ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນຄວາມຍືນຍົງ ຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN)
ວັນທີ 23 ພະຈິກ 2026, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ແລະ ສັງຄົມ ຮ່ວມກັບອົງການສະຫະປະຊາຊາດ ສຳລັບເດັກ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ “ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນຄວາມຍືນຍົງ ຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ NIPN” ຂຶ້ນທີ່ໂຮງແຮມຄາວພາຊາ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ນາງ ປອ. ວີສດັນ ມັນດານີ (Wigdan Mandani), ຫົວຫນ້າແຜນງານໂພສະນາການ ອົງການສະຫະປະຊາຊາດ ສໍາລັບເດັກ ປະຈໍາ ສປປ ລາວ; ມີຜູ້ຕາງໝ້າຈາກສະພາແຫ່ງຊາດ, ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມແມ່ນເພື່ອປຶກສາຫາລືກົນໄກປະສານງານ ແລະ ການຈັດຕັ້ງປະຕິບັດວຽກງານການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພສະນາການພາຍໃຕ້ລັດຖະບານໃຫ້ມີຄວາມ ຍືນຍົງ ແລະ ປັບປຸງສະພາບການຂາດໂພຊະນາການຂອງເດັກ ແລະ ແມ່ຍິງໃຫ້ໝົດໄປໃນຕໍ່ໜ້າ.
ປອ. ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ບັນຫາການຂາດໂພຊະນາການ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນຍຸດທະສາດຂອງລັດຖະບານ ເຊິ່ງໄດ້ຮ່ວມມືກັບຄູ່ຮ່ວມພັດທະນາໃນການແກ້ໄຂການຂາດສານອາຫານຂອງເດັກ ແລະ ແມ່ຍິງຕະຫຼອດມາ. ຜົນສໍາເລັດການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນດ້ານໂພຊະນາການ ໄດ້ຊ່ວຍໃຫ້ລາວສາມາດຍົກລະດັບການແກ້ໄຂບັນຫາຂາດໂພຊະນາການດີຂຶ້ນເທື່ອກ້າວ ໂດຍສະເພາະແມ່ນຂໍ້ມູນ, ຜົນການຄົ້ນຄວ້າ ແລະ ຫຼັກຖານຂໍ້ມູນໃໝ່ ເພື່ອກໍານົດເປັນນະໂຍບາຍອັນຖືກຕ້ອງໃນການຊ່ວຍຕິດຕາມ, ວາງແຜນ ແລະ ລົງທຶນໃນວຽກງານດັ່ງກ່າວໃຫ້ດີຂຶ້ນ. ເພື່ອຜັນຂະຫຍາຍແຜນງານປະຕິບັດງານແຫ່ງຊາດ ດ້ານໂພຊະນາການ ໃນໄລຍະປີ 2026-2030 ໃຫ້ບັນລຸຕາມແຜນທີ່ວາງໄວ້ ທຸກຂະແໜງການຕ້ອງມີສ່ວນຮ່ວມ ເພື່ອກຳນົດໜ້າທີ່, ຄວາມຮັບຜິດຊອບ ແລະ ກົນໄກປະສານຮ່ວມກັນ ແນໃສ່ຮັບປະກັນໃຫ້ຖານຂໍ້ມູນແຫ່ງຊາດດ້ານໂພຊະນາການມີຄວາມຍືນຍົງ.
ບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງການນໍາສະເໜີກ່ຽວແຜນງານຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ແລະ ກົນໄກສ້າງຄວາມຍືນຍົງຮ່ວມກັບຂະແໜງການທີ່ກ່ຽວຂ້ອງ. ພ້ອມທັງປຶກສາຫາລືກ່ຽວກັບການສ້າງກົນໄກການປະສານງານ, ການວິເຄາະຂໍ້ມູນ, ຂໍ້ສະເໜີແນະທາງດ້ານນະໂຍບາຍ ເພື່ອລາຍງານ ແລະ ການປັບປຸງເວັບໄຊ, ເຜີຍແຜ່ຂໍ້ມູນ ຮັບປະກັນໃຫ້ວຽກງານໂພຊະນາການການຂອງເດັກນ້ອຍ ແລະ ແມ່ຍິງ ໄດ້ຮັບການປັບປຸງຢ່າງສອດຄ່ອງ.
ຂຽນຂ່າວ ແລະ ຖ່າຍພາບ: ສຂຝ