ເດືອນ: ພຶດສະພາ 2026

ok

ສວສສຊ ຈັດສຳມະນາວິທະຍາສາດກ່ຽວກັບ ຫຼັກມູນພື້ນຖານຂອງທິດສະດີມາກ

ok

     ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2026 ທີ່ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບຫຼັກການມູນພື້ນຖານຂອງທິດສະດິມາກ ໂດຍເປັນປະທານຂອງ ທ່ານ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ ມີບັນດາຮອງປະທານ, ຄະນະພັກ, ບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ. ຈຸດປະສົງເພື່ອຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນຂອງສະຖາບັນໃຫ້ສູງຂຶ້ນ, ເປັນພື້ນຖານຄວາມຮູ້ໃນການຄົ້ນຄວ້າວິທະຍາສາດ ຮັບໃຊ້ໃຫ້ແກ່ການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. 

02
03

     ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ທິດສະດີມາກເປັນທິດສະດີພື້ນຖານ ທີ່ພັກ ແລະ ລັດຖະບານຂອງພວກເຮົານຳໃຊ້ເປັນເຂັມຊີ້ທິດເຍືອງທາງໃນການນຳພາ-ຊີ້ນຳຂະບວນການຕໍ່ສູ້ປົດປ່ອຍຊາດຈົນໄດ້ຮັບໄຊຊະນະ ກໍ່ຄືສ້າງສາພັດທະນາປະເທດຊາດ ເພື່ອກ້າວຂືຶ້ນສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ເພາະສະນັ້ນ, ສວສສຊ ພວກເຮົາມີຄວາມຕ້ອງການ ແລະ ຈຳເປັນຮີບດ່ວນ ຕ້ອງໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນພື້ນຖານທິດສະດີດັ່ງກ່າວ ເພື່ອສາມາດເອົາໄປໝູນໃຊ້ເຂົ້າການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຕາມພາລະບົດບາດ, ຮັບໃຊ້ການວາງແນວທາງນະໂຍບາຍຂອງພັກ ກໍ່ຄືຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ແລະ ສັງຄົມຂອງລັດ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພື້ນຖານທິດສະດີດັ່ງກ່າວຂອງພະນັກງານ ແລະ ນັກຄົ້ນຄວ້າຂອງ ສວສສຊ ພວກເຮົາແມ່ນຍັງຈຳກັດ, ເນື່ອງຈາກສະມາຊິກພັກ ແລະ ພະນັກງານສ່ວນຫຼາຍ ຍັງແມ່ນພະນັກງານໝຸ່ມນ້ອຍ, ທີ່ຍັງບໍ່ທັນເຄີຍຜ່ານການຮ່ຳຮຽນ ຫຼື ຝຶກອົບຮົມທິດສະດີການເມືອງຂອງພັກມາຢ່າງເປັນລະບົບ. ຫວັງຢ່າງຍິ່ງວ່າການຖ່າຍຖອດບົດ ຮຽນຄວາມຮູ້ເທື່ອນີ້ ຈະຊ່ວຍໃຫ້ສະມາຊິກພັກ-ພະນັກງານຂອງສະຖາບັນ ກຳໄດ້ຢ່າງເປັນລະບົບ ແລະ ຮູ້ຈັກໝູນໃຊ້ຄວາມຮູ້ດ້ານວິທະຍາສາດການເມືອງ, ໂລກະທັດວັດຖຸນິຍົມສັດຈະວິພາກ ແລະ ປະຫວັດສາດ ເຂົ້າໃນການຍົກສູງຄຸນນະພາບວຽກງານຕົວຈິງ ເປັນອາວຸດທາງດ້ານແນວຄິດທີ່ແຫຼມຄົມ ແລະ ຄັງປັນຍາຂອງພັກ-ລັດ.

     ກອງປະຊຸມໄດ້ຮັບຟັງການບັນລະຍາຍຄວາມຮູ້ ແລະ ບົດຮຽນກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ ໂດຍ ສຈ.ປອ. ບຸນທີ ເຄືອມີໄຊ  ອາດີດຫົວໜ້າກົມຄຸ້ມຄອງວິທະຍາສາດ, ອາດີດຮອງປະທານສະພາວິທະຍາສາດ ສະຖາບັນການເມືອງການປົກຄອງແຫ່ງຊາດ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງທິດສະດີຄຸນຄ່າ (ການຜະລິດສິນຄ້າ; ທຶນ ແລະ ຄຸນຄ່າສ່ວນເກີນ), ການສະສົມທຶນ, ການຜະລິດສໍາທຶນສັງຄົມ, ການໝູນວຽນທຶນ ແລະ ຮອບວຽນທຶນ, ກໍາໄລ, ທຶນການຄ້າ ແລະ ກໍາໄລການຄ້າ, ທຶນໃຫ້ຢືມ ແລະ ດອກເບ້ຍ, ຄ່າເຊົ່າທີ່ດິນ ຂອງທິດສະດີມາກ.

     ການສໍາມະນາວິທະຍາສາດຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດອັນດີ, ສະມາຊິກພັກ-ພະນັກງານໄດ້ພ້ອມກັນປະ ກອບຄຳເຫັນ, ຕັ້ງຄໍາຖາມ ແລະ ແລກປ່ຽນບົດຮຽນຈາກຕົວຈິງກັບວິທະຍາກອນຢ່າງສ້າງສັນ,  ກົງໄປກົງມາ. ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ເຂົ້າຮ່ວມທັງໝົດ ຈົ່ງນຳເອົາເນື້ອໃນຈິດໃຈທີ່ໄດ້ຮຽນຮູ້ໃນມື້ນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ພາກສ່ວນຂອງຕົນໃຫ້ເກີດດອກອອກຜົນເປັນຮູບປະທຳ.  

04
06

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ປະທານ ສວສສຊ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ

1

     ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2026, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ທ່ານ ປອ. ລີເບີ ລີບົວປາວ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ນາງ ເມແກນ ຈອນສ (Megan Jones), ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

2
3

     ໃນໂອກາດນີ້, ປະທານ ສວສສຊ ໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງພາລະບົດບາດ ແລະ ສະພາບການເຄື່ອນ ໄຫວວຽກງານຂອງສະຖາບັນ ໂດຍສະເພາະຄວາມສຳຄັນໃນການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຈາກຜົນກະທົບຈາກສະພາບເສດຖະກິດໂລກ ເປັນຕົ້ນແມ່ນບັນຫາລາຄານ້ຳມັນ, ອັດຕາເງິນເຟີ້ ແລະ ອື່ນໆ ທີ່ເປັນ ຄວາມສ່ຽງຕໍ່ຄວາມບອບບາງທາງເສດຖະກິິດລາວ ເພື່ອວາງແຜນຮັບມື ແລະ ກະກຽມຄວາມພ້ອມໃນທຸກດ້ານໃຫ້ແກ່ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນອະນາຄົດ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ກ່າວຕື່ມວ່າ: ສປປ ລາວ ແລະ ອົດສະຕຣາລີ ມີສາຍພົວພັນມິດຕະພາບທີ່ດີມາຍາວນານ, ມີການຮ່ວມມື ແລະ ຊ່ວຍເຫຼືອລັດຖະບານລາວໃນພັດທະນາເສດຖະກິດ ແລະ ສັງຄົມ ເປັນຕົ້ນການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມການລົງທຶຶນ, ການສົ່ງເສີມສຸຂະພາບ ແລະ ອື່ນໆ ທີ່ເນັ້ນໃສ່ຄຸນນະພາບ ແລະ ສ້າງຄວາມຍືນຍົງ.  ສໍາລັບ ສວສສຊ ແລະ ອົດສະຕຣາລີ ໃນໄລຍະຜ່ານ ໄດ້ມີການເຄື່ອນໄຫວຮ່ວມມືກັນຢ່າງຕໍ່ເນື່ອງ ເຊັ່ນ: ການຈັດຝຶກອົບຮົມແລກປ່ຽນບົດຮຽນວິິຊາການກັບຊ່ຽວຊານອົດສະຕຣາລີ, ການຍົກລະດັບພາສາອັງກິດ ແລະ ວິຊາສະເພາະ; ແລະ ສະເໜີໃຫ້ອົດສະຕຣາລີຊ່ວຍຊຸກຍູ້ການສ້າງໂຄງການທົດລອງ” (Pilot Project) ພາຍໃຕ້ການຮ່ວມມືລະຫວ່າງນັກ ວິຊາການລາວ ແລະ ອົດສະຕຣາລີ ເພື່ອຫັນເອົາຜົນການຄົ້ນຄວ້າທາງດ້ານທິດສະດີ ໄປສູ່ການຈັດຕັ້ງປະຕິບັດຕົວຈິງໃນພື້ນທີ່, ສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ແລະ ສອດຄ່ອງກັບມາດຕະຖານສາກົນ.

     ນາງ ເມແກນ ຈອນສ ໄດ້ກ່າວວ່າ: ອົດສະຕຣາລີ ສະໜັບສະໜູນ ສປປ ລາວ ໃນການບັນລຸການອອກຈາກ ສະຖານະປະເທດດ້ອຍພັດທະນາ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວທາງດ້ານທຶນຊ່ວຍເຫຼືອລ້າ (ODA) ໂດຍ ສະເພາະໃນການພັດທະນາຊັບພະຍາກອນມະນຸດຂອງລາວ ເຊິ່ງປັດຈຸບັນມີບຸກຄະລາກອນຂອງລາວໃນຂົງເຂດຂອງ ລັດ ແລະ ເອກະຊົນ ທີ່ສຳເລັດການສຶກສາຈາກອົດສະຕຣາລີຫຼາຍກວ່າ 1.500 ຄົນ; ໂຄງການລົງທຶນໃນລາວຂອງ ອົດສະຕຣາລີມີການປູກໝາກບູເບີຣີຢູ່ແຂວງຈຳປາສັກ ແລະ ການບໍລິການຂົນສົ່ງຢູ່ພາກເໜືອ ສປປ ລາວ. ໃນເດືອນ ມິຖຸນາ 2026 ທີ່ຈະມາເຖິງນີ້ ອົດສະຕຣາລີຍັງຈະມີການຈັດຝຶກອົບໃນຫົວຂໍ້ທີ່ສໍາຄັນຮ່ວມກັບສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນການຕ່າງ ປະເທດ.

     ການພົບປະກັນຄັ້ງນີ້ ເປັນການປຶກສາຫາລື ແລະ ຍົກລະດັບການຮ່ວມມືທາງດ້ານວິຊາການໃນການຄົ້ນ ຄວ້າວິທະຍາສາດ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລະຫວ່າງລາວ ແລະ ອົດສະຕຣາລີ, ເປັນການເສີມ ຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດໃຫ້ໝັ້ນຄົງ, ກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຍືນຍົງ.

4

ຂຽນຂ່າວ ແລະ ຖ່າຍພາບ: ສາຍເພັດ ພັດກົມຄຳ

WhatsApp Image 2026-05-19 at 10.11.07

ກອງປະຊຸມເຜີຍແຜ່ຜົນການປະເມີນການໃຊ້ຈ່າຍສາທາລະນະສຸກຂອງ ສປປ ລາວ

WhatsApp Image 2026-05-19 at 10.11.07

       ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ໄດ້ຕາງໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສົງຄົມແຫ່ງຊາດ ເຂົ້າຮ່ວມເວທີສົນທະນາໃນກອງປະຊຸມເຜີຍແຜ່ຜົນການປະເມີນການໃຊ້ຈ່າຍສາທາລະນະສຸກຂອງ ສປປ ລາວ ໃນວັນທີ 13 ພຶດສະພາ 2026 ທີ່ຜ່ານມາ, ໂດຍການໃຫ້ກຽດເປັນປະທານຂອງທ່ານ ປອ. ດຣ. ບຸນເສີດ ແກ້ວປະສິດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ແລະ ທ່ານ Khwima Nthara, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີບັນດາກະຊວງສາທາລະນະສຸກ, ກະຊວງການເງິນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄູ່ຮ່ວມພັດທະນາ, ສະຖາທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ.

       ກອງປະຊຸມດັ່ງກ່າວຖືເປັນໂອກາດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຫຼາຍ ເພາະຈະໄດ້ຮັບຟັງການນໍາສະເໜີ ແລະ ສົນທະນາກ່ຽວກັບການປະເມີນແຫຼ່ງລາຍຮັບ, ການຈັດສັນງົບປະມານ, ການນໍາໃຊ້ງົບປະມານໃນຂະແໜງສາທາລະນະສຸກ, ພ້ອມທັງນໍາສະເໜີທິດທາງ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການນໍາໃຊ້ງົບປະມານ ໂດຍເນັ້ນໃສ່ການນຳໃຊ້ງົບປະມານຈາກແຫຼ່ງທຶນພາຍໃນປະເທດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສາທາລະນະສຸກຂັ້ນພື້ນຖານ ແລະ ການເຂົ້າເຖິງການບໍລິການທີ່ມີຄຸນນະພາບ-ຍຸດຕິທຳ ໃຫ້ແກ່ປະຊາຊົນໃນທົ່ວປະເທດ.

WhatsApp Image 2026-05-13 at 15.39.22
WhatsApp Image 2026-05-15 at 09.25.47

       ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ໄດ້ແລກປ່ຽນກ່ຽວກັບຂໍ້ຈໍາກັດທາງດ້ານເສດຖະກິດມະຫາພາກທີ່ສໍາຄັນ ຕໍ່ການຂະຫຍາຍ ແລະ ສະຖຽນລະພາບດ້ານງົບປະມານພາຍໃນປະເທດ ສໍາລັບການພັດທະນາຊັບພະຍາກອນມະນຸດ, ຄວາມສໍາຄັນຂອງອາກອນສຸຂະພາບ, ຄວາມຈໍາເປັນຂອງວຽກງານໂພສະນາການ, ສຸຂະພາບ, ການສຶກສາ ແລະ ການພັດທະນາສີມືແຮງງານ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກ “ການປັນຜົນທາງດ້ານປະຊາກອນ” ໃຫ້ໄດ້ຫຼາຍທີ່ສຸດ ແລະ ປະກອບສ່ວນຕໍ່ການພັດທະນາເສດຖະກິດ ແລະ ສົງຄົມແຫ່ງຊາດ ໃຫ້ໄປຕາມທິດເສດຖະກິດ​ ເອກະລາດ​ ເປັນເຈົ້າຕົນເອງ (ສອຈ).

ຂຽນຂ່າວ ແລະ ຖ່າຍພາບ: ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ແລະ ສັງຄົມ

WhatsApp Image 2026-05-25 at 11.33.26

ສຂຝ ຝຶກອົບຮົມການຄຸ້ມຄອງເວັບໄຊ ແລະ ເຕັກນິກການຕັດຕໍ່ວິດີໂອ

WhatsApp Image 2026-05-25 at 11.33.26

     ໃນຍຸກສະໄໝທີ່ຂໍ້ມູນຂ່າວສານ ແລະ ສື່ມັລຕິມີເດຍມີບົດບາດທີ່ສຳຄັນ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ສຂຝ) ໄດ້ຈັດຊຸດຝຶກອົບຮົມຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ພຶດສະພາ 2026. ທີ່ຫ້ອງປະຊຸມ  ສຂຝ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນພາຍໃນໃຫ້ກ້າວເຂົ້າສູ່ລະບົບທີ່ທັນສະໄໝ. ພິທີເປີດຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ເດືອນສະຫວັນ ພອນມີໄຊ, ຫົວໜ້າສູນຂໍ້ມຸນຂ່າວສານ ແລະ ຝຶກອົບຮົມ, ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ເປົ້າໝາຍຫຼັກຂອງການຝຶກອົບຮົມແມ່ນເພື່ອຫັນປ່ຽນການເຮັດວຽກແບບດັ້ງເດີມ ໄປສູ່ລະບົບດີຈີຕອນຢ່າງເຕັມຮູບແບບ.

4
3

     ໃນພິທີດັ່ງກ່າວ, ທ່ານ ເດືອນສະຫວັນ ພອນມີໄຊ, ຫົວໜ້າສູນຂໍ້ມຸນຂ່າວສານ ແລະ ຝຶກອົບຮົມ, ໄດ້ເນັ້ນໜັກວ່າ: ການຝຶກອົບຮົມໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການຫັນເປັນທັນສະໄໝໂດຍສະເພາະການສ້າງເນື້ອຫາໃນຮູບແບບມັລຕິມີເດຍ ເພື່ອລາຍງານຂ່າວ, ຜົນງານວິຊາການ ໃຫ້ມີຄວາມໜ້າສົນໃຈ ແລະ ເຂົ້າເຖິງກຸ່ມເປົ້າໝາຍໄດ້ດີຂຶ້ນ. ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງເອົາໃຈໃສ່ເກັບກ່ຽວເອົາຄວາມຮູ້ ແລະ ປະສົບການຕົວຈິງຈາກວິທະຍາກອນ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.

     ເນື້ອໃນຂອງການຝຶກອົບຮົມຕະຫຼອດ 4 ວັນຂອງຊຸດຝຶກອົບຮົມໃນຄັ້ງນີ້ໄດ້ຄັດສັນເອົາຫົວຂໍ້ທີ່ສຳຄັນ ແລະ ຕອບໂຈດການເຮັດວຽກຕົວຈິງ ຄື: ​ການບໍລິຫານຈັດການຖານຂໍ້ມູນ ເພື່ອສ້າງລະບົບການຈັດເກັບ ແລະ ສືບຄົ້ນຂໍ້ມູນໃຫ້ມີຄວາມວ່ອງໄວ ແລະ ເປັນລະບົບ; ການບໍລິຫານຈັດການເວັບໄຊ ເພື່ອຍົກລະດັບການເຜີຍແຜ່ຂໍ້ມູນຂ່າວສານຜ່ານຊ່ອງທາງອອນລາຍໃຫ້ມີປະສິດທິພາບ; ເຕັກນິກການຕັດຕໍ່ວິດີໂອສ້າງສັນເນື້ອຫາຈາກຮູບແບບເອກະສານ ໃຫ້ກາຍເປັນສື່ວິດີໂອທີ່ໜ້າສົນໃຈ ເພື່ອດຶງດູດສັງຄົມ; ການບັນທຶກຂໍ້ມູນ ແລະ E-Book: ການຫັນປ່ຽນຫ້ອງສະໝຸດແບບເກົ່າ ໃຫ້ກາຍເປັນຫ້ອງສະໝຸດເອເລັກໂຕຣນິກທີ່ເຂົ້າເຖິງໄດ້ທຸກບ່ອນທຸກເວລາ. ບັນຍາກາດໃນການຝຶກອົບຮົມເຕັມໄປດ້ວຍຄວາມຕັ້ງໃຈ, ມີການແລກປ່ຽນບົດຮຽນ ແລະ ຝຶກປະຕິບັດຕົວຈິງ ເພື່ອຮັບປະກັນວ່າ ຫຼັງຈາກຈົບຊຸດຝຶກອົບຮົມນີ້, ບຸກຄະລາກອນຈະສາມາດສ້າງສັນຜົນງານໃໝ່ໆ ທີ່ມີຄຸນນະພາບ ແລະ ທັນສະໄໝ ກ້າວທັນກັບຍຸກສະໄໝດີຈີຕອນຢ່າງແທ້ຈິງ.

1
2

 ຂຽນຂ່າວ ແລະ ຖ່າຍພາບ: ສຂຝ

6

ສວສສຊ ຈັດສຳມະນາກ່ຽວກັບ ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງຢູ່ ສປປ ລາວ

6

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ ຕາມລໍາແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຢູ່ ສປປ ລາວ”  ຂຶ້ນໃນວັນທີ 14 ພຶດສະພາ 2026 ທີ່ໂຮງແຮມ ຄຣາວພລາຊາ (Crown Plaza), ໂດຍການເປັນປະທານຮ່ວມຂອງທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ລູອິສ ເມົາວານີ (Louis Mulvaney) ຫົວໜ້າພະແນກຮ່ວມມື, ສະຖານທູດອັງກິດ ປະຈຳລາວ ແລະ ທ່ານ ນາງ ເຮຣອນ ໂຮໂລເວ (Heron Holloway) ຜູ້ ອຳນວຍການອົງການອະນຸລັກສັດປ່າ ປະຈໍາລາວ (WWF-LAOS). ເປັນກຽດເຂົ້າຮ່ວມໃນກອງປະຊຸມສຳມະນາວິທະ ຍາສາດຄັ້ງນີ້ ມີບັນດາຄະນະນຳຂອງກະຊວງ ແລະ ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ; ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ (CSOs) ພາຍໃນທີ່ກ່ຽວຂ້ອງ; ຜູ້ຕາງໜ້າພາກທຸລະກິດ, ບັນດາຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າ ເຂົ້າຮ່ວມທັງໝົດ 70 ກ່ວາທ່ານ.

1
5

     ກອງປະຊຸມໄດ້ຮັບຟັງການບັນຍາຍພິເສດ ປະທານ ແລະ ຄະນະປະທານ ທັງ 4 ທ່ານ ແລະ ໄດ້ຮັບຟັງການສະເໜີ ຜົນການຄົ້ນຄວ້າວິທະຍາສາດ ທັງໝົດ 2 ບົດ ຄື: “ການທົບທວນ ສະຖານະພາບຂອງ ແມ່ນ້ຳຂອງ” ແລະ “ຜົນການປະເມີນການຂຸດຄົ້ນແຮ່ຫີນ ແລະ ຊາຍຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃນ ສປປ ລາວ: ທົບທວນຄືນບັນດານະໂຍບາຍ, ລະບຽບ, ກົດໝາຍ, ກົນໄກປະສານງານ, ຊ່ອງຫວ່າງ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍ”. ເຊິ່ງເນື້ອໃນຈິດໃຈຫຼັກ ຂອງບົດລາຍງານຜົນການສຶກສາດັ່ງກ່າວ ສາມາດສະຫຼຸບສັງລວມ ໂດຍຫຍໍ້ດັ່ງນີ້: ແຮ່ຫີນ ແລະ ຊາຍແມ່ນຊັບພະຍາກອນທຳມະຊາດ ທີ່ໄດ້ຮັບການນຳໃຊ້ຫຼາຍ, ໂດຍສະເພາະ ແມ່ນນຳໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລາງ, ເສັ້ນທາງຄົມມະນາຄົມ, ອາຄານທີ່ຢູ່ອາໄສ, ຕົວເມືອງ ແລະ ອື່ນໆ; ເຖິງແມ່ນວ່າ ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ ແລະ ຊາຍ ຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຂະຫຍາຍຕົວຂອງເສດຖະກິດ, ແຕ່ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ ແລະ ຊາຍ ກໍ່ຕິດພັນກັບຄວາມສ່ຽງທາງສັງຄົມ ແລະ ສິ່ງແວດລ້ອມຫຼາຍປະການ, ໂດຍສະເພາະແມ່ນຕາຝັງເຈື່ອນ, ສົ່ງຜົນກະທົບຕໍ່ຄຸນນະພາບນ້ຳ, ຖິ່ນອາໄສຂອງສັດນ້ຳ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວິຖີການດຳລົງຊີວິດຂອງປະຊາຊົນ; ສູນກາງພັກ ແລະ ລັດຖະບານຂອງ ສປປ ລາວ ຂອງພວກເຮົາ ໄດ້ໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາແບບຍືນຍົງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ; ແຕ່ເຖິງຢ່າງໃດກໍ່ຕາມ, ກົນໄກການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຢູ່ ສປປ ລາວ ຂອງພວກເຮົາ ກໍ່ຍັງມີຈຸດອ່ອນ ແລະ ຊ່ອງຫ່ວາງ ບາງປະການ ທີ່ຈະຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂື້ນຕື່ມ, ເປັນຕົ້ນແມ່ນ: ການປະສານງານ ແລະ ນຳພາໃນການຄຸ້ມຄອງມາຍັງພາຍໃຕ້ຂະແໜງການ, ຍັງຂາດແຜນການ ແລະ ແຜນງານການຂຸດຄົ້ນທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ; ການອະນຸມັດໂຄງການຂຸດຄົ້ນແຮ່ຫີນ ແລະ ຊາຍ ໃນປະຈຸບັນ ຍັງອີງໃສ່ການສະເໜີຂອງຜູ້ລົງທຶນເປັນຕົ້ນຕໍ່ ເຮັດໃຫ້ມີຄວາມສຽງຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ການຄຸ້ມຄອງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຍັງບໍ່ທັນມີປະສິດທິດພາບ ແລະ ປະສິດທິຜົນເທົ່າທີ່ຄວນ ເນື່ອງຈາກຫຼາຍສາເຫດໃນນັ້ນລວມມີ: ຄວາມສາມາດ ແລະ ປະສົບການ ສະເພາະດ້ານຂອງພະນັກງານຂະແໜງການກ່ຽວຂ້ອງ, ຄວາມບໍ່ເປັນອິດສະຫຼະດ້ານການເງິນ-ງົບປະມານ, ຊ່ອງຫ່ວາງ ຂອງລະບຽບກົດໝາຍ ແລະ ອື່ນໆ, ລະບຽບກົດໝາຍທີ່ກ່ຽວຂ້ອງບາງສະບັບຍັງບໍ່ທັນ ສອດຄ່ອງກັນ ແລະ ການຕິດຕາມ ແລະ ຄວບຄຸມການຂຸດຄົ້ນ, ການລັກລອບຂຸດຄົ້ນຍັງບໍ່ທັນເຂັ້ມແຂງ.

2
4

     ເພື່ອຍົກປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຢູ່ ສປປ ລາວ ໃຫ້ສູງຂື້ນຕື່ມ ບົດລາຍງານຜົນການສຶກສາຄັ້ງນີ້ ມີຂໍ້ສະເໜີແນະຫຼາຍຂໍ້ໃຫ້ ສູນກາງພັກ, ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ໄປພິຈາລະນາປັບປຸງໃຫ້ເຂັ້ມແຂງຂື້ນຕື່ມ. ເຊິ່ງໃນນັ້ນລວມມີ: ຍົກລະດັບຈຸດປະສານການຄຸ້ມຄອງໃຫ້ສູງຂື້ນຕື່ມ, ພິຈາລະນາອະນຸມັດ ແລະ ຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຕາມກົດໝາຍບໍ່ແຮ່ ປີ 2017 ເຊັ່ນດຽວກັບບໍ່ແຮ່ອື່ນໆ, ເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ, ທົບທວນ ແລະ ປັບປຸງບັນດາກົດໝາຍ ແລະ ກົດລະບຽບທີ່ຂັດກັນ ໃຫ້ສອດຄອງກັນ, ດຳເນີນການສຶກສາ, ຄາດຄະເນຄວາມຕ້ອງການ, ຊອກຄົ້ນ-ສຳຫຼວດ ແລະ ສ້າງແຜນການຂຸດຄົ້ນ ທີ່ມີປະສິດທິພາບ ແລະ ປະສິດທິຜົນ, ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ ໃຫ້ເຂັ້ມງວດຂື້ນຕື່ມ ແລະ ເພີ່ມທະວີການສະກັດກັ້ນ ແລະ ປາບປາມ ການລັກລອບຂຸດຄົ້ນທີ່ບໍ່ຖືກຕ້ອງຕາມກົດໝາຍ.

07
3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-05-15 at 10.02.44

ທ່າອ່ຽງຜົນກະທົບຂອງສົງຄາມຢູ່ຕາເວັນອອກກາງ ຕໍ່ເສດຖະກິດຂອງໂລກ ແລະ ສປປ ລາວ

WhatsApp Image 2026-05-15 at 10.02.44

        ໃນວັນທີ 13 ພຶດສະພາ 2026, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ)ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບທ່າອ່ຽງຜົນກະທົບຂອງສົງຄາມຢູ່ຕາເວັນອອກກາງຕໍ່ເສດຖະກິດຂອງໂລກ ແລະ ສປປ ລາວ ໂດຍເປັນປະທານ ທ່ານ ປອ. ລີເບີ ລີບົວປາວ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານ ສວສສຊ, ມີບັນດາຄະນະພັກ-ຄະນະນໍາຂອງສະຖາບັນ, ຜູ້ຕາງໜ້າທະນາຄານໂລກປະຈຳລາວ, ກະຊວງການເງິນ, ສູນສະຖິຕິແຫ່ງຊາດ, ທີ່ປຶກສາບໍ່ປະຈໍາການຂອງ ສວສສຊ ຈາກບໍລິສັດ ພີທີທີ ຈຳກັດ, ກຸ່ມບໍລິສັດ ທີພີແອວ ໂຮດິ້ງ ກຣຸບ ພ້ອມດ້ວຍຄະນະກົມຂອງ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

WhatsApp Image 2026-05-15 1
WhatsApp Image 6

        ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພືີ່ອປຶກສາຫາລື ແລະ ພ້ອມກັນຕີລາຄາກ່ຽວກັບ: ທ່າອ່ຽງຂໍ້ຂັດແຍ່ງພູມສາດການເມືອງໂລກດັ່ງກ່າວຈະຜັນແປໄປໃນທິດທາງໃດ? ຈະແກ່ຍາວ, ຂະຫຍາຍເປັນວົງກວ້າງ ແລະ ຮຸນແຮງໃນລະດັບໃດ?; ຂໍ້ຂັດແຍ່ງດັ່ງກ່າວຈະສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການພັດທະນາສັງຄົມຂອງໂລກ ແລະ ສປປ ລາວ ແນວໃດ? ແລະ ຈະຮຸນແຮງລະດັບໃດ? ແລະ ສປປ ລາວ ຂອງພວກເຮົາຈະຜ່ານຜ່າສະພາບຄວາມຫຍຸ້ງຍາກທາງດ້ານການເມືອງ ແລະ ເສດຖະກິດດັ່ງກ່າວໄດ້ຄືແນວໃດ?  

        ທ່ານ ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ປະຈຸບັນ, ໂລກຂອງພວກເຮົາກຳລັງຢູ່ໃນທ່າມກາງຂໍ້ຂັດແຍ່ງທາງດ້ານພູມສາດການເມືອງໂລກ ລະຫວ່າງຂົ້ວອຳນາດເກົ່າ ແລະ ໃໝ່ ທີ່ນັບມື້ນັບເຄັ່ງຕືງ ແລະ ຮຸນແຮງຂື້ນ. ໃນຫວ່າງບໍ່ດົນມານີ້, ການປະທະກັນທາງດ້ານກຳລັງປະກອບອາວຸດ ກໍ່ໄດ້ປະທຸຂື້ນໃນພາກພື້ນຕາເວັນອອກກາງ ເຊິີ່ງເປັນແຫຼ່ງພະລັງງານທີ່ສຳຄັນຂອງໂລກ. ຕາມຕົວເລກສະຖິຕິ ປະມານ 30% ຂອງປະລິມານນ້ຳມັນດິບໃນທົ່ວໂລກ ແມ່ນໄດ້ຮັບການຂຸດຄົົ້ນ ແລະ ສົ່ງອອກຈາກພາກພື້ນດັ່ງກ່າວ. ອັນໄດ້ເຮັດໃຫ້ລາຄານ້ຳມັນດິບປັບຕົວສູງຂື້ນຢ່າງຕໍ່ເນືີ່ອງ ເປັນປະຫວັດການ. ປະຈຸບັນລາຄານ້ຳມັນດິບໃນຕະຫຼາດໂລກພຸງສູງຂື້ນເກີນ 100 ໂດລາສະຫະລັດຕໍ່ບາເລວ. ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການພັດທະນາສັງຄົມຂອງໂລກ ແລະ ສປປ ລາວ ຂອງພວກເຮົາຢ່າງຮຸນແຮງ ແລະ ເປັນວົງກວ້າງ. ນອກຈາກນັ້ນ, ຍັງໄດ້ຮັບຟັງການນຳສະເໜີ ທ່າອ່ຽງຜົນກະທົບຂອງສົງຄາມຕາເວັນອອກກາງຕໍ່ພາກພື້ນອາຊິຕາເວັນອອກສ່ຽງໄຕ້, ທ່າອ່ຽງຜົນກະທົບຂອງສົງຄາມຕາເວັນອອກກາງຕໍ່ເສດຖະກິດຂອງລາວ, ບັນຫາການສະໜອງ ແລະ ລາຄານ້ຳມັນເຊື້ອໄຟຢູ່ລາວ, ໂຄງສ້າງລາຄານ້ຳມັນຕໍ່ອັດຕາເງິນເຟີ້ຂອງລາວ, ຜົນກະທົບລາຄານໍ້າມັນຕໍ່ກັບຂະແໜງຂົນສົ່ງໂລຈິສຕິກ.

WhatsApp Image 4
WhatsApp Image 2026-05-15 at 10.17.53
WhatsApp Image 5

        ກອງປະຊຸມດໍາເນີນໄປດ້ວຍເນື້ອໃນທີ່ເປັນປະໂຫຍດ, ບັນດານັກຄົ້ນຄວ້າໄດ້ມີການສົນທະນາ ພ້ອມທັງປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ບົນພື້ນຖານຫຼັກການວິທະຍາສາດ ເຫັນວ່າ: ບັນຫາສົງຄາມໃນພາກພື້ນຕາເວັນອອກກາງໄດ້ສົ່ງຜົນກະທົບຕໍ່ພາກພື້ນອາຊີຕາເວັນສ່ຽງໃຕ້ໂດຍກົງ ເຮັດໃຫ້ນໍ້າມັນຂາດສະໜອງໃນໄລຍະສັ້ນ, ຖ້າບັນຫາດັ່ງກ່າວຍັງແກ່ຍາວ ອາດສົ່ງຜົນກະທົບຮຸນແຮງຂຶ້ນໃນວົງກວ້າງ ແລະ ກະທົບຕ່ອງໂສ້ໃນຫຼາຍຂະແໜງການ ເຊັ່ນ: ປຸ໋ຍ, ລາຄາອາຫານ, ແຫຼ່ງນໍ້າຈືດ, ນໍ້າມັນ, ວັດຖຸພັນເຄມີ, ການຜະລິດສະບຽງອາຫານ, ການຄ້າ-ການລົງທຶຶນ ແລະ ອື່ນໆ. ສຳລັບ ສປປ ລາວ ແມ່ນສົ່ງຜົນກະທົບຕໍ່ຂະຫຍາຍຕົວຂອງເສດຖະກິດພາຍໃນ ອາດບໍ່ສາມາດບັນລຸໄດ້ຕາມແຜນການທີ່ໄວ້. ຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນຂໍ້ມູນທີ່ສໍາຄັນນໍາໄປສະເໜີໃນບົດລາຍງານຕໍ່ພັກ, ລັດຖະບານ ແລະ ສະພາແຫ່ງຊາດ ທີ່ຈະຈັດຂື້ນໃນໄວໆນີ້.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-05-12 at 01.30.26 (1)

ສຳມະນາວິທະຍາສາດ ພາຍໄຕ້ຫົວຂໍ້:

“ເສີມຂະຫຍາຍບົດບາດຂອງຊາວໜຸ່ມລາວ- ຫວຽດນາມ ໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ”

WhatsApp Image 2026-05-12 at 01.30.26

         ໃນລະຫວ່າງວັນທີ 05-06 ພຶດສະພາ 2026, ຄະນະຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ນໍາພາຄະນະຊາວໜຸ່ມ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍບົດບາດຂອງຊາວໜຸ່ມ ຫວຽດນາມ-ລາວ ໃນການປົກປ້ອງພື້ນຖານແນວຄິດຂອງພັກ” ໂດຍເປັນປະທານຮ່ວມ ສະຫາຍ ປອ. ນາງ ດາວອນ ບຸດທະນຸວົງ ເລຂາຄະນະຊາວໜຸ່ມ ສມປຊ, ສະຫາຍ ເຈິ່ນ ດິ່ງ ຮືງ ເລຂາຄະນະຊາວໜຸ່ມ VASS,  ສະຫາຍ ເດືອນສະຫວັນ ພອນມີໄຊ ເລຂາຄະນະຊາວໜຸ່ມ ສວສສຊ, ພ້ອມດ້ວສະມາຊິກຊາວໜຸ່ມ 3 ສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຍັງໄດ້ເປັນກຽດຕ້ອນຮັບ ສະຫາຍ ຫງວຽນ ຊວັນ ໂຄຍ ຮອງເລຂາພັກ ຄະນະຊາວໜຸ່ມອ້ອມຂ້າງສູນກາງພັກກອມມຸນິດຫວຽດນາມ ທີ່ໄດ້ມາແລກປ່ຽນບົດຮຽນຢູ່ລາວ.

        ການສໍາມະນາຄັ້ງນີ້ ເປັນການສ້າງກິດຈະກໍາຮ່ວມກັນ ລະຫວ່າງ 3 ອົງການຈັດຕັ້ງຮາກຖານຊາວໜຸ່ມ 3 ສະຖາບັນ ຄື: ຄະນະຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ເຈົ້າພາບ), ຄະນະຊາວໜຸ່ມ ສະຖາບັນວິທະຍາສາດສັງຄົມ ຫວຽດນາມ (VASS) ແລະ ຄະນະຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ເພື່ອແລກປ່ຽນບົດຮຽນລະຫວ່າງຄະນະຊາວໜຸ່ມຫວຽດນາມ-ລາວ ໃນການປົກປ້ອງພື້ນ ຖານແນວຄິດຂອງພັກຂອງບັນດານັກວິທະຍາສາດໜຸ່ມ ເຊີ່ງບົດສະເໜີທີ່ນໍາມາສຳມະນາມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ: ພັກນຳພາໃນການສຶກສາອົບຮົມຊາວໜຸ່ມປະຊາຊົນ ປະຕິບັດລາວ (ປອ. ນ. ຄຳຮູ້ ວິລະທອນ), ບົດບາດສຳຄັນຂອງຊາວໜຸ່ມໃນການເປັນກຳລັງຫຼັກແຫຼ່ງ ແລະ ເປັນດ່ານໜ້າທີ່ເຂັ້ມແຂງ ເພື່ອປົກປ້ອງແນວຄິດຂອງພັກໃນໄລຍະໃໝ່ (ນາງ ຫງວຽນ ທູ ແຫ່ງ),  ບົດຮຽນຕົວຈິງຂອງຊາວໜຸ່ມ ສວສສຊ ໃນການເປັນກຳລັງສະຕິປັນຍາ ເພື່ອປົກປັກຮັກສາພື້ນຖານແນວຄິດຂອງພັກ ຜ່ານການຄົ້ນຄວ້າວິທະຍາສາດ (ປອ ວັນໄຊ ໄຊຍະວົງ), ກົນໄກການສື່ສານ ແລະ ການນຳໃຊ້ສື່ສັງຄົມອອນລາຍຢ່າງສະຫຼາດສ່ອງໃສ ເພື່ອຕ້ານຄືນຖ້ອຍທຳນອງບິດເບືອນຂອງກຸ່ມຄົນທີ່ບໍ່ດີ (ຫງວຽນ ມິງ ຂາຍ) ແລະ ບົດບາດຂອງຊາວໜຸ່ມໃນການສຶກສາອົບຮົມການເມືອງ-ແນວຄິດຢູ່ ສປປ ລາວ (ຄຳໝັ້ນ ພົມມະຈັນ).

WhatsApp Image 2026-05-12 at 01.30.49
WhatsApp Image 2026-05-12 at 01.30.26 (1)

      ກອງປະຊຸມດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ສ້າງສັນ ແລະ ມີເນື້ອໃນທີ່ເປັນປະໂຫຍດ, ມີຄວາມເປັນລະບຽບຮຽບຮ້ອຍ; ນັກສໍາມະນາກອນຕ່າງກໍ່ມີຄວາມສົນໃຈ, ເອົາໃຈໃສ່ຕິດຕາມ, ຮັບຟັງການນໍາສະເໜີບົດຂອງວິທະຍາກອນ-ນັກຄົ້ນຄວ້າ, ມີການປຶກສາຫາລື ພ້ອມທັງປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະກັນ ຢ່າງກົງໄປກົງມາ, ມີຈຸດສຸມ ບົນພື້ນຖານຄວາມຮັບຜິດຊອບສູງ. ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້ ທັງ 3 ພາກສ່ວນໄດ້ເຂົ້າຮ່ວມແຂ່ງຂັນບານເຕະມິດຕະພາບ ແລະ ແລກປ່ຽນສິນລະປະ-ວັນນະຄະດີຮ່ວມກັນອີກດ້ວຍ.

WhatsApp Image 2026-05-12 at 01.30.27 (2)
WhatsApp Image 2026-05-12 at 01.30.27 (1)

      ໃນວັນທີ 06 ພຶດສະພາ 2026, ສະຫາຍ ເຈິ່ນ ດິ່ງ ຮືງ ເລຂາຄະນະຊາວໜຸ່ມ VASS ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ໃນໂອກາດນີ້, ທ່ານ ໄຊສົງຄາມ ມະໂນທັມ, ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວໃນຄັ້ງນີ້ ແລະ ໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມທັງສອງເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ ແລະ ມີຜົນສໍາເລັດສູງຂຶ້ນກວ່າເກົ່າ ສົມດັ່ງ ຄຳເວົ້າປະທານ ໂຮ່ຈີມີນ ໄດ້ປະພັນບົດກອນທີ່ເປັນອຳມະຕະໄວ້ວ່າ: “ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ເດີນດັ້ນດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ” ສອດຄ່ອງກັບຄໍາເວົ້າ ປະທານ ໄກສອນ ພົມວິຫານ ໄດ້ກ່າວເອົາໄວ້ອີກວ່າ: “ພູອາດຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ”.

      ຄະນະຊາວໜຸ່ມ ສວສສຊ ແລະ ຄະນະຊາວໜຸ່ມ ສະຖາບັນວິທະຍາສາດສັງຄົມຫວຽດນາມ ຍັງພ້ອມກັນໄດ້ສືບຕໍ່ປຶກສາຫາລືກ່ຽວກັບແຜນການຮ່ວມມື ໂດຍເນັ້ນໃສ່ການຍົກສູງຂີດຄວາມສາມາດຂອງຊາວໜຸ່ມໃນການຄົ້ນຄວ້າວິທະຍາສາດ, ການຈັດຕັ້ງສໍາມະນາວິທະຍາສາດ ແລະ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນໃນຕໍ່ໜ້າ.

WhatsApp Image 2026-05-12 at 01.30.27

                                                       ຂຽນຂ່າວ: ສາຍເພັດ ພັດກົມຄຳ

                                                       ຖ່າຍພາບ: ຄະນະບໍລິຫານຊາວໜຸ່ມ ສວສສຊ, ສມປຊ

1

ສວສສຊ ສຳມະນາວິທະຍາສາດທີ່ ແຂວງຫຼວງພະບາງ

1

     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 08 ພຶດ​ສະ​ພາ 2026 ທີ່ຜ່ານມາ, ທີ່​ຫ້ອງ​ປະ​ຊຸມ​ຫ້ອງວ່າ​ການ​ປົກ​ຄອງ​ແຂວງ​ຫຼວງພະບາງ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ແລະ ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າທີ່​ພົ້ນ​ເດັ່ນ​ ຕິດ​ພັນກັບ​ພາ​ລະ​ບົດ​ບາດຂອງ ສວ​ສ​ສ​ຊ. ໃຫ້​ກຽດ​ເປັນ​ປະ​ທານ​​ໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່, ຮອງ​ປະ​ທານ ສວ​ສ​ສ​ຊ. ມີ​ບັນ​ດາ​ນັກ​ຄົ້ນ​ຄວ້າຈາກ​ ສວ​ສ​ສ​ຊ,  ພະ​ນັກ​ງານຫຼັກ​ແຫຼ່ງ​ຈາກພະ​ແນກ​ການ​ອ້ອມຂ້າງແຂວງ, ມີອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລສຸພານຸວົງ ເຂົ້າ​ຮ່ວມ​. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ແມ່ນ​ເພື່ອສ້າງ​ຄວາມ​ຮັບ​ຮູ້​ກ່ຽວກັບພາ​ລະ​ບົດ​ບາດຂອງ ສວສສຊ ພ້ອມ​ທັງ​ເຜີຍ​ແຜ່​ຜົນ​ງານ​ການ​ຄົ້ນ​ຄວ້າທີ່​​ພົ້ນ​ເດັ່ນ ຕິດພັນກັບ​ສະ​ພາບ​ເສດ​ຖະ​ກິດ​ຂອງລາວ, ​ພາກພື້ນ ແລະ ຂອງໂລກ.

3
2
6
4
5
8

     ກອງປະຊຸມໄດ້ນໍາສະເໜີທີ່ຕັ້ງພາລະບົດບາດໜ້າທີ່  ແລະ ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດທີ່ພົ້ນເດັ່ນຂອງ ສວສສຊ ເຊັ່ນ: ຫົວຂໍ້ຍົກສູງຄວາມສັກສິດຂອງກົດໝາຍ ໃນການປົກຄອງອໍານາດລັດຂັ້ນທ້ອງຖິ່ນ ຕາມແນວທາງຂອງພັກ, ຜົນກະທົບຕໍ່ເສດຖະກິດ ຈາກການປະລະການຮຽນ ແລະ ການຄ້າງຫ້ອງ ຍ້ອນພາວະຂາດສານອາຫານ, ບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ແລະ ທ່າອ່ຽງ 2026 . ກອງປະຊຸມຄັ້ງນີ້ ເປັນການສ້າງໂອກາດການຮ່ວມມື ແລະ ພົວພັນແລກປ່ຽນລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງຫຼວງພະບາງ ແລະ ສວສສຊ ໃນການສະໜອງຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ​ເປັນ​ຂົວ​ຕໍ່​ທີ່​ສຳ​ຄັນ​ໃນ​ການ​ນຳ​ເອົາ​ຂໍ້​ມູນ​ວິ​ທະ​ຍາ​ສາດ ແລະ ຜົນ​ການ​ຄົ້ນ​ຄວ້າ​ຕົວ​ຈິງ​ມາ​ຮັບ​ໃຊ້​ໃຫ້​ແກ່​ການ​ຊີ້​ນຳ-ນຳ​ພາຂອງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ, ເພື່ອ​ຊ່ວຍ​ໃນການ​ແກ້ໄຂ​ບັນ​ຫາ​ດ້ານ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ສັງ​ຄົມ​ຢູ່​ພາຍ​ໃນ​ແຂວງ​ ໃຫ້ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ.

     ໃນໂອກາດດັ່ງກ່າວ ທ່ານ ຄິນຄຳ ເລັ່ງສະຫວັດ, ຫົວໜ້າຫ້ອງວ່າການ​ປົກ​ຄອງແຂວງຫຼວງພະບາງ ໄດ້ກ່າວຕອນຮັບຄະນະຈາກ ສວສສຊ, ພ້ອມດຽວກັນນັ້ນ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການດຳເນີນກອງປະຊຸມສຳມະນາໃນຄັ້ງນີ້ ເພາະຈະເປັນຄວາມຮູ້, ເປັນບົດຮຽນອັນດີ ແລະ ສາມາດນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອເປັນບ່ອນອີງທີ່ມີລັກສະນະວິທະຍາສາດໃນການວາງແຜນພັດທະນາທ້ອງຖິ່ນ; ການຄົ້ນຄວ້າທ່າແຮງບົ່ມຊ້ອນຂອງແຂວງ ເພື່ອວາງມາດຕະການຮັບມືກັບສິ່ງທ້າທາຍຕ່າງໆຢ່າງທັນສະພາບ, ເພີ່ມຊ່ອງທາງສ້າງລາຍຮັບ ແລະ ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ; ເພີ່ມທະວີການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າຕົວຈິງຢູ່ຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຫຼາຍເກີນໄປ ຕິດພັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມື, ການຊ່ວຍເຫຼືອທາງດ້ານວິຊາການຈາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນຕໍ່ໜ້າ.

     ກອງ​ປ​ະຊຸມ​​ດຳ​ເນີ​ນໄປ​ດ້ວຍ​ບັນ​ຍາ​ກາດ​ຟົດ​ຟື້ນ ແລະ ມີ​ການ​ສົນ​ທະ​ນາ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ຖືເປັນບາດກ້າວທີ່ສຳຄັນໃນການນຳເອົາຜົນການຄົ້ນຄວ້າທາງວິທະຍາສາດ ມາໝູນໃຊ້ເຂົ້າໃນການວາງແຜນຍຸດທະສາດ ເຊິ່ງ​ຈະ​ເປັນ​ຂໍ້​ມູນ​ອັນສໍາຄັນ​ໃນ​ການ​ປັບ​ປຸງວຽກ​ງານ​ການ​ຄົ້ນ​ຄວ້າວິທະຍາສາດ ແລະ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄົ້ນ​ຄວ້າທາງດ້ານ​ວິ​ຊາ​ການ​ລະ​ຫວ່າງ ສວ​ສ​ສ​ຊ ແລະ ແຂວງ​ຫຼວງພະບາງ ເພື່ອເຮັດໃຫ້ແຂວງຫຼວງພະບາງ ສືບຕໍ່ເປັນສູນກາງທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ທີ່ມີການເຕີບໂຕທາງເສດຖະກິດຢ່າງແຂງແຮງ.

7

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

01

ເສີມສ້າງຄວາມສາມາດດ້ານການຄົ້ນຄວ້າ ໃນການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບຢູ່ ສປປ ລາວ

01

     ຫ້ອງການຄຸ້ມຄອງວິທະຍາສາດ, ສະຖາບັນວິທະຍາສາດເສດຖະກິດ ແລະ  ສັງຄົມແຫ່ງຊາດ ຮ່ວມກັບຫ້ອງການຂ້າຫຼວງໃຫຍ່ແຫ່ງສະຫະປະຊາຊາດດ້ານສິດທິມະນຸດ (OHCHR) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້ “ການເສີມສ້າງຂີດຄວາມສາມາດໃນການສົ່ງເສີມແນວທາງການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແລະ ດ້ານສິດທິມະນຸດ” ທີ່ໂຮງແຮມເສດຖາພາເຣດ, ໃນວັນທີ 6-7 ພຶດສະພາ 2026; ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ, ທ່ານ ນາງ ມາຕີນ ເທເຣ ເຣີ (Ms. Martine Thérer) ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ແລະ ທ່ານ ນາງ ລໍຣາ ມາຊິນີ (Ms. Laura Macini) ເຈົ້າໜ້າທີ່ດ້ານສິດທິມະນຸດຂອງ OHCHR, ມີບັນດາທ່ານຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງການເງິນ, ກະຊວງອຸດສະຫະກຳ ແລະ ການຄ້າ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ຄູ່ຮ່ວມພັດທະນາ, ຊ່ຽວຊານ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 45 ທ່ານ.

     ກອງປະຊຸມໄດ້ນໍາສະເໜີບັນດາຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນການດຳເນີນທຸລະກິດ ແລະ ຫຼັກການສິດທິມະນຸດ ພາຍໃຕ້ກອບວຽກສາກົນ ສູ່ການເຊືີ່ອມສານລົງສູ່ບໍລິບົດລາວ; ຂໍ້ມູນພື້ນຖານຂອງ BHR ແຫ່ງຊາດ; ຜົນການຄົ້ນຄວ້າກ່ຽວກັບຜົນກະທົບທາງທຸລະກິດຕໍ່ສິດທິມະນຸດ; ບັນດາກົດໝາຍ, ນະໂຍບາຍ ແລະ ສະຖາບັນກ່ຽວຂ້ອງທີ່ຕ້ອງປະເມີນ; ກິດຈະກຳອອກແບບການຄົ້ນຄວ້າຂໍ້ມູນພື້ນຖານ ທີ່ເນັ້ນໃສ່ບໍລິບົດ ສປປ ລາວ ແລະ ຈາກການຄົ້ນຄວ້າ ກາຍເປັນຜົນໄດ້ຮັບທີີ່ດີ ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມສົນໃຈ ແລະ ແລກປ່ຽນປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ.

2

     ໃນໂອກາດດັ່ງກ່າວ ທ່ານ ປອ.ນ. ແກ້ວວິວອນ ອຸດທະຈັກ ໄດ້ກ່າວວ່າ: ການຂະຫຍາຍຕົວທາງເສດຖະກິດ ຕ້ອງຕິດພັນກັບຄວາມຍຸດຕິທຳທາງສັງຄົມ ບົນພື້ນຖານຍຶດຖືຫຼັກການສິດທິມະນຸດ, ການດຳເນີນທຸລະກິດໄດ້ກາຍເປັນເຄືີ່ອງມືທີີ່ສ້າງຄວາມບໍ່ສະເໝີພາບ, ມີການຂູດຮີດ ແລະ ມີຄວາມເຊື່ອມໂຊມຂອງຊີວິດຊຸມຊົນ. ກົງກັນຂ້າມ ເວລາທຸລະກິດຖືກປະເມີນວິເຄາະ, ໃຫ້ຄໍາແນະນໍາ ແລະ ຈັດຕັ້ງປະຕິບັດ ພາຍໃຕ້ຂອບສິດທິມະນຸດ, ມັນຈະກາຍເປັນພະລັງຊຸກຍູ້ການພັດທະນາແບບຍືນຍົງ ທີີ່ບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.

3

     ທ່ານ ນາງ ມາຕີນ ເທເຣ ເຣີ (Ms. Martine Thérer), ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ໄດ້ກ່າວວ່າ: ນະໂຍບາຍທີ່ເຂັ້ມແຂງ ແລະ ແນວປະຕິບັດທາງທຸລະກິດທີ່ຮັບຜິດຊອບ ບໍ່ສາມາດສ້າງຂຶ້ນໄດ້ຈາກການຄາດເດົາ ແຕ່ຈຳເປັນຕ້ອງອີງໃສ່ຫຼັກຖານຂໍ້ມູນທີ່ໜ້າເຊື່ອຖື ແລະ ຂັບເຄື່ອນໂດຍພາຍໃນປະເທດ.

4

     ທ່ານ ນາງ ລໍຣາ ມາຊິນີ (Ms. Laura Macini), ເຈົ້າໜ້າທີ່ດ້ານສິດທິມະນຸດຂອງ OHCHR ໄດ້ກ່າວວ່າ: ດ້ວຍຫຼັກການຊີ້ນຳແຫ່ງສະຫະປະຊາຊາດ ວ່າດ້ວຍທຸລະກິດ ແລະ ສິດທິມະນຸດ ພວກເຮົາມີກອບການດຳເນີນງານທີ່ຊັດເຈນ ແລະ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ເຊິ່ງກຳນົດໜ້າທີ່ຂອງລັດ ແລະ ຄວາມຮັບຜິດຊອບຂອງວິສາຫະກິດ. ປັດຈຸ ບັນ, ຈຸດສຸມແມ່ນການນຳຫຼັກການເຫຼົ່ານີ້ໄປປະຕິບັດໃຫ້ເກີດຜົນຢ່າງເປັນຮູບປະທຳໃນບໍລິບົດຂອງແຕ່ລະປະເທດ”. UNDP ແລະ OHCHR ຍັງຄົງຢືນຢັນຄວາມມຸ່ງໝັ້ນໃນການສະໜັບສະໜູນລັດຖະບານ ສປປ ລາວ ແລະ ບັນດາພາກສ່ວນພາຍໃນປະເທດ ໃນການສົ່ງເສີມແນວປະຕິບັດທາງທຸລະກິດຢ່າງຮັບຜິດຊອບ ຜ່ານການເສີມສ້າງວຽກຄົ້ນຄວ້າ, ການສົນທະນານະໂຍບາຍແບບມີສ່ວນຮ່ວມ ແລະ ການປັບໃຫ້ສອດຄ່ອງກັບມາດຕະຖານສາກົນ. 

     ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ສ້າງຄວາມຮັບຮູ້ທີ່ສໍາຄັນກ່ຽວກັບເຄື່ອງມື ແລະ ຫຼັກການຕ່າງໆ ທີ່ຕິດພັນກອບວຽກທຸລະກິດ ແລະ ສິດທິມະນຸດ, ສາມາດຊ່ວຍອອກແບບວິທີການໃນການຄົ້ນຄວ້າ ເພື່ອສ້າງຂໍ້ມູນພື້ນຖານທາງດ້ານນະໂຍບາຍ ແລະ ການຄຸ້ມຄອງທຸລະກິດທີ່ເໝາະສົມສອດຄ່ອງກັບສະພາບຕົວຈິງຂອງລາວ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສວສສຊ ສຳມະນາວິທະຍາສາດທີ່ ແຂວງຊຽງຂວາງ

1

     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 05 ພຶດ​ສະ​ພາ 2026 ທີ່ຜ່ານມາ, ທີ່​ຫ້ອງ​ປະ​ຊຸມ​ຫ້ອງວ່າ​ການ​ປົກ​ຄອງ​ແຂວງ​ຊຽງ​ຂວາງ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ ໄ333ດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ແລະ ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າ​ພົ້ນ​ເດັ່ນ​ ຕິດ​ພັນກັບ​ພາ​ລະ​ບົດ​ບາດຂອງ ສວ​ສ​ສ​ຊ. ໃຫ້​ກຽດ​ເປັນ​ປະ​ທານ​ຮ່ວມ​ໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່, ຮອງ​ປະ​ທານ ສວ​ສ​ສ​ຊ ແລະ ທ່ານ ຫົງຄຳ ພິມມະສານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ຊຽງ​ຂວາງ. ມີ​ບັນ​ດາ​ນັກ​ຄົ້ນ​ຄວ້າ​ ສວ​ສ​ສ​ຊ,  ພະ​ນັກ​ງານຫຼັກ​ແຫຼ່ງ​ຈາກພະ​ແນກ​ການ​, ນັກສຶກສາ ທິດສະດີການເມືອງຂັ້ນກາງ ຮຸ່ນທີ V ໂຮງຮຽນການເມືອງ ແລະ ການປົກຄອງແຂວງເຂົ້າ​ຮ່ວມ​. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ແມ່ນ​ເພື່ອສ້າງ​ຄວາມ​ຮັບ​ຮູ້​ກ່ຽວກັບພາ​ລະ​ບົດ​ບາດຂອງ ສວສສຊ ພ້ອມ​ທັງ​ເຜີຍ​ແຜ່​ຜົນ​ງານ​ການ​ຄົ້ນ​ຄວ້າ​​ພົ້ນ​ເດັ່ນ ຕິດພັນກັບ​ສະ​ພາບ​ເສດ​ຖະ​ກິດ​ຂອງລາວ ແລະ ສະ​ພາບ​ການ​ຂອງ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ໃນ​ປັດ​ຈຸ​ບັນ.

2
3
4

     ກອງປະຊຸມໄດ້ຮັບຟັງການນໍາສະເໜີທີ່ຕັ້ງພາລະບົດບາດໂດຍລວມຂອງ ສວສສຊ ແລະ ບົດບາດຂອງ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົບ ໃນຖານະເປັນຄັງສາງຂໍ້ມູນຂອງສະຖາບັນ, ໃນວາລະດຽວກັນ ກໍໄດ້ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດທີ່ພົ້ນເດັ່ນຂອງ ສວສສຊ ເຊັ່ນ: ຫົວຂໍ້ຍົກສູງຄວາມສັກສິດຂອງກົດໝາຍ ໃນການປົກຄອງອໍານາດລັດຂັ້ນທ້ອງຖິ່ນ ຕາມແນວທາງຂອງພັກ, ຜົນກະທົບຕໍ່ເສດຖະກິດ ຈາກການປະລະການຮຽນ ແລະ ການຄ້າງຫ້ອງ ຍ້ອນພາວະຂາດສານອາຫານ, ບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ແລະ ທ່າອ່ຽງ 2026 . ກອງປະຊຸມຄັ້ງນີ້ ເປັນການສ້າງໂອກາດການຮ່ວມມື ແລະ ພົວພັນແລກປ່ຽນລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງຊຽງຂວາງ ແລະ ສວສສຊ ໃນການສະໜອງຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ​ເປັນ​ຂົວ​ຕໍ່​ທີ່​ສຳ​ຄັນ​ໃນ​ການ​ນຳ​ເອົາ​ຂໍ້​ມູນ​ວິ​ທະ​ຍາ​ສາດ ແລະ ຜົນ​ການ​ຄົ້ນ​ຄວ້າ​ຕົວ​ຈິງ​ມາ​ຮັບ​ໃຊ້​ໃຫ້​ແກ່​ການ​ຊີ້​ນຳ-ນຳ​ພາຂອງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ, ເພື່ອ​ຊ່ວຍ​ໃນການ​ແກ້ໄຂ​ບັນ​ຫາ​ດ້ານ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ສັງ​ຄົມ​ຢູ່​ພາຍ​ໃນ​ແຂວງ​ຊຽງ​ຂວາງ ໃຫ້ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ.

     ໃນໂອກາດດັ່ງກ່າວ ທ່ານ ຫົງຄຳ ພິມມະສານ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນຍາກາດການດຳເນີນກອງປະຊຸມ ທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະ ມີຄຸນຄ່າທາງດ້ານວິທະຍາສາດ ສອດຄ່ອງກັບທິດທາງການພັດທະນາຂອງແຂວງຊຽງຂວາງ ໂດຍສະເພາະເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳ; ຂໍ້ມູນເຫຼົ່ານີ້ ຈະຊ່ວຍໃຫ້ແຂວງສາມາດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງຢ່າງເປັນເຈົ້າການໄດ້ຢ່າງມີປະສິດທິຜົນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງມີຄວາມສອດຄ່ອງກັບທິດທາງລວມຂອງສູນກາງ ແລະ ແທດເໝາະກັບຈຸດພິເສດທ່າແຮງທີ່ແທ້ຈິງຂອງທ້ອງຖິ່ນ, ເປັນກ້າວເລີ່ມຕົ້ນຂອງການນຳເອົາຜົນການຄົ້ນຄວ້າໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ.

     ກອງ​ປ​ະຊຸມ​​ດຳ​ເນີ​ນໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ ແລະ ມີ​ການ​ສົນ​ທະ​ນາ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ເຊິ່ງ​ຈະ​ເປັນ​ຂໍ້​ມູນ​ອັນສໍາຄັນ​ໃນ​ການ​ປັບ​ປຸງວຽກ​ງານ​ການ​ຄົ້ນ​ຄວ້າວິທະຍາສາດ ແລະ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄົ້ນ​ຄວ້າທາງດ້ານ​ວິ​ຊາ​ການ​ລະ​ຫວ່າງ ສວ​ສ​ສ​ຊ ແລະ ແຂວງ​ຊຽງ​ຂວາງ​ໃນ​ຕໍ່​ໜ້າ.

06
5
08
07
8

ຂຽນຂ່າວ ແລະ ຖ່າຍພາບ: ມຸນິນ ພົນສັກດາ