Month: ເດືອນພະຈິກ 2024

2

ສະຫະພັນແມ່ຍິງ ສວສສຊ ທາບທາມບຸກຄະລາກອນ ເພື່ອກະກຽມເຂົ້າກອງປະຊຸມໃຫຍ່ສະມາຊິກແມ່ຍິງ ຄັ້ງທີ I

2

     ກອງປະຊຸມທາບທາມບຸກຄະລາກອນ ຮອບທີ 2 ຂອງກອງປະຊຸມໃຫຍ່ສະມາຊິກແມ່ຍິງ ສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 29 ພະຈິກ 2024 ທີ່ຫ້ອງປະຊຸມໃຫຍ່ ສວສສຊ; ພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ລັດດາວັນ ຊົງວິໄລ ຮັກສາການປະທານສະຫະພັນແມ່ຍິງ ສວສສຊ;  ມີສະຫາຍ ບຸນລັດ ແກ້ວອາສາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຮອງປະທານສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມຈໍານວນ 87 ສະຫາຍ;

3

     ສະຫາຍ ນ. ລັດດາວັນ ຊົງວິໄລ ໄດ້ກ່າວເປີດກອງປະຊຸມວ່າ: ເພື່ອເປັນການປະຕິບັດຕາມຄໍາແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 556/ສສຍລ, ລົງວັນທີ 25 ສິງຫາ 2023, ກ່ຽວກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງອົງການຂອງຕົນ, ຄະນະສະຫະພັນແມ່ຍິງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ພ້ອມທັງເປັນການເປີດໂອກາດໃຫ້ສະມາຊິກແມ່ຍິງ ທຸກສະຫາຍ ປະກອບຄໍາຄິດເຫັນໃສ່ເນື້ອໃນຮ່າງບົດລາຍງານການເມືອງ ໃຫ້ມີເນື້ອໃນທີ່ສົມບູນຂຶ້ນຕື່ມ ແລະ ຖືໂອກາດນີ້ປ່ອນບັດທາບທາມບຸກຄະລາກອນຮອບ 2 ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຂອງສະມາຊິກແມ່ຍິງ ສວສສຊ ເຮົາ.

   ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ຈາກຄະນະສະຫະພັນແມ່ຍິງ ສວສສຊ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດວຽກງານຂອງຄະນະສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະໜຶ່ງສະໄໝຜ່ານມາ ໂດຍຍົກໃຫ້ເຫັນຜົນສໍາເລັດຂອງວຽກງານໃນແຕ່ລະດ້ານ, ຕີລາຄາດ້ານດີ-ດ້ານອ່ອນ,​ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ລວມເຖິງຄາດໝາຍສູ້ຊົນ,​ ທິດທາງວຽກງານຂອງສະຫະພັນແມ່ຍິງ 5 ປີໃນຕໍ່ໜ້າ (2026-2030).

1

     ໃນວາລະຕອນທ້າຍ ສະຫາຍ  ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ສະມາຊິກແມ່ຍິງທຸກສະຫາຍ ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າບັນດາມາດຖານເງື່ອນໄຂຂອງບຸກຄະລາກອນ ທີ່ຈະປະກອບເຂົ້າໃນກົງຈັກການຈັດຕັ້ງຂອງສະຫະພັນແມ່ຍິງ ສວສສຊ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ຖືກຕ້ອງຕາມມາດຖານເງື່ອນໄຂ ແລະ ຖືກຕ້ອງຕາມລະບຽບ ທີ່ທາງສູນກາງສະຫະພັນແມ່ຍິງລາວວາງອອກ ແນໃສ່ຮັບປະກັນໃຫ້ສາມາດສືບຕໍ່ຊີ້ນໍາ-ນໍາພາວຽກງານແມ່ຍິງມີຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ພ້ອມນັ້ນສະຫາຍຍັງເນັ້ນໜັກໃສ່ບາງບັນຫາດັ່ງນີ້:

1. ຄະນະສະຫະພັນແມ່ຍິງຊຸດໃໝ່ ຈະຕ້ອງເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ, ມີຄຸນທາດການເມືອງໝັກ ແໜ້ນ, ກໍາແໜ້ນໄດ້ແນວທາງດ້ານນະໂຍບາຍຂອງພັກ-ລັດ ກໍຄືຂອງມະຕິສູນກາງສະຫະພັນແມ່ຍິງລາວວາງອອກ, ສາມາດນໍາພາ-ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງສະຫະພັນແມ່ຍິງໃຫ້ປະກົດຜົນເປັນຈິງ.

2.ຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະການເປັນຜູ້ນໍາ, ມີຄວາມສາມັກຄີ ແລະ ມີແບບແຜນວິທີນໍາພາ ແລະ ສາມາດເຮັດວຽກເປັນໝູ່ຄະນະໄດ້ເປັນຢ່າງດີ.

3.ຕ້ອງມີທັດສະນະມະຫາຊົນກວ້າງຂວາງ ແລະ ສາມາດຮັບເອົາການຕໍານິສົ່ງຂ່າວຈາກມະຫາຊົນ ເພື່ອນໍາໄປແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຕົນ.

     ຈາກນັ້ນ, ກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ສະໝັກຄະນະສະຫະພັນແມ່ຍິງ ສວສສຊ ຊຸດໃໝ່ ແລະ ດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ 2 ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຂອງຄະນະສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນທ້າຍເດືອນທັນວາ 2024 ທີ່ຈະມາເຖິງນີ້.

4

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດຈັນທະລີວົງ

1

ຮອງປະທານ ສວສສຊ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສະຫະນະຄອນ ເອມີເຣດ ອາຣັບ (UAE) ປະຈໍາ ສປປ ລາວ

1

     ຕອນເຊົ້າຂອງວັນທີ 27 ພະຈິກ 2024 ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະ ທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບ ຂອງທ່ານ ປອ. ບາເດີ ອັບດຸນລາ ອາວ ມາຕຣູຊິ (Dr. Bader Abdullah Al Matrooshi) ເອກອັກຄະລັດຖະທູດ ແຫ່ງສະຫະນະຄອນ ເອມີເຣດ ອາຣັບ ປະຈໍາ ສສ.ຫວຽດນາມ ແລະ ສປປ ລາວ; ມີທ່ານ ປອ. ສາຍຄໍາ ວໍລະເດດ ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ, ທ່ານ ພອນ ວິພົນຮຽນ ຮອງຫົວໜ້າຫ້ອງການ ສວສສຊ ເຂົ້າຮ່ວມເປັນຄະນະ.  ການມາພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວທີ່ພົ້ນເດັ່ນຂອງແຕ່ລະຝ່າຍໃຫ້ກັນຊາບ ເຊິ່ງທັງສອງຝ່າຍມີຄວາມສົນໃຈໃນການສ້າງສາຍພົວພັນຮ່ວມມືກັນໃນຂົງເຂດວຽກງານການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ. ໃນໂອກາດດັ່ງກ່າວນີ້ ທ່ານ ປອ. ບາເດີ ອັບດຸນລາ ອາວ ມາຕຣູຊິ ໄດ້ກ່າວເຊື້ອເຊີນການນໍາ ແລະ ນັກຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນປະຈໍາປີ ທີ່ສະຫະນະຄອນ ເອມີເຣດ ອາຣັບ (UAE) ແລະ ປອ. ກິແກ້ວ ຈັນທະບູຣີ ກໍຍິນດີຕອບຮັບທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຊິ່ງລາຍລະອຽດກ່ຽວກັບກອງປະຊຸມ ທາງເຈົ້າພາບຈະສົ່ງໜັງສືເຊີນ ສວສສຊ ມາຕາມພາຍຫຼັງ.

3

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ແກ້ວວິວັນ ສີວິໄລ

1

ປະທານ ສວສສຊ ຕ້ອນຮັບການຢ້ຽມຢາມຂອງ ຄະນະຜູ້ແທນສະຖາບັນວິທະຍາສາດສັງຄົມແຂວງຢູນານ ສປ. ຈີນ

1

     ຕອນບ່າຍຂອງວັນທີ 25 ພະຈິກ 2024 ທີ່ຫ້ອງຮັບແຂກຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ຕ້ອນຮັບການຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນວິທະຍາສາດສັງຄົມແຂວງຢູນນານ ສປ. ຈີນ ນໍາໂດຍ ທ່ານ ຢາງ ເຈິ້ງສວນ, ປະທານສະຖາບັນວິທະຍາສາດສັງຄົມແຂວງຢູນນານ (ສວສ ຢນ) ພ້ອມດ້ວຍຄະນະຈໍານວນ 06 ທ່ານ; ການພົບປະຢ້ຽມຢາມໃນຄັ້ງນີ້ ເປັນການຍົກລະດັບຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຊຸກຍູ້ບັນດາໂຄງການຈຸດສຸມ ແລະ ຄົ້ນຄວ້າຫາຊ່ອງທາງໃນການຮ່ວມມືລົງເລິກໃນການແລກ ປ່ຽນວັດທະນະທຳ-ສັງຄົມ, ເປີດກວ້າງການຮ່ວມມືລະຫວ່າງອົງການຄົ້ນຄວ້າຂອງສະຖາບັນວິທະຍາສາດສັງຄົມ ແຂວງຢູນນານ ສປ. ຈີນ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ພ້ອມນັ້ນ ກໍມີການລາຍງານຄວາມຄືບໜ້າອັນໃໝ່ໃນການຄົ້ນຄວ້າຂອງອົງການຄັງປັນຍາ ເພື່ອສ້າງເວທີແລກປ່ຽນຄວາມຮູ້, ຮັດແໜ້ນສາຍພົວພັນສອງຝ່າຍຈີນ-ລາວ ໃຫ້ໝັ້ນຄົງໃນຕໍ່ໜ້າ.

     ທັງສອງຝ່າຍໄດ້ແລກປ່ຽນລາຍງານສະພາບພົ້ນເດັ່ນວຽກງານຂອງສະຖາບັນຕົນ, ສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ລາວ-ຈີນ ເຊີ່ງເນັ້ນໜັກໃຫ້ມີການປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືໃນການຈັດສໍາມະນາສາກົນ, ການແລກປ່ຽນຜົນງານເຊິ່ງກັນແລະກັນຂອງນັກຄົ້ນຄວ້າ, ການສ້າງຫົວຂໍ້ໂຄງ ການ ແລະ ດໍາເນີນການຄົ້ນຄວ້າຮ່ວມກັນໃນບາງບັນຫາທີ່ພົ້ນເດັ່ນຂອງສອງປະເທດ ລາວ-ຈີນ ນໍາອີກ.

2

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ນັກຄົ້ນຄວ້າຈາກ ສະຖາບັນການພັດທະນາເສດຖະກິດ-ການຄ້າສາກົນແຫ່ງປະເທດຍີ່ປຸ່ນ (IDE-JETRO) ມາຢ້ຽມຢາມ ແລະ ສົນທະນາແລກປ່ຽນການພັດທະນາອຸດສາຫະກໍາຂອງ ສປປ ລາວ ກັບສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ.

1

ໃນຕອນບ່າຍຂອງວັນທີ 11 ພະຈິກ 2024 ທີ່ຫ້ອງປະຊຸມຊັ້ນ 2 ຕຶກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ), ສວສສຊ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ KIMURA Koichiro ນັກຄົ້ນຄວ້າອາວຸໂສ, ຮອງຫົວໜ້າສູນພັດທະນາການສຶກສາກ່ຽວກັບທຸລະກິດ ແລະ ອຸດສາຫະກໍາ ຈາກສະຖາບັນການພັດທະນາເສດຖະກິດ-ການຄ້າສາກົນແຫ່ງປະເທດຍີ່ປຸ່ນ (IDE-JETRO) ຢູ່ແຂວງຊິບະ, ປະເທດຍີ່ປຸ່ນ; ທ່ານເປັນນັກຄົ້ນຄວ້າອາວຸໂສທີ່ຊ່ຽວຊານທາງດ້ານຂະແໜງອຸດສາຫະກໍາ, ນະວັດຕະກໍາໃໝ່ທາງດ້ານເສດຖະກິດ ແລະ ເສດຖະກິດ ຂອງ ສປປ ຈີນ ເປັນກຽດຕ້ອນຮັບໂດຍທ່ານ ປອ. ວັນໄຊ ໄຊຍະວົງ  ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ.

ຈຸດປະສົງການມາຢ້ຽມຢາມໃນຄັ້ງນີ້ເພື່ອມາສົນທະນາ  ແລະ ແລກປ່ຽນບົດຮຽນການພັດທະນາຂະແໜງອຸດສາຫະກໍາ ແລະ ການພັດທະນາເສດຖະກິດຢູ່ ສປປ ລາວ ກັບສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ), ສວສສຊ  ໃນໂອກາດທີ່ ທ່ານ KIMURA Koichiro ມາຢ້ຽມຢາມໃນຄັ້ງນີ້, ທີມງານວິຊາການນັກຄົ້ນຄວ້າຂອງ ສຄສພ ໄດ້ນໍາສະເໜີ ສະພາບລວມ ແລະ ຄຸນລັກສະນະຂອງປະເທດ, ການພັດທະນາເສດຖະກິດ, ສະພາບການລົງທຶນ  ແລະ ການພັດທະນາຂະແໜງອຸດສະຫະກໍາ ຂອງ ສປປ ລາວ. ຫຼັງຈາກນັ້ນກໍ່ໄດ້ສົນທະນາແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດເຫັນ, ເຊີ່ງທ່ານ KIMURA Koichiro ໄດ້ມີຄວາມສົນໃຈຕໍ່ສະພາບການພັດທະນາເສດຖະກິດຂອງ ສປປ ລາວ ໂດຍໄດ້ສົນທະນາ ແລະ ມີການຕັ້ງຄໍາຖາມໃນຫຼາຍຂົງເຂດເຊັ່ນ: ຜົນກະທົບຈາກການປະຕິຮູບເສດຖະກິດພາຍໃຕ້ນະໂຍບາຍກົນໄກເສດຖະກິດໃໝ່ ຫຼື ເອິ້ນວ່າ“ ຈິນຕະນາການໃໝ່”, ທ່າອຽງການລົງທຶນຂອງຕ່າງປະເທດ, ຂະແໜງການລົງທຶນທີ່ພົ້ນເດັ່ນ ແລະ ຂະແໜງອຸດສາຫະກໍາທີ່ພົ້ນເດັ່ນຢູ່ ສປປ ລາວ. ພ້ອມດຽວກັນ, ກໍ່ໄດ້ສົນທະນາ ທ່າແຮງທີ່ໄດ້ປຽບໃນການພັດທະນາຂະແໜງອຸດສາຫະກໍາ ແລະ ການພັດທະນາສະຫະກອນໃນຂະແໜງກະສິກໍາ ຢູ່ ສປປ ລາວ. ນອກຈາກນີ້,  ພ້ອມທັງແລກປ່ຽນບົດຮຽນການພັດທະນາອຸດສາຫະກໍາ ຂອງ ສປປ ຈີນ ກັບທີມງານວິຊາການນັກຄົ້ນຄວ້າຂອງ ສຄສພ ນໍາອີກ.

2

ຂຽນຂ່າວ ແລະ ຖ່າຍພາບໂດຍ: ນ. ອູຄໍາ ອິນທະວົງ

1

ການມາທັດສະນະຢ້ຽມຢາມຢູ່ທີ່ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ) ຂອງຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແມ່ຟ້າຫຼວງ, ປະເທດໄທ.

1

     ຕອນເຊົ້າຂອງວັນທີ 05 ພະຈິກ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມຊັ້ນ 3 ຕຶກເສດຖະກິດ, ສະຖາບບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ), ສວສສຊ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຄູອາຈານ ພ້ອມດ້ວຍນັກສຶກສາປະລີນຍາຕີສາຂາເສດຖະສາດ ຈຳນວນ 43 ທ່ານ ຈາກຄະນະການຄຸມຄອງບໍລິຫານ (School of Management), ມະຫາວິທະຍາໄລແມ່ຟ້າຫຼວງ (Mea Fah Luang University), ຈັງຫວັດຊຽງລາຍ, ປະເທດໄທ, ເຊີ່ງນໍາພາຄະນະໂດຍຜູ້ຊ່ວຍສາສະດາຈານ ປອ. ນັດທະພັດ ຄົງບົວໄມ້ ທັງເປັນຜູ້ອຳນວຍການຫຼັກສູດເສດຖະສາດ ແລະ ອາຈານ ປອ. ປະລິນຍາກອນ ແພງສີ ຜູ້ຊ່ວຍຄະນະບໍດີຄະນະບໍລິຫານທຸລະກິດ.

     ການມາທັດສະນະຢ້ຽມຢາມໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນຕົວຈິງກ່ຽວກັບການພັດທະນາເສດຖະກິດຢູ່ ສປປ ລາວ ກັບສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ), ສວສສຊ; ຕາງໜ້າຕ້ອນຮັບໂດຍທ່ານ ປອ. ວັນໄຊ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ); ພ້ອມທັງນໍາສະເໜີ ການປະເມີນສະພາບເສດຖະກິດມະຫາພາກປະຈຳປີ 2023 ແລະ ທ່າອ່ຽງປີ 2024 ຕໍ່ຄະນະອາຈານ ແລະ ນັກສຶກສາທີ່ມາຢ້ຽມຢາມ; ແລະ ທ່ານ ປອ. ວິສັນສັກ ຄຳແພງວົງ ຮອງຫົວໜ້າພະແນກຄົ້ນຄວ້າ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ນໍາສະເໜີຫົວຂໍ້ “ການເຊື່ອມໂຍງຂອງ ສປປ ລາວ ກັບພາກພື້ນ”. ການສົນທະນາແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນ ແມ່ນດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ເຊີ່ງຄະນະອາຈານ ແລະ ນັກສຶກສາ ໄດ້ມີຄວາມສົນໃຈຕໍ່ສະພາບການພັດທະນາເສດຖະກິດຂອງ ສປປ ລາວ, ມີສົນທະນາ ແລະ ມີການຕັ້ງຄໍາຖາມໃນຫຼາຍຂົງເຂດເຊັ່ນ: ການເຕີບໂຕທາງເສດຖະກິດ, ບັນຫາເງິນເຟີ້, ການຄ້າ ແລະ ທ່ອງທ່ຽວທີ່ຕິດພັນກັບທາງລົດໄຟລາວ-ຈີນ ເປັນຕົ້ນ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ພຸດສະຫວັນ ບຸບຜາວັນ

1.1

ຜົນສຳເລັດຂອງເວທີສົນທະນາສາກົນສັງຄົມນິຍົມ ຄັ້ງທີ່ XI ພາຍໃຕ້ຫົວຂໍ້ “ລັດທິມາກໃນສະຕະວັດທີ XXI”

1.1

     ເວທີສົນທະນາສາກົນສັງຄົມນິຍົມຄັ້ງທີ່ XI ໄດ້ຈັດຂຶ້ນໃນວັນທີ່ 8 ພະຈິກ 2024, ທີ່ ນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ, ພາຍໃຕ້ຫົວຂໍ້: “ລັດທິມາກໃນສັດຕະວັດທີ່ XXI”, ໂດຍການເປັນເຈົ້າພາບຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ຂຶ້ນເປັນປະທານຮ່ວມໂດຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ສະຫາຍ ຮສ. ປອ. ຕະ ມິງ ຕວັນ, ຮອງປະທານ ສະຖາບັນດິດ ວິທະຍາສາດສັງຄົມ ສ.ສ. ຫວຽດນາມ ແລະ ສະຫາຍ ສຈ. ເສີນ ຈື້ກາງ, ຮອງຫົວໜ້າສະຖາບັນຄົ້ນຄວ້າລັດທິມາກ, ສະຖາບັນວິທະຍາສາດສັງຄົມຈີນ.

     ເປັນກຽດ ເຂົ້າຮ່ວມເວທີສົນທະນາສາກົນສັງຄົມນິຍົມຄັ້ງນີ້ ມີການນຳຂັ້ນສູງ ຂອງບັນດາກະຊວງ-ອົງການ ແລະ ຂະແໜງການທີ່ກ່ຽວຂ້ອງຈຳນວນໜຶ່ງຂອງ ສ.ປ.ປ. ລາວ, ມີສະຫາຍເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ. ກູບາ ປະຈຳ ສ.ປ.ປ. ລາວ, ຜູ້ຕາງໜ້າ ສະຖານທູດ ແຫ່ງ ສສ ຫວຽດນາມ, ຜູ້ຕາງໜ້າຈາກສະຖານທູດ ສ.ປ.ປ. ເກົາຫຼີ ແລະ ຜູ້ມີບັນດານັກຄົ້ນຄວ້າ, ນັກວິທະຍາສາດ, ຄູອາຈານ ຈາກສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂັ້ນສູງ ຂອງ ສ.ປ.ປ. ລາວ ແລະ ມີຜູ້ຕາງໜ້າ ຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ທັງໝົດ 80 ກວ່າສະຫາຍ.

1.2

     ເວທີສົນທະນາສາກົນສັງຄົມນິຍົມຄັ້ງນິ້ ດຳເນີນໄປເປັນເວລາ 1 ວັນເຕັມ. ໄດ້ຮັບຟັງການສະເໜີບົດວິທະຍາສາດທີ່ກ່ຽວຂ້ອງທັງໝົດ 23 ບົດ, ຈາກວິທະຍາກອນຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖາບັນດິດວິທະຍາສາດສັງຄົມ ສ.ສ. ຫວຽດນາມ ແລະ ສະຖາບັນວິທະຍາສາດສັງຄົມຈີນ, ໃນເວທີສົນທະນາ ນັກຄົ້ນຄວ້າ, ນັກວິທະຍາສາດ ໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ກ່ຽວກັບ “ສັງຄົມນິຍົມ”. ໂດຍໄດ້ແບ່ງອອກເປັນ 3 ວາລະໃຫຍ່ຄື: ວາລະທີ (1) “ທິດສະດີສັງຄົມນິຍົມທັນສະໄໝຕໍ່ການພັດທະນາແບບກົມກຽວ ແລະ ຍືນຍົງ”. ວາລະທີ (2) “ພືດຕິກຳ ກ່ຽວກັບສັງຄົມນິຍົມທັນສະໄໝ ກັບການພັດທະນາແບບກົມກຽວ ແລະ ຍືນຍົງ” ແລະ ວາລະທີ (3) ໄດ້ຮັບຟັງການສະເໜີບົດວິທະຍາສາດ, ສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ກ່ຽວກັບ “ການຮ່ວມມື ເພື່ອການພັດທະນາແບບກົມກຽວ ແລະ ຍືນຍົງ”.

     ໃນຕອນທ້າຍຂອງເວທີສົນທະນາ ປອ. ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ໄດ້ຕາງໜ້າ ຄະນະປະທານເວທີສົນທະນາ ໄດ້ສະຫຼຸບສັງລວມເນື້ອໃນຈິດໃຈ ແລະ ຄຳຄິດຄຳເຫັນ ກ່ຽວກັບເວທີສົນທະນາສາກົນສັງຄົມນິຍົມ ພາຍໃຕ້ຫົວຂໍ້ “ທິດສະດີມາກໃນສັດຕະວັດທີ XXI” ໂດຍຫຍໍ້ຄື: (1) ທິດສະດີມາກ ມີຄວາມສໍາຄັນໃນປະຫວັດສາດຂອງສັງຄົມມະນຸດ, ຍັງມີຊີວິດຊີວາ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມໃນສັດຕະວັດທີ່ XXI, ຫຼາຍປະເທດ, ຫຼາຍພັກການເມືອງ ແລະ ຫຼາຍຂະບວນການເຄື່ອໄຫວທາງການເມືອງ, ເສດຖະກິດ ແລະ ສັງຄົມ ຍັງໝູນໃຊ້ ທິດສະດີດັ່ງກ່າວ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການເຄື່ອນໄຫວຂອງຕົນ, (2) ພັກ ແລະ ລັດຖະບານ ຂອງ ສ.ປ.ປ. ລາວ, ສ.ສ. ຫວຽດນາມ ແລະ ສປ. ຈີນ ໄດ້ໝູນໃຊ້ ທິດສະດີມາກ ເປັນທວນໄຟອັນໃສແຈ້ງ ແລະ ເປັນເຂັມຊີ້ທິດເຍື່ອງທາງ ໃນການປົກປັກຮັກສາ ແລະ ສ້າງສາ-ພັດທະນາປະເທດຊາດຂອງຕົນ ເພື່ອກ້າວຂຶ້ນ ສັງຄົມນິຍົມ ເທື່ອລະກ້າວ ຕາມສະພາບຈຸດພິເສດ, ຄຸນຫຼັກສະນະ ແລະ ສີສັນຂອງຕົນ ແລະ (3) ມີແຕ່ການພັດທະນາກຳລັງການຜະລິດໃຫ້ກ້າວໜ້າ, ຂະຫຍາຍຕົວ, ທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ ແລະ ສູງກວ່າ ກວ່າໃນລະບອບທຶນນິຍົມເທົ່ານັ້ນ ຈິ່ງຈະເປັນການສ້າງປະຖົມປັດໄຈ ຫຼື ເງື່ອນໄຂໃຫ້ພວກເຮົາ ກ້າວຂຶ້ນສູ່ສັງຄົມນິຍົມໄດ້.

     ໂດຍລວມແລ້ວ, ສະພາບເວທີສົນທະນາຄັ້ງນີ້ ແມ່ນໄດ້ດໍາເນີນມາດ້ວຍບັນຍາກາດທີ່ຟົດຟື້ນ, ອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ-ມິດຕະພາບອັນສູງສົງ, ປະສົບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ສິ້ນສຸດລົງ ໃນເວລາ 17:30ຂອງວັນດຽວກັນ.

1.3

ຂຽນຂ່າວ ແລະ ຖ່າຍພາບ: ສວສສຊ

 

1

ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພົບປະແລກປ່ຽນບົດຮຽນກັບ ຖວທ ແຂວງໄຊຍະບູລີ

1

     ຕອນເຊົ້າຂອງວັນທີ 1 ພະຈິກ 2024, ທີ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ສວສສຊ) ໄດ້ເຂົ້າຮ່ວມພົບປະແລກປ່ຽນບົດຮຽນ ກັບ ຖວທ ແຂວງ ໄຊຍະບູລີ; ນໍາພາຄະນະໂດຍ ທ່ານ ນ. ພູຄຽງ ໄຊສິລິ ຮອງຫົວໜ້າ ສຂຝ; ພ້ອມດ້ວຍຫົວໜ້າພະແນກ-ຮອງພະແນກ ແລະ ວິຊາການທີ່ກ່ຽວຂ້ອງທັງໝົດ 7 ທ່ານ; ຕາງໜ້າຕ້ອນຮັບທີມງານສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໂດຍ ທ່ານ ກອງໄລ ວິໄລພອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ ພ້ອມດ້ວຍຫົວໜ້າຂະແໜງ-ຮອງຂະແໜງ ແລະ ຄະນະຮັບຜິດວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມຈໍານວນ 28 ທ່ານ.

     ໃນກອງປະຊຸມ ທ່ານ ສຸກນິລັນ ແສງພະຈັນ ຮອງຫົວໜ້າ ສຂຝ ໄດ້ສະເໜີຈຸດປະສົງ, ລາຍງານກ່ຽວກັບພາລະບົດບາດ ແລະ ການເຄື່ອນໄຫວວຽກງານໂດຍຫຍໍ້ບາງຕອນວ່າ: ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແມ່ນອົງການວິຊາການໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີພາລະບົດບາດເປັນເສນາທິການໃຫ້ກັບ ສວສສຊ ໃນການຄົ້ນຄວ້າສ້າງຖານຂໍ້ມູນຂ່າວສານ, ຝຶກອົບຮົມ,​ ໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານວິທະຍາສາດເສດຖະກິດ-ສັງຄົມ ອອກສູ່ພາຍນອກ ໂດຍຜ່ານສື່ຕ່າງໆ ໃນໄລຍະຊຸມປີຜ່ານມາສູນໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ດ້ານເຕັກນິກຂໍ້ມູນຂ່າວສານການຄຸ້ມຄອງເວບໄຊ ລວມທັງການຜະລິດຂໍ້ມູນຕ່າງໆ ໃວ້ບໍລິການໃຫ້ແກ່ນັກຄົ້ນຄວ້າ;  ຈາກນັ້ນ ທ່ານ ກອງໄລ ວິໄລພອນ ກໍ່ໄດ້ລາຍງານພາລະບົດບາດ ແລະ ສະພາບລວມຂອງວຽກງານ ຖວທ ແຂວງ ໄຊຍະບູລີ ວ່າ: ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ ແມ່ນກົງຈັກການຈັດຕັ້ງໜຶ່ງ ຂອງອົງການປົກຄອງແຂວງ, ມີພາລະບົດບາດເປັນເສນາທິການຊ່ວຍອົງການປົກຄອງແຂວງໄຊຍະບູລີ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງວາງອອກໃຫ້ປະກົດຜົນເປັນຈິງ. ດ້ວຍການພັດທະນາ ແລະ ປຸກລະດົມຂົນຂວາຍປະຊາຊົນທຸກຊັ້ນຄົນ ປະກອບໃສ່ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ໃຫ້ສໍາເລັດ, ພ້ອມນັ້ນກໍ່ໄດ້ຄຸ້ມຄອງບໍລິການ ແລະ ອອກອະນຸຍາດຕໍ່ການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນຂອບເຂດທົ່ວແຂວງໄຊຍະບູລີ.

     ທັງສອງຝ່າຍໄດ້ລົງເລິກແລກປ່ຽນກ່ຽວກັບວຽກງານຂໍ້ມູນຂ່າວສານ, ວຽກງານຫໍສະໝຸດ ແລະ ວຽກງານການບໍລິຫານຈັດການເວັບໄຊ; ເຊິ່ງໄດ້ພ້ອມກັນຮັບຟັງ ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ເປັນບົດຮຽນອັນສໍາຄັນໃຫ້ແກ່ການປັບປຸງ ແລະ ພັດທະນາວຽກງານຂອງຕົນ ມີທັງຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ.

2

ຂຽນຂ່າວ:​ ພວງເພັດ ຈັນທະລີວົງ

ຖ່າຍພາບ:​ ແກ້ວວິວັນ ສີວິໄລ