ກອງປະຊຸມເຜີຍແຜ່ຜົນການປະເມີນການໃຊ້ຈ່າຍສາທາລະນະສຸກຂອງ ສປປ ລາວ
ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ໄດ້ຕາງໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສົງຄົມແຫ່ງຊາດ ເຂົ້າຮ່ວມເວທີສົນທະນາໃນກອງປະຊຸມເຜີຍແຜ່ຜົນການປະເມີນການໃຊ້ຈ່າຍສາທາລະນະສຸກຂອງ ສປປ ລາວ ໃນວັນທີ 13 ພຶດສະພາ 2026 ທີ່ຜ່ານມາ, ໂດຍການໃຫ້ກຽດເປັນປະ ທານຂອງທ່ານ ປອ. ດຣ. ບຸນເສີດ ແກ້ວປະສິດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ແລະ ທ່ານ Khwima Nthara, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີບັນດາກະຊວງສາທາລະນະສຸກ, ກະຊວງການເງິນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄູ່ຮ່ວມພັດທະນາ, ສະຖາທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຖືເປັນໂອກາດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຫຼາຍ ເພາະຈະໄດ້ຮັບຟັງການນໍາສະເໜີ ແລະ ສົນທະນາກ່ຽວກັບການປະເມີນແຫຼ່ງລາຍຮັບ, ການຈັດສັນງົບປະມານ, ການນໍາໃຊ້ງົບປະມານໃນຂະແໜງສາທາລະນະສຸກ, ພ້ອມທັງນໍາສະເໜີທິດທາງ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການນໍາໃຊ້ງົບປະມານ ໂດຍເນັ້ນໃສ່ການນຳໃຊ້ງົບປະມານຈາກແຫຼ່ງທຶນພາຍໃນປະເທດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສາທາລະນະສຸກຂັ້ນພື້ນຖານ ແລະ ການເຂົ້າເຖິງການບໍລິການທີ່ມີຄຸນນະພາບ-ຍຸດຕິທຳ ໃຫ້ແກ່ປະຊາຊົນໃນທົ່ວປະເທດ.
ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ໄດ້ແລກປ່ຽນກ່ຽວກັບຂໍ້ຈໍາກັດທາງດ້ານເສດຖະກິດມະຫາພາກທີ່ສໍາຄັນ ຕໍ່ການຂະຫຍາຍ ແລະ ສະຖຽນລະພາບດ້ານງົບປະມານພາຍໃນປະເທດ ສໍາລັບການພັດທະນາຊັບພະຍາກອນມະນຸດ, ຄວາມສໍາຄັນຂອງອາກອນສຸຂະພາບ, ຄວາມຈໍາເປັນຂອງວຽກງານໂພສະນາການ, ສຸຂະພາບ, ການສຶກສາ ແລະ ການພັດທະນາສີມືແຮງງານ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກ “ການປັນຜົນທາງດ້ານປະຊາກອນ” ໃຫ້ໄດ້ຫຼາຍທີ່ສຸດ ແລະ ປະກອບສ່ວນຕໍ່ການພັດທະນາເສດຖະກິດ ແລະ ສົງຄົມແຫ່ງຊາດ ໃຫ້ໄປຕາມທິດເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ).
ຂຽນຂ່າວ ແລະ ຖ່າຍພາບ: ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ແລະ ສັງຄົມ