ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າພົບປະ ປະທານ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ

WhatsApp Image 2025-08-01 at 15.48.13_930b85c4

    ເພື່ອຜັນຂະຫຍາຍການຮ່ວມມື 2 ສະຖາບັນ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ແລະ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໃຫ້ໜັກແໜ້ນ, ເລິກເຊິ່ງ ແລະ ຮອບດ້ານ. ໃນຕອນບ່າຍວັນທີ 30 ກໍລະກົດ 2025,  ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ປອ. ຟ່ານ ຈີ ຫຽວ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ເນື່ອງໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນ 2 ຊາດ 4 ສະຖາບັນ ທີ່ ສສ. ຫວຽດນາມ.

      ໃນໂອກາດນີ້, ປອ. ກອງແກ້ວ ໄຊສົງຄາມ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດຂອງສະຖາບັນ ເຊິ່ງໃນໄລຍະຜ່ານມາແມ່ນສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ຕ່າງໆ ທີ່ມີຄວາມຈໍາເປັນຮີບດ່ວນຕໍ່ການກຳນົດແນວທາງນະໂຍບາຍຂອງພັກ ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຕົ້ນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສຳລັບ ໃນປີ 2025 ແມ່ນຈະສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ທີ່ກ່ຽວຂ້ອງກັບການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບ “ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ”. ພ້ອມນັ້ນ ປະທານ ສວສສຊ ຍັງໄດ້ປືກສາຫາລືແລກປ່ຽນບັນຫາເນື້ອໃນທີ່ສຳຄັນຄື: (1) ການຮ່ວມມືດ້ານການຄົົ້ນຄວ້າ, ແລກປ່ຽນບົດຮຽນໃນຫົວຂໍ້ສຳຄັນ ແລະ ເລັ່ງດ່ວນ ເພື່ອຊ່ວຍພັກ-ລັດໃນການວາງນະໂຍບາຍເສດຖະ ກິດ-ສັງຄົມໃນໄລຍະໃໝ່ ເປັນຕົ້ນແມ່ນບົດຮຽນແກ້ໄຂບັນຫາດ້ານເສດຖະກິດ, ການເງິນ, ການສຶກສາ, ຊົນເຜົ່າ; ການເຊື່ອມຕໍ່ຍຸດທະສາດລາວ-ຫວຽດນາມ ໃນສະພາບການໃໝ່. (2) ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ນັກຄົ້ນຄວ້າຂອງ ສວສສຊ ເປັນຕົ້ນແມ່ນສົ່ງຊ່ຽວຊານຫວຽດນາມມາ ເພື່ອຝຶກອົບຮົມວິທີວິທະຍາການຄົົ້ນຄວ້າ ແລະ ເປັນທີ່ປຶກສາການວາງນະໂຍບາຍຊ່ວຍ ສວສສຊ ແລະ ສົ່ງນັກຄົ້ນຄວ້າຂອງ ສວສສຊ ໄປປະຈໍາການ (ໄລຍະສັ້ນ) ຢູ່ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ເພື່ອຮຽນຮູ້ກ່ຽວກັບການຄົ້ນຄວ້າໃນຂົງເຂດຕ່າງໆ.

1
WhatsApp Image 2025-08-01 at 15.47.18_dd8dfafb

     ໃນຕອນທ້າຍ, ປອ. ຟ່ານ ຈີ ຫຽວ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ສວສສຊ ໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ແລະ ເຫັນດີເອກະພາບກັບຄຳເຫັນຂອງ ປະທານ ສວສສຊ ໃນການເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງ 2 ສະຖາບັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ຮອບດ້ານ, ກວ້າງຂວາງຍິ່ງຂຶ້ນກວ່າເກົ່າ, ຈະໃຫ້ການສະໜັບສະໜູນໃນການພັດທະນາຊັບພະຍາກອນມະນຸດຂອງລາວໃຫ້ຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ ແລະ ອວຍພອນຄະນະຜູ້ແທນລາວປະສົບຜົນສຳເລັດໃນການເດີນທາງປະຕິບັດໜ້າທີ່ຄັ້ງນີ້ຢ່າງຈົບງາມ.

WhatsApp Image 2025-08-01 at 15.47.18_de6bb8fe

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ