ກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສະໄໝທີ I

ໃນຕອນບ່າຍຂອງວັນພຸດ ວັນທີ 05 ກໍລະກົດ 2023 ເວລາ 13:30 ໂມງ ທີ່ຫ້ອງປະຊຸມ ສວສສຊ; ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມຄົບຄະນະກາງສະໄໝຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ນ. ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກສົມບູນ, ສໍາຮອງ ແລະ ບັນດາສະຫາຍຕາງໜ້າໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງ ໝົດ 20 ສະຫາຍ. ກອງປະຊຸມໄດ້ສໍາຫຼວດກວດກາຕີລາຄາຄວາມຮັບຜິດຊອບລວມຂອງຄະນະໜ່ວຍພັກ ສຂຝ ໂດຍມີການວິເຄາະໄຈ້ແຍກຢ່າງເລິກເຊິ່ງຂອງການເຄື່ອນໄຫວນໍາພາຕົວຈິງ ແລະ ເພື່ອຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ, ຂໍ້ຄົງຄ້າງລວມຂອງຄະນະໜ່ວຍພັກໃນໄລຍະຜ່ານມາ. ຖອດຖອນໄດ້ຈາກຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງແກ້ໄຂ, ສືບຕໍ່ກໍ່ສ້າງໜ່ວຍພັກ ກໍຄືສະມາຊິກພັກທຸກສະຫາຍ ໃຫ້ໜັກແໜ້ນທາງດ້ານການເມືອງ, ເອກະພາບທາງດ້ານແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນວິທີການນໍາພາທີ່ຖືກຕ້ອງ. ແນໃສ່ກະຕຸ້ນໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ ແລະ ປຸກລະດົມການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ.

         ກອງປະຊຸມໄດ້ຮັບຟັງການຜ່ານ ບົດສະຫຼຸບກາງສະໄໝ ແລະ ບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ ຈາກສະຫາຍເລຂາໜ່ວຍພັກ ແລະ ສະຫາຍກໍາມະການພັກ ເຊິ່ງມີເນື້ອໃນຍົກໃຫ້ເຫັນສະພາບຈຸດພິເສດຂອງໜ່ວຍພັກ ແລະ ຕີລາຄາການນໍາພາໃນແຕ່ລະດ້ານເຊັ່ນ: ການປະຕິບັດໜ້າທີ່ການເມືອງ, ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮັບຜິດຊອບຕໍ່ການນໍາພາ, ປັບປຸງປົວແປງພາຍໃນພັກ, ແບບແຜນວິທີນໍາພາ ແລະ ແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ ນອກນີ້ຍັງຍົກໃຫ້ເຫັນເຖິງດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ວິທີແກ້ໄຂໃນຕໍ່ໜ້າ.

         ໃນໂອກາດດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມຂອງ ສຫ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສໍາຄັນເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆ ໃຫ້ເປັນປົກກະຕິ. ປັບປຸງແບບແຜນການນໍາພາ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ.ຄະນະໜ່ວຍພັກ, ຄະນະສູນຕ້ອງເພີ່ມທະວີການນໍາພາ-ຊີ້ນໍາວຽກງານວິຊາສະເພາະໃຫ້ເປັນປົກກະຕິ.ນໍາພາ – ຊີ້ນໍາວຽກງານກໍ່ສ້າງພັກໂດຍຖືເອົາຄຸນນະພາບເປັນກົກ.ຄະນະໜ່ວຍພັກຕ້ອງແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ຊີ້ນໍາລະອຽດໂດຍສະເພາະແມ່ນຊີ້ນໍາບັນດາອົງການຈັດຕັ້ງມະຫາຊົນ ເພື່ອໃຫ້ເຂົາເຈົ້າໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ. ນໍາພາຈັດຕັ້ງຜັນຂະຫຍາຍວຽກງານຮອບດ້ານ.ສູ້ຊົນກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສືບຕໍ່ນໍາພາພະນັກງານລັດຖະກອນຈັດຕັ້ງປະຕິບັດທິດທາງກາງສະໄໝໃຫ້ປະກົດຜົນເປັນຈິງ.

ບົດຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ແກ້ວວິວັນ ສີວິໄລ