ສວສສຊ ພົບປະ ຄະນະຜູ້ແທນສະຖາບັນວິທະຍາສາດສັງຄົມກວາງຊີ ເພີ່ມທະວີການຮ່ວມມືຄົ້ນຄວ້າ
ໃນລະຫວ່າງວັນທີ 3-4 ພະຈິກ 2026, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຕ້ອນຮັບ ແລະ ພົບປະເຮັດວຽກກັບ ຄະນະຜູ້ແທນ ສະຖາບັນວິທະຍາສາດສັງຄົມກວາງຊີ ສປ ຈີນ ນໍາໂດຍ ທ່ານ ຈ່າງ ຫົງສື (Zhang Hongshi) ປະທານສະຖາບັນວິທະຍາສາດສັງຄົມກວາງຊີ.
ທັງສອງຝ່າຍໄດ້ສົນທະນາ ປຶກສາຫາລື ກ່ຽວກັບການເປີດໂຄງການຄົ້ນຄວ້າຮ່ວມກັນ ໃນຫົວຂໍ້ “ການຄົ້ນຄວ້າກ່ຽວກັບການຕໍ່ຕ້ານການຮຸກຮານຂອງຝຣັ່ງ ແລະ ອາເມລິກາ ຢູ່ລາວ”. ໃນຄໍາກ່າວຕ້ອນຮັບຂອງ ທ່ານ ປອ. ລີເບີ ລີບົວປາວ ປະທານ ສວສສຊ, ໄດ້ທົບທວນຄືນໝາກຜົນການຮ່ວມມື ພາຍໃຕ້ຂອບສັນຍາການຮ່ວມມືຍຸດທະສາດດ້ານຄັງປັນຍາ, ເຊິ່ງປະກອບມີການຊຸກຍູ້ໂຄງການ “ປະຫວັດສາດຂອງໂຮງຮຽນລູກຫຼານພະນັກງານການນໍາຂອງລາວ (ໂຮງຮຽນນ້ອງນ້ອຍ 67 ນານນິງ)”, ການຄົ້ນຄວ້າຮ່ວມກັນດ້ານປັນຍາປະດິດ (AI), ມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ ແລະ ການຂົນສົ່ງສິນຄ້າຂ້າມແດນ.
ໃນໂອກາດດັ່ງກ່າວ ທ່ານປະທານ ສວສສຊ ໄດ້ສະເໜີ 3 ທິດທາງການຮ່ວມມືທີ່ສໍາຄັນ ໃນໄລຍະຕໍ່ໄປຄື:
- ສືບຕໍ່ຊຸກຍູ້ໂຄງການ “ບອກເລົ່າປະຫວັດສາດຂອງໂຮງຮຽນລູກຫຼານພະນັກງານການນໍາຂັ້ນສູງຂອງລາວ (ໂຮງ ຮຽນ 67 ນານນິງ)” ໃຫ້ສໍາເລັດຕາມແຜນການດ້ວຍຄຸນນະພາບສູງ.
- ດໍາເນີນໂຄງການຄົ້ນຄວ້າປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈັກກະພັດຝຣັ່ງ-ອາເມລິກາ ໃຫ້ສໍາເລັດຕາມແຜນການ, ໂດຍມອບໃຫ້ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ສົມທົບກັບວິຊາການຝ່າຍຈີນ, ພາຍໃຕ້ການຊີ້ນໍາຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ.
- ເພີ່ມທະວີການແລກປ່ຽນ ແລະ ສ້າງບຸກຄະລາກອນ ໂດຍການຊອກຫາຮູບແບບການໄປສຶກສາໄລຍະສັ້ນ, ການສ້າງບຸກຄະລາກອນຮ່ວມກັນ ແລະ ການສົນທະນາລະຫວ່າງນັກວິຊາການຮຸ່ນໜຸ່ມ.
ການພົບປະ ແລະ ເຮັດວຽກຮ່ວມກັນໃນຄັ້ງນີ້ ມີຄວາມໝາຍຢ່າງຍິ່ງ ໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ “ປີແຫ່ງມິດຕະພາບ ລາວ-ຈີນ”, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ແໜ້ນແຟ້ນ ແລະ ໄດ້ຮັບການຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ