Month: ເດືອນສິງຫາ 2025

IMG_9402 (1)

ສວສສຊ ຈັດຕັ້ງທາບທາມບຸກຄະລາກອນ ຮອບທີ 2

IMG_9391 (1)
IMG_9402 (1)

      ກອງປະຊຸມທາບທາມບຸກຄະລາກອນ ຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ ສະໄໝທີ II ຮອບທີ 2 ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2025 ທີ່ຫ້ອງປະຊຸມ ສວສສຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາສະຫາຍຄະນະປະຈຳພັກ, ກໍາມະການຄະນະພັກ, ເລຂາໜ່ວຍພັກ ແລະ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

      ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງບົດລາຍງາຍການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າ 5 ປີ (2026-2030) ແລະ ບົດສໍາຫຼວດການນໍາພາລວມຂອງອົງຄະນະພັກ ສວສສຊ ສະໄໝທີ I. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຈາກບັນດາສະມາຊິກພັກ ໂດຍສະເພາະແມ່ນບັນຫາທີ່ຍັງຄົງຄ້າງ ທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂ ແລະ ເຮັດໃຫ້ສຳເລັດໃນຕໍ່ໜ້າ. ຈາກນັ້ນ ທ່ານ ນ. ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມາດຕະຖານ ແລະ ເງື່ອນໄຂຂອງຜູ້ອອກຮັບສະໝັກເລືອກຕັ້ງຄະນະບໍລິ ຫານງານພັກ ສວສສຊ ຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມໄດ້ນຳໄປຄົ້ນຄວ້າເລືອກເຟັ້ນເອົາຜູ້ມີມາດ ຕະຖານເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ ເຂົ້າໃນກອງປະຊຸມໃຫຍ່.

IMG_9475 (1)
IMG_9369

      ໂອກາດນີ້, ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ຮຽກຮ້ອງມາຍັງສະມາຊິກພັກພະນັກງານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບການເມືອງ ແລະ ນຳໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມຜູ້ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ສວສສຊ ສະໄໝທີ II ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ຮັບ ປະກັນທາງດ້ານເພດ-ເຜົ່າ, ໃຫ້ມີລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ, ເປັນຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຮູ້ຄວາມສາມາດ ແລະ ມີວິໄສທັດ ໃນການນໍາພາຈັດຕັ້ງນໍາພາວຽກງານຄົ້ນຄວ້າວິທະຍາສາດໃນຕໍ່ໜ້າ. ຈາກນັ້ນ ຄະນະຮັບຜິດ ຊອບກອງປະຊຸມໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ຮອບທີ 2 ສຳເລັດຕາມແຜນທີ່ວາງໄວ້.

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ

IMG_9336

ການນຳ ສວສສຊ ອວຍພອນວັນຊາດ ຫວຽດນາມ

IMG_9336

      ໃນວັນທີ 20 ສິງຫາ 2025 ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳໂດຍ ສະຫາຍ ນ. ແກ້ວວິວອນ ອຸດທະຈັກ ຄະນະປະຈຳພັກ ຮອງປະທານ ສວສສຊ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025).

      ໂອກາດນີ້ ທ່ານ ນ. ແກ້ວວິວອນ ອຸດທະຈັກ ໄດ້ຕາງໜ້າໃຫ້ຄະນະພັກ ສວສສຊ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ມີຄວາມໝາຍປະຫັວດສາດ ທີ່ປະຊາຊົນຫວຽດນາມຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນຳພາອັນປີຊາສາມາດ ຖືກຕ້ອງ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ອັນເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໝັ້ນທ່ຽງເຂັ້ມແຂງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

      ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນ. ແກ້ວວິວອນ ອຸດທະຈັກ ທີ່ໄດ້ນຳພາຄະນະມາອວຍພອນໃນໂອກາດ ວັນສະຖາປານາ ສສ ຫວຽດນາມ ຄົບຮອບ 80ປີ. ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ ຊຶ່ງນັບມື້ນັບກ້າວໜ້າເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ; ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງສະຖານທູດຫວຽດນາມ ແລະ ສວສສຊ ອັນໄດ້ປະກອບສ່ວນໃນການເພີ່ມພູນຄູນສ້າງ ສາຍສຳພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

IMG_9354

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

IMG_9276

ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນ ທີ່ມະຫາວິທະຍາໄລແຫ່ງຊາດລາວ

IMG_9276
IMG_9111

      ວັນທີ 16 ສິງຫາ 2025 ທີ່ຜ່ານມາ ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍ ປອ. ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ VI ພາຍໃຕ້ຫົວຂໍ້: “ບົດຮຽນການກຳອຳນາດຂອງພັກການເມືອງທີ່ຖືທິດສະດີມາກ-ເລນິນ” ເຊິ່ງຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໂດຍການເປັນເຈົ້າພາບຂອງມະຫາວິທະຍາໄລແຫ່ງຊາດລາວ, ມີບັນດາຄູ ອາຈານ, ນັກຄົ້ນຄວ້າ, ວິທະຍາກອນ ແລະ ແຂກຖືກເຊີນມາຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ, ສະມາຄົມປັດຊະຍາຫວຽດນາມ, ມະຫາວິທະຍາໄລກວາງຊີ ແລະ ມະຫາວິທະຍາໄລຊານຕົງ ສປ. ຈີນ ເຂົ້າຮ່ວມຈຳນວນ 120 ທ່ານ.

      ໃນພິທີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໃຫ້ຮູ້ວ່າ: ພັກປະຊາຊົນປະຕິວັດລາວ ຍຶດໝັ້ນ ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເປັນເຂັມຊີ້ທິດ ໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງພັກ. ເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ນຳພາປະຊາຊົນບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ກໍ່ສ້າງລະ ບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ, ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 5 ຫຼັກການ, 3 ທິດນໍາ  

ແຕ່ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງໃໝ່ດັ່ງກ່າວ ຂອງພັກ ປະຊາຊົນ ປະຕິວັດ ລາວ ແມ່ນໄດ້ດຳເນີນ ບົນພື້ນຖານຫຼັກການ ຢືດໝັ້ນໃນລັດທິມາກ-ເລນິນ ແລະ ແນວທາງການກ້າວ ຂຶ້ນສູ່ສັງຄົມນິຍົມ ຢ່າງໝຽວແໜ້ນ. ເຊິ່ງເປັນອັນພົ້ນເດັ່ນ ແຕກຕ່າງ ກັບ ການປ່ຽນແປງໃໝ່ ຂອງລາຍປະເທດ ອະດີດສັງຄົມນິຍົມ ຢູ່ ທະວີບ ເອີລົບ.

          ຜ່ານ ການຄົ້ນຄວ້າ ແລະ ໝູນໃຊ້ ທິດສະດີ ມາກ-ເລນິນ ເຂົ້າໃນພາລະກິດ ຕໍ່ສູ້ກູ້ຊາດ ກໍ່ຄື ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງພັກປະຊາຊົນປະຕິວັດລາວ ສາມາດຖອດຖອນໄດ້ບາງບົດຮຽນ ໄດ້ຄື:

ໜື່ງ:ພັກປະຊາຊົນປະຕິວັດລາວ ເປັນຜູ້ນໍາພາໂດຍກົງ-ຮອບດ້ານ, ເດັດຂາດ ເປັນແກນກາງ ໃນລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ ເພື່ອຮັບປະກັນ ການບູລະນະລະບອບປະຊາທິປະໄຕ ປະຊາຊົນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ສປປ ລາວ; ສອງ: ຢືດໝັ້ນ ລັດທິມາກ-ເລນິນ ແລະ ແນວທາງ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ ໂດຍບໍ່ ຫວັ່ນໄຫວ ຄອນແຄນ ຕໍ່ສະພາບການປ່ຽນແປງໃດໆຂອງພາກພື້ນ, ຂອງໂລກ; ສາມ: ໝູນໃຊ້ ທິດສະດີມາກ-ເລນິນ ຢ່າງມີຫົວຄິດປະດິດສ້າງ, ແທດເໝາະກັບສະພາບການຕົວຈິງຂອງໂລກ ແລະ ສະພາບການພາຍໃນປະເທດ ແຕ່ລະໄລຍະ; ຫຼີກລ້ຽງ ການນຳໃຊ້ ທິດສະດີດັ່ງກ່າວ ແບບອັດຕະວິໄສ, ຄຳພີຕາຍຕົວ; ສີ່: ສຸມໃສ່ພັດທະນາກຳລັງການຜະລິດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ວ່ອງໄວ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ສ້າງປະຖົມປັດໃຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວ ດ້ວຍຫຼາຍຮູບການ, ຫຼາຍວິທີການ ແລະ ມາດຕາການ.

          ສະຫຼຸບແລ້ວ ໃນ​ຕະຫຼອດ​ປະຫວັດສາດ​ການ​ເມືອງ​ຂອງພັກການເມືອງ ທີ່ຍຶດຖື​ລັັດທິມາກ-ເລນິນ ຍາມໃດກໍ່​ລ້ວນ​ແຕ່​ໄດ້ຍຶດໝັ້ນທິດ​ສະ​ດີ​ວິທະຍາສາດເປັນທິດ​ຊີ້​ນຳ​, ອີງ​ໃສ່​ຈຸດຢືນ​ຂອງ​ປະຊາຊົນເປັນພື້ນຖານ, ​ແລະ ​ໄດ້​ຍຶດໝັ້ນ​ທິດ​ທາງ​ພັດທະນາ​ຂອງ​ຕົນ ​ໃນ​ຍຸກ​ສະ​ໄໝ. ບໍ່​ວ່າ​ຈະ​ຢູ່​ໃສ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ​ແລະ ພາລະກິດ ​ອັນ​ສະເໝີຕົ້ນສະເໝີປາຍ​ຂອງ ​ພັກການເມືອງ ທີ່ຍຶດຖື​ລັັດທິມາກ-ເລນິນ ​ກໍ່ແມ່ນການ​ສະ​ແຫວ​ງຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ນັ້ນໆ.  ບົດຮຽນພຶດຕິກໍາຕົວຈິງ ແລະ ແນວຄິດທິດສະດີ, ທີ່ໄດ້ແບ່ງປັນຈາກນັກສຳມະນາກອນໃນຄັ້ງນີ້ ສະແດງໃຫ້ເຫັນຄວາມມີຊີວິດຊີວາ ໃນຄົ້ນຄວ້າບົດຮຽນການກຳອຳນາດຂອງພັກການເມືອງ ທີ່ຍຶດຖື​ລັັດທິມາກ-ເລນິນ ແລະ ກໍ່ໄດ້ສ້າງຂົວມິດຕະພາບອັນໝັ້ນແກ່ນໃນການແລກປ່ຽນຢ່າງເລິກເຊິ່ງໃນເວທີວິຊາການສາກົນ. ການ​ຊຸກຍູ້​ການ​ກໍ່ສ້າງ​ປະຊາ​ຄົມຮ່ວມຊາຕາກຳ ຂອງ​ຈີນ, ລາວ ແລະ  ຫວຽດນາມ​ ບໍ່​ພຽງ​ແຕ່​ແມ່ນ​ການ​ນຳ​ໃຊ້​ແນວ​ຄວາມ​ຄິດ​ຂອງ​ ລັດທິ​ມາກ​-ເລນິນ ໃນຄວາມເວົ້າທີ່ວ່າ “ຄອບຄົວດຽວກັນໃນ​ໂລກນີ້” ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ທາງ​ເລືອກ​ທີ່ແນ່ນອນຂອງ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ບັນດາປະເທດ.

IMG_9271
IMG_9244

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

_MG_8960

ປະກາດການຈັດຕັ້ງ ຮອງປະທານ ສວສສຊ ຄົນໃໝ່

_MG_8999

     ວັນທີ 12 ສິງຫາ 2025  ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ໃຫ້ກຽດເປັນປະທານໂດຍສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຮອງປະທານ, ບັນດາຄະນະກົມ, ສະຖາບັນ, ຫ້ອງການ, ສູນ ແລະ ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.

     ໃນພິທີທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 4 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານ ສວສສຊ ໂດຍແຕ່ງຕັ້ງທ່ານ ໄຊສົງຄາມ ມະໂນທັມ ເປັນຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ໄຊສົງຄາມ ມະໂນທັມ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການປະຈໍາພັກ ສວສສຊ ຕາມມະຕິຕົກລົງ ເລກທີ 663/ຄລສພ, ລົງວັນທີ 28 ກໍລະກົດ 2025.

     ໂອກາດດັ່ງກ່າວ, ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນ ແລະ ໂອ້ລົມ ໂດຍທ່ານໃຫ້ຮູ້ວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງຈັດວາງ, ສັບຊ້ອນພະນັກງານການນໍາຂັ້ນສູງຂອງພັກ-ລັດ ບາງຕໍາແໜ່ງຄືນໃໝ່ ຊຶ່ງການສັບຊ້ອນ, ຈັດວາງພະນັກງານນໍາພາ ຜ່ານມາກໍ່ໄດ້ດໍາເນີນການສັບປ່ຽນ, ໝູນວຽນໜ້າທີ່ວຽກງານຂອງພະນັກງານນໍາພາໃນລະບົບການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນຢູ່ສູນກາງ ກໍຄືຢູ່ທ້ອງຖິ່ນ ຢ່າງເປັນປົກກະຕິ. ສຳລັບ ສວສສຊ ນັບແຕ່ກາງປີ 2024 ເປັນຕົ້ນມາ ແມ່ນໄດ້ມີການຊັບຊ້ອນ-ຍົກຍ້າຍການນຳ ທັງສະຫາຍ ປະທານສະຖາບັນ-ຮອງປະທານສະຖາບັນຫຼາຍສະຫາຍ (ບາງສະຫາຍກໍໄດ້ຮັບນະໂຍບາຍພັກຜ່ອນຮັບບຳນານ). ການຊັບຊ້ອນສະຫາຍ ໄຊສົງຄາມ ມະໂນທຳ ໃນຄັ້ງນີ້ ກໍ່ແມ່ນຢູ່ໃນໄລຍະທີ່ອົງຄະນະພັກ ສວສສຊ ກຳລັງຂຸ້ນຂ້ຽວສຸມໃສ່ການກະກຽມຮອບດ້ານ ເພື່ອດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກຂອງຕົນ, ເຊິ່ງຄາດວ່າຈະດຳເນີນໃນເດືອນໜ້ານີ້.

IMG_0018
_MG_8960
IMG_0025

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມຸນິນ ພົນສັກດາ

2

ສວສສຊ, ສມປຊ ແລະ ມຊ ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ແລະ ແລກປ່ຽນທາງວິຊາການ

2

     ໃນວັນທີ 06 ສິງຫາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມລົງນາມຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຮສ. ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງ ຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

     ພິທີລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮ່ວມມືໃນການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຂອງອົງການເວົ້າລວມ ເວົ້າສະເພາະກໍແມ່ນວຽກ ງານຄົ້ນຄວ້າວິທະຍາສາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ເປັນຈຸດປະສານງານ ແລະ ເຄືອຂ່າຍການຄົ້ນຄວ້າວິທະຍາສາດດ້ານການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທີ່ເຂັ້ມແຂງ, ມີຄວາມເປັນເອກະພາບ; ສາມາດສະໜອງຂໍ້ມູນ, ຂໍ້ສະເໜີແນະ ແລະ ໃຫ້ຄໍາປຶກສາທາງດ້ານວິຊາການໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ແລະ ເສີມສ້າງຂີດຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນເທື່ອລະກ້າວ. ສໍາລັບ ເນື້ອໃນການຮ່ວມມືແມ່ນປະກອບດ້ວຍການກໍ່ສ້າງຊັບພະຍາກອນມະນຸດ, ການແລກປ່ຽນນັກຄົ້ນຄວ້າ, ຄູສອນ ແລະ ຜູ້ບັນຍາຍພິເສດ, ການແລກປ່ຽນຜົນການຄົ້ນຄວ້າ ແລະ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ການເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການຮ່ວມມືກັນຊອກຫາແຫຼ່ງທຶນຈາກແຫຼ່ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດຕາມພາລະບົດ ບາດຂອງແຕ່ລະຝ່າຍ ແລະ ຕາມການມອບໝາຍຂອງຂັ້ນເທິງ ແລະ ຂົງເຂດອື່ນໆ  ທີ່ທັງສາມຝ່າຍເຫັນດີເປັນເອກະພາບຮ່ວມກັນ.

WhatsApp Image 2025-08-06 at 11.22.21_bb10bb2e

      ໂອກາດນີ້ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ປະທານ ສວສສຊ ໄດ້ມີຄໍາເຫັນວ່າ: ການລົງນາມບົດບັນທຶກໃນຄັ້ງນີ້ ກໍເພື່ອຍົກສູງການຮ່ວມມືໃຫ້ເປັນຮູບປະທໍາຫຼາຍຂຶ້ນ ຕາມເນື້ອໃນຈິດໃຈຂົງເຂດການຮ່ວມມື. ນອກນັ້ນ, ຍັງເປັນການປະກອບສ່ວນໃນການສ້າງເວທີ ເພື່ອແລກປ່ຽນຄໍາຄິດຄໍາເຫັນ, ແລກປ່ຽນຜົນການຄົ້ນຄ້ວາ ແລະ ສ້າງເຄືອຂ່າຍນັກຄົ້ນຄ້ວາ, ສ້າງຄວາມສໍາພັນກັນລະຫວ່າງ 3 ສະຖາບັນ ໃນການສຶກສາ, ຄົ້ນຄ້ວາ, ວິໄຈ ເພື່ອສ້າງໃຫ້ໄດ້ກໍາລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດ ໃຫ້ກາຍເປັນຜະລິດຕະພັນທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ; ເຮັດໃຫ້ນັກຄົ້ນຄ້ວາ, ນັກວິທະຍາສາດ ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນຊ່ວຍພັກ-ລັດ ຄົ້ນຄ້ວາຊອກຫາທາງອອກໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ທີ່ປະເຊີນໜ້າແຕ່ລະໄລຍະ ກໍຄືເສັ້ນທາງການພັດທະນາຢູ່ປະເທດເຮົາໃຫ້ຫຼາຍກ່ວາເກົ່າ ເປັນຕົ້ນການແກ້ໄຂບັນຫາເສດຖະກິດ-ການເງິນ-ເງິນຕາ, ນັບທັງການແກ້ໄຂບັນຫາທີ່ຕິດພັນຂອດຂັ້ນການຄຸ້ມຄອງ-ບໍລິຫານຂອງລັດ ແລະ ອື່ນໆ.

_MG_0059-2

ຂຽນຂ່າວ ແລະ ຖ່າຍພາບ: ວິໃຈ ເດດວົງສອນ

WhatsApp Image 2025-08-05 at 15.35

ສວສສຊ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

WhatsApp Image 2025-08-05 at 15.35

     ວັນທີ 04 ສິງຫາ 2025, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີສະຫຼຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ພ້ອມທັງມອບ-ຮັບໃບຢັ້ງຢືນ ໂດຍການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີສະຫາຍຄະນະປະຈໍາພັກ, ກຳມະການຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

     ໃນພິທີ ສະຫາຍ ບຸນລັດ ແກ້ວອາສາ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນຜ່ານບົດລາຍງານສະຫລຸບຕີລາຄາການຈັ້ດຕັ້ງປະຕິບັດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ກັບບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ສວສສຊ ປະກອບມີ 10 ໜ່ວຍພັກ ຄື: ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ; ໜ່ວຍພັກຫ້ອງການ; ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ; ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ; ໜ່ວຍພັກສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ; ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ; ໜ່ວຍພັກສະຖາບັນຄົ້ນຄວ້າສັງຄົມວິທະຍາ; ໜ່ວຍພັກສະຖາບັນຄົ້ນຄວ້າວັດທະນະທຳ ແລະ ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ຫຼັງຈາກນັ້ນ, ສະຫາຍເລຂາຄະນະພັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ບັນດາສະຫາຍເລຂາໜ່ວຍພັກ 11 ພາກສ່ວນ ໄດ້ຂຶ້ນຈັບມືແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025.

     ໃນໂອກາດດັ່ງກ່າວ ສະຫາຍເລຂາຄະນະພັກ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາໜ່ວຍພັກກໍຄືສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວ ສວສສຊ ເອົາໃຈໃສ່ປະຕິບັດວຽກງານບາງດ້ານຕື່ມ ເປັນຕົ້ນຕ້ອງຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນ ທີ່ຕັ້ງພາລາບົດບາດ ແລະ ອົງປະກອບທີ່ສຳຄັນຂອງການຈັດຕັ້ງພັກ, ກຳແໜ້ນແຜນການກໍ່ສ້າງໜ່ວຍພັກຂອງຕົນ ໂດຍສະເພາະການຫັນເປັນແຜນລະອຽດ, ການມອບຄວາມຮັບຜິດຊອບ ແລະ ການເຜີຍແຜ່ເຊື່ອມຊຶມແຜນດັ່ງກ່າວໃຫ້ສະມາຊິກພັກ; ເອົາໃຈໃສ່ຕໍ່ວຽກງານຂະຫຍາຍພັກໂດຍໃຫ້ຖືຄຸນນະພາບເປັນກົກ. ສະນັ້ນ, ໃນຕໍ່ໜ້ານີ້ ເພື່ອແກ້ໄຂບັນຫາດັ່ງກ່າວ ພັກເຮົາຕ້ອງໄດ້ປັບປຸງຕົນເອງຄືນໃໝ່ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາ ຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸໃໝ່ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການຈັດຕັ້ງ ໂດຍເລີ່ມຈາກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແນໃສ່ຮັບປະກັນສ້າງພື້ນຖານ ໃນການປະຕິບັດຄໍາຂັວນ ກອງປະຊຸມໃຫຍ່ ຄັ້ງທີ II ທີ່ວາງອອກ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ”.  ເພື່ອເປັນທິດທາງ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ຮັບປະກັນດ້ານຄຸນນະພາບ ໃຫ້ເນັ້ນໜັກເອົາໃຈໃສ່ ຄື: ດ້ານການເມືອງ; ດ້ານແນວຄິດ; ດ້ານການຈັດຕັ້ງ; ດ້ານແບບແຜນການນຳພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນການຈັດຕັ້ງ ໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ບູລະນະການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

IMG_8712
IMG_8796
IMG_8759

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2025-08-01 at 15.48.13_930b85c4

ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າພົບປະ ປະທານ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ

WhatsApp Image 2025-08-01 at 15.48.13_930b85c4

    ເພື່ອຜັນຂະຫຍາຍການຮ່ວມມື 2 ສະຖາບັນ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ແລະ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໃຫ້ໜັກແໜ້ນ, ເລິກເຊິ່ງ ແລະ ຮອບດ້ານ. ໃນຕອນບ່າຍວັນທີ 30 ກໍລະກົດ 2025,  ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ປອ. ຟ່ານ ຈີ ຫຽວ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ເນື່ອງໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນ 2 ຊາດ 4 ສະຖາບັນ ທີ່ ສສ. ຫວຽດນາມ.

      ໃນໂອກາດນີ້, ປອ. ກອງແກ້ວ ໄຊສົງຄາມ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດຂອງສະຖາບັນ ເຊິ່ງໃນໄລຍະຜ່ານມາແມ່ນສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ຕ່າງໆ ທີ່ມີຄວາມຈໍາເປັນຮີບດ່ວນຕໍ່ການກຳນົດແນວທາງນະໂຍບາຍຂອງພັກ ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຕົ້ນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສຳລັບ ໃນປີ 2025 ແມ່ນຈະສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ທີ່ກ່ຽວຂ້ອງກັບການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບ “ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ”. ພ້ອມນັ້ນ ປະທານ ສວສສຊ ຍັງໄດ້ປືກສາຫາລືແລກປ່ຽນບັນຫາເນື້ອໃນທີ່ສຳຄັນຄື: (1) ການຮ່ວມມືດ້ານການຄົົ້ນຄວ້າ, ແລກປ່ຽນບົດຮຽນໃນຫົວຂໍ້ສຳຄັນ ແລະ ເລັ່ງດ່ວນ ເພື່ອຊ່ວຍພັກ-ລັດໃນການວາງນະໂຍບາຍເສດຖະ ກິດ-ສັງຄົມໃນໄລຍະໃໝ່ ເປັນຕົ້ນແມ່ນບົດຮຽນແກ້ໄຂບັນຫາດ້ານເສດຖະກິດ, ການເງິນ, ການສຶກສາ, ຊົນເຜົ່າ; ການເຊື່ອມຕໍ່ຍຸດທະສາດລາວ-ຫວຽດນາມ ໃນສະພາບການໃໝ່. (2) ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ນັກຄົ້ນຄວ້າຂອງ ສວສສຊ ເປັນຕົ້ນແມ່ນສົ່ງຊ່ຽວຊານຫວຽດນາມມາ ເພື່ອຝຶກອົບຮົມວິທີວິທະຍາການຄົົ້ນຄວ້າ ແລະ ເປັນທີ່ປຶກສາການວາງນະໂຍບາຍຊ່ວຍ ສວສສຊ ແລະ ສົ່ງນັກຄົ້ນຄວ້າຂອງ ສວສສຊ ໄປປະຈໍາການ (ໄລຍະສັ້ນ) ຢູ່ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ເພື່ອຮຽນຮູ້ກ່ຽວກັບການຄົ້ນຄວ້າໃນຂົງເຂດຕ່າງໆ.

1
WhatsApp Image 2025-08-01 at 15.47.18_dd8dfafb

     ໃນຕອນທ້າຍ, ປອ. ຟ່ານ ຈີ ຫຽວ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ສວສສຊ ໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ແລະ ເຫັນດີເອກະພາບກັບຄຳເຫັນຂອງ ປະທານ ສວສສຊ ໃນການເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງ 2 ສະຖາບັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ຮອບດ້ານ, ກວ້າງຂວາງຍິ່ງຂຶ້ນກວ່າເກົ່າ, ຈະໃຫ້ການສະໜັບສະໜູນໃນການພັດທະນາຊັບພະຍາກອນມະນຸດຂອງລາວໃຫ້ຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ ແລະ ອວຍພອນຄະນະຜູ້ແທນລາວປະສົບຜົນສຳເລັດໃນການເດີນທາງປະຕິບັດໜ້າທີ່ຄັ້ງນີ້ຢ່າງຈົບງາມ.

WhatsApp Image 2025-08-01 at 15.47.18_de6bb8fe

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ສສ ຫວຽດນາມ

WhatsApp Image 2025-07-31 at 15.57.38_fcfe5431

     ໃນລະຫວ່າງວັນທີ 29-30 ກໍລະກົດ 2025 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນໍາໂດຍທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ 2 ຊາດ 4 ຝ່າຍຄື: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂອງ ສປປ ລາວ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດ ນາມ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຂອງ ສສ.ຫວຽດນາມ. ກອງປະຊຸມໄດ້ຈັດຂຶ້ນທີ່ແຂວງນິງບິ່ງ ສສ.ຫວຽດນາມ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດມໍລະດົກ: ບົດຮຽນຈາກລາວ ແລະ ສສ.ຫວຽດນາມ” ໂດຍການເປັນເຈົ້າພາບຂອງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ. ກອງປະຊຸມມີ ສະຫາຍ ສຈ. ປອ. ຫວຽນ ຊວັ່ນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ; ສະຫາຍ ປອ. ຟ່ານ ຈີ ຫຽວ, ປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ; ສະຫາຍ ຮຈ ພູວົງ ອຸ່ນຄໍາແສງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ເຈືອງ ກວກ ຮຸຍ ເລຂາຄະນະພັກແຂວງນິງບິ່ງ, ມີນັກວິທະຍາສາດຈາກ 4 ສະຖາບັນເຂົ້າຮ່ວມທັງໝົດ 70 ທ່ານ.

     ໃນພິທີເປີດ ສະຫາຍ ສຈ. ປອ. ຫວຽນ ຊວັ່ນ ຖັງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ທີ່ 4 ອົງກອນໄດ້ເສີມຂະຫຍາຍກົນໄກການຮ່ວມມືກັນຢ່າງສະໝໍ່າສະເໜີ ເພື່ອເປັນເວທີແລກປ່ຽນວິທະຍາສາດທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ມີປະສິດທິຜົນ; ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຫົວຂໍ້ກອງປະຊຸມວ່າ ເສດຖະກິດມໍລະດົກແມ່ນຂົງເຂດເສດຖະກິດສະເພາະ, ຖ້າເຮົາຮູ້ຈັກໝູນໃຊ້ຄຸນຄ່າຂອງມໍລະດົກເປັນຊັບພະຍາກອນ ພວກເຮົາຈະສາມາດ ສ້າງຜົນປະໂຫຍດທາງເສດຖະກິດ ໄປຄຽງຄູ່ກັບການປົກປັກຮັກສາ ແລະ ເຜີຍແຜ່ຄຸນຄ່າເຫຼົ່ານັ້ນຢ່າງຍືນຍົງ. ໄລຍະຜ່ານມາ, ສອງພັກ, ສອງລັດ ໄດ້ອອກແນວທາງ, ນະໂຍບາຍ ແລະ ທິດທາງສະເພາະຫຼາຍຢ່າງ ເພື່ອພັດທະນາເສດຖະກິດມໍລະດົກ. ໃນນັ້ນ ມີການຊຸກຍູ້ອຸດສາຫະກຳວັດທະນະທຳ, ການພັດທະນາການທ່ອງທ່ຽວແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຂຸດຄົ້ນຊັບພະຍາກອນຢ່າງສົມເຫດສົມຜົນ. ອັນທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຮ່ວມມືລະຫວ່າງສອງປະເທດ ກໍ່ຄືໃນເດືອນກໍລະກົດ 2025, ອົງການ UNESCO ໄດ້ຮັບຮອງຢ່າງເປັນທາງການ ມໍລະດົກທຳມະຊາດຊາຍແດນຮ່ວມກັນທໍາອິດລະຫວ່າງຫວຽດນາມ ແລະ ລາວ ຊື່ວ່າ “ອຸທະຍານແຫ່ງຊາດ ຟອງ ງ່າ ເກ ບາງ (Phong Nha – Ke Bang) ແລະ ອຸທະຍານແຫ່ງຊາດ ຫີນໜາມໜໍ່ (Hin Namno). ສະນັ້ນ ໃນກອງປະຊຸມພວກເຮົາ ຕ້ອງປຶກສາຫາລືເຮັດໃຫ້ເນື້ອໃນສຳຄັນຕໍ່ໄປນີ້ເລິກເຊິ່ງຂຶ້ນຕື່ມ ເຊັ່ນ: (1) ກົນໄກ, ນະໂຍບາຍ ແລະ ການຄຸ້ມຄອງລັດກ່ຽວກັບເສດຖະກິດມໍລະດົກ, (2) ການວາງຊຸມຊົນທ້ອງຖິ່ນໄວ້ຢູ່ໃຈກາງຂອງການພັດທະນາເສດຖະກິດມໍລະດົກ, (3) ການລົງທຶນທີ່ມີຈຸດສຸມ, ປັບປຸງພື້ນຖານໂຄງລ່າງໃຫ້ທັນສະໄໝ ແລະ ນຳໃຊ້ເຕັກໂນໂລຢີດີຈີຕອນໃນຂົງເຂດມໍລະດົກ, (4) ການພັດທະນາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ-ວັດທະນະທຳທີ່ຫຼາກຫຼາຍ, ສ້າງສັນຕິດພັນກັບມໍລະດົກ (5) ການຝຶກອົບຮົມບຸກຄະລາກອນ ແລະ ການຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ເສດຖະກິດມໍລະດົກ, (6) ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍກ່ຽວກັບການພັດທະນາເສດຖະກິດມໍລະດົກ.

     ໃນໂອກາດດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ແມ່ນເວທີການຮ່ວມມືທາງດ້ານວິທະຍາສາດຂອງສອງປະເທດ ລາວ ແລະ ຫວຽດນາມ ເຊິ່ງຈະໄດ້ສົນທະນາປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບ “ເສດຖະກິດມໍລະດົກ” ເຂົ້າໃຈກົງກັນວ່າ “ມໍລະດົກ” ໝາຍເຖິງທຸກສິ່ງ, ທຸກຢ່າງທີ່ເປັນວັດຖຸ ແລະ ນິວັດຖຸທີ່ມີຄ່າທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ເພາະສະນັ້ນ, “ມໍລະດົກ” ບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສປປ ລາວ ຂອງພວກເຮົາ ມີມໍລະດົກຫຼາຍປະເພດ ເຊິ່ງໃນນັ້ນລວມມີ: (1) ມໍລະດົກທາງທໍາມະຊາດ, (2) ມໍລະດົກທາງປະຫວັດສາດ, (3) ມໍລະດົກທາງວັດທະນະທໍາ, ໂດຍອີງໃສ່ທັດສະນະ ແລະ ແນວທາງນະໂຍບາຍດັ່ງກ່າວຂອງພັກ ສປປ ລາວ ກໍ່ໄດ້ມີຍຸດທະສາດ, ແຜນການ, ກົດໝາຍ ແລະ ກົດລະບຽບຕ່າງໆ ໃນການຄຸ້ມຄອງ ແລະ ນຳໃຊ້ມໍລະດົກດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດດ້ວຍຫລາຍຮູບການ. ປະຈຸບັນ, ສປປ ລາວ ມີສະຖານທີ່ທ່ອງທ່ຽວສະຖານທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ເປີດບໍລິການແລ້ວ 800 ກວ່າແຫ່ງ. ໃນນັ້ນ ລວມມີສະຖານທີ່ທ່ອງທ່ຽວເປັນມໍລະດົກໂລກ 4 ແຫ່ງ (ນະຄອນຫຼວງພະບາງ, ວັດພູຈຳປາສັກ, ທົ່ງໄຫຫີນຊຽງຂວາງ ແລະ ປ່າສະຫງວນແຫ່ງຊາດຫີນໜາມໜໍ່). ແຕ່ເຖິງຢ່າງໃດກໍ່ຕາມ, ການພັດທະນາເສດຖະກິດມໍລະດົກ ຢູ່ ສປປ ລາວ ກໍ່ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ: (1) ການປ່ຽນແປງ ແລະ ຄວາມຍືນຍົງຂອງມໍລະດົກ, (2) ຂໍ້ຂັດແຍ້ງລະຫວ່າງການອະນຸລັກຮັກສາ ແລະ ຄວາມຕ້ອງການຂອງການພັດທະນາໃນໄລຍະໃໝ່, (3) ສປປ ລາວ ຍັງຂາດຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ ແລະ ທຶນຮອນຈຳນວນຫຼວງຫຼາຍໃນການຂຸດຄົ້ນ.

WhatsApp Image 2025-07-31 at 14.04.18_604c3665

     ໃນວາລະຕອນທ້າຍ ສະຫາຍ ສຈ. ປອ. ຫວຽນ ຊວັ່ນ ຖັງ ໃນນາມເຈົ້າພາບຈັດກອງປະຊຸມໄດ້ກ່າວສະຫຼຸບວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນທີ່ອຸດົມສົມບູນ ແລະ ມີຄວາມຮັບຜິດຊອບສູງ, ບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມຈິດສຸມໃຈຮັບຟັງ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນ ແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ເຊິ່ງໄດ້ສ້າງຄວາມກະຈ່າງແຈ້ງ ທັງໃນແງ່ທິດສະດີ ແລະ ພຶດຕິກໍາ ຢ່າງມີຊີວິດຊີວາ, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາໃຫ້ແກ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເປັນຕົ້ນແມ່ນ (1) ຄວາມຮັບຮູ້ລວມກ່ຽວກັບການພັດທະນາເສດຖະກິດມໍລະດົກ, (2) ຄວາມສໍາຄັນຂອງຄວາມກົມກຽວລະຫວ່າງການອະນຸລັກ ແລະ ການພັດທະນາເສດຖະກິດມໍລະດົກ, (3) ບົດບາດຂອງກົນໄກ, ນະໂຍບາຍ ແລະ ຊັບພະຍາກອນມະນຸດ, (4) ບົດບາດຂອງຊຸມຊົນ ແລະ ການຮ່ວມມືສາກົນ. ຈາກຜົນສຳເລັດ ແລະ ຂໍ້ສະເໜີຂອງກອງປະຊຸມສໍາມະນາຈະຖືກນໍາສະເໜີຕໍ່ການນໍາພັກ-ລັດຂອງສອງປະເທດ, ປະກອບສ່ວນເຂົ້າໃນການກໍານົດນະໂຍບາຍທີ່ຖືກຕ້ອງ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະ ລາວ ຮອດປີ 2030, ວິໄສທັດຮອດປີ 2045 ຢ່າງສໍາເລັດຜົນ. ກອງປະຊຸມສໍາມະນາຂອງ 4 ຝ່າຍ ໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຢ່າງສະງ່າງາມ ແລະ ໄດ້ເອກະພາບກັນນໍາເອົາບົດຄົ້ນຄວ້າ ຈໍານວນ 12 ບົດ ທີ່ຂຶ້ນນໍາສະເໜີ ແລະ ບົດທີ່ບໍ່ໄດ້ຂຶ້ນນໍາສະເໜີຈໍານວນ 37 ບົດ ມາຈັດລຽງເພື່ອເຜີຍແຜ່ສູ່ສັງຄົມ; ສຳລັບກອງປະຊຸມຄັ້ງຕໍ່ໄປແມ່ນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນເຈົ້າພາບ ເຊິ່ງຄາດວ່າຈະຈັດຂຶ້ນໃນກາງປີ 2026 ທີ່ ສປປ ລາວ ພາຍໃຕ້ຫົວຂໍ້ “ສ້າງ ແລະ ພັັັດທະນາເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ບົດຮຽນ ແລະ ປະສົບການຈາກ ລາວ-ຫວຽດນາມ”.

1

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ