ສວສສຊ ເຂົ້າຮ່ວມກອງປະຊຸມສາກົນ ນະຄອນຫາງໂຈ, ສປ ຈີນ
ໃນລະຫວ່າງວັນທີ 26–30 ຕຸລາ 2026 ທີ່ຜ່ານມາ, ທ່ານ ນ. ລັດດາວັນ ຊົງວິໄລ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ມະຫາພາກ ພ້ອມດ້ວຍຄະນະ, ຕາງໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ເດີນ ທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບບັນຊີການມີສ່ວນຮ່ວມແຫ່ງຊາດ (National Inclusion Accounts) ແລະ ປະຊາກອນຜູ້ສູງອາຍຸ ທີ່ນະຄອນຫາງໂຈ, ສປ ຈີນ ເຊິ່ງຈັດຂຶ້ນໂດຍຄະນະກຳມະການແຫ່ງຊາດຈີນ ວ່າດ້ວຍຜູ້ສູງອາຍຸ, ກອງທຶນສະຫະປະຊາຊາດ ເພື່ອປະຊາກອນ (UNFPA), ກົມເສດຖະກິດ ແລະ ສັງຄົມ ຂອງສະຫະປະຊາຊາດ (UN DESA), ຄະນະກຳມາທິການເສດຖະກິດ ສຳລັບອາເມລິກາລາຕິນ ແລະ ທະເລຄາຣິບຽນ (ECLAC), ຄະນະກຳມາທິ ການເສດຖະກິດ ແລະ ສັງຄົມ ສຳລັບອາຊີ ແລະ ປາຊີຟິກ (ESCAP) ແລະ ອົງການຊ່ວຍເຫຼືອຜູ້ສູງອາຍຸສາກົນ (Help Age International).
ກອງປະຊຸມໄດ້ປຶກສາຫາລືລົງເລິກຄົ້ນຄວ້າບາງບັນຫາສຳຄັນຂອງພາກພື້ນອາຊີ-ປາຊີຟິກ ເປັນຕົ້ນແມ່ນການວັດ ແທກເສດຖະກິດລະຫວ່າງລຸ້ນຄົນ ຈາກບັນຊີການມີສ່ວນຮ່ວມແຫ່ງຊາດ ເພື່ອການສ້າງນະໂຍບາຍທີ່ບໍ່ປະໃຜໄວ້ຂ້າງຫຼັງ; ການກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸ ໃນຍຸກແຫ່ງການເຊື່ອມໂຍງ, ນະວັດຕະກຳ ແລະ ຄວາມຍືນຍົງ ເຊິ່ງ ສປປ ລາວ ເປັນໜຶ່ງໃນ 8 ປະເທດທີ່ໄດ້ນໍາສະເໜີຜົນການຄົ້ນຄວ້າ ແລະ ປະກອບຄຳເຫັນກ່ຽວກັບທິດທາງ ແລະ ຂໍ້ສະເໜີແນະດ້ານນະໂຍ ບາຍຕໍ່ທີ່ປະຊຸມ.
ຄະນະຜູ້ແທນ ສວສສຊ ໄດ້ຂຶ້ນນຳສະເໜີຜົນການຄິດໄລ່ບັນຊີການມີສ່ວນຮ່ວມແຫ່ງຊາດ (NTA-I) ຂອງ ສປປ ລາວ ເຊິ່ງດຳເນີນພາຍໃຕ້ໂຄງການບັນຊີການພັດທະນາຂອງສະຫະປະຊາຊາດ (UN Development Account) ເຊິ່ງເປັນສ່ວນໜຶ່ງບົດສະຫຼຸບນະໂຍບາຍທີ່ມີຊື່ວ່າ National Inclusion Accounts in the Context of the Intergenerational Economy in Lao People’s Democratic Republic (ESCAP/6-PB/122) ຂອງຄະນະ ກຳມາທິການເສດຖະກິດ ແລະ ສັງຄົມ ສຳລັບອາຊີ ແລະ ປາຊີຟິກ (ESCAP) ແລະ ຍັງໄດ້ເຂົ້າຮ່ວມເວທີເສວະນາແລກ ປ່ຽນບົດຮຽນກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໃນການກະກຽມຮັບມືກັບສັງຄົມຜູ້ສູງອາຍຸ.
ກອງປະຊຸມໄດ້ເຫັນດີເປັນເອກະພາບກັນໃນຫຼາຍປະເດັ່ນທີ່ສໍາຄັນ ຄື: ທຸກປະເທດຕ້ອງມີການວາງແຜນກະກຽມ ເຂົ້າສູ່ສັງຄົມຜູ້ສູງອາຍຸແຕ່ຫົວທີ ເພື່ອຮັບມືກັບການປ່ຽນແປງ ແລະ ສ້າງກາລະໂອກາດໃນການເຕີບໂຕ ໃນການປະເຊີນ ໜ້າກັບຄວາມກົດດັນດ້ານງົບປະມານ ແລະ ຄວາມທຸກຍາກໃນໄວສູງອາຍຸ; ນໍາໃຊ້ບັນຊີ NTA, NTTA ແລະ NTA-I ເປັນເຄື່ອງມືສຳຄັນ ໃນການຄາດຄະເນງົບປະມານ, ການອອກແບບລະບົບບຳນານ ແລະ ນະໂຍບາຍການເບິ່ງແຍງ; ສ້າງ ລະບົບເສດຖະກິດໃໝ່ ສໍາລັບຜູ້ສູງອາຍຸ (Silver Economy) ທີ່ມີການນໍາໃຊ້ປັນຍາປະດິດ (AI) ແລະ ເຄື່ອງມືດິຈິ ຕ້ອນ ເປັນທາງເລືອກໃໝ່; ດຳເນີນການເບິ່ງແຍງ ແລະ ການປົກປ້ອງສັງຄົມໃນໄລຍະຍາວ ໂດຍມີການຈັດສັນແຫຼ່ງທຶນ, ຂະຫຍາຍວຽກເຮັດງານທໍາທົ່ວລະບົບແຮງງານ ທັງໃນຕົວເມືອງ, ຊຸມຊົນ, ຊົນນະບົດ ແລະ ເປັນມິດກັບຜູ້ສູງອາຍຸ. ຄົ້ນ ຄວ້າແກ້ໄຂວຽກງານເບິ່ງແຍງທີ່ບໍ່ໄດ້ຮັບຄ່າຈ້າງ ເຊິ່ງສ່ວນໃຫຍ່ແມ່ນແມ່ຍິງເປັນຜູ້ແບກຮັບ ຄວນໄດ້ຮັບການນັບເຂົ້າ ເພື່ອບໍ່ໃຫ້ປະເມີນຕົ້ນທຶນຂອງສັງຄົມຜູ້ສູງອາຍຸ ຕໍ່າກວ່າຄວາມເປັນຈິງ.
ສຳລັບໃນຕໍ່ໜ້າ ສປປ ລາວ ຈະສືບຕໍ່ຮ່ວມມືກັບກັບຄູ່ມື ESCAP, UN DESA, ADB, UNFPA, HelpAge International ແລະ ເຄືອຂ່າຍ NTA ສາກົນ ໃນການສຶກສາຄວາມເປັນໄປໄດ້ ໃນການສ້າງບັນຊີ NTTA ສໍາລັບວຽກເບິ່ງແຍງທີ່ບໍ່ໄດ້ຮັບຄ່າຈ້າງ; ການເບິ່ງແຍງໄລຍະຍາວ ແລະ ຊຸມຊົນທີ່ເປັນມິດກັບຜູ້ສູງອາຍຸ. ເພື່ອກໍານົດເປັນ ນະໂຍບາຍສະເໜີຕໍ່ລັດຖະບານ ເຂົ້າໃນການຕິດຕາມ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026–2030) ແນໃສ່ຮັບປະກັນການກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸຢ່າງຍືນຍົງ.
ຂຽນຂ່າວ ແລະ ຖ່າຍພາບ: ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ