ສວສສຊ ສຳມະນາວິທະຍາສາດທີ່ ແຂວງຫຼວງພະບາງ
ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫຼວງພະບາງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ແລະ ເຜີຍແຜ່ຜົນການຄົ້ນຄວ້າທີ່ພົ້ນເດັ່ນ ຕິດພັນກັບພາລະບົດບາດຂອງ ສວສສຊ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່, ຮອງປະທານ ສວສສຊ. ມີບັນດານັກຄົ້ນຄວ້າຈາກ ສວສສຊ, ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງ, ມີອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດຂອງ ສວສສຊ ພ້ອມທັງເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນ ຕິດພັນກັບສະພາບເສດຖະກິດຂອງລາວ, ພາກພື້ນ ແລະ ຂອງໂລກ.
ກອງປະຊຸມໄດ້ນໍາສະເໜີທີ່ຕັ້ງພາລະບົດບາດໜ້າທີ່ ແລະ ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດທີ່ພົ້ນເດັ່ນຂອງ ສວສສຊ ເຊັ່ນ: ຫົວຂໍ້ຍົກສູງຄວາມສັກສິດຂອງກົດໝາຍ ໃນການປົກຄອງອໍານາດລັດຂັ້ນທ້ອງຖິ່ນ ຕາມແນວທາງຂອງພັກ, ຜົນກະທົບຕໍ່ເສດຖະກິດ ຈາກການປະລະການຮຽນ ແລະ ການຄ້າງຫ້ອງ ຍ້ອນພາວະຂາດສານອາຫານ, ບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ແລະ ທ່າອ່ຽງ 2026 . ກອງປະຊຸມຄັ້ງນີ້ ເປັນການສ້າງໂອກາດການຮ່ວມມື ແລະ ພົວພັນແລກປ່ຽນລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງຫຼວງພະບາງ ແລະ ສວສສຊ ໃນການສະໜອງຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ເປັນຂົວຕໍ່ທີ່ສຳຄັນໃນການນຳເອົາຂໍ້ມູນວິທະຍາສາດ ແລະ ຜົນການຄົ້ນຄວ້າຕົວຈິງມາຮັບໃຊ້ໃຫ້ແກ່ການຊີ້ນຳ-ນຳພາຂອງອຳນາດການປົກຄອງແຂວງ, ເພື່ອຊ່ວຍໃນການແກ້ໄຂບັນຫາດ້ານເສດຖະກິດ ແລະ ການພັດທະນາສັງຄົມຢູ່ພາຍໃນແຂວງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງມີລັກສະນະວິທະຍາສາດ.
ໃນໂອກາດດັ່ງກ່າວ ທ່ານ ຄິນຄຳ ເລັ່ງສະຫວັດ, ຫົວໜ້າຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ກ່າວຕອນຮັບຄະນະຈາກ ສວສສຊ, ພ້ອມດຽວກັນນັ້ນ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການດຳເນີນກອງປະຊຸມສຳມະນາໃນຄັ້ງນີ້ ເພາະຈະເປັນຄວາມຮູ້, ເປັນບົດຮຽນອັນດີ ແລະ ສາມາດນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອເປັນບ່ອນອີງທີ່ມີລັກສະນະວິທະຍາສາດໃນການວາງແຜນພັດທະນາທ້ອງຖິ່ນ; ການຄົ້ນຄວ້າທ່າແຮງບົ່ມຊ້ອນຂອງແຂວງ ເພື່ອວາງມາດຕະການຮັບມືກັບສິ່ງທ້າທາຍຕ່າງໆຢ່າງທັນສະພາບ, ເພີ່ມຊ່ອງທາງສ້າງລາຍຮັບ ແລະ ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ; ເພີ່ມທະວີການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າຕົວຈິງຢູ່ຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຫຼາຍເກີນໄປ ຕິດພັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມື, ການຊ່ວຍເຫຼືອທາງດ້ານວິຊາການຈາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນຕໍ່ໜ້າ.
ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຖືເປັນບາດກ້າວທີ່ສຳຄັນໃນການນຳເອົາຜົນການຄົ້ນຄວ້າທາງວິທະຍາສາດ ມາໝູນໃຊ້ເຂົ້າໃນການວາງແຜນຍຸດທະສາດ ເຊິ່ງຈະເປັນຂໍ້ມູນອັນສໍາຄັນໃນການປັບປຸງວຽກງານການຄົ້ນຄວ້າວິທະຍາສາດ ແລະ ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືໃນຂົງເຂດການຄົ້ນຄວ້າທາງດ້ານວິຊາການລະຫວ່າງ ສວສສຊ ແລະ ແຂວງຫຼວງພະບາງ ເພື່ອເຮັດໃຫ້ແຂວງຫຼວງພະບາງ ສືບຕໍ່ເປັນສູນກາງທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ທີ່ມີການເຕີບໂຕທາງເສດຖະກິດຢ່າງແຂງແຮງ.
ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ