ສຳມະນາວິທະຍາສາດຄັງປັນຍາ ລາວ-ຈີນ ປະຈຳປີ 2026
ກອງປະຊຸມສຳມະນາວິທະຍາສາດຄັງປັນຍາ ລາວ-ຈີນ ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ໂຮງ ແຮມລາດຊະວົງ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມໂຍງ, ເຊື່ອມຈອດ ແລະ ການປະສານງານດ້ານອຸດສາ ຫະກຳ: ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນລະດັບສູງ”. ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ຫວງ ຜິງ (Huang Ping) ຫົວໜ້າສະຖາບັນຄົ້ນຄວ້າວິຊາການຈີນ ປະຈໍາຮົງກົງ, ທ່ານ ຫຼີວ ລີ່ປິນ (Liu Libin) ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ໂລກ (CASS), ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາກອນ ແລະ ສໍາມະນາກອນຈາກທັງສອງປະເທດເຂົ້າຮ່ວມ.
ຈຸດປະສົງຕົ້ນຕໍແມ່ນເພື່ອເປັນເວທີສົນທະນາປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ສະໜອງຂໍ້ມູນ, ຄຳຄິດຄຳເຫັນ ພ້ອມທັງຂໍ້ສະເໜີແນະໃຫ້ແກ່ການວາງນະໂຍບາຍ, ການສ້າງຍຸດທະສາດ ແລະ ແຜນການເຊື່ອມໂຍງເສດຖະກິດ-ສັງຄົມ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ເຊິ່ງຄັ້ງນີ້ໄດ້ຈັດຂຶ້ນ ເນື່ອງໃນໂອກາດສະຫຼອງວັນສ້າງສາຍພັນທະມິດການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ. ທັງເປັນການຜັນຂະຫຍາຍກອບການຮ່ວມມືສອງຝ່າຍ ລະຫວ່າງ ສວສສຊ (LASES) ແລະ ສະຖາບັນວິທະຍາສາດສັງຄົມຈີນ (CASS) ເຊິ່ງໄດ້ຈັດຕັ້ງປະຕິບັດຮ່ວມກັນມາຕັ້ງແຕ່ປີ 2011.
ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ມີອຸດົມການທາງການເມືອງ ແລະ ລະບອບການປົກຄອງຄ້າຍຄືກັນ ພ້ອມທັງເປັນຄູ່ຮ່ວມຊາຕາກໍາດຽວກັນ; ການເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ ແລະ ການປະສານງານດ້ານອຸດສາຫະກຳ ຈຶ່ງເປັນຄວາມຮີບດ່ວນ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳໃຫ້ປະກົດຜົນເປັນຮູບປະທຳ. ທັງສອງສະຖາບັນມຸ່ງຫວັງທີ່ຈະຍົກລະດັບການຮ່ວມມືຈາກການຈັດສຳມະນາ ໄປສູ່ການຄົ້ນຄວ້າວິທະຍາສາດຮ່ວມກັນ, ການແລກປ່ຽນນັກວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດຢ່າງຍືນຍົງ.
ກອງປະຊຸມ ໄດ້ຮັບຟັງການບັນຍາຍພິເສດຈາກ ທ່ານ ຫວງ ຜິງ ເຊິ່ງທ່ານໄດ້ເນັ້ນໜັກວ່າ ຄວາມທັນສະໄໝແມ່ນໝາກຜົນຂອງໂລກ ແລະ ເປັນບົດຮຽນທີ່ແຕ່ລະປະເທດສາມາດຮຽນຮູ້, ແລກປ່ຽນ ແລະ ນຳໄປໝູນໃຊ້ຢ່າງປະ ດິດສ້າງ; ໂດຍມີການພັດທະນາຊັບພະຍາກອນມະນຸດ ເປັນປັດໄຈຕົ້ນຕໍ ແລະ ເປັນຖານຮອງຮັບການຂະຫຍາຍຕົວທາງເສດຖະກິດ, ການເຊື່ອມໂຍງອຸດສາຫະກຳ ແລະ ການຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນລະດັບສູງ. ພ້ອມດຽວກັນ, ຍັງໄດ້ຮັບຟັງການບັນຍາຍພິເສດຈາກ ທ່ານ ນາງ ແສງເດືອນ ໄຊຍະສອນ, ຮອງປະທານຜູ້ປະຈຳການຄະ ນະກຳມະການຮ່ວມມື ລາວ-ຈີນ ໄດ້ລົງເລິກສະພາບລວມການຮ່ວມມືດ້ານເສດຖະກິດ-ເຕັກນິກ, ການຄ້າ ແລະ ການລົງທຶນ ລາວ-ຈີນ ປີ 2026 ແລະ ທິດທາງປີ 2027. ໃນນັ້ນ, ໄດ້ຍົກໃຫ້ເຫັນເຖິງການເຕີບໂຕຂອງມູນຄ່າການຄ້າສອງຝ່າຍ ແລະ ຜົນສໍາເລັດຂອງໂຄງການຍຸດທະສາດ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ຂົນສົ່ງຜູ້ໂດຍສານແລ້ວກວ່າ 80 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າກວ່າ 90 ລ້ານໂຕນ.
ກອງປະຊຸມໄດ້ລົງເລິກສົນທະນາ-ແລກປ່ຽນໃນການວິເຄາະການເຊື່ອມໂຍງທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ພາຍໃຕ້ກອບ RCEP ແລະ ແລວທາງເສດຖະກິດ ລາວ-ຈີນ, ໂດຍເນັ້ນໃສ່ການສ້າງມູນຄ່າເພີ່ມໃນທ້ອງຖິ່ນ, ການປະສານງານດ້ານອຸດສາຫະກຳ ແລະ ກົນໄກການເງິນ-ການຊຳລະທີ່ທັນສະໄໝ, ຄວບຄູ່ໄປກັບການປະເມີນຜົນສຳເລັດຂອງການພັດທະນາໂຄງລ່າງພື້ນຖານຄົມມະນາຄົມ ແລະ ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນກຳລັງຂັບເຄື່ອນຕົ້ນຕໍ; ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ, ການສຶກສາວິຊາຊີບ ແລະ ການແລກປ່ຽນທາງດ້ານວິທະຍາສາດ ເພື່ອຮອງຮັບການຂະຫຍາຍຕົວທາງເສດຖະກິດ ບົນພື້ນຖານທັດສະນະທີ່ວ່າຄວາມທັນສະໄໝແມ່ນໝາກຜົນຂອງໂລກ, ບັນດາຜົນໄດ້ຮັບ ແລະ ສິ່ງທ້າທາຍຕົວຈິງ ເຊັ່ນ: ຂໍ້ຈຳກັດດ້ານເຄືອຂ່າຍໂຄງລ່າງ, ການອຳນວຍຄວາມສະດວກຂອງພາກລັດ, ແລະ ຕົ້ນທຶນຄ່າຂົນສົ່ງ ເພື່ອສັງລວມເປັນຂໍ້ສະເໜີແນວທາງດ້ານທິດສະດີ ແລະ ນະໂຍບາຍ ທີ່ຈະນຳໄປຜັນຂະຫຍາຍສູ່ພາກປະຕິບັດຕົວຈິງໃຫ້ປະກົດຜົນເປັນຮູບປະທຳ.
ຜົນການສໍາມະນາຄັ້ງນີ້ ບໍ່ພຽງແຕ່ເປັນຄັງຄວາມຮູ້ອັນມີຄຸນຄ່າເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງຄວາມເຂົ້າໃຈ, ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນຮູບປະທຳ, ສ່ອງແສງເຖິງຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ, ສອງຊາດ ແລະ ສອງສະຖາບັນຄັງປັນຍາ. ຜົນສໍາເລັດດັ່ງກ່າວ ຈະສັງລວມເປັນຂໍ້ມູນລາຍງານສະເໜີຕໍ່ພາກສ່ວນກ່ຽວຂ້ອງ ເພື່ອໃຊ້ເປັນພື້ນຖານດ້ານທິດສະດີ ແລະ ເປັນບ່ອນອີງໃນການວາງນະໂຍບາຍ ສູ່ການປະຕິບັດຕົວຈິງຢ່າງມີປະສິດທິຜົນ.
ຂຽນຂ່າວ ແລະ ຖ່າຍພາບ: ພະແນກຂໍ້ມູນຂ່າວສານ