ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ຂຽນເປັນຕົວອັກສອນຫຍໍ້ວ່າ: “ສຄສພ” ແລະ ຂຽນເປັນພາສາອັງກິດ Macroeconomic Research Institute ຂຽນຫຍໍ້ວ່າ “MRI” ແມ່ນກົງຈັກການຈັດຕັ້ງວິຊາການໜຶ່ງໃນໂຄງປະກອບຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຖານະເທົ່າກົມ, ພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນດ້ານເສດຖະກິດມະຫາພາກ ເພື່ອຮັບໃຊ້ໃຫ້ແກ່ການວາງວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ໜ້າທີ່

1. ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ໃນແຕ່ລະໄລຍະ;

2. ຄົ້ນຄວ້າ ແລະ ປະເມີນ ສະພາບເສດຖະກິດມະຫາພາກພາຍໃນປະເທດ ຢ່າງເປັນປົກກະຕິ, ພ້ອມທັງນຳສະເໜີບັນດາມາດຕະການຮັບມື ແລະ ແກ້ໄຂຢ່າງແທດເໝາະ ແລະ ທັນການ ເພື່ອປັບຕົວເຂົ້າສູ່ການມີສະຖຽນລະພາບ ແລະ ມີຄວາມສົມດຸນໃນພື້ນຖານເສດຖະກິດ; ຄົ້ນຄວ້າກ່ຽວກັບການປ່ຽນແປງທາງດ້ານນະໂຍບາຍເສດຖະກິດມະຫາພາກຢູ່ພາຍໃນປະເທດ; ພ້ອມທັງປະເມີນ ແລະ ຕີລາຄາຜົນກະທົບທີ່ອາດສົ່ງຜົນຕໍ່ການເຕີບໂຕ ແລະ ສະຖຽນລະພາບຂອງເສດຖະກິດລາວ;

3. ຄົ້ນຄວ້າກ່ຽວກັບການປ່ຽນແປງທາງດ້ານນະໂຍບາຍເສດຖະກິດມະຫາພາກຢູ່ຕ່າງປະເທດ; ພ້ອມທັງປະເມີນ ແລະ ຕີລາຄາຜົນກະທົບທີ່ອາດສົ່ງຜົນຕໍ່ສະຖຽນລະພາບຂອງເສດຖະກິດລາວ;

4. ຮ່ວມມືກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງພາກລັດ, ອົງການຈັດຕັ້ງສາກົນ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນການຄົ້ນຄວ້າ ແລະ ນຳສະເໜີເພື່ອພິຈາລະນາກ່ຽວກັບນະໂຍບາຍເສດຖະກິດມະຫາພາກເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄວາມສົມດຸນ ແລະ ຕາມທິດຍືນຍົງ;

5. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດບັນດາໂຄງການຄົ້ນຄວ້າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດຕາມລະບຽບການ;

6. ສຶກສາອົບຮົມການເມືອງແນວຄິດ, ຄຸ້ມຄອງ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານຂອງຕົນໃຫ້ສູງຂຶ້ນເລື້ອຍໆ;

7. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ມີໂຄງປະກອບກົງຈັກ ດັ່ງນີ້:

  1. 1. ພະແນກຄົ້ນຄວ້າການເຕີບໂຕເສດຖະກິດ(Economic Growth Research Division);
  2. 2. ພະແນກຄົ້ນຄວ້າການເງິນຕາ (Monetary Research Division);
  3. 3. ພະແນກຄົ້ນຄວ້າການເງິນພາກລັດ (Fiscal Sector Research Division ).
ຕິດຕໍ່ພົວພັນ:
ສຳນັກງານຕັ້ງຢູ່: ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໂທລະສັບ:
021 713034

ເອກະສານການດາວໂຫຼດ