ສະຖາບັນຄົ້ນຄວ້າວັດທະນະທຳ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້າວັດທະນະທຳ ຂຽນເປັນຕົວອັກສອນຫຍໍ້ວ່າ: “ ສຄວ ” ຂຽນເປັນພາສາອັງກິດ: Institute for Cultural Research ຂຽນຫຍໍ້ວ່າ: “ICR” ແມ່ນກົງຈັກການຈັດຕັ້ງວິຊາການໜຶ່ງໃນໂຄງປະກອບຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຖານະເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນດ້ານວັດທະນະທໍາ ເພື່ອຮັບໃຊ້ໃຫ້ແກ່ການວາງວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ໜ້າທີ່

1. ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວິທະຍາສາດເສດຖະກິດ-ສັງຄົມ ເພື່ອຫັນເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ໃນແຕ່ລະໄລຍະ;

2. ຄົ້ນຄວ້າ-ວິໄຈຂໍ້ມູນດ້ານຕ່າງໆທາງວັດທະນະທໍາຮັບໃຊ້ການຄົ້ນຄວ້າ, ວິໄຈ, ວິເຄາະ, ພິສຸດ, ຊີ້ແຈງເພື່ອການປົກປັກຮັກສາມໍລະດົກວັດທະນະທຳ, ການປະຍຸກ, ສົ່ງເສີມ ແລະ ການພັດທະນາ;

3. ຄົ້ນຄວ້າຄຸນຄ່າວັດທະນະທໍາດ້ານຕ່າງໆ, ມໍລະດົກວັດທະນະທຳໂດຍໝູນໃຊ້ຫຼັກມູນປັດຊະຍາ, ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ຫຼັກການດ້ານວິຊາການທີ່ເໝາະສົມ ເພື່ອໃຫ້ການຄົ້ນຄວ້າມີປະສິດຕິພາບ ແລະ ປະສິດຕິຜົນ;

4. ຄົ້ນຄວ້າທ່າອ່ຽງວັດທະນະທໍາຂອງບັນດາປະເທດໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ, ເລືອກເຟັ້ນເອົາວັດທະນະທຳທີ່ຍອດຍິ່ງ ແລະຄວາມສີວິໄລຂອງມວນມະນຸດມາເສີມສ້າງວັດທະນະທໍາລາວໃຫ້ອຸດົມສົມບູນຂຶ້ນ;

5. ສົ່ງເສີມ, ເຜີຍແຜ່ຜົນການຄົ້ນຄວ້າ, ການວິໄຈດ້ານວັດທະນະທໍາດ້ວຍວິທີ: ພິມເປັນປື້ມ ແລະ ສື່ສິ່ງພິມ, ຈັດປະຊຸມສຳມະນາ, ປາຖະກະຖາ, ລາຍການວິທະຍຸ, ໂທລະພາບ;

6. ຮິບໂຮມ, ປະມວນເລື່ອງ, ເອກະສານວິຊາການທີ່ເປັນຄວາມຮູ້ສໍາຄັນ, ສະສົມຜະລິດຕະພັນທີ່ມີຄຸນຄ່າທາງວັດທະນະທໍາ ເພື່ອຈັດວາງສະແດງ ຫຼື ສະໜອງໃຫ້ແກ່ພິພິທະພັນມະນຸດວິທະຍາ;

7. ແປ, ຮຽບຮຽງຜົນການຄົ້ນຄວ້າທີ່ສຳຄັນ ແລະ ຈຳເປັນດ້ານວັດທະນະທໍາຂອງພາຍໃນ, ຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ແລະ ເຜີຍແຜ່ສູ່ສັງຄົມ;

8. ສະໜອງຜົນການຄົ້ນຄວ້າວັດທະນະທຳ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປະຍຸກ, ນຳໃຊ້ໃນຂະແໜງການສຶກສາ, ວັດທະນະທຳ-ສັງຄົມ ແລະ ອື່ນໆ;

9. ໃຫ້ຄຳປຶກສາ, ເຂົ້າຮ່ວມຄົ້ນຄວ້າວິໄຈ, ສິດສອນ, ຝຶກອົບຮົມ, ປາຖະກະຖາກ່ຽວກັບດ້ານວັດທະນະທໍາ ຕາມການຮ່ວມມື ຫຼື ການເຊີນຂອງສະຖາບັນການສຶກສາ, ໂຮງຮຽນ, ວິສາຫະກິດ ແລະ ອື່ນໆ;

10. ພົວພັນຮ່ວມມືດ້ານວິຊາການໃນຂົງເຂດວັດທະນະທໍາກັບ ອົງການຈັດຕັ້ງສາກົນ, ສະຖາບັນການຄົ້ນຄວ້າ,ມະຫາວິທະຍາໄລຂອງຕ່າງປະເທດ ຕາມການເຫັນດີ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;

11. ສະໜອງຜົນການຄົ້ນຄວ້າວັດທະນະທຳ ເພື່ອເປັນຂໍ້ມູນໃຫ້ແກ່ພັກ-ລັດໃນການວາງນະໂຍບາຍກ່ຽວກັບ ການປົກປັກຮັກສາ, ສົ່ງເສີມຄຸນຄ່າວັດທະນະທໍາດ້ານຕ່າງໆ;

12. ຄຸ້ມຄອງ, ຕິດຕາມ, ຊຸກຍູ້ການປະຕິບັດໂຄງການຄົ້ນຄວ້າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມລະບຽບການ; 13. ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ໂຄງປະກອບກົງຈັກ

ສະຖາບັນຄົ້ນຄວ້າວັດທະນະທຳ ມີໂຄງປະກອບກົງຈັກ ດັ່ງນີ້:

  1. 1. ພະແນກຄົ້ນຄວ້າພາສາສາດ-ພາສາລາວ;
  2. 2. ພະແນກຄົ້ນຄວ້າວັນນະຄະດີ;
  3. 3. ພະແນກຄົ້ນຄວ້າສິລະປະ;
  4. 4. ພະແນກຄົ້ນຄວ້າຄວາມເຊື່ອ-ປະເພນີ;
  5. 5. ພະແນກຄົ້ນຄວ້າວັດທະນະທຳກັບການພັດທະນາ.
ຕິດຕໍ່ພົວພັນ:
ສຳນັກງານຕັ້ງຢູ່: ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ໂທລະສັບ:
021 241191