ປະກາດການຈັດຕັ້ງ ຮອງປະທານ ສວສສຊ ຄົນໃໝ່

ວັນທີ 12 ສິງຫາ 2025 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ໃຫ້ກຽດເປັນປະທານໂດຍສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຮອງປະທານ, ບັນດາຄະນະກົມ, ສະຖາບັນ, ຫ້ອງການ, ສູນ ແລະ ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.
ໃນພິທີທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 4 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານ ສວສສຊ ໂດຍແຕ່ງຕັ້ງທ່ານ ໄຊສົງຄາມ ມະໂນທັມ ເປັນຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ໄຊສົງຄາມ ມະໂນທັມ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການປະຈໍາພັກ ສວສສຊ ຕາມມະຕິຕົກລົງ ເລກທີ 663/ຄລສພ, ລົງວັນທີ 28 ກໍລະກົດ 2025.
ໂອກາດດັ່ງກ່າວ, ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນ ແລະ ໂອ້ລົມ ໂດຍທ່ານໃຫ້ຮູ້ວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງຈັດວາງ, ສັບຊ້ອນພະນັກງານການນໍາຂັ້ນສູງຂອງພັກ-ລັດ ບາງຕໍາແໜ່ງຄືນໃໝ່ ຊຶ່ງການສັບຊ້ອນ, ຈັດວາງພະນັກງານນໍາພາ ຜ່ານມາກໍ່ໄດ້ດໍາເນີນການສັບປ່ຽນ, ໝູນວຽນໜ້າທີ່ວຽກງານຂອງພະນັກງານນໍາພາໃນລະບົບການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນຢູ່ສູນກາງ ກໍຄືຢູ່ທ້ອງຖິ່ນ ຢ່າງເປັນປົກກະຕິ. ສຳລັບ ສວສສຊ ນັບແຕ່ກາງປີ 2024 ເປັນຕົ້ນມາ ແມ່ນໄດ້ມີການຊັບຊ້ອນ-ຍົກຍ້າຍການນຳ ທັງສະຫາຍ ປະທານສະຖາບັນ-ຮອງປະທານສະຖາບັນຫຼາຍສະຫາຍ (ບາງສະຫາຍກໍໄດ້ຮັບນະໂຍບາຍພັກຜ່ອນຮັບບຳນານ). ການຊັບຊ້ອນສະຫາຍ ໄຊສົງຄາມ ມະໂນທຳ ໃນຄັ້ງນີ້ ກໍ່ແມ່ນຢູ່ໃນໄລຍະທີ່ອົງຄະນະພັກ ສວສສຊ ກຳລັງຂຸ້ນຂ້ຽວສຸມໃສ່ການກະກຽມຮອບດ້ານ ເພື່ອດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກຂອງຕົນ, ເຊິ່ງຄາດວ່າຈະດຳເນີນໃນເດືອນໜ້ານີ້.



ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ
ຖ່າຍພາບ: ມຸນິນ ພົນສັກດາ