ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມລົງເຄື່ອນໄຫວເຮັດວຽກຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ ແຂວງວຽງຈັນ

ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ລົງເຄື່ອນໄຫວພົບປະແລກປ່ຽນບົດຮຽນ ແລະ ເກັບກໍາຂໍ້ມູນດ້ານວິຊາການ ທີ່ກ່ຽວຂ້ອງກັບວຽກສ້າງຖານຂໍ້ມູນ ຢູ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ; ໃນວັນທີ 16 ພະຈິກ 2023 ນໍາພາໂດຍ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າສູນ ພ້ອມດ້ວຍຄະນະ 4 ທ່ານ; ຕາງໜ້າຮັບຕ້ອນທາງພະແນກ ຖວທ ໂດຍທ່ານ ສໍາພັນ ມະນີຈັນ ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ ພ້ອມດ້ວຍຄະນະ 10 ທ່ານ; ການລົງເຮັດວຽກໃນຄັ້ງນີ້ ໄດ້ນໍາສະເໜີແລກປ່ຽນພາລະບົດບາດຂອງຕົນ ແລະ ປຶກສາຫາລືແລກປ່ຽນຂໍ້ມູນທາງດ້ານວິຊາການໃນແຕ່ລະຂະແໜງວຽກງານຂອງພະແນກ; ໃນນັ້ນໄດ້ແລກປ່ຽນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ວຽກສ້າງຖານຂໍ້ມູນ, ວຽກງານຝຶກອົບຮົມບຸກຄະລາກອນ, ໃນໂອກາດດັ່ງກ່າວທາງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສວສສຊ ໄດ້ມອບປື້ມຜົນງານການຄົ້ນຄວ້າຂອງນັກຄົ້ນຄວ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ແກ້ວວິວັນ ສີວິໄລ