ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ຂຽນເປັນຕົວອັກສອນຫຍໍ້ເປັນວ່າ: “ສຄປຍ”, ຂຽນເປັນພາສາອັງກິດວ່າ: Institute for Historical and Archaeological Research ຂຽນຫຍໍ້ວ່າ: IHAR ແມ່ນການຈັດຕັ້ງວິຊາການຄົ້ນຄວ້າວິທະຍາສາດໜຶ່ງ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ມີຖານະເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານດ້ານປະຫວັດສາດ ແລະ ບູຮານວິທະຍາ ເພື່ອຮັບໃຊ້ເຂົ້າໃນການວາງແນວທາງ, ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ໜ້າທີ່

1. ຈັດຕັ້ງ, ຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ຂໍ້ກຳນົດ, ກົດໝາຍຂອງລັດ; ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເພື່ອຫັນມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ໃນແຕ່ລະໄລຍະ;

2. ຄົ້ນຄວ້າ, ປັບປຸງ, ຮຽບຮຽງປະຫວັດສາດ ໃນແຕ່ລະຍຸກສະໄໝ, ການກໍາເນີດ, ການເຕີບໃຫຍ່ຂະຫຍາຍ ຕົວແລະ ບັນດາເຫດການທີ່ສຳຄັນຂອງຊາດລາວ;

3. ຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ຮຽບຮຽງປະຫວັດສາດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະບັນດາເຫດການທີ່ສຳຄັນຂອງພັກ;

4. ແປ, ຮຽບຮຽງປະຫວັດສາດ ແລະ ບູຮານວິທະຍາ ຂອງບັນດາປະເທດພາກພື້ນ, ສາກົນ ແນໃສ່ຮັບໃຊ້ວຽກງານການຄົ້ນຄວ້າວິທະຍາສາດສັງຄົມ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ ພັກ-ລັດໃນແຕ່ລະໄລຍະ;

5. ຄົ້ນຄວ້າ, ຊີ້ແຈງບັນຫາທີ່ກ່ຽວພັນກັບປະຫວັດສາດ ໃຫ້ຄຳປຶກສາ,ໂຄສະນາ,ເຜີຍແຜ່ ແລະ ສະໜອງ ຂໍ້ມູນຂ່າວສານດ້ານປະຫວັດສາດ ແລະ ບູຮານວິທະຍາ ໃຫ້ແກ່ສະຖາບັນການສຶກສາ ແລະ ສັງຄົມ;

6. ກວດແກ້ເນື້ອໃນປະຫວັດຄວາມເປັນມາຂອງແຂວງ, ຂະແໜງການ, ທ້ອງຖິ່ນ, ບຸກຄົນ ແລະ ນິຕິບຸກຄົນ ໃຂອບເຂດທົ່ວປະເທດ ທີ່ການຈັດຕັ້ງ ຫຼື ບຸກຄົນຂຽນຂຶ້ນໃໝ່ ເພື່ອຄວາມເປັນເອກະພາບດ້ານເນື້ອໃນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ;

7. ຄົ້ນຄວ້າ, ສຳຫຼວດ, ຂຸດຄົ້ນບູຮານວັດຖຸ ແລະ ບູຮານສະຖານ ທີ່ຢູ່ເທິງໜ້າດິນ, ໃຕ້ດິນ, ໃຕ້ນໍ້າ ໃນຂອບເຂດທົ່ວປະເທດ ແລະ ປະເມີນຜົນກະທົບຂອງໂຄງການພັດທະນາເສດຖະກິດ-ສັງຄົມ ຕໍ່ບູຮານສະຖານ ແລະ ບູຮານວັດຖຸ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;

8. ເຜີຍແຜ່ບັນດາຜົນງານ ການຄົ້ນຄວ້າທາງດ້ານປະຫວັດສາດ ແລະ ບູຮານວິທະຍາ ຕາມການເຫັນດີຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

9. ຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການປະຕິບັດໂຄງການຄົ້ນຄວ້າ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ;

10. ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້ຕ່າງໆທີ່ສະຖາບັນ, ບັນດາອົງການຈັດຕັ້ງທັງພາຍໃນແລະ ຕ່າງປະເທດຈັດຂຶ້ນ;

11. ພົວພັນຮ່ວມມື, ປະສານງານ, ແລກປ່ຽນບົດຮຽນທາງດ້ານວິຊາການ ກັບບັນດາອົງການຈັດຕັ້ງ, ສະຖາບັນຄົ້ນຄວ້າທັງພາຍໃນ, ຕ່າງປະເທດ ແລະ ບຸກຄົນຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

12. ຄຸ້ມຄອງກົງຈັກການຈັດຕັ້ງ, ນັກຄົ້ນຄວ້າ, ວິຊາການ, ງົບປະມານ ແລະ ຊັບສົມບັດຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ;

13. ເຂົ້າຮ່ວມດໍາເນີນໂຄງການຄົ້ນຄວ້າວິທະຍາສາດສັງຄົມກັບພາຍນອກ ທີ່ກ່ຽວຂ້ອງກັບຂົງເຂດປະຫວັດສາດ ແລະ ບູຮານວິທະຍາ ຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

14. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ມີໂຄງປະກອບກົງຈັກ ດັ່ງນີ້:

  1. 1. ພະແນກຄົ້ນຄວ້າປະຫວັດສາດລາວ;
  2. 2. ພະແນກຄົ້ນຄວ້າປະຫວັດສາດພັກ;
  3. 3. ພະແນກຄົ້ນຄວ້າປະຫວັດສາດໂລກ;
  4. 4. ພະແນກຄົ້ນຄວ້າປະຫວັດສາດທ້ອງຖິ່ນ;
  5. 5. ພະແນກຄົ້ນຄວ້າບູຮານວິທະຍາ;
ຕິດຕໍ່ພົວພັນ:
ສຳນັກງານຕັ້ງຢູ່: ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເບີໂທລະສັບ:
021 711631