ທ່າອ່ຽງຜົນກະທົບຂອງສົງຄາມຢູ່ຕາເວັນອອກກາງ ຕໍ່ເສດຖະກິດຂອງໂລກ ແລະ ສປປ ລາວ

WhatsApp Image 2026-05-15 at 10.02.44

        ໃນວັນທີ 13 ພຶດສະພາ 2026, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ)ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບທ່າອ່ຽງຜົນກະທົບຂອງສົງຄາມຢູ່ຕາເວັນອອກກາງຕໍ່ເສດຖະກິດຂອງໂລກ ແລະ ສປປ ລາວ ໂດຍເປັນປະທານ ທ່ານ ປອ. ລີເບີ ລີບົວປາວ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານ ສວສສຊ, ມີບັນດາຄະນະພັກ-ຄະນະນໍາຂອງສະຖາບັນ, ຜູ້ຕາງໜ້າທະນາຄານໂລກປະຈຳລາວ, ກະຊວງການເງິນ, ສູນສະຖິຕິແຫ່ງຊາດ, ທີ່ປຶກສາບໍ່ປະຈໍາການຂອງ ສວສສຊ ຈາກບໍລິສັດ ພີທີທີ ຈຳກັດ, ກຸ່ມບໍລິສັດ ທີພີແອວ ໂຮດິ້ງ ກຣຸບ ພ້ອມດ້ວຍຄະນະກົມຂອງ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

WhatsApp Image 2026-05-15 1
WhatsApp Image 6

        ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພືີ່ອປຶກສາຫາລື ແລະ ພ້ອມກັນຕີລາຄາກ່ຽວກັບ: ທ່າອ່ຽງຂໍ້ຂັດແຍ່ງພູມສາດການເມືອງໂລກດັ່ງກ່າວຈະຜັນແປໄປໃນທິດທາງໃດ? ຈະແກ່ຍາວ, ຂະຫຍາຍເປັນວົງກວ້າງ ແລະ ຮຸນແຮງໃນລະດັບໃດ?; ຂໍ້ຂັດແຍ່ງດັ່ງກ່າວຈະສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການພັດທະນາສັງຄົມຂອງໂລກ ແລະ ສປປ ລາວ ແນວໃດ? ແລະ ຈະຮຸນແຮງລະດັບໃດ? ແລະ ສປປ ລາວ ຂອງພວກເຮົາຈະຜ່ານຜ່າສະພາບຄວາມຫຍຸ້ງຍາກທາງດ້ານການເມືອງ ແລະ ເສດຖະກິດດັ່ງກ່າວໄດ້ຄືແນວໃດ?  

        ທ່ານ ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ປະຈຸບັນ, ໂລກຂອງພວກເຮົາກຳລັງຢູ່ໃນທ່າມກາງຂໍ້ຂັດແຍ່ງທາງດ້ານພູມສາດການເມືອງໂລກ ລະຫວ່າງຂົ້ວອຳນາດເກົ່າ ແລະ ໃໝ່ ທີ່ນັບມື້ນັບເຄັ່ງຕືງ ແລະ ຮຸນແຮງຂື້ນ. ໃນຫວ່າງບໍ່ດົນມານີ້, ການປະທະກັນທາງດ້ານກຳລັງປະກອບອາວຸດ ກໍ່ໄດ້ປະທຸຂື້ນໃນພາກພື້ນຕາເວັນອອກກາງ ເຊິີ່ງເປັນແຫຼ່ງພະລັງງານທີ່ສຳຄັນຂອງໂລກ. ຕາມຕົວເລກສະຖິຕິ ປະມານ 30% ຂອງປະລິມານນ້ຳມັນດິບໃນທົ່ວໂລກ ແມ່ນໄດ້ຮັບການຂຸດຄົົ້ນ ແລະ ສົ່ງອອກຈາກພາກພື້ນດັ່ງກ່າວ. ອັນໄດ້ເຮັດໃຫ້ລາຄານ້ຳມັນດິບປັບຕົວສູງຂື້ນຢ່າງຕໍ່ເນືີ່ອງ ເປັນປະຫວັດການ. ປະຈຸບັນລາຄານ້ຳມັນດິບໃນຕະຫຼາດໂລກພຸງສູງຂື້ນເກີນ 100 ໂດລາສະຫະລັດຕໍ່ບາເລວ. ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການພັດທະນາສັງຄົມຂອງໂລກ ແລະ ສປປ ລາວ ຂອງພວກເຮົາຢ່າງຮຸນແຮງ ແລະ ເປັນວົງກວ້າງ. ນອກຈາກນັ້ນ, ຍັງໄດ້ຮັບຟັງການນຳສະເໜີ ທ່າອ່ຽງຜົນກະທົບຂອງສົງຄາມຕາເວັນອອກກາງຕໍ່ພາກພື້ນອາຊິຕາເວັນອອກສ່ຽງໄຕ້, ທ່າອ່ຽງຜົນກະທົບຂອງສົງຄາມຕາເວັນອອກກາງຕໍ່ເສດຖະກິດຂອງລາວ, ບັນຫາການສະໜອງ ແລະ ລາຄານ້ຳມັນເຊື້ອໄຟຢູ່ລາວ, ໂຄງສ້າງລາຄານ້ຳມັນຕໍ່ອັດຕາເງິນເຟີ້ຂອງລາວ, ຜົນກະທົບລາຄານໍ້າມັນຕໍ່ກັບຂະແໜງຂົນສົ່ງໂລຈິສຕິກ.

WhatsApp Image 4
WhatsApp Image 2026-05-15 at 10.17.53
WhatsApp Image 5

        ກອງປະຊຸມດໍາເນີນໄປດ້ວຍເນື້ອໃນທີ່ເປັນປະໂຫຍດ, ບັນດານັກຄົ້ນຄວ້າໄດ້ມີການສົນທະນາ ພ້ອມທັງປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ບົນພື້ນຖານຫຼັກການວິທະຍາສາດ ເຫັນວ່າ: ບັນຫາສົງຄາມໃນພາກພື້ນຕາເວັນອອກກາງໄດ້ສົ່ງຜົນກະທົບຕໍ່ພາກພື້ນອາຊີຕາເວັນສ່ຽງໃຕ້ໂດຍກົງ ເຮັດໃຫ້ນໍ້າມັນຂາດສະໜອງໃນໄລຍະສັ້ນ, ຖ້າບັນຫາດັ່ງກ່າວຍັງແກ່ຍາວ ອາດສົ່ງຜົນກະທົບຮຸນແຮງຂຶ້ນໃນວົງກວ້າງ ແລະ ກະທົບຕ່ອງໂສ້ໃນຫຼາຍຂະແໜງການ ເຊັ່ນ: ປຸ໋ຍ, ລາຄາອາຫານ, ແຫຼ່ງນໍ້າຈືດ, ນໍ້າມັນ, ວັດຖຸພັນເຄມີ, ການຜະລິດສະບຽງອາຫານ, ການຄ້າ-ການລົງທຶຶນ ແລະ ອື່ນໆ. ສຳລັບ ສປປ ລາວ ແມ່ນສົ່ງຜົນກະທົບຕໍ່ຂະຫຍາຍຕົວຂອງເສດຖະກິດພາຍໃນ ອາດບໍ່ສາມາດບັນລຸໄດ້ຕາມແຜນການທີ່ໄວ້. ຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນຂໍ້ມູນທີ່ສໍາຄັນນໍາໄປສະເໜີໃນບົດລາຍງານຕໍ່ພັກ, ລັດຖະບານ ແລະ ສະພາແຫ່ງຊາດ ທີ່ຈະຈັດຂື້ນໃນໄວໆນີ້.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ