ສຳມະນາວິທະຍາສາດ ພາຍໄຕ້ຫົວຂໍ້:
“ເສີມຂະຫຍາຍບົດບາດຂອງຊາວໜຸ່ມລາວ- ຫວຽດນາມ ໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ”
ໃນລະຫວ່າງວັນທີ 05-06 ພຶດສະພາ 2026, ຄະນະຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ນໍາພາຄະນະຊາວໜຸ່ມ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍບົດບາດຂອງຊາວໜຸ່ມ ຫວຽດນາມ-ລາວ ໃນການປົກປ້ອງພື້ນຖານແນວຄິດຂອງພັກ” ໂດຍເປັນປະທານຮ່ວມ ສະຫາຍ ປອ. ນາງ ດາວອນ ບຸດທະນຸວົງ ເລຂາຄະນະຊາວໜຸ່ມ ສມປຊ, ສະຫາຍ ເຈິ່ນ ດິ່ງ ຮືງ ເລຂາຄະນະຊາວໜຸ່ມ VASS, ສະຫາຍ ເດືອນສະຫວັນ ພອນມີໄຊ ເລຂາຄະນະຊາວໜຸ່ມ ສວສສຊ, ພ້ອມດ້ວສະມາຊິກຊາວໜຸ່ມ 3 ສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຍັງໄດ້ເປັນກຽດຕ້ອນຮັບ ສະຫາຍ ຫງວຽນ ຊວັນ ໂຄຍ ຮອງເລຂາພັກ ຄະນະຊາວໜຸ່ມອ້ອມຂ້າງສູນກາງພັກກອມມຸນິດຫວຽດນາມ ທີ່ໄດ້ມາແລກປ່ຽນບົດຮຽນຢູ່ລາວ.
ການສໍາມະນາຄັ້ງນີ້ ເປັນການສ້າງກິດຈະກໍາຮ່ວມກັນ ລະຫວ່າງ 3 ອົງການຈັດຕັ້ງຮາກຖານຊາວໜຸ່ມ 3 ສະຖາບັນ ຄື: ຄະນະຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ເຈົ້າພາບ), ຄະນະຊາວໜຸ່ມ ສະຖາບັນວິທະຍາສາດສັງຄົມ ຫວຽດນາມ (VASS) ແລະ ຄະນະຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ເພື່ອແລກປ່ຽນບົດຮຽນລະຫວ່າງຄະນະຊາວໜຸ່ມຫວຽດນາມ-ລາວ ໃນການປົກປ້ອງພື້ນ ຖານແນວຄິດຂອງພັກຂອງບັນດານັກວິທະຍາສາດໜຸ່ມ ເຊີ່ງບົດສະເໜີທີ່ນໍາມາສຳມະນາມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ: ພັກນຳພາໃນການສຶກສາອົບຮົມຊາວໜຸ່ມປະຊາຊົນ ປະຕິບັດລາວ (ປອ. ນ. ຄຳຮູ້ ວິລະທອນ), ບົດບາດສຳຄັນຂອງຊາວໜຸ່ມໃນການເປັນກຳລັງຫຼັກແຫຼ່ງ ແລະ ເປັນດ່ານໜ້າທີ່ເຂັ້ມແຂງ ເພື່ອປົກປ້ອງແນວຄິດຂອງພັກໃນໄລຍະໃໝ່ (ນາງ ຫງວຽນ ທູ ແຫ່ງ), ບົດຮຽນຕົວຈິງຂອງຊາວໜຸ່ມ ສວສສຊ ໃນການເປັນກຳລັງສະຕິປັນຍາ ເພື່ອປົກປັກຮັກສາພື້ນຖານແນວຄິດຂອງພັກ ຜ່ານການຄົ້ນຄວ້າວິທະຍາສາດ (ປອ ວັນໄຊ ໄຊຍະວົງ), ກົນໄກການສື່ສານ ແລະ ການນຳໃຊ້ສື່ສັງຄົມອອນລາຍຢ່າງສະຫຼາດສ່ອງໃສ ເພື່ອຕ້ານຄືນຖ້ອຍທຳນອງບິດເບືອນຂອງກຸ່ມຄົນທີ່ບໍ່ດີ (ຫງວຽນ ມິງ ຂາຍ) ແລະ ບົດບາດຂອງຊາວໜຸ່ມໃນການສຶກສາອົບຮົມການເມືອງ-ແນວຄິດຢູ່ ສປປ ລາວ (ຄຳໝັ້ນ ພົມມະຈັນ).
ກອງປະຊຸມດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ສ້າງສັນ ແລະ ມີເນື້ອໃນທີ່ເປັນປະໂຫຍດ, ມີຄວາມເປັນລະບຽບຮຽບຮ້ອຍ; ນັກສໍາມະນາກອນຕ່າງກໍ່ມີຄວາມສົນໃຈ, ເອົາໃຈໃສ່ຕິດຕາມ, ຮັບຟັງການນໍາສະເໜີບົດຂອງວິທະຍາກອນ-ນັກຄົ້ນຄວ້າ, ມີການປຶກສາຫາລື ພ້ອມທັງປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະກັນ ຢ່າງກົງໄປກົງມາ, ມີຈຸດສຸມ ບົນພື້ນຖານຄວາມຮັບຜິດຊອບສູງ. ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້ ທັງ 3 ພາກສ່ວນໄດ້ເຂົ້າຮ່ວມແຂ່ງຂັນບານເຕະມິດຕະພາບ ແລະ ແລກປ່ຽນສິນລະປະ-ວັນນະຄະດີຮ່ວມກັນອີກດ້ວຍ.
ໃນວັນທີ 06 ພຶດສະພາ 2026, ສະຫາຍ ເຈິ່ນ ດິ່ງ ຮືງ ເລຂາຄະນະຊາວໜຸ່ມ VASS ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ໃນໂອກາດນີ້, ທ່ານ ໄຊສົງຄາມ ມະໂນທັມ, ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວໃນຄັ້ງນີ້ ແລະ ໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມທັງສອງເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ ແລະ ມີຜົນສໍາເລັດສູງຂຶ້ນກວ່າເກົ່າ ສົມດັ່ງ ຄຳເວົ້າປະທານ ໂຮ່ຈີມີນ ໄດ້ປະພັນບົດກອນທີ່ເປັນອຳມະຕະໄວ້ວ່າ: “ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ເດີນດັ້ນດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ” ສອດຄ່ອງກັບຄໍາເວົ້າ ປະທານ ໄກສອນ ພົມວິຫານ ໄດ້ກ່າວເອົາໄວ້ອີກວ່າ: “ພູອາດຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ”.
ຄະນະຊາວໜຸ່ມ ສວສສຊ ແລະ ຄະນະຊາວໜຸ່ມ ສະຖາບັນວິທະຍາສາດສັງຄົມຫວຽດນາມ ຍັງພ້ອມກັນໄດ້ສືບຕໍ່ປຶກສາຫາລືກ່ຽວກັບແຜນການຮ່ວມມື ໂດຍເນັ້ນໃສ່ການຍົກສູງຂີດຄວາມສາມາດຂອງຊາວໜຸ່ມໃນການຄົ້ນຄວ້າວິທະຍາສາດ, ການຈັດຕັ້ງສໍາມະນາວິທະຍາສາດ ແລະ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນໃນຕໍ່ໜ້າ.
ຂຽນຂ່າວ: ສາຍເພັດ ພັດກົມຄຳ
ຖ່າຍພາບ: ຄະນະບໍລິຫານຊາວໜຸ່ມ ສວສສຊ, ສມປຊ