄະນະໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນໄລຍະຜ່ານມາ ເຊິ່ງໄດ້ຕີລາຄາຕໍ່ການຊີ້ນຳໜ່ວຍພັກ ຕາມພາລະບົດບາດໜ້າທີ່ຂອງຄະນະໜ່ວຍພັກ ຕາມກົດລະບຽບພັກ.
3. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເປັນເອກະສັນຢ່າງສົມບູນ ເລືອກເອົາ ເລຂາ, ຮອງເລຂາ ແລະ ກຳມະການກວດກາໜ່ວຍພັກຊຸດໃໝ່ ຈຳນວນ 3 ສະຫາຍ ຄື:
1). ສະຫາຍ ປອ ທະນົງສອນ ສີບຸນເຮືອງ ເປັນເລຂາໜ່ວຍພັກ
2). ສະຫາຍ ປທ ນ. ວັນນະສິນ ເທບສີເມືອງ ເປັນຮອງເລຂາໜ່ວຍພັກ
3). ສະຫາຍ ປທ ໄຊສົມພອນ ຫາວັນນະລາດ ເປັນກຳມະການກວດກາໜ່ວຍພັກ
4. ກອງປະຊຸມໃຫຍ່ ໄດ້ຮັບຟັງການປະກອບຄວາມເຫັນໂອ້ລົມຂອງ ສະຫາຍ ປອ. ນ. ອຳໄພວັນ ຄຳແສງສີວິໄລ ຮອງເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເຊິ່ງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ກໍຄືສະມາຊິກພັກ ເອົາໃຈໃສ່ໃນການປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ ຕາມ 5 ຫຼັກການ ແລະ 3 ທິດນຳ ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ພ້ອມທັງນຳພາ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ການໂອ້ລົມດັ່ງກ່າວ ສຸດທີ່ມີຄວາມ ໝາຍຄວາມສຳຄັນ, ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມໃນການຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃນຕໍ່ໜ້າ.
5. ກອງປະຊຸມໃຫຍ່ໄດ້ພ້ອມກັນລົງປະຊາມະຕິເພື່ອຮັບຮອງເອົາຜົນຂອງການດຳເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ດ້ວຍການຍົກບັດສະມາຊິກພັກລົງປະຊາມະຕິ ເຊິ່ງໄດ້ເຫັນດີເປັນເອກະພາບຮ້ອຍສ່ວນຮ້ອຍ ຈາກຜູ້ແທນກອງປະຊຸມ.
ພາບ: ສິລິສິດ ໄຊສົມແພງ; ຂ່າວ: ພວງເພັດ ຈັນທະລີວົງ