ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ສສ ຫວຽດນາມ

WhatsApp Image 2025-07-31 at 15.57.38_fcfe5431

     ໃນລະຫວ່າງວັນທີ 29-30 ກໍລະກົດ 2025 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນໍາໂດຍທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ 2 ຊາດ 4 ຝ່າຍຄື: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂອງ ສປປ ລາວ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດ ນາມ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຂອງ ສສ.ຫວຽດນາມ. ກອງປະຊຸມໄດ້ຈັດຂຶ້ນທີ່ແຂວງນິງບິ່ງ ສສ.ຫວຽດນາມ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດມໍລະດົກ: ບົດຮຽນຈາກລາວ ແລະ ສສ.ຫວຽດນາມ” ໂດຍການເປັນເຈົ້າພາບຂອງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ. ກອງປະຊຸມມີ ສະຫາຍ ສຈ. ປອ. ຫວຽນ ຊວັ່ນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ; ສະຫາຍ ປອ. ຟ່ານ ຈີ ຫຽວ, ປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ; ສະຫາຍ ຮຈ ພູວົງ ອຸ່ນຄໍາແສງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ເຈືອງ ກວກ ຮຸຍ ເລຂາຄະນະພັກແຂວງນິງບິ່ງ, ມີນັກວິທະຍາສາດຈາກ 4 ສະຖາບັນເຂົ້າຮ່ວມທັງໝົດ 70 ທ່ານ.

     ໃນພິທີເປີດ ສະຫາຍ ສຈ. ປອ. ຫວຽນ ຊວັ່ນ ຖັງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ທີ່ 4 ອົງກອນໄດ້ເສີມຂະຫຍາຍກົນໄກການຮ່ວມມືກັນຢ່າງສະໝໍ່າສະເໜີ ເພື່ອເປັນເວທີແລກປ່ຽນວິທະຍາສາດທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ມີປະສິດທິຜົນ; ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຫົວຂໍ້ກອງປະຊຸມວ່າ ເສດຖະກິດມໍລະດົກແມ່ນຂົງເຂດເສດຖະກິດສະເພາະ, ຖ້າເຮົາຮູ້ຈັກໝູນໃຊ້ຄຸນຄ່າຂອງມໍລະດົກເປັນຊັບພະຍາກອນ ພວກເຮົາຈະສາມາດ ສ້າງຜົນປະໂຫຍດທາງເສດຖະກິດ ໄປຄຽງຄູ່ກັບການປົກປັກຮັກສາ ແລະ ເຜີຍແຜ່ຄຸນຄ່າເຫຼົ່ານັ້ນຢ່າງຍືນຍົງ. ໄລຍະຜ່ານມາ, ສອງພັກ, ສອງລັດ ໄດ້ອອກແນວທາງ, ນະໂຍບາຍ ແລະ ທິດທາງສະເພາະຫຼາຍຢ່າງ ເພື່ອພັດທະນາເສດຖະກິດມໍລະດົກ. ໃນນັ້ນ ມີການຊຸກຍູ້ອຸດສາຫະກຳວັດທະນະທຳ, ການພັດທະນາການທ່ອງທ່ຽວແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຂຸດຄົ້ນຊັບພະຍາກອນຢ່າງສົມເຫດສົມຜົນ. ອັນທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຮ່ວມມືລະຫວ່າງສອງປະເທດ ກໍ່ຄືໃນເດືອນກໍລະກົດ 2025, ອົງການ UNESCO ໄດ້ຮັບຮອງຢ່າງເປັນທາງການ ມໍລະດົກທຳມະຊາດຊາຍແດນຮ່ວມກັນທໍາອິດລະຫວ່າງຫວຽດນາມ ແລະ ລາວ ຊື່ວ່າ “ອຸທະຍານແຫ່ງຊາດ ຟອງ ງ່າ ເກ ບາງ (Phong Nha – Ke Bang) ແລະ ອຸທະຍານແຫ່ງຊາດ ຫີນໜາມໜໍ່ (Hin Namno). ສະນັ້ນ ໃນກອງປະຊຸມພວກເຮົາ ຕ້ອງປຶກສາຫາລືເຮັດໃຫ້ເນື້ອໃນສຳຄັນຕໍ່ໄປນີ້ເລິກເຊິ່ງຂຶ້ນຕື່ມ ເຊັ່ນ: (1) ກົນໄກ, ນະໂຍບາຍ ແລະ ການຄຸ້ມຄອງລັດກ່ຽວກັບເສດຖະກິດມໍລະດົກ, (2) ການວາງຊຸມຊົນທ້ອງຖິ່ນໄວ້ຢູ່ໃຈກາງຂອງການພັດທະນາເສດຖະກິດມໍລະດົກ, (3) ການລົງທຶນທີ່ມີຈຸດສຸມ, ປັບປຸງພື້ນຖານໂຄງລ່າງໃຫ້ທັນສະໄໝ ແລະ ນຳໃຊ້ເຕັກໂນໂລຢີດີຈີຕອນໃນຂົງເຂດມໍລະດົກ, (4) ການພັດທະນາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ-ວັດທະນະທຳທີ່ຫຼາກຫຼາຍ, ສ້າງສັນຕິດພັນກັບມໍລະດົກ (5) ການຝຶກອົບຮົມບຸກຄະລາກອນ ແລະ ການຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ເສດຖະກິດມໍລະດົກ, (6) ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍກ່ຽວກັບການພັດທະນາເສດຖະກິດມໍລະດົກ.

     ໃນໂອກາດດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ແມ່ນເວທີການຮ່ວມມືທາງດ້ານວິທະຍາສາດຂອງສອງປະເທດ ລາວ ແລະ ຫວຽດນາມ ເຊິ່ງຈະໄດ້ສົນທະນາປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບ “ເສດຖະກິດມໍລະດົກ” ເຂົ້າໃຈກົງກັນວ່າ “ມໍລະດົກ” ໝາຍເຖິງທຸກສິ່ງ, ທຸກຢ່າງທີ່ເປັນວັດຖຸ ແລະ ນິວັດຖຸທີ່ມີຄ່າທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ເພາະສະນັ້ນ, “ມໍລະດົກ” ບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສປປ ລາວ ຂອງພວກເຮົາ ມີມໍລະດົກຫຼາຍປະເພດ ເຊິ່ງໃນນັ້ນລວມມີ: (1) ມໍລະດົກທາງທໍາມະຊາດ, (2) ມໍລະດົກທາງປະຫວັດສາດ, (3) ມໍລະດົກທາງວັດທະນະທໍາ, ໂດຍອີງໃສ່ທັດສະນະ ແລະ ແນວທາງນະໂຍບາຍດັ່ງກ່າວຂອງພັກ ສປປ ລາວ ກໍ່ໄດ້ມີຍຸດທະສາດ, ແຜນການ, ກົດໝາຍ ແລະ ກົດລະບຽບຕ່າງໆ ໃນການຄຸ້ມຄອງ ແລະ ນຳໃຊ້ມໍລະດົກດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດດ້ວຍຫລາຍຮູບການ. ປະຈຸບັນ, ສປປ ລາວ ມີສະຖານທີ່ທ່ອງທ່ຽວສະຖານທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ເປີດບໍລິການແລ້ວ 800 ກວ່າແຫ່ງ. ໃນນັ້ນ ລວມມີສະຖານທີ່ທ່ອງທ່ຽວເປັນມໍລະດົກໂລກ 4 ແຫ່ງ (ນະຄອນຫຼວງພະບາງ, ວັດພູຈຳປາສັກ, ທົ່ງໄຫຫີນຊຽງຂວາງ ແລະ ປ່າສະຫງວນແຫ່ງຊາດຫີນໜາມໜໍ່). ແຕ່ເຖິງຢ່າງໃດກໍ່ຕາມ, ການພັດທະນາເສດຖະກິດມໍລະດົກ ຢູ່ ສປປ ລາວ ກໍ່ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ: (1) ການປ່ຽນແປງ ແລະ ຄວາມຍືນຍົງຂອງມໍລະດົກ, (2) ຂໍ້ຂັດແຍ້ງລະຫວ່າງການອະນຸລັກຮັກສາ ແລະ ຄວາມຕ້ອງການຂອງການພັດທະນາໃນໄລຍະໃໝ່, (3) ສປປ ລາວ ຍັງຂາດຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ ແລະ ທຶນຮອນຈຳນວນຫຼວງຫຼາຍໃນການຂຸດຄົ້ນ.

WhatsApp Image 2025-07-31 at 14.04.18_604c3665

     ໃນວາລະຕອນທ້າຍ ສະຫາຍ ສຈ. ປອ. ຫວຽນ ຊວັ່ນ ຖັງ ໃນນາມເຈົ້າພາບຈັດກອງປະຊຸມໄດ້ກ່າວສະຫຼຸບວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນທີ່ອຸດົມສົມບູນ ແລະ ມີຄວາມຮັບຜິດຊອບສູງ, ບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມຈິດສຸມໃຈຮັບຟັງ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນ ແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ເຊິ່ງໄດ້ສ້າງຄວາມກະຈ່າງແຈ້ງ ທັງໃນແງ່ທິດສະດີ ແລະ ພຶດຕິກໍາ ຢ່າງມີຊີວິດຊີວາ, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາໃຫ້ແກ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເປັນຕົ້ນແມ່ນ (1) ຄວາມຮັບຮູ້ລວມກ່ຽວກັບການພັດທະນາເສດຖະກິດມໍລະດົກ, (2) ຄວາມສໍາຄັນຂອງຄວາມກົມກຽວລະຫວ່າງການອະນຸລັກ ແລະ ການພັດທະນາເສດຖະກິດມໍລະດົກ, (3) ບົດບາດຂອງກົນໄກ, ນະໂຍບາຍ ແລະ ຊັບພະຍາກອນມະນຸດ, (4) ບົດບາດຂອງຊຸມຊົນ ແລະ ການຮ່ວມມືສາກົນ. ຈາກຜົນສຳເລັດ ແລະ ຂໍ້ສະເໜີຂອງກອງປະຊຸມສໍາມະນາຈະຖືກນໍາສະເໜີຕໍ່ການນໍາພັກ-ລັດຂອງສອງປະເທດ, ປະກອບສ່ວນເຂົ້າໃນການກໍານົດນະໂຍບາຍທີ່ຖືກຕ້ອງ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະ ລາວ ຮອດປີ 2030, ວິໄສທັດຮອດປີ 2045 ຢ່າງສໍາເລັດຜົນ. ກອງປະຊຸມສໍາມະນາຂອງ 4 ຝ່າຍ ໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຢ່າງສະງ່າງາມ ແລະ ໄດ້ເອກະພາບກັນນໍາເອົາບົດຄົ້ນຄວ້າ ຈໍານວນ 12 ບົດ ທີ່ຂຶ້ນນໍາສະເໜີ ແລະ ບົດທີ່ບໍ່ໄດ້ຂຶ້ນນໍາສະເໜີຈໍານວນ 37 ບົດ ມາຈັດລຽງເພື່ອເຜີຍແຜ່ສູ່ສັງຄົມ; ສຳລັບກອງປະຊຸມຄັ້ງຕໍ່ໄປແມ່ນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນເຈົ້າພາບ ເຊິ່ງຄາດວ່າຈະຈັດຂຶ້ນໃນກາງປີ 2026 ທີ່ ສປປ ລາວ ພາຍໃຕ້ຫົວຂໍ້ “ສ້າງ ແລະ ພັັັດທະນາເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ບົດຮຽນ ແລະ ປະສົບການຈາກ ລາວ-ຫວຽດນາມ”.

1

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ