ສຂຝ ຝຶກອົບຮົມການຄຸ້ມຄອງເວັບໄຊ ແລະ ເຕັກນິກການຕັດຕໍ່ວິດີໂອ

WhatsApp Image 2026-05-25 at 11.33.26

     ໃນຍຸກສະໄໝທີ່ຂໍ້ມູນຂ່າວສານ ແລະ ສື່ມັລຕິມີເດຍມີບົດບາດທີ່ສຳຄັນ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ສຂຝ) ໄດ້ຈັດຊຸດຝຶກອົບຮົມຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ພຶດສະພາ 2026. ທີ່ຫ້ອງປະຊຸມ  ສຂຝ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນພາຍໃນໃຫ້ກ້າວເຂົ້າສູ່ລະບົບທີ່ທັນສະໄໝ. ພິທີເປີດຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ເດືອນສະຫວັນ ພອນມີໄຊ, ຫົວໜ້າສູນຂໍ້ມຸນຂ່າວສານ ແລະ ຝຶກອົບຮົມ, ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ເປົ້າໝາຍຫຼັກຂອງການຝຶກອົບຮົມແມ່ນເພື່ອຫັນປ່ຽນການເຮັດວຽກແບບດັ້ງເດີມ ໄປສູ່ລະບົບດີຈີຕອນຢ່າງເຕັມຮູບແບບ.

4
3

     ໃນພິທີດັ່ງກ່າວ, ທ່ານ ເດືອນສະຫວັນ ພອນມີໄຊ, ຫົວໜ້າສູນຂໍ້ມຸນຂ່າວສານ ແລະ ຝຶກອົບຮົມ, ໄດ້ເນັ້ນໜັກວ່າ: ການຝຶກອົບຮົມໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການຫັນເປັນທັນສະໄໝໂດຍສະເພາະການສ້າງເນື້ອຫາໃນຮູບແບບມັລຕິມີເດຍ ເພື່ອລາຍງານຂ່າວ, ຜົນງານວິຊາການ ໃຫ້ມີຄວາມໜ້າສົນໃຈ ແລະ ເຂົ້າເຖິງກຸ່ມເປົ້າໝາຍໄດ້ດີຂຶ້ນ. ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງເອົາໃຈໃສ່ເກັບກ່ຽວເອົາຄວາມຮູ້ ແລະ ປະສົບການຕົວຈິງຈາກວິທະຍາກອນ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.

     ເນື້ອໃນຂອງການຝຶກອົບຮົມຕະຫຼອດ 4 ວັນຂອງຊຸດຝຶກອົບຮົມໃນຄັ້ງນີ້ໄດ້ຄັດສັນເອົາຫົວຂໍ້ທີ່ສຳຄັນ ແລະ ຕອບໂຈດການເຮັດວຽກຕົວຈິງ ຄື: ​ການບໍລິຫານຈັດການຖານຂໍ້ມູນ ເພື່ອສ້າງລະບົບການຈັດເກັບ ແລະ ສືບຄົ້ນຂໍ້ມູນໃຫ້ມີຄວາມວ່ອງໄວ ແລະ ເປັນລະບົບ; ການບໍລິຫານຈັດການເວັບໄຊ ເພື່ອຍົກລະດັບການເຜີຍແຜ່ຂໍ້ມູນຂ່າວສານຜ່ານຊ່ອງທາງອອນລາຍໃຫ້ມີປະສິດທິພາບ; ເຕັກນິກການຕັດຕໍ່ວິດີໂອສ້າງສັນເນື້ອຫາຈາກຮູບແບບເອກະສານ ໃຫ້ກາຍເປັນສື່ວິດີໂອທີ່ໜ້າສົນໃຈ ເພື່ອດຶງດູດສັງຄົມ; ການບັນທຶກຂໍ້ມູນ ແລະ E-Book: ການຫັນປ່ຽນຫ້ອງສະໝຸດແບບເກົ່າ ໃຫ້ກາຍເປັນຫ້ອງສະໝຸດເອເລັກໂຕຣນິກທີ່ເຂົ້າເຖິງໄດ້ທຸກບ່ອນທຸກເວລາ. ບັນຍາກາດໃນການຝຶກອົບຮົມເຕັມໄປດ້ວຍຄວາມຕັ້ງໃຈ, ມີການແລກປ່ຽນບົດຮຽນ ແລະ ຝຶກປະຕິບັດຕົວຈິງ ເພື່ອຮັບປະກັນວ່າ ຫຼັງຈາກຈົບຊຸດຝຶກອົບຮົມນີ້, ບຸກຄະລາກອນຈະສາມາດສ້າງສັນຜົນງານໃໝ່ໆ ທີ່ມີຄຸນນະພາບ ແລະ ທັນສະໄໝ ກ້າວທັນກັບຍຸກສະໄໝດີຈີຕອນຢ່າງແທ້ຈິງ.

1
2

 ຂຽນຂ່າວ ແລະ ຖ່າຍພາບ: ສຂຝ